ວກ. ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ການເຊື້ອ​ເຊີນ​ຂອງທ່ານ ອູບານ ອາລິນ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງລາຊະອານາຈັກຊູ​ແອັດ, ​ທ່ານນາງ​ ຫງວຽນທິກີມເງິນ ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ​ແຫ່ງ ສສ ຫວຽດນາມ ​ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ ສະ​ຕົກ​ໂຄມ, ​ເລີ່ມຕົ້ນການ​ຢ້ຽມຢາ​ມ ລາຊະ​ອານາຈັກ​ຊູ​ແອັດ ຢ່າງ​ເປັນ​ທາງ​ການ ໃນລະຫວ່າງວັນທີ 6-8 ເມສາ 2017.

ທ່ານປະທານສະພາແຫ່ງຊາດຊູແອັດ ອູບານ ອາລິນ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. (ພາບ: TTXVN)

ໃນ​ການ​ພົບ​ປະ​ເຈລະຈາ​ກັບທ່ານປະທານສະພາແຫ່ງຊາດຊູແອັດ ອູບານ ອາລິນ, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ຕີ​ລາຄາ​ສູງ ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຍູ້​​ແຮງການ​ພົວພັນ​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ ​ເພື່ອ​ໃຫ້​ມັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ມຸ່ງ​ຫວັງ​ຈະ​ພ້ອມ​ກັນ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ລັດຖະສະພາ ​ໃຫ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່ ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ສົມທົບ​ຕິດຕາມ​ກວດກາ ​ແລະ ຊຸກຍູ້​ການ​ປະຕິບັດບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ທີ່​ລັດຖະບານ​ສອງ​ປະ​ເທດ​ໄດ້ລົງ​ນາມ, ບັນດາ​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ; ສະໜັບສະໜູນ​ລັດຖະບານ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ, ຊຸກ​ຍູ້​ການ​ພົວພັນ ​ແນ​ໃສ່​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ ການຮ່ວມ​ມື​ເປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ; ຮ່ວມ​ມື​ເພື່ອ​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ, ການ​ລົງ​ນາມ​​ແລະ​ໃຫ້​ສັດຕະຍາ​ບັນ ​ສັນຍາການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ ໂດຍ​ໄວ ຈະນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດລວມ​ໃຫ້​ແກ່​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ, ປະກອບສ່ວນ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ, ​ໃນ​ນັ້ນ​ມີ​ຫວຽດນາມ ​ແລະ ຊູ​ແອັດ. ທ່ານປະທານສະພາແຫ່ງຊາດຊູແອັດ ຢືນຢັນຄວາມສະໜັບສະໜູນໃຫ້ສະຫະພາບເອີຣົບ ລົງນາມເປັນທາງການ ແລະ ໃຫ້ສັດຕະຍາບັນ ສັນຍາສະບັບນີ້ໂດຍໄວ.

ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ບົດ​ບາດ​ຂອງ​ແມ່ຍິງ​ໃນ​ສັງຄົມ; ບົດຮຽນ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານປະທານສະພາແຫ່ງຊາດ ອູບານ ອາລິນ ໃຫ້ຮູ້ວ່າ ຊູແອັດມີບົດຮຽນປະສົບການໃນຂົງເຂດນິຕິບັນຍັດ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ກັບ​ຫວຽດນາມ ​ໃນ​ການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ; ກໍ່ສ້າງ​ຕົວ​ເມືອງ​ສະໝາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຫລຸດຜ່ອນການ​ປ່ອຍ​ອາຍ​ແກັດ​ເຮືອນ​ແກ້ວ; ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາ​ສາດ, ສຶກສາ​ກໍ່ສ້າງ…

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາມປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ສະເໜີນຳຊູແອັດ ໃຫ້ການສະໜັບສະໜູນຫວຽດນາມສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະໄໝ 2020 - 2021. ທ່ານນາມປະທານສະພາແຫ່ງຊາດ ກໍ່ສະເໜີນຳຊູແອັດ ສົ່ງເສີມແລະຊຸກຍູ້ສະຫະພາບເອີຣົບ ລົງນາມແລະໃຫ້ສັດຕະຍາບັນໂດຍໄວ ໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ, ຮັບຮອງ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ສຳລັບ​ຫວຽດນາມ, ປະກອບສ່ວນ​ສ້າງ​ໂອກາດ​ໃໝ່​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ຮ່ວມມື​ແລະ​ເປີດ​ກວ້າງ​ການ​ລົງທຶນ ທຸລະ​ກິດ.

ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກີມ​ເງິນ ຕີ​ລາ​ຄາ​ວ່າ ຊູ​ແອັດ​ເປັນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ໃນ​ຂົງ​ເຂດຕຸລາການ​ແລະກົດໝາຍ, ສະ​ເໜີ​ນຳ​ສະພາ​ແຫ່ງ​ຊາດ​ຊູ​ແອັດ ສືບ​ຕໍ່​ຊ່ວຍ​ໜູນ, ​ແບ່ງປັນ​ບົດຮຽນ ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ການ​ກໍ່ສ້າງ​ກົດໝາຍ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ແຫ່ງ​ລັດ.

ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີມ​ເງິນ ​ເນັ້ນ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ຕີ​ລາຄາ​ສູງ ທ່ານປະທານສະພາແຫ່ງຊາດ ອູບານ ອາລິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຊູແອັດ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 32 (ອາຍ​ປູ -132) ຢູ່​ທີ່​ ຮ່າ​ໂນ້ຍ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງສະມັດຊາ.

ທ່ານປະທານ​ສະພາ​ແຫ່ງ​ຊາດຊູ​ແອັດ ອູ​ບານ ອາ​ລິນ ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ຫວັງ​ວ່າການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ຊຸກຍູ້​ຄວາມ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ຊູ​ແອັດ​ເວົ້າ​ລວມ ​ແລະ ກັບສະພາ​ແຫ່ງ​ຊາດຊູ​ແອັດ ​ເວົ້າ​ສະ​ເພາະ ​ໃຫ້​ຂະຫຍາຍ​ຕົງ​ເລິກ​ເຊິ່ງກວ່າ​ອີກ, ​ເປີດ​ໂອກາດ​ຄວາມ​ຮ່ວມ​ມື​ໃໝ່​​ລະ​ຫວ່າງ​ສອງ​ຝ່າຍ ກໍ່​ຄືຄວາມ​ຮ່ວມ​ມື​ລະດັບ​ພາກ​ພື້ນ ​ແລະ ສາກົນ.

ທ່ານປະທານ​ສະພາ​ແຫ່ງ​ຊາດ ອູ​ບານ ອາ​ລິນ ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ເມື່ອ​ເຫັນ​ວ່າ ຄວາມ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ທີ່​ຕັ້ງໜ້າ​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນການຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຄົມມະນາຄົມ, ສາທາລະນະ​ສຸກ; ຄວາມ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍຕົວ​ນັບ​ມື​ນັບ​ດີງາມ.

​ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານນາງສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຂົ້າຢ້ຽມຄຳນັບ ເຈົ້າຍິງ ວິກຕໍເຣຍ ອະລີຊ ເດຊີເຣ ຜູ້​ປະສົບ​ຄວາ​ມສຳ​ເລັດ​ໃນ​ການ​ຂຶ້ນ​ຄອງ​ບັນລັງ; ຢ້ຽມຢາມຫໍ​ສະພາ​ແຫ່ງ​ຊາດ ​ແລະ ​ເຮັດວຽກ​ກັບກຸ່ມ​ບໍລິສັດ ອີຣິກເຊິນ; ຢ້ຽມ​ຊົມ​ເມືອງ​ສະໝາດ ຮາມາບີ ໂຊສະເຕດ; ຢາມ​ກູ່​ມບໍລິສັດ ສະວີກໍ./.