ວກ.ອອນ​ໄລ - ວັນ​ທີ 18 ​ເມສາ 2017, ຢູ່​ທີ່​ນະຄອນ​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ ​ເພື່ອ​ເປີດ​ການ​ປະ​ກວດ​ຄວາມ​ຮູ້ ກ່ຽວ​ກັບ​ປະຫວັດສາດສາຍພົວພັນ​ພິ​ເສດ ລາວ-​ຫວຽດນາມ ​ໃນ​ປີ 2017, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ລາວ-​ຫວຽດນາມ ຄົບຮອບ 55 ປີ (ວັນ​ທີ 5-9-1962 - ວັນ​ທີ 5-9-2017) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ (ວັນ​ທີ 18-7-1977 - ວັນ​ທີ 18-7-2017).

ສະຫາຍ ຟ້າມວັນລີງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ, ຫົວໜ້າຄະນະຊີ້ນຳການປະກວດ, ກ່າວຄຳເຫັນທີ່ງານຖະແຫຼງຂ່າວ (ພາບ: cand.com)

ສະຫາຍ​ ຟ້າ​ມວັນ​ລີງ ຮອງ​ຫົວໜ້າຄະນະ​ໂຄສະນາ​ອົບຮົມສູນ​ກາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະ​ກວດ​ໃຫ້​ຮູ້​ວ່າ, ການ​ປະ​ກວດ​ຄວາມ​ຮູ້​ຄັ້ງ​ນີ້​ ເພື່ອ​ແນ​ໃສ່​ຊຸກຍູ້​ການ​ໂຄສະນາ ອົບຮົມ​ສຶກສາ​ມູນ​ເຊື້ອ​ປະຕິວັດ​ໃຫ້​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ໃຫ້​ຊາວ​ໜຸ່ມ​ສອງ​ປະ​ເທດ, ກ່ຽວ​ກັບ​ຄວາ​ມພົວພັນ​ມິດຕະພາບ​ພິ​ເສດ ລາວ-​ຫວຽດນາມ, ຫວຽດນາມ-ລາວ ​ໃນ​ຂະ​ບວນວິວັດ​ການ​ຕໍ່ສູ້​ຕ້ານ​ສັດຕູ, ປົດ​ປ່ອຍ​ຊາດ ​ແລະ ກໍ່ສ້າງ​ປະ​ເທດ​ຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ; ສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນຄ່າ​ອັນ​ດີງາມ ​ຂອງກິດຈະກຳ “ປະຫວັດສາດ​ສາຍ​ພົວພັນ​ພິ​ເສດ​ລາວ-ຫວຽດນາມ, ຫວຽດນາ-ລາວ (1930-2007)” (ພິມ​ຈຳໜ່າຍ​ປີ 2011) ​ແລ​ະ ກິດຈະກຳ​ເພີ່ມ​ເຕີມ​ຮອດ​ປີ 2017. ການ​ເຄື່ອນ​ໄຫວ​ນີ້​ກໍ່​ເພື່ອ​ຕອບ​ສະໜອງ “ປີ​ສາມັກຄີ​ມິດຕະພາບ​ ລາວ-ຫວຽດນາມ 2017”.

ການ​ປະ​ກວດ​ຄວາມ​ຮູ້​ນີ້​ກໍ່​ເປັນ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ຊາດ​ລາວ-ຫວຽດນາມ; ຕໍ່ສູ້​ເພື່ອ​ປັດ​ປະຕິ​ເສດ​ບັນດາ​ຖ້ອຍ​ທຳນອງ​ຂອງ​ບັນດາ​ອິດ​ທິກຳລັງ​ສວຍ​ໂອກາດ ສັດຕູ ​ທີ່ເສກ​ສັນ​ປັ້ນ​ແຕ່ງ, ບິດ​ເບືອນ​ປະຫວັດສາດ, ​ແບ່ງ​ແຍກ​ຄວາມ​ສາມັກຄີ​ມິດຕະພາບ​ພິ​ເສດ​ລາວ-ຫວຽດນາມ.

ການ​ປະ​ກວດ​ຄວາມ​ຮູ້​ນີ້ ​ຈະໄດ້ຈັດ​ຕັ້ງ​​ຕາມ​ຮູບ​​ແບບການ​ທົດ​ສອບ​ປະຈຳ​ອາທິດ ​ໃນ​ໜັງສືພິມ​ອອນ​ໄລ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ບັນດາ​ອົງການ​ໜັງສືພິມ​ອອນ​ໄລ​ທີ່​ສົມທົບ; ການ​ປະ​ກວດ​ແບບ​ຂຽນ​ຄຳ​ຕອບ ​ຈະ​ໄດ້​ຂຽນ​ຕາມ​ເນື້ອ​ໃນ​ຫົວ​ຂໍ້​ທີ່ຄະນະ​​ຈັດ​ຕັ້ງການ​ປະ​ກວດ​ວາງ​ໄວ້.

ອົງການ​ປະຈຳການ​ການ​ປະ​ກວດ​ແບບ​ທົດ​ສອບ ​ແມ່ນໜັງສືພິມ​ອອນ​ໄລ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (http://dangcongsan.vn). ອົງການ​ປະຈຳການ​ການ​ປະ​ກວດ​ແບບ​ຂຽນ ​ແມ່ນ​ວາລະສານ​ໂຄສະນາ​ອົບຮົມ ສັງກັດ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ. ​ເວລາ​ປະ​ກວດ​ແບບ​ທົດ​ສອບ​ໄດ້​ດຳ​ເນີນ​ປະຈຳ​ອາທິດ, ​ເລີ່​ມຕົ້ນ​ແຕ່​ວັນ​ທີ 2 ພຶດສະພາ 2017 ​ແລະ ສິ້ນ​ສຸດ​ໃນ​ວັນ​ທີ 22 ທັນວາ 2017. ​ເວລາ​ຮັບ​ບົດ​ປະ​ກວດ​ແບບ​ຂຽນ ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 31 ຕຸລາ 2017.

ສຳລັບ​ຮູບ​ການ​ປະ​ກວດ​ແບບ​ຂຽນ, ບົດ​ທີ່​ສົ່ງ​ມາ​ປະ​ກວດ​ ຕ້ອງ​ແມ່ນບົດ​ປະພັນ​ທີ່​ຍັງ​ບໍ່​ທັນ​ໄດ້​ລົງ​ພິມ​ໃນ​ໜັງສືພິມ, ວາລະສານ ຫຼືປຶ້ມ, ​ແລະ ພັນ​ລະ​ນາ​ບົ່ງບອກ​ເຖິງ​ເນື້ອ​ໃນ​ໜຶ່ງ​ໃນ​ບັນດາ​ຫົວ​ຂໍ້​ທີ່ຄະ​ນະ​ກຳມະການ​ຈັດ​ຕັ້ງ​ວາງ​ໄວ້. ບົດ​ທີ່​ສົ່ງ​ມາ​ປະ​ກວດ​ອາດ​ຈະ​ຂຽນດ້ວຍ​ລາຍ​ມື ຫຼື​ຕີ​ພິມ, ​ເນື້ອ​ໃນ​ຍາວ​ສຸດ​ແມ່ນ 5.000 ຄຳ; ອາດ​ຈະ​ຕິດ​ຮູບ, ພາບ​ປະກອບ​ໃຫ້​ບົດ​ຂຽນ​ມີ​ຄວາມ​ອຸດົມສົມບູນ. ພົນລະ​ເມືອງ​ຫວຽດນາມ ​ແລະ ຊາວ​ຕ່າງປະ​ເທດ​ທຸກ​ຄົນ ລ້ວນ​ແຕ່​ມີ​ສິດ​ເຂົ້າ​ຮ່ວມ​ການ​ປະ​ກວດ, ​ໂດຍ​ບໍ່​ຈຳ​ແນ​ກ​ໄວ​ອາຍຸ, ພາກສ່ວນ​ຊົນ​ຊັ້ນ, ສາສະໜາ. ຄະນະ​​ຈັດຕັ້ງການ​ປະ​ກວດ​ສົ່ງ​ເສີມ​ບັນດາ​ເປົ້າ​ໝາຍ​ເຂົ້າ​ຮ່ວມການ​ປະ​ກວດ, ​ເປັນຕົ້ນ​ແມ່ນ​ຊາວ​ຫວຽດນາມ, ຊາວ​ລາວທີ່​ກຳລັງດຳລົງ​ຊີວິດ, ອອກ​ແຮງ​ງານ ​ແລະ ຮ່ຳຮຽນ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ. ບຸກຄົນ​ແຕ່ລະຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ທັງ​ສອງ​ຮູບ​ການ ​ແລະ ບໍ່​ຈຳກັດ​ຈຳນວນ​ບົດ​ທີ່​ສົ່ງ​ມາ​ປະ​ກວດ.

ສຳລັບ​ຮູບ​ການ​ທົດ​ສອບ, ​ແຕ່​ລະອາ​ທິດ​ມີ 3 ລາງວັນ: ລາງວັນທີ​ໜຶ່ງ, ລາງວັນທີ​ສອງ, ລາງວັນທີ​ສາມ. ລາງວັນສຳລັບ​ບົດ​ປະ​ກວດ​ແບບ​ຂຽນ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ​ຄື ລາງວັນ​ໃຫ້​ບຸກຄົນ ​ແລະ ລາງວັນ​ໃຫ້​ລວມໝູ່. ພິທີ​ສະຫຼຸບ​ສັງ​ລວມການ​ປະ​ກວດ ​ແລະ ມອບ​ລາງວັນ ຄາດ​ກະຈະ​ຈັດ​ຕັ້ງ​ໃນ​ເດືອນ​ທັນວາ 2017./.

ສັງ​ລວມ​ໄດ​ນ ນດ.