ວກ.ອອນ​ໄລ - ​ໂດຍຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ ທ່ານ ມິ​ລານ ສະ​ເຕກ​ ປະທານ​ສະພາ​ສູງ​ແຫ່ງສາທາລະນະ​ລັດ ​ເຊັກ​ໂກ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດວຽກຢູ່​ປະ​ເທດ​​ເຊັກ​ໂກ ​​ໃນ​ລະຫວ່າງ​ວັນ​ທີ່ 11-14 ​ເມສາ 2017.

ທ່ານ ມິລານ ສະເຕກ ປະທານສະພາສູງແຫ່ງ ສາທາລະນະລັດ ເຊັກໂກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຢູ່ທີ່ປະຊຸມຖະແຫຼງຂ່າວພາຍຫຼັງການພົບປະເຈລະຈາສອງຝ່າຍ (ພາບ: TTXVN)

ພາຍ​ຫຼັງພິທີ​ຕ້ອນຮັບ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ ມິ​ລານ ສະ​ເຕກ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍ.

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ສອງ​ຝ່າຍ, ​ໃນ​ນັ້ນ​ ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ຜ່ານ​ມາ​ມໍ່​ນີ້ ມີ​ສັນຍານ​ແຫ່ງ​ການ​ເບັ່ງ​ບານ​ສົດ​ໃສ, ​ແລະ​ໃຫ້​ທັດສະນະ​ວ່າ ຄວາມ​ສາມາດ​ບົ່ມຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ​ ລະຫວ່າງ​ສອງ​ປະ​ເທດ ຍັງ​ມີ​​ຫຼາຍທີ່​ສຸດ; ພ້ອມ​ກັນ​ນັ້ນ ​ກໍ່​ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ທີ່ ສ.ເຊັກ​ໂກ ​ໄດ້​ຈັດ​ຫວຽດນາມ - ປະ​ເທດ​ໜຶ່ງ​ດຽວ​ໃນ​ອາ​ຊຽນ, ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ 12 ຕະຫຼາດ​ຕົ້ນຕໍ, ພິ​ເສດ​ທາງ​ດ້ານ​ການ​ຄ້າ​ຕ່າງປະ​ເທດຂອງ ​ເຊັກ​ໂກ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ກໍ່​ສະເໜີ​ໃຫ້​ຝ່າຍ​ເຊັກ​ໂກ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ​ເຊັນ​ສັນຍາ​ສົ່ງ​ນອກ​ໂດຍ​ກົງ ​ເພື່ອ​ສົ່ງ​ສິນຄ້າ​ກະສິກຳ, ການ​ປະມົງ​ຂອງ​ຫວຽດນາມ ​ໄປ​ຍັງ​ຕະຫຼາດ​ເຊັກ​ໂກ ກໍ່​ຄື​ສົ່ງ​ນອກ​ສິນຄ້າອຸດສາຫະກຳ, ອຸປະກອນ ​ແລະ ​ເຄື່ອງ​ອາ​ໄຫຼ່​ຂອງ​ເຊັກ​ໂກ ​ໄປ​ຍັງ​ຫວຽດນາມ; ພ້ອມ​ກັນ​ນັ້ນ​ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃນ​ການອອກ ວີ​ຊາ ​ໃຫ້​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຫວຽດນາມ ​ໄປ​ປະ​ເທດ​ເຊັກ​ໂກ ​ເພື່ອຊອກ​ຮູ້​ສະພາບ​ການ​ຕະຫຼາດ, ຊອກ​ຮູ້​ຜູ້​ຮ່ວມ​ມື, ​ເຂົ້າ​ຮ່ວມ​ການວາງສະ​ແດງ​ສິນຄ້າ - ງານ​ຕະຫຼາດນັດ, ນັກຮຽນ​ນັກ​ສຶກສາມາ​ຮ່ຳຮຽນຢູ່​ປະ​ເທດ​ເຊັກ​ໂກ…

ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ ​ໄດ້​ເຫັນ​ດີ​ກັບຄວາມ​ເຫັນ​ຂອງທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ກ່ຽວ​ກັບ​ການ​ຕີ​ລາຄາ​ວ່າ ຄວາມ​ພົວພັນ​ການ​ຄ້າ ການ​ລົງທຶນ ​ລະຫວ່າງ​ສອງ​ປະ​ເທດ ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ດັ່ງ​ນັ້ນ, ​ເພື່ອ​ໃຫ້ຄວາມ​ພົວພັນ​ເສດຖະກິດ​ຂະຫຍາຍຕົວ ສອງ​ຝ່າຍຕ້ອງ​ມີ​ຂໍ້​ຕົກລົງກ່ຽວ​ກັບການ​ປ້ອງ​ກັນ​ການ​ລົງທຶນ. ບັນດາ​ບໍລິສັດ​ເອກະ​ຊົນ​ຂອງ​ເຊັກ​ໂກພ້ອມ​ແລ້ວທີ່​ຈະສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຶນ​ກັບ​ວິ​ສາ​ຫະກິດ​ຫວຽດນາມ ​ເພື່ອພັດທະນາ​ຕາມ​ທິດ​ລົງທຶນ​ໃໝ່​ກ່ຽວ​ກັບ​ວິທະຍາສາດ - ​ເຕັກນິກ.

ຕີ​ລາຄາຫວຽດນາມມີ​ພື້ນຖານ​ເສດຖະກິດທີ່​ສຳ​ເລັດ​ຜົນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ທ່ານ​ປະທານ​ສູງ ສ.​ເຊັກ​ໂກ ​ໃຫ້​ຮູ້​ວ່າ, ​ເຊັກ​ໂກ​ເປັນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ທີ່​ສຳ​ເລັດ​ຜົນ​ຢູ່​ສະຫະພາບ​ເອີຣົບ, ອັດຕາ​ສ່ວນ​ຄົນ​ວ່າງ​ງານ​ຕ່ຳ. ຕາມ​ນັ້ນ, ສອງ​ປະ​ເທດ​ຕ້ອງ​ນຳ​ໃຊ້​ຈຸດ​ດີ ທ່າ​ແຮງ​ຂອງ​ຕົນ​ເພື່ອ​ເພີ່ມ​ເຕີມ, ຊ່ວຍ​ໜູນ​ການ​ພັດທະນາ​ຮ່ວມ​ກັນ. ສອງຝ່າຍກໍ່​​ເຫັນ​ດີເປັນ​ເອກະສັນ​​ກ່ຽວ​ກັບ​ການ​ຊຸກຍູ້​ໃຫ້ ອີ​ຢູ ​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ; ​ໃຫ້​ທັດສະນະ​ວ່າ, ​ເມື່ອສັນຍາ​ສະບັບ​ນີ້​ໄດ້​ຮັບ​ການ​ຮັບຮອງ ຈະ​ເປັນ​ໄມ້​ງັດ​ທາງ​ການ​ຄ້າ​ທີ່​ຊຸກຍູ້ການພັດທະນາ​​ເສດຖະກິດ​ຂອງສອງ​ປະ​ເທດ​ ຢ່າງ​ໝັ້ນຄົງ ​ແລະ ມີ​ປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ ມິ​ລານ ສະ​ເຕກ ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ເຫັນ​ວ່າ, ຄວາມ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຄະນະ​ວິຊາ​ການຂອງ​ສະພາ​ແຫ່ງຊາດ ຢ່າງ​ເປັນ​ປະຈຳ. ບົນ​ພື້ນຖານ​ນັ້ນ, ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີຄວາມ​ພົວພັນ​​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພະຫຸ​ພາຄີ ທີ່​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດເປັນ​ສະມາຊິກ ຄື ອາຍປູ, ​ເອແຊບ. ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​​ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ ໃນ​ບັນດາ​ບັນຫາຂອງ​ພາກ​ພື້ນ​ແລະ​ສາກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

​ເພື່ອ​​ເຮັດໃຫ້​ຄວາມ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ມີ​ປະສິດທິ​ຜົນ, ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ ​ເຫັນ​ດີ​ເປັນ​ເອກະສັນ​ກັບທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ກ່ຽວ​ກັບ​ການ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຄະນະວິຊາ​ການຂອງ​ສະພາ​ແຫ່ງຊາດ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ປະສົບ​ການ​ ໃນ​ບັນດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະສະພາ, ກຸ່ມສະມາຊິກ​ມິດຕະພາບ​ຂອງ​ສະພາ​​ແຫ່ງຊາດ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ຕັ້ງໜ້າ​ສົມທົບ​ຕິດຕາມ​ກວດກາ​ການ​ປະຕິບັດ​ ຂໍ້​ຕົກລົງ​ການ​ຮ່ວມ​ມືທີ່​ລັດຖະບານ​ສອງ​ປະ​ເທດ​ໄດ້​ລົງ​ນາມ ​ແລະ ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມີ​ທີ່​ສຳຄັນ.

ຢູ່​ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ​ຂອງ​ສອງ​ປະ​ເທດ ທີ່​ຈັດ​ຂຶ້ນ​ພາຍຫຼັງ​ການ​ພົບ​ປະ​ເຈລະຈາສອງຝ່າຍ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ ມິ​ລານ ສະ​ເຕກ ຢືນຢັນ​ວ່າ​ ສອງ​ຝ່າຍ​ໄດ້​ບັນລຸ​ເຖິງ​ຄວາມ​ເປັນ​ເອກະສັນ​ສູງ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ສຳຄັນ ​ແລະ ​ໃຫ້​ທັດສະນະ​ວ່າ ຄວາມ​ສາມາດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຫຼາຍ​ທີ່​ສຸດ.

ການ​ນຳ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ ​ໄດ້​ມີ​ການ​ເຈລະຈາ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ​ກ່ຽວ​ກັບບັນດາ​ບັນຫາ​ທີ່​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ​ບັນຫາ​ໜຶ່ງທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ສຸດ​ ໃນ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ ​ແລະ ​ໃນ​ບັນດາ​ການ​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ, ນາຍົກລັດຖະມົນຕີ ​ແລະ ປະທານ​ສະພາ​ຕ່ຳ ສ.​ເຊັກ​ໂກ, ນັ້ນ​ຄື ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ລ້ວນ​ແຕ່​ໄດ້​ຢືນຢັນ​ຄວາມ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສ.​ເຊັກ​ໂກ ​ແມ່ນ​ຄວາມ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ​ເປັນ​ເພື່ອນ​ມິດ​ເກົ່າ​ແກ່ ​ແລະ ພັດທະນາ​ຢ່າງ​ຈົບງາມ. ຫວຽດນາມ​ເປັນ​ເພື່ອນ​ທີ່​ດີ​ຂອງ​ປະຊາຊົນ​ເຊັກ​ໂກ ​ແລະ ຫວັງ​ວ່າການ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິ​ບັບຍັດ​ຂອງ​ສອງ​ປະ​ເທດ ຈະ​ຂະຫຍາຍຕົວ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ຄວາມ​ພົວພັນ​ລະຫວ່າງ​ສອງ​ລັດ.

​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ ສ.​ເຊັກ​ໂກ ມິ​ລອສ ຊີ​​ແມນ; ພົບ​ປະ​ຫາລື​ກັບນາຍົກລັດຖະມົນຕີ ສ.​ເຊັກ​ໂກ ​ໂບຮິ​ວສະ​ລາບ ​ໂຊບ​ອດກາ; ພົບ​ປະ​​ກັບປະທານ​ພັກ​ກອມ​ມູນິດ ​ເຊັກ​ໂກ - ​ໂມຣາວາ; ພົບ​ປະກັບ​ການ​ນຳ​ຫ້ອງການ​ເສດຖະກິດ ສ.​ເຊັກ​ໂກ, ຢາມ​ສຳນັກງານ​ສະມາຄົມ 1​00 ບໍລິສັດ​ເຊັກ​ໂກ​ທີ່​ໃຫຍ່​ສຸດ ​ແລະ ວິ​ສາ​ຫະກິດ ​ເບຍ ​ເຊັກ./.

ໂດຍ ບນ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)