ວກ. ອອນ​ໄລ - ໂດຍ​ຕອບ​ສະ­ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ ຫງວ​ຽນ​ຊວນ​ຝຸກ ນາຍົກລັດຖະມົນ­ຕີ ແຫ່ງ ສສ ຫວຽດ­ນາມ, ທ່ານ​ ຫຼີ່ ​ສ່ຽນ​ຫຼົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ​ສາທາລະນະ​ລັດ ສິງ­ກະ­ໂປ ແລະ ພັນ​ລະ​ຍາ ໄດ້​ດຳ­ເນີນ​ການ​ຢ້ຽມ­ຢາມ ຫວຽດ­ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 21 ຫາ 24 ມີນາ 2017.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບທ່ານ ຫຼີ່ ສ່ຽນຫຼົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດ ສສ ຫວຽດນາມ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມ­ຢາມ​ຄັ້ງ​ນີ້, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ສິງ­ກະ­ໂປ ​ຫຼີ່​ ສ່ຽນ​ຫຼົງ ແລະ ພັນ​ລະ​ຍາ​ ໄດ້​ມີ​ການ​ພົບ​ປະ​ເຈລະ­ຈາ​ກັບ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ; ຢ້ຽມຂ່ຳ​ນັບ​ທ່່ານ​ເລ­ຂາ­ທິ­ການ​ໃຫຍ່​ພັກ​ກອມ​ມູ​ນິດຫວຽດ­ນາມ ຫງວ​ຽນ​ຝູ​ຈ້ອງ; ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບ ​ທ່ານ​ປະ­ທານ​ປະ­ເທດ ເຈີ່ນ​ດ້າຍ​ກວາງ; ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບ​ ທ່ານ​ນາງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກີມ​ເງິນ. ທ່ານ​ນາຍົກລັດ­ຖະ­ມົນ­ຕີ ຫຼີ່ ​ສ່ຽນ​ຫຼົງ ໄດ້​ມາວາ​ງ​ພວງ­ມາ­ລາ​ທີ່​ອະ­ນຸ­ສາ­ວະ­ລີ​​ນັກ­ຮົບ​ວິ­ລະ​ຊົນ​ທີ່​ເສຍ​ຊີ­ວິດ​ເພື່ອ​ຊາດ, ໄຫວ້​ອາ­ໄລ​ທີ່​ອະ­ນຸ­ສາ­ວະ­ລີ​ຫໍ​ສົບ​ຂອງ​ທ່ານ​ປະ­ທານ​ໂຮ່​ຈີ​ມິນ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ ໄດ້​ໃຫ້​ຄຳ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ຕໍ່​ການ​ຢ້ຽມ­ຢາມ ຫວຽດ­ນາມຢ່າງ​ເປັນ​ທາງ​ການ​ ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫຼີ່ ​ສ່ຽນ​ຫຼົງ; ທ່ານກໍ່​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ­ຢາມ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຄັ້ງ​ນີ້​ ຈະ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ ເຂົ້າ​ໃນ​ການ​ປັບ­ປຸງ ແລະ ຍູ້​ແຮງ ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ­ຫວ່າງ ຫວຽດ­ນາມ ແລະ ສິງ­ກະ­ໂປ ​ໃນ​ໄລ­ຍະ​ໃໝ່​.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫຼີ່ ​ສ່ຽນ​ຫຼົງ ໄດ້​ສະ­ແດງ​ຄວາມ​ປິ​ຕິ​ຊົມ­ຊື່ນ​ທີ່​ໄດ້​ມາ​ຢ້ຽມ­ຢາມ ຫວຽດ­ນາມ ຢ່າງ​ເປັນ​ທາງ​ການ; ຕີ​ລາ­ຄາ​ສູງ​ຕໍ່​ບັນ­ດາ​ຜົນ­ງານ​ທີ່​ຫວຽດ­ນາມບັນ­ລຸ​ໄດ້​ ໃນ​ພາ­ລະ­ກິດ​ແຫ່ງ​ການ​ກໍ່­ສ້າງ ແລະ ພັດ­ທະ­ນາ​ປະ­ເທດ​ ໃນ​ເວ­ລາ​ທີ່​ຜ່ານ​ມາ; ທ່ານກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກ່ຽວ​ກັບ​ການ​ຊຸກ­ຍູ້​ກວ່າ​ອີກ ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ­ເທດ​ ຕາມ​ທິດ​ນັບ​ມື້​ນັບ​ແທດ​ຈິງ​ກ່ວ​າ​ເກົ່າ ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ​ສອງ​ປະ­ເທດ, ເພື່ອ​ສັນ­ຕິ­ພາບ, ການຮ່ວມ​ມື ​ແລະ ຄວາມ​ວັດ­ທະ­ນາ​ຖາ­ວອນ​ ​ໃນ​ພາກ​ພື້ນແລະ​ໃນ​ໂລກ.

ນາ­ຍົກ­ລັດ­ຖະ­ມົນ­ຕີທັງ​ສອງ​ທ່ານ​ ກໍ່​ໄດ້​ເປັນ​ສັກ­ຂີ​ພະ­ຍານ​ພິ­ທີ​ລົງ​ນາມ​ເອ­ກະ­ສານ​ຮ່ວມ​ມື​ຕ່າງໆ​ຄື: ມອບສານ​ຂອງ​ທະ­ນາ­ຄານ​ແຫ່ງ​ຊາດຫວຽດ­ນາມ ໃຫ້​ທະ­ນາ­ຄານ UOB ຂອງສິງ­ກະ­ໂປ ກ່ຽວ​ກັບ​ການ​ສ້າງຕັ້ງສາ­ຂາ​ທະ­ນາ­ຄານທີ່​ມີ​ທຶນ​ 100% ຂອງ UOB ຢູ່ຫວຽດ­ນາມ; ບົດ​ບັນ­ທຶກ​ຊ່ວຍ​ຈຳ​ລະ­ຫວ່າງ ກະຊວງ​ອຸດ­ສາ­ຫະ­ກຳແລະການ​ຄ້າຫວຽດ­ນາມ ແລະ ກຸ່ມ​ບໍ­ລິ­ສັດ Sembcorp ກ່ຽວ​ກັບ​ການ​ພັດ­ທະ­ນາ​ໂຄງການ BOT ກັງ​ຫັນ​ອາຍ​ແກັສ​ປະ­ສົມ ຢຸງ​ກວັດ; ບົດ​ບັນ­ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພັດ­ທະ­ນາ​​ອຸ​ທິ​ຍານ​ຊ໊ອບ​ແວ ດ່າ​ໜັງ ລະ­ຫວ່າງ​ຄະ­ນະ​ກຳ­ມະ­ການປະຊາຊົນນະ­ຄອນ ດ່າ​ໜັງ ແລະ ກຸ່ມ​ບໍ­ລິ­ສັດ​ຮ່ວມ​ທຶນ Sembcorp; ບົດ​ບັນ­ທຶກ​ຊ່ວຍ​ຈຳ​ລະ­ຫວ່າງ​ສະ­ມາ­ຄົມ​ມິດ­ຕະ­ພາບ ຫວຽດນາມ - ສິງ­ກະ­ໂປ ແລະ ກອງ​ທຶນ​ສາ­ກົນ ສິງກະ­ໂປ; ບົດ​ບັນ­ທຶກ​ຊ່ວຍ​ຈຳ​ລະ­ຫວ່າງ​ສະ­ຫະ​ບໍ­ລິ­ສັດ​ລົງ­ທຶນ ແລະ ທຸລະ​ກິດ​ດ້ວຍ​ທຶນ​ແຫ່ງ​ລັດ ແລະ ບໍລິສັດ​​ Keppel Land Vietnam ຈຳ­ກັດ; ບົດ​ບັນ­ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ກໍ່­ສ້າງ​ເຂດ​ອຸດ­ສາ­ຫະ­ກຳ ຫວຽດນາມ-ສິງ­ກະ­ໂປ ທີ່​ແຂວງກວາງ​ຈີ້ ລະ­ຫວ່າງຄະນະ​ກຳ­ມະ­ການ​ປະ­ຊາ­ຊົນ​ແຂວງກວາງ​ຈີ້ ແລະ ກຸ່ມ​ບໍລິ­ສັດຮ່ວມ​ທຶນ Sembcorp ແລະ Becamex.

ຢູ່ທີ່​ບັນ­ດາ​ການ​ພົບ​ປະຫາລື, ສອງ​ຝ່າຍໄດ້​ຕີ​ລາ­ຄາ​ສູງ​ການ​ພົວ­ພັນ​ຮ່ວມ​ມື​​ໂດຍ​ຜ່ານ​ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງຢ່າງ​ເປັນ​ປະ­ຈຳ​ ລະ­ຫວ່າງ​ບັນ­ດາ​ການ​ນຳ ແລະ ພະນັກງານ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ­ນາມ ແລະ ພັກ​ກຳ​ອຳ­ນາດ​ຂອງສິງ­ກະ­ໂປ, ລະ­ຫວ່າງ​ສອງ​ລັດ ສອງລັດ­ຖະ­ບານ ສອງສະ­ພາ​ແຫ່ງ​ຊາດ ແລະ ການ​ແລກ­ປ່ຽນ​ປະ­ຊາ­ຊົນສອງ​ປະ​ເທດ.

ສອງ​ຝ່າຍ​ກໍ່​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ແຂງ­ແຮງ ​ຂອງ​ການ​ພົວ­ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ­ທຶນ ແລະ ເສດ­ຖະ­ກິດ ລະ­ຫວ່າງ​ສອງ​ປະ­ເທດ ​ເຊິ່ງເປັນ​ເສົາ­ຄ້ຳ​ອັນ​ແຂງ​ແກ່ນ​ຂອງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຢືນ­ຢັນ​ຈະ​ຊຸກ­ຍູ້​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ທຸ­ລະ​ກິດ​ໃຫ້​ສະ­ດວກ, ເພີ່ມ​ທະ­ວີ​ການ​ເຊື່ອມຕໍ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ໃນ​ສະ­ພາບ​ການ​ທີ່ຫວຽດ­ນາມ​ບັນ­ລຸ​ໄດ້​ຄວາມ​ກ້າວ­ໜ້າ​ຢ່າງ​ແຂງ­ແຮງທາງ​ດ້ານ​ເສດຖະກິດ, ບັນ­ດາ​ບໍ­ລິ­ສັດ​ຂອງສິງ­ກະ­ໂປ ຈະ​ມີ​ໂອ­ກາດ​ເຂົ້າ​ຮ່ວມ​ບັນ­ດາ​ຂົງ­ເຂດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ຄື​ ສ້າງ­ຕັ້ງ​ບັນ­ດາ​ເຂດ​ອຸດ­ສາ­ຫະ­ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຕື່ມ​ອີກ. ສິງ­ກະ­ໂປ ຈະ​ສື​ບ​ຕໍ່​ຊ່ວຍ­ເຫຼືອ ຫວຽດ­ນາມ ຍົກ​ສູງ​ຄວາມ​ສາ­ມາດ, ກໍ່​ຄື​ສ້າງ​ເງື່ອນ­ໄຂ​ອັນ​ສະ­ດວກ​ໃຫ້​ແກ່​ການ​ລົງ­ທຶນ​ໂດຍ​ກົງ​ຈາກ­ປະ­ເທດ ແລະ ການ​ຄ້າ​ລະ­ຫວ່າງ ຫວຽດ­ນາມ ແລະ ບັນ­ດາ​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ​ສຽງ​ໃຕ້.

ສອງ​ຝ່າຍ​​ໄດ້​ເນັ້ນ​ໜັກວ່າ​ຈະ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ພັດ­ທະ­ນາ​ເມືອງ​​ສະໝາດ (Smart City) ແລະ ການຫັນ​ຕົວ​ເມືອງເປັນ​ທັນ​ສະ­ໄໝ ​​ຜ່ານ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ, ໂທລະ​ຄົມ­ມະ­ນາ­ຄົມ ໃນ​ຊີ­ວິດ ແລະ ໃນ​ການ​ຄຸ້ມ​ຄອງບໍລິຫານ​ຕົວ​ເມືອງ, ຄົມ­ມະ­ນາ­ຄົມ ແລະ ສິ່ງ­ແວ­ດລ້ອມ, ຮ່ວມ​ມື​ຢ່າງແໜ້ນ​ແຟ້ນກວ່າ​ອີກ ລະ­ຫວ່າງ​ສິງກະ­ໂປ ແລະ ຕົວ​ເມືອງ​ໃຫຍ່​ຈຳ­ນວນ​ໜຶ່ງ​ຂອງຫວຽດ­ນາມ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫຼີ່​ ສ່ຽນ​ຫຼົງ ໄດ້​ຈົດ​ຈຳ​ຄຳ​ສະ­ເໜີ​ຂອງຫວຽດ­ນາມ ກ່ຽວ​ກັບ​ການ​ຊ່ວຍ­ເຫຼືອ​ແກ້​ໄຂນ້ຳ​ເສຍ ແລະ ຜະ­ລິດ​ຄືນ­ໃໝ່ ນຳ​ໃຊ້​ຄືນ­ໃໝ່​ ນ້ຳ​ເສຍ; ປົກ​ປັກ​ຮັກ­ສາ, ຄຸ້ມ​ຄອງ​ສິ່ງ­ແວ­ດລ້ອມ​ຢູ່​ບັນດາ​ເຂດ​ທ່ອງ​ທ່ຽວ ແລະ ເຂດ​ລຽບ​ຕາມ​ຝັ່ງ​ທະ­ເລ; ການ​ລົງ​ນາມ​ເຊັນ​ບົດ​ບັນ­ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ແລະ ຮ່ວມ​ມື​ໃນ​ການ​ສິດສອນ​ພາ­ສາ​ຕ່າງ­ປະ­ເທດ, ວິ­ຊາ​ອາ­ຊີບ​ໃຫ້​ແກ່​ຜູ້​ອອກ­ແຮງ​ງານຫວຽດ­ນາມ.

ສອງ​ຝ່າຍ​ກໍ່​ໄດ້​ສະ​ແດງຄວາມ​ມຸ່ງ​ຫວັງ​ວ່າ ບັນ­ດາ​ອົງ­ການຄຸ້ມ​ຄອງ​ການບິນ​ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ຂໍ້​ຕົກລົງ​ເປີດ​ເສລີ​ການບິນ; ໃຫ້​ຄຳ​ໝັ້ນ​ສັນ­ຍາ​ກ່ຽວ​ກັບ​ການ​ປະ­ສານ​ສົມ­ທົບ​ຊຸກ­ຍູ້​ການ​ຮ່ວມ​ມື​ໃນ​​ຂອບ​ອາຊຽນ.

ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ສອງ​ຝ່າຍ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ ຈະ​ສືບ​ຕໍ່​ຊຸກ­ຍູ້​ການ​ຄ້າ​ເສລີ ແລະ ສືບ​ຕໍ່​ເຂົ້າ​ຮ່ວມ​​ໃນ​ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ​ຢູ່​ພາກ​ພື້ນ​ຄື ປະຊາ­ຄົມ​ເສດ­ຖະ­ກິດອາ​ຊຽນ (AEC), ສັນ­ຍາ​ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ແລະ ເຂດ​ການ​ຄ້າ​ເສລີ​ອາ­ຊີ - ປາ​ຊີ​ຟິກ (FTAAP). ສອງ​ປະ­ເທດ​ຈະ​ສືບ​ຕໍ່​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ນຳ​ກັນ ແລະ ກັບ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກອື່ນ ​ໃນ​ການ​ຊອກ​ຫາ​ມາດ​ຕະ­ການ​ໃຫ້​ແກ່ ສັນ­ຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫຼີ່ ​ສ່ຽນ​ຫຼົງ ກໍ່​ໄດ້​ຢືນ­ຢັນ​ວ່າ ຈະ​ສະ­ໜັບ­ສະ­ໜູນຫວຽດ­ນາມ ໃນປີ​ ເອ​ເປັກ 2017.

ກ່ຽວ​ກັບ​ການເພີ່ມ​ທະ­ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ ສອງ​ຝ່າຍກໍ່​ໄດ້​​ຢືນ­ຢັນ​ຄຳ​ໝັ້ນ​ສັນ­ຍາ ​ຜ່ານ​ບັນ­ດາ​ການ​ຢ້ຽມ­ຢາມ​ຂັ້ນ​ສູງ, ບັນ­ດາ​ກົນ​ໄກ​ແລກ­ປ່ຽນ​ຄວາມ​ຄິດ​ເຫັນ, ບັນ­ດາ​ການ­ເຄື່ອນ­ໄຫວ​ສອງ​ຝ່າຍ​ເພື່ອເພີ່ມ​ທະ­ວີ​​ໄມຕີ​ຈິດ​ມິດ­ຕະ­ພາບ ແລະ ຄວາມ​ເຊື່ອ​ຖືລະ­ຫວ່າງ​ສອງ​ຝ່າຍ​ ກໍ່​ຄື​ໃນ​ຂອບ​ກອງ​ປະ­ຊຸມ​ລັດຖະມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ບັນ­ດາ​ປະ­ເທດ​ອາ​ຊຽນ (ADMM); ສືບ​ຕໍ່​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າທາຍ​ດ້ານ​ຄວາມ​ສະ­ຫງົບ​ປອດ​ໄພ​ຮ່ວມ​ກັນ​ຄື​ ຄວາມ​ປອດ​ໄພ​ທາງ​ທະ­ເລ, ​ໂຈນ​ສະ­ຫຼັດ, ການກໍ່​ການ​ຮ້າຍ, ອາຊະ­ຍາ​ກຳ​ຂ້າມ​ຊາດ; ສອງ​ຝ່າ​ຍ​ສືບ​ຕໍ່ໃຫ້ຄຳ​ໝັ້ນ​ສັນ­ຍາກ່ຽວ​ກັບ​ການ​ຄ້າ​ເສລີ ແລະ ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ​ຢູ່​ພາກ​ພື້ນ; ສະ­ໜັບ­ສະ­ໜູນ​ການ​ປະ­ຕິ­ບັດ​ຖະ­ແຫຼງ­ການ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ຢູ່​ທະ­ເລ​ຕາ­ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະ​ສິດ­ທິ​ຜົນ ແລະ​ ສ້າງ​ຮ່າງ​ປະ­ມວນ​ຂໍ້​ກຳນົດ​ກ່ຽວ​ກັບການ​ປະ­ພຶດ​ຢູ່​ທະ­ເລ​ຕາ­ເວັນ​ອອກ (COC) ​ໃຫ້​ສຳ​ເລັດ​ໂດຍ​ໄວ ເພື່ອ​ສ້າງ​ເງື່ອນ­ໄຂ​​ບັນ­ລຸ​​ເຖິງ COC ​ໂດຍ​ໄວ.

ໃນ​ຂອບ​ການ​ຢ້ຽມ­ຢາມ​ຄັ້ງ​ນີ້, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫຼີ່ ​ສ່ຽນ​ຫຼົງ ແລະ ພັນ​ລະ​ຍາ ໄດ້​ເຮັດ​ວຽກ​ກັບການ​ນຳ​ນະ­ຄອນໂຮ່​ຈີ​ມິນ, ຢ້ຽມ­​ຊົມບູຮານ​ສະຖານ​ປະ­ຫວັດ­ສາດ​​ຈຳ­ນວນ​ໜຶ່ງຂອງ​ນະ­ຄອນ; ພົບ​ປະ​ກັບ​ສະ­ມາ­ຄົມ​ວິ​ສາ​ຫະ​ກິດສິງ­ກະ­ໂປ ທີ່​ນະ­ຄອນໂຮ່​ຈີ​ມິນ ແລະ ​ເຂົ້າ​ຮ່ວມ​ພິ­ທີ​ເປີດ​ນຳ​ໃຊ້​ສູນ​ທຸ­ລະ​ກິດ​ຂອງ  Mapletree (ເປັນ​ຜູ້​ລົງ­ທຶນ​ອັນ​ດັບ​ໜຶ່ງ ຂອງສິງ­ກະ­ໂປ ຢູ່ນະ­ຄອນໂຮ່​ຈີ​ມິນ); ພົບ​ປະ​ກັບ​ເລ­ຂາ​ພັກ​ນະຄອນ ດ່າ​ໜັງ, ປະ­ທານຄະ­ນະ​ກຳ­ມະ­ການປະ­ຊາ­ຊົນນະ­ຄອນ​ຫຼວງ ຮ່າ​ໂນ້ຍ. ໃນ​ໂອ­ກາດ​ດຽວ​ກັນ​ນີ້, ບໍ­ລິ­ສັດປື້ມ Omega ຫວຽດ­ນາມ, ສະ­ຖານ­ທູດສິງ­ກະ­ໂປ ​ແລະ ສູນ​ຮ່ວມ​ມື​ທາງປັນ​ຍາຫວຽດ­ນາມ ໄດ້​ປະສານ​ສົມ­ທົບ​ຈັດ​ພິທີສະ​ເໜີ​ປຶ້ມບັນ­ທຶກ​ຄວາມ​ຊົງ​ຈຳ​ ຂອງອະ​ດິດນາ­ຍົກ­ລັດ­ຖະ­ມົນ­ຕີ ສິງ­ກະ­ໂປ ຫຼີ່ ກວງ​ເຢົ່າ./.

ສັງ​ລວມ​ໂດຍ ເຟືອງ​ຈ່າ