ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ ຂອງ​ປະທານ​ປະ​ເທດ​ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ Michiko ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ທີ່​ປະ​ເທດຫວຽດນາມ ​ແຕ່​ວັນ​ທີ 28 ກຸມພາ ຫາ​ວັນ​ທີ 5 ມີນາ 2017.

ປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພະເຈົ້າຈັກກະພັດຍີ່ປຸ່ນ Akihito ໃນງານລ້າງລະດັບລັດ (ພາບ: TTXVN)

     ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ Michiko ​ໄດ້​ພົບ​ປະ​ກັບ​ປະທານ​ປະ​ເທດ​ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ຮ່ວມ​ງານ​ລ້າງລະດັບ​ລັດ ​ໂດຍ​ປະທານ ​ເຈີ່ນດ້າຍ​ກວາງ ​ແລະ ພັນ​ລະ​ຍາ​ເປັນ​ເຈົ້າພາບ; ຮ່ວມ​ງານ​ລ້ຽງ​ນ້ຳ​ຊາ ​ໂດຍ​ເລຂາ​ທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ ພັນ​ລະ​ຍາ​ເປັນ​ເຈົ້າພາບ; ພົບປະກັບນາຍົກລັດຖະມົນຕີ ຫງວຽນຊວນຝຸກ ແລະພັນລະຍາ; ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທີ້ກິມເງິນ; ເນື່ອງໃນໂອກາດນີ້, ພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ​Michiko ໄດ້​ໄປ​ວາງ​ພວງມາລາ ​ໄຫວ້​ອາ​ໄລ​ທີ່​ອະນຸສາວະລີ​ປະທານ​ໂຮ່ຈີ​ມິນ.

​ໃນບັນດາ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ໃຫ້​ທັດສະນະ​ວ່າ ການ​ຢ້າມຢາມ​ທາງ​ລັດຖະກິດຄັ້ງ​ທຳ​ອິດ​ທີ່​ປະ​ເທດ​ຫວຽດນາມ ຂອງພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ສອງ​ຝ່າຍ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ​ເປັນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ, ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ ອາລົມ​ຈິດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ ເພື່ອ​ພັດທະນາ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃຫ້​ກວ້າງຂວາງ​ເລິກ​ເຊິ່ງຍິ່ງ​ກວ່າ​ອີກ​ໃນ​ເວລາ​ຕໍ່​ໄປ.

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນວ່າ ຄວາມ​ພົວພັນ​ຫວຽດນາມ - ຍີ່ປຸ່ນ ພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ທີ່​ດີງາມ​ທີ່​ສຸດ ​ໃນ​ປະຫວັດສາດ. ປີ 2018, ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເນັ້ນ​ໜັກ​ວ່າ ການ​ທີ່​ສອງ​ປະ​ເທດ​ໄດ້​​ພົວພັນ​ແລກປ່ຽນ​ນຳ​ກັນ​ໃນ​ປະຫວັດສາດ, ມີ​ຫຼາຍຈຸດທີ່​ຄ້າຍຄື​ກັນ​ທາງ​ດ້ານ​ວັດທະນະທຳ​ຄື​ ປູກ​ເຂົ້າ, ລ້ຽງ​ມ້ອນ, ຕ່ຳ​ແຜ່ນ ​ແລະ ລ້ວນ​ແຕ່​ຮັກຫອມ​ສັນຕິພາບນັ້ນ ​ແມ່ນ​ພື້ນຖານ​ທີ່​ຕ້ອງ​ໄດ້​ຮັກສາ ​ແລະ ຊຸກຍູ້ ​ເພື່ອ​ພັດທະນາ​ຄວາມ​ພົວພັນຫວຽດນາມ - ຍີ່ປຸ່ນ ຍິ່ງ​ກວ່າ​ອີກ. 

ພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ Michiko ​ໄດ້​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ຕ່າງໆ ກັບ​ປະຊາຊົນ​ຫວຽດນາມ ທີ່​ຖືກການ​ກະທົບ​ຂອງ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ​ເຊັ່ນ ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມ ​ແລະ ມົນ​ພິດ​ສິ່ງ​ແວດ​ລ້ອມ.

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ກ່ຽວກັບ​ການ​ທີ່​ບັນດາ​ປະ​ເທດ​ໃນ​ໂລກ​ຄວນ​ເອົາ​ໃຈ​ໃສ່​​ເຖິງບັນຫາ​ປົກ​ປັກ​ຮັກສາສິ່ງ​ແວດ​ລ້ອມ ​ເພື່ອ​ແນ​ໃສ່​ຮັກສາ​ສຸຂະພາບ ​ແລະ ຊີວິດ​ຂອງ​ປະຊາຊົນ; ​ແບ່ງປັນ​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ຄວາມ​ສຳຄັນ​ຂອງການ​ສຶກສາ​ຕໍ່​ກັບ​ການ​ພັດທະນາ​ປະ​ເທດ... 

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ, ພະ​ເຈົ້າ​ຈັກກະ​ພັດຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ​Michiko ໄດ້​ຕ້ອນຮັບ​ພາລະ​ກອນ​ອາສາ​ສະໝັກ ຂອງ​ອົງກາ​ນຮ່ວມ​ມືພັດທະນາສາກົນຍີ່ປຸ່ນ (JICA); ພົບປະພະນັກງານສະຖານທູດຍີ່ປຸ່ນຢູ່ຫວຽດນາມ; ພົບປະກັບປະຊາຄົມຊາວຍີ່ປຸ່ນທີ່ຢູ່ຫວຽດນາມ; ພົບປະກັບຄອບຄົວຂອງອະດີດທະຫານຍີ່ປຸ່ນທີ່ມີຊີວິດຢູ່ຫວຽດນາມ; ຢ້ຽມຢາມພິພິດທະພັນຊີວະວິທະຍາ (ສັງກັດມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ); ຢ້ຽມຢາມລາຊະວັງເຫວ້ ແລະ ຮັບຟັງດົນຕີໃນລາຊະວັງ; ຢ້ຽມຢາມຫໍອະນຸສອນສະຖານ ຟານໂບ້ຍເຈົາ./. 

   ບນ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)