ວກ.ອອນ​ໄລ - ​ໂດຍຕອບ​ສະໜອງ​ຕາມການເຊື້ອ​ເຊີ​ນຂອງທ່ານ ໂຄເວີ ລາສໂລ ປະທານສະພາແຫ່ງຊາດຮຸງກາຣີ, ທ່ານນາງ ຫວຽນທິກີມເງິນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ປະ​ເທດ​ຮຸງ​ກາຣີ ​ໃນລະຫວ່າງວັນ​ທີ 8-11 ​ເມສາ 2017.

ທ່ານປະທານສະພາແຫ່ງຊາດຮຸງກາຣີ Kovér László ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. (ພາບ: TTXVN)

ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຮຸງກາຣີ ໂຄເວີ ລາສໂລ ​ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີ​ມເງິນ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ ຊຶ່ງ​ໃນ​ນັ້ນ, ສອງ​ຝ່າຍ​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດຂອງ​ກອງ​ປະຊຸມ​ຄັ້ງ​ທີ 7 ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ-ຮຸງ​ກາຣີ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ບູດາ​ແປັດ ​ໃນ​ວັນ​ທີ 23 ​ແລະ 24 ມີນາ​ ທີ່​ຜ່ານມາ, ສອງ​ຝ່າຍ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ແຜນການ​ຮ່ວມ​ມື​ທະວິ​ພາຄີ, ​ໃນ​ນັ້ນ ​ມີ​ມາດ​ຕະການ​ເພີ່ມ​ທະວີ​ການ​ແລກປ່ຽນ​ເສດຖະກິດ - ການ​ຄ້າ ​ໂດຍ​ຜ່ານ​ການຈັດ​ຕັ້ງ​ງານ​ຕະຫຼາດນັດ, ການວາງສະ​ແດງ​ສິນ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຊີ ​ຂອງ​ແຕ່ລະ​ປະ​ເທດ. ​ແຕ່, ສອງ​ຝ່າຍ​ກໍ່​ໄດ້​ໃຫ້​ທັດສະນະ​ວ່າ ການ​ລົງທຶນ​ໂດຍ​ກົງ​ຂອງ ຮຸງ​ກາຣີ ​ເຂົ້າ​ຫວຽດນາມ ຍັງ​ຢູ່​ໃນ​ລະດັບ​ຕ່ຳ, ບໍ່​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ທັງ​ສອງ​​ຝ່າຍ.

ຝ່າຍ​ຫວຽດນາມ​ສະ​ເໜີ​ໃຫ້​ຮຸງ​ການຣີ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດທີ່​ຫວຽດນາມ​ມີ​ຄວາມ​ຕ້ອງການ ​ແລະ ຮຸງ​ກາຣີມີ​ທ່າ​ແຮງ​ ເຊັ່ນ ການຂຸດ​ຄົ້ນຊັບ​ພະຍາກອນ​ນ້ຳ, ​ການແກ້​ໄຂ​ສິ່ງ​ແວດ​ລ້ອມ, ການ​ຢາ​ປົວ​ພະຍາດ, ການປຸງ​ແຕ່ງອາຫານ, ການຜະລິດຝຸ່ນ​ຊີວະ​ພາບ​ຈຸລິນ​ຊີ, ພະລັງງານ​ທົດ​ແທນ... ຫວຽດນາມ​ຊົມ​ເຊີຍ​ນະ​ໂຍບາຍ​ຂອງ​ຮຸງ​ກາຣີ ທີ່​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ເຊັນ​ສັນຍາ​ຂອບ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ສິນ​ເຊື່ອ​ທີ່​ມີ​ມູນ​ຄ່າ 440 ລ້ານ​ເອີ​ໂຣ. 

ສອງ​ຝ່າຍ​ເປັນ​ເອກະ​ພາບ​ໃຫ້​ທັດສະນະ​ວ່າ ການ​ສຶກສາ-ກໍ່ສ້າງ​​ແມ່ນ​ຂົງ​ເຂ​ດ​ຮ່ວມ​ມືທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ຮຸງ​ກາຣີ. ຫວຽດນາມ​ຕີ​ລາຄາ​ສູງ​ກ່ຽວ​ກັບການທີ່​ຮຸງ​ກາຣີ ​ໃຫ້​ບຸລິມະສິດ​ພິ​ເສດ​ແກ່​ຫວຽດນາມ ​ໂດຍ​ຜ່ານ​ການ​ເພີ່ມ​ຈຳນວນທຶນ​ການ​ສຶກສາ​ຂຶ້ນ​ເປັນ 100 ທຶນ​ຕໍ່​ປີ ໃຫ້​ນັກຮຽນ​ນັກ​ສຶກສາ​ຫວຽດນາມ​ໄປ​ຮຽນ​ຢູ່​ຮຸງກາຣີ ​ໃນ​ບັນດາ​ວິຊາ​ທີ່​ຫວຽດນາມ​ມີ​ຄວາມ​ຕ້ອງການ ​ແລະ ຮຸງ​ກາຣີມີ​ທ່າ​ແຮງ ​ເຊັ່ນ​ພະລັງງານ​ທົດ​ແທນ, ອຸດ​ສະ​ຫາ​ກຳ​ສະໜັບສະໜູນ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ແກ້​ໄຂ​ແຫຼ່ງນ້ຳ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ກະສິກຳ, ສາທາລະນະ​ສຸກ... 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີ​ມເງິນ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຮຸງ​ກາຣີ ທີ່​ໄດ້​ຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ການ​ກໍ່ສ້າງ​ໂຮ​ງໝໍ​ປົວມະ​ເຮັງ​ ​ເກີ່​ນ​ເທີ ຊຶ່ງ​ເປັນ​ໂຄງການ​ສາທາລະນະ​ສຸກ​ທີ່​ສຳຄັນ ​ແທດ​ຈິງ, ສ້າງ​ສິ່ງ​ປະ​ທັບ​ໃຈ​ທີ່​ດີງາມ​ ໃນ​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​​ແກ່ງ​ຊາດ, ສອງ​ຝ່າຍ​ເຫັນ​ວ່າ ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ສົມທົບ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ເປັນ​ຢ່າງ​ດີ ​ໃນ​ບັນດາ​ເວທີສະຫະພັນ​ລັດຖະສະພາ​ໃນ​ພາກ​ພື້ນ ​ແລະ ສາກົນ. ສະພາ​ແຫ່ງ​ຊາດ​ຮຸງ​ກາຣີຢາກ​ໃຫ້ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂອງ​ສອງ​ອົງການ​ນິຕິບັນຍັດ, ພິ​ເສດ​ແມ່ນ​ຄະນະ​ຜູ້ນຳ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ປະຈຳ. ​ເພື່ອ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດນັບ​ມື້​ນັບ​ຂະຫຍາຍຕົວ, ທ່ານ​ປະທານ​ທັງ​ສອງ​ໄດ້​ເປັນ​ເອກະສັນກັນ​ວ່າ: ສືບ​ຕໍ່​ເພີ່​ມທະ​ວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ​ການ​ນຳ​ສະພາ​ແຫ່ງ​ຊາດ, ຂອງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງຊາດ, ກູ່ມສະມາຊິກ​ມິດ​ຕະພາບ ​ແລະ ບັນດາ​ສະມາຊິກ​ຂອງ​ສະພາ​ແຫ່ງ​ຊາດ. 

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ໃຫ້​ການຊ່ວຍ​ໜູນ, ​ແບ່ງປັນ​ບົດຮຽນ​ປະສົບ​ການ ​ໃນ​ວຽກງານກໍ່ສ້າງ​ກົດໝາຍ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ແຫ່ງ​ລັດ ​ແລະ ກໍ່ສ້າງ​ພະນັກງານ​ໃຫ້ຫ​ວຽດນາມ. ສອງ​ຝ່າຍ​ເຫັນ​ດີ​ຈະ​ເພີ່ມ​ທະ​ວີ​ການ​ສົມທົບ​ໃນ​ການ​ຕິດຕາມ​ກວດກາ ​ແລະ ຊຸກຍູ້​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມມື ຊຶ່ງ​ລັດຖະບານ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ, ບັນດາ​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ; ສະໜັບສະໜູນ​ລັດຖະບານ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນສອງ​ປະ​ເທດ ​ເພີ​ມທະວີ​ການ​ແລກປ່ຽນ, ຊຸກຍູ້​ການ​ພົວພັນ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ ການຮ່ວມ​ມື​ເປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີ​ມເງິນ ​ໄດ້​ພົບ​ປະ​ຫາລື​ກັບ​ທ່ານ​ປະທານາທິບໍດີຣຸງກາຣີ ແອສເດີ ຈານອສ; ພົບ​ປະ​ຫາລື​ກັບ​ທ່ານ​ນາຍົກລັດຖະມົນຕີຮຸງກາຣີ ວິກເຕີ ອໍບົນ; ພົບ​ປະ​ກັບ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ ແຈຄາບ ອິສແວນ; ​ໃຫ້ການ​ຕ້ອນຮັບ​ທ່ານ ໂບສະ ລາສໂລ ປະທານ​ສະມາຄົມ​ມິດຕະພາບ​ຮຸງ​ກາຣີ - ຫວຽດນາມ; ​ເປັນ​ປະທານ​ຮ່ວມ​ໃນ​ພິທີ​ເປີດ​ການ​ສຳ​ມະ​ນາ​ທາງກົດໝາຍ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ພາຍ​ໃຕ້​ຫົວ​ຂໍ້ “ປັບ​ປຸງບູລະນະ​ກົດໝາຍ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ”; ພົບ​ປະ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ​ຫວຽດນາມ ​ແລະ ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ; ​ໄປ​ວາງພວງມາລາ​ທີ່​ອະນຸສາວະ​ລີ​ວິລະ​ຊົນ​ຢູ່​ນະຄອນຫຼວງ ບູດາ​ແປັດ; ​ໄປຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ຊິນເທິນດຣີ./. 

ໂດຍ ບນ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)