ວກ.ອອນ​ໄລ - ​ໃນ​ສອງ​ວັນ ​ຄື​ວັນ​ທີ 16 ​ແລະ 17 ກຸມພາ 2017, ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນ​ຕິ, ລັດ​ຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ ພ້ອມ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຮ່ວມກອງ​ປະຊຸມລັດຖະມົນຕີ​ການຕ່າງປະ​ເທດ ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ (G20), ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ ບອນ, ປະ​ເທດ​ເຢຍລະ​ມັນ.

ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ. (ພາບ: TTXVN)

ດ້ວຍ​ຫົວ​ຂໍ້ “ກໍ່ຮ່າງສ້າງຮູບລະບຽບທົ່ວໂລກ - ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ພົ້ນ​ອອກ​ຈາກ​ຂອບ​ເຂດ​ຂອງ​ການ​ຄຸ້ມ​ຄອງຕໍ່​ວິ​ກິດ​ການ”, ກອງ​ປະຊຸມລັດຖະມົນຕີ​ການຕ່າງປະ​ເທດກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ (G20) ຄັ້ງ​ນີ້​ ໄດ້​ປຶກສາ​ພິຈາລະນາ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງປີ 2030 ຂອງ​ສະຫະ​ປະຊາ​ຊາດ, ຮັກສາ​ສັນຕິພາບ​ໃນ​ສະພາບ​ການ​ປະຈຸ​ບັນ, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ ອາ​ຟຣິກກາ. ຜ່ານ​ບັນດາການປຶກສາ​ສົນທະນາ​ຢ່າງ​ເປີດ​ອົກ​ເປີດ​ໃຈ, ກອງ​ປະຊຸມ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ດັ່ງ​ນີ້:

ທີ​ໜຶ່ງ, ກອງ​ປະຊຸມ​ຕີ​ລາຄາ​ວ່າ ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ ​ເປັນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນ ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ; ສົນທະນາ​ກ່ຽວ​ກັບ​ຫຼາຍ​ມາດ​ຕະການ​ເພື່ອ​ກີດ​ກັ້ນການ​ປະ​ທະ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ນັ້ນ​ມີ​ສະຫະ​ປະຊາ​ຊາດ​ເປັນ​ໃຈກາງ, ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ເຊັ່ນ ຄວາມທຸກ​ຍາກ, ​ໂລກລະບາດ, ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ສັງຄົມ, ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງອາຫານ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ແຫຼ່ງນ້ຳ, ວິ​ກິດການ​ອົບ​ພະຍົບ...

ທີ​ສອງ, ກອງ​ປະຊຸມ​ຢືນຢັນ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັບປະກັນ​ບໍ່​ໃຫ້​ຜູ້​ໃດ ​ແລະ ບໍ່​ມີ​ພາກ​ພື້ນ​ໃດ​ຖືກຕົກ​ຄ້າງ​ຢູ່​ຂ້າງ​ຫຼັງ ​ເປັນ​ແບບ​ວິທີ​ດີທີ່​ສຸດ​ເພື່ອຮັກສາ​ສັນ​ຕີ​ພາບ ສະຖຽນ​ລະ​ພາບ​ຢ່າງ​ຍືນ​ຍົງ; ຮຽກຮ້ອງ​ສາກົນ​ຈົ່ງ​ມີ​ການ​ກະທຳຕົວ​ຈິງ, ມີ​ຄວາມ​ຮັບຜິດຊອບ​ ເພື່ອ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030; ​ເນັ້ນ​ໜັກ​ເຖິງ​ຄວາມຈຳ​ເປັນ​ຕ້ອງ​ ເພີ່ມ​ທະວີການຮ່ວມ​ມື​ທົ່ວ​ໂລກ ​ແລະ ພາກ​ພື້ນ, ລະດົມ​ຊັບພະຍາກອນ​ທຸກ​ຢ່າງ​ໃນ​ປະ​ເທດ ​ແລະ ສາກົນ​ ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ; ຮຽກຮ້ອງ​ບັນດາ​ປະ​ເທດ​ພັດທະນາ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ຄຳ​ແນະນຳ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ການ​ຊ່ວຍ​ເຫຼືອການ​ພັດທະນຢ່າງ​ເປັນ​ທາງ​ການ (ODA) ​ໃຫ້​ບັນດາ​ປະ​ເທດ​ກຳລັງ​ພັດທະນາ... ກອງ​ປະຊຸມ​ເນັ້ນ​ໜັກວ່າ ODA ​ແລະ ການຊ່ວຍ​ເຫຼືອ​ການ​ພັດທະນາ​ເວົ້າ​ລວມ ບໍ່​ແມ່ນ “ຄວາມເອື້ອອາທອນ” ຫຼື​ໃຈດີ​ແຕ່​ຝ່າຍ​ດຽວ ​ແຕ່​ມັນ​ທັງ​ເປັນ​ການ​ຕອງ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ພັດທະນາ​ອີກ.

ທີ​ສາມ, ກອງ​ປະຊຸມ​ເນັ້ນ​ໜັກວ່າ ​ການ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ອາ​ຟຣິກກາ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ ຈະ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ສິ່ງ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະພພາບ ​ແລະ ການ​ພັດທະນາ​ໃນ​ໂລກ; ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ G20 ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ອາ​ຟຣິກກາ​ເຊັ່ນ ຊຸກຍູ້​ການ​ຫັນ​ເປັນ​ອຸສາ​ຫະກຳ, ສຶກສາ-ກໍ່ສ້າງ, ສະຫວັດດີ​ການ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ...

ກອງ​ປະຊຸມ​ສິ້ນ​ສຸດ​ລົງ​ດ້ວຍ​ຖະ​ແຫຼ​ງການ​ຮ່ວມ ​ກ່ຽວ​ກັບການ​ສະໜັບສະໜູນ​ກົນ​ໄກ​ຮ່ວມ​ມື​ພະຫຸ​ພາຄີ​ ເພື່ອ​ແກ້​ໄຂ​ທຸກໆ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ກອງ​ປະຊຸມ G20 ຄັ້ງ​ນີ້​ຖືກ​ຖື​ວ່າ​​ເປັນບາດກ້າວ​ກະກຽມ​ທີ່​ສຳຄັນ ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ໃນ​ເດືອນ​ກໍລະກົດ, ຊຶ່ງ​ເປັນ​ບ່ອນ​ທີ່ G20 ຊອກ​ຫາ​ໄດ້ ​ທິດ​ທາງ​​ແກ້​ໄຂບັນດາ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ກ້າວ​ໄປ​ເຖິງ​ເປົ້າໝາຍ​ກາຍ​ເປັນ​ໂລກ​ທີ່​ເຊື່ອມ​ຕໍ່.

​ໃນ​ຖານະ​ເປັນ​ເຈົ້າພາບ​ຂອງ APEC 2017, ຫວຽດນາມຖືກ​ເຊີນ​ເຂົ້າ​ຮ່ວມ​ເກືອບ​ທັງ​ໝົດ​ທຸກ​ກອງ​ປະຊຸມ, ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ G20 ​ໃນ​ຖານະ​ເປັນ​ເຈົ້າພາບ​ຂອງ APEC 2017. ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ປະ​ເທດ​ເຈົ້າພາບ "ປີ APEC" ທີ່​ບໍ່​ແມ່ນ​ສະມາຊິກ​ຂອງ G20 ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20.

ກ່າວ​ປາ​ໄສ​ທີ່ກອງ​ປະຊຸມລັດຖະມົນຕີ​ການຕ່າງປະ​ເທດ G20, ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຢືນຢັນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປີດ​ກວ້າງ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ການ​ເຊື່ອມ​ໂຍງ​ສາກົນຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ຫວຽດນາມ. ຕໍ່ໜ້າ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ​ຂອງ​ສະພາບ​ການ​ໂລກ​ປະຈຸ​ບັນ, ທ່ານຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທົ່ວ​ໂລກ​ ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ; ສະ​ເໜີ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້ງ ຂໍ້​ພິພາດ​ດ້ວຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ ​ແລະ ບັນດາ​ຂະ​ບວນວິວັດ​ກົດໝາຍ - ການ​ທູດ.

ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ກໍ່​ໄດ້​ສະ​ເໜີ​ໃຫ້​ບັນດາ​ປະ​ເທດ G20 ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ​ໃນ​ການປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ເປັນ​ຕົ້ນ​ແມ່ນ​ ໃນ​ຂົງ​ເຂດ​ໂຄງສ້າງ​ພື້ນຖານ, ພັດທະນາແຫຼ່ງຊັບພະຍາກອນ​ມະນຸດ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ວ່າ ລັດທິ​ອາລັກຂາ ​ແລະ ການ​ແຍກ​ປ່ຽວ​ເຫັນ​ແກ່​ຕົວ​ເອງ ບໍ່​ແມ່​ນວິທີ​ແກ້​ໄຂ​ໃຫ້​ແກ່​ບັນດາ​ບັນຫາ​ເສດຖະກິດ - ສັງຄົມ ​ແລະ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຈົ່ງ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຊຸກຍູ້​ການ​ຄ້າ​ທົ່ວ​ໂລກ ​ແລະ ພາກ​ພື້ນ, ພະຍາຍາມ​ກໍ່ສ້າງ​ລະບົບ​ການ​ຄ້າ​ພະຫຸ​ພາຄີ​ທີ່​ສົມ​ດຸນ, ຮັບ​ໃຊ້​ການ​ພັດທະນາ ​ແລະ ອີງ​ໃສ່​ລະບຽບ​ກົດໝາຍ; ຮັບປະກັນ​ໃຫ້​ບັນດາ​ປະຊາ​ຊາດ ​ແລະ ປະຊາຊົນ​ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຄ້າ ​ແລະ ການ​ເຕີບ​ໂຕ​ເສດຖະກິດ.

ດ້ວຍ​ຫຼັກ​ນຳ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ, ອີ​ງ​ໃສ່​ຫົວ​ຂໍ້ ​ແລະ ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ການ​ປະຊຸມ​ຂອງ G20 ​​ປີ​ນີ້, ​ເຊື່ອມ​ໂຍງ​ບັນດາ​ເນື້ອ​ໃນບຸລິມະສິດຂ​ອງ APEC ​ແນ​ໃສ່​ເພີ່​ມທະວີ​ການ​ສົມທົບ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ ​ແລະ ການ​ບໍລິຫານ​ທົ່ວ​ໂລກ ​ໃນ​ສະພາບ​ການ​ໂລກ​ພວມ​ຢືນ​ຕໍ່ໜ້າ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ບໍ່​ແນ່ນອນ​ຕ່າງໆ. ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ການ​ປະກອບສ່ວນ​ແທດ​ຈິງ​ຂອງ​ຫວຽດນາມ ​ໃນ​ລະດັບ​ໜ່ວຍ​ປະຕິບັດ​ງານ ຈົນ​ເຖິງ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຂະ​ແໜງ​ການ​ສະ​ເພາະຕ່າງໆ (​ເສດຖະກິດ, ການ​ຄ້າ, ການ​ເງິນ - ທະນາຄານ, ການ​ກະ​ເສດ...) ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະ​ເທດ​ເຈົ້າພາບ ​ເຢຍລະ​ມັນ ​ແລະ ບັນດາ​ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ G20.

​ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະຊຸມລັດຖະມົນຕີ​ການຕ່າງປະ​ເທດ G20, ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽນາມ ​ໄດ້​ມີ​ການ​ພົບ​ປະ​ຕ່າງໆ​ຢ່າງ​ກວ້າງຂວາງກັບ​ບັນດາ​ຄູ່​ຮ່ວມ​ມື​ຄື ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຂອງ​ປະ​ເທດ​ເຈົ້າພາບ ​ເຢຍລະ​ມັນ, ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ​ອາ​ເມຣິກາ Rex Tillerson, ລັດຖະມົນຕີ​ການ​ຕ່າງປະ​ເທດອັງກິດ Boris Johnson, ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ ປະ​ເທດ Brazil, Spain... ​ໃນ​ບັນດາ​ການ​ພົບ​ປະ​ຫາລື​ເຫຼົ່າ​ນັ້ນ, ບັນດາລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບົດບາດ, ຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ຢູ່​ໃນ​ພາກ​ພື້ນ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາ​ ໃນກອງ​ປະຊຸມ​ຂອງ G20 ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​ຂອງ APEC 2017. ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້​ພ້ອມ​ກັນ​ກັບ​ບັນດາ​ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ຕ່າງໆ ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ກໍ່​ຄື​ປະສານ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ ລະດັບ​ພາກ​ພື້ນ ​ແລະ ທົ່ວ​ໂລກ./.

​ໂດຍ ຖູ່ຍລີງ