ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ເຈິ່ນດ້າຍ​ກວາງ, ທ່ານປະທານາທິບໍດີ ອິດສະຣາ​ແອນ Reuven Ruvi Rivlin ​ແລະ ພັນ​ລະ​ຍາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ່ 19 ຫາ 25 ມີນາ 2017.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາ ຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ອິດສະຣາແອນ Reuven Ruvi Rivlin ແລະ ພັນລະຍາ ທີ່ກຳລັງຢ້ຽມຢາມປະເທດຫວຽດນາມ ຢ່າງສົມກຽດ (ພາຍ: TTXVN)

ໃນ​ຂອບ​ການ​ຢ້ຽນຢາມ​ປະ​ເທດ​ຫວຽດນາມ, ຫຼັງ​ຈາກ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານປະທານາທິບໍດີ ອິດສະຣາ​ແອນ Reuven Ruvi Rivlin ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ​ໄດ້​ພົບ​ປະ​ກັບອົງການ​ສື່​ສິ່ງ​ພິມ; ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ; ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ; ພົບ​ປະ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ນະຄອນ ຮ່າ​ໂນ້ຍ ​ແລະ ​ເປັນ​ສັກຂີ​ພະຍານ​ພິທີ​​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ “ລະບົບ​ສາທາລະນະ​ສຸກ - ​ເບິ່ງ​ແຍງ​ດູ​ແລ​ສຸຂະ​ພາບ​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່​ຮ່າ​ໂນ້ຍ” ລະຫວ່າງ​ກຸ່ມ​ບໍລິສັດ TH True Milk ກັບ​ບໍລິສັດ MedicDan Ltd ​ແລະ ບໍລິສັດ Staromedic R.N International (ອິດສະຣາແອນ); ພົບ​ປະ​ກັບ​ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ ນະຄອນ ​ໂຮ່ຈີ​ມິນ ​ແລະ ​ເປັນ​ສັກຂີ​ພະຍານ​ພິທີ​​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບບ້ວງ​ການ​ເງິນ 200 ລ້ານ​ໂດ​ລາ​ສະຫະລັດ​ ໃນ​ຂົງ​ເຂດ​ສາທາລະນະ​ສຸກ ລະຫວ່າງ​ກຸ່ມ​ບໍລິສັດ Jasmine (ອິດສະຣາ​ແອນ) ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ​ອະສັງຫາລິມະຊັບ​ ​ໂກນ​ເດັນ.​

​ໃນ​ທີ່​ບັນດາ​ການ​ພົບ​ປະ​ຫາລື​ນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ລະອຽດ, ຢືນຢັນ​ຄວາມຕັດສິນ​ໃຈ​ເພີ່ມ​ທະວີ, ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດຍິ່ງ​ກວ່າ​ອີກ​ໃນ​ເວລາ​ຕໍ່​ໄປ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ. 

ສອງ​ຝ່າຍ​ເຊື່ອ​ໝັ້ນ​ວ່າ, ການຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ລັດຖະບານ, ວິ​ສາ​ຫະກິດ​ສອງ​ປະ​ເທດ ຈະ​ເຮັດ​ໃຫ້ການ​ພົວພັນ​ເສດຖະກິດ, ການ​ຄ້າ​ສອງ​ຝ່າຍ​ຂະຫຍາຍຕົວ​​ໄວ​ກວ່າ​ອີກ. 

ສອງ​ຝ່າຍ​ເປັນ​ເອກະ​ພາບຖື​ວ່າ ​ເສດຖະກິດ​ເປັນ​ຈຸດ​ໜັກ​ໃຈກາງ, ​ເຮັດ​ໃຫ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ກາຍ​ເປັນ​ເສົາຄ້ຳບຸລິມະສິດ​ ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ ​ໃນ​ເວລາ​ຕໍ່​ໄປ. 

ສອງ​ຝ່າຍ​ເປັນ​ເອກະ​ພາບ ຈະ​ຂຸກ​ຄົ້ນ​ຢ່າງ​ສຸດ​ຂີດ​ຄວາມ​ສາມາດ ​ແລະ ລັກສະນະ​ເພີ່ມ​ເຕີມ​ຊຶ່ງ​ກັນ​ແລະ​ກັນ​ຂອງ​ພື້ນຖານ​ເສດຖະກິດ​ສອງ​ປະ​ເທດ, ​ເປັນ​ເອກະ​ພາບ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 3 ຕື້​ໂດ​ລາ​ສະຫະລັດ ໃນ​ຊຸມ​ປີ​ຕໍ່ໜ້າ. 

ປະທານາທິບໍດີ ອິດສະຣາ​ແອນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການ​ຈັດການແກ້​ໄຂ, ທຳ​ຄວາມ​ສະອາດ​ບໍລິ​ເວນ​ທີ່​ຕິດ​ທາດ​ພິດ​ສີ​ສົ້ມ. ນອກ​ນັ້ນ, ສອງ​ຝ່າຍ​ສຸມ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ໃນ​ບັນດາ​ຂົງ​ເຂດ​ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການສຶກສາ​-ກໍ່ສ້າງ, ການທ່ອງທ່ຽວ… ກໍ່​ຄື​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ. 

ທາງ​ດ້ານການ​ເມືອງ, ສອງ​ຝ່າຍ​ເປັນ​ເອກະ​ພາບ ຈະ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ກັນ​ລະຫວ່າງ​ຂັ້ນ​ຕ່າງໆ, ສົ່ງ​ເສີມ​ການ​ພົວພັນ​ໂດຍ​ກົງ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ, ​ເພີ່ມ​ທະວີ​ບົດບາດ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍຄື ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ, ປຶກສາ​ຫາລື​ທາງ​ດ້ານ​ການ​ເມືອງ… 

ສອງ​ຝ່າຍ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວນ​ອອກ, ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ກໍ່​ຄື​ບັນຫາ​ສາກົນ, ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ມີ​ບົດບາດ​ສຳຄັນ ​ແລະ ​ເປັນ​ທ່າ​ອ່ຽງ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ໂລກ. 

ເນື່ອງ​ໃນ​ໂອກາດ​ນີ້, ທ່ານປະທານາທິບໍດີ ອິດສະຣາ​ແອນ Reuven Ruvi Rivlin ​ແລະ ພັນ​ລະ​ຍາ ​ໄດ້​ວາງ​ພວງມາລາທີ່​ອະນຸສາວະລີ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ໄຫວ້​ອາ​ໄລ​ທີ່​ອະນຸສາ​ວະລີ​ຫໍ​ສົບ​ປະທານ​ໂຮ່ຈີ​ມິນ; ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-ອິດສະຣາ​ແອນ, ​ເປັນ​ສັກຂີ​ພະຍານ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​​ການ​ຮ່ວມ​ມື ​ໃນ​ການ​ຄົ້ນຄວ້າ ​ແລະ ພັດ​ທະນະ ລະຫວ່າງ​ອົງການ​ປ່ຽນ​ແປງ​ໃໝ່ອິດສະຣາ​ແອນ ​ແລະ ກອງ​ທຶນ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດຫວຽດນາມ, ​ເວທີ​ປາ​ໄສ​ເຕັກ​ໂນ​ໂລ​ຊີ​ການ​ປ້ອງ​ກັນຊາ​ດຫວຽດນາມ-ອິດສະຣາ​ແອນ, ລາຍການ​ດົນຕີ​ປະສານ​ສຽງ​ມິດຕະພາບ “ອິດສະຣາ​ແອນ​-ຫວຽດນາມ”; ຢາມ​ອ່າວ ຮ້າ​ລອງ (​ແຂວງ​ກວາງ​ນິງ), ​ໂຄງການ​ລົງ​ທຶນກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ VinEco ຕາມ​ດ໋າວ (​ແຂວງ​ຫວິ​ງຝຸກ). 

ຢູ່​ທີ​ນະຄອນ​ໂຮ່ຈີ​ມິນ, ທ່ານປະທານາທິບໍດີ ອິດສະຣາ​ແອນ Reuven Ruvi Rivlin ​ໄດ້​ໄປ​ຢາມ​ໂຮງຮຽນ ຫງວຽນ​ວັນ​ໂຈ໊ຍ (​ເມືອງ​ທີ 4), ຄຼີນິກ Family Medical Practice ຢູ່​ເລກ​ທີ່ 34 ຖະໜົນ​ ເລ​ຢ໋ວນ (​ເມືອງ​ທີ 1) ​ແລະ ​ໂຄງການ​ສັງຄົມ​ຊ່ວຍ​ເຫຼືອ​ຜູ້​ພິການ​ຢູ່​ຕາ​ແສງ ຖາວດ່ຽນ (​ເມືອງ​ທີ 2)./.

 ບນ ສັງ​ລວມຈາກ​ຂ່າວສານ​ຫວຽດນາມ