ວກ. ອອນ​ໄລ - ໂດຍ​ຕອບ​ສະ­ໜອງ​ຕາມ​ການ​ເຊື້ອເຊີນ​ຂອງ​ທ່ານ ຫງວ​ຽນ​ຊວນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນີ​ຍົມ ຫວຽດ­ນາມ, ທ່ານ ຣານິນ ວິກກຣາ​ເມ​ຊິງ ນາຍົກລັດຖະມົນຕີ​ແຫ່ງ ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ປະ­ຊາ­ທິ­ປະ­ໄຕ ສີ​ລັງ­ກາ ໄດ້​ດຳ­ເນີນ​ການ​ຢ້ຽມຢາມຫວຽດ­ນາມ ຢ່າງເປັນ​ທາງ​ການ ໃນ​ລະ­ຫວ່າງ​ວັນ​ທີ 16 ຫາ 18 ເມ­ສາ 2017.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບທ່ານ ຣານິນ ວິກກຣາເມຊິງ ນາຍົກລັດຖະມົນຕີປະເທດ ສີລັງກາ ມາຢ້ຽມຢາມແລະເຮັດວຽກທີ່ຫວຽດນາມ. (ພາບ: TTXVN)

ໃນ​ການ​ຢ້ຽມ­ຢາມ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຣານິນ ວິກກຣາ​ເມ​ຊິງ ໄດ້​​ເຂົ້າ​ຮ່ວມ​ພິ­ທີ​ຕ້ອນ­ຮັບ, ​ພົບ​ປະ​ເຈລະຈາ​ກັບທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຢຸກ; ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່່ານ​ເລ­ຂາ­ທິ­ການ​ໃຫຍ່ ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ຫງວ​ຽນ​ຝູ​ຈ້ອງ; ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບທ່ານ​ປະ­ທານ​ປະ­ເທດ ເຈີ່ນ​ດ້າຍ​ກວາງ; ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບທ່ານ​ນາງ ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກີມ​ເງິນ; ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ລົງທຶນຫວຽດ­ນາມ - ສີ​ລັງ­ກາ. ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຣານິນ ວິກກຣາ​ເມ​ຊິງ  ໄດ້​ມາ​ວາງ​ພວງ­ມາ­ລາ​ທີ່​ອະນຸ­ສາ­ວະ­ລີ​ນັກ­ຮົບ​ວິ­ລະ​ຊົນ​ທີ່​ເສຍ​ຊີ­ວິດ​ເພື່ອ​ຊາດ, ໄຫວ້​ອາ­ໄລ​ທີ່​ອະ­ນຸ­ສາ­ວະ­ລີ​ຫໍ​ສົບ​ຂອງ​ທ່ານ​ປະ­ທານ​ໂຮ່​ຈີ​ມິນ.

ທີ່​ບັນ­ດາ​ການ​ພົບ​ປະ, ທັງ​ສອງ​ຝ່າຍ​​ໄດ້​ສະ­ແດງ​ຄວາມ​ເພິ່ງ​ພໍ­ໃຈ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ຢ່າງ​ຈົບ­ງາມ​ຂອງ​ການ​ພົວ­ພັນ​ມິດ­ຕະ­ພາບ​ອັນ​​ເປັນມູນເຊືື້ອ ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ ລະ­ຫວ່າງ​ສອງ​ປະ­ເທດ​ໃນ 47 ປີ​ທີ່​ຜ່ານ​ມາ ​ນັບ​ຕັ້ງ­ແຕ່​ເວ­ລາ​ສ້າງ­ຕັ້ງ​ການ​ພົວ­ພັນ​ທາງ​ການ​ທູດ (ວັນ​ທີ 21 ກໍ­ລະ­ກົດ 1970). ສອງ​ຝ່າຍ​ກໍ່​ໄດ້​ຢືນຢັນ​ກ່ຽວ​ກັບ​ຄວາມ​ຮັກ­ແພງ​ກັນ ແລະ ຄວາມ​ສະ­ໜັບ­ສະ­ໜູນ​ອັນ​ປະ­ເສີດ ​ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ສະ­ຫງວນ​ໃຫ້​ກັນ​ ໃນ​ພາ­ລະ­ກິດ​ແຫ່ງ​ການ​ກໍ່­ສ້າງ, ພັດ­ທະ­ນາ​ຢູ່​ແຕ່​ລະ​ປະ­ເທດ​ ອັນ​ເປັນ​ພື້ນ­ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ເພີ່ມ​ທະວີ ແລະ ເຮັດ​ໃຫ້ການ​ພົວ­ພັນ​ລະ­ຫວ່າງ​ສອງ​ປະ­ເທດ​ໃນ​ຊຸມ​ປີ​ຕໍ່­ໜ້າ​ນີ້​ເລິກ­ເຊິ່ງ​ກວ່າ​ອີກ.

ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ ໄດ້​ໃຫ້​ຄຳ​ອວຍ­ພອນ​ມາ​ຍັງ​ລັດ­ຖະ­ບານ​ເອ­ກະ​ພານ​ແຫ່ງ​ຊາດ ແລະ ປະ­ຊາ­ຊົນສີ​ລັງ­ກາ ກ່ຽວ​ກັບ​ບັນ­ດາ​ຜົນ­ງານ​ອັນ​ສຳ­ຄັນ​ທີ່​ບັນ­ລຸ​ໄດ້​ ໃນ​ພາ­ລະ­ກິດ​ແຫ່ງ​ການ​ຟື້ນ​ຟູ​ບູ­ລະ­ນະ​ປະ­ເທດ ແລະ ການ​ປອງ​ດອງ​​ຊາດ, ເຮັດ​ໃຫ້​ປະ­ເທດສີ​ລັງ­ກາ ມີ​ການ​ພັດ­ທະ­ນາ​ຢ່າງ​ໝັ້ນ­ຄົງ​ເປັນ​ກ້າວໆ. ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ ກໍ່​ໄດ້​ສະ­ແດງ​ຄວາມ​ຫວັງ​ວ່າ ດ້ວຍ​ທີ່​ຕັ້ງ​ພູມ​ສາດຂອງ​ຕົນ​ເອງ ສີ​ລັງ­ກາ ຈະ​ມີ​ຖານະ​ບົດ­ບາດ​ອັນ​ສຳ­ຄັນ​ ເປັນ​ສູນ​ກາງ​ເສດ­ຖະ­ກິດ​ແຫ່ງ​ໜຶ່ງ​ຂອງພາກ​ພື້ນ​ມະ­ຫາ​ສະ​ມຸດ​ອິນ​ເດຍ.

ທ່ານນາ­ຍົກ​ລັດ​ມົນ­ຕີ ຣານິນ ວິກກຣາ​ເມ​ຊິງ ໄດ້​ຍົກ­ຍໍ​ສັນ­ລະ­ເສີນ​ຖານະ​ບົດ­ບາດ​ຂອງປະ­ທານ ໂຮ່​ຈີ​ມິນ ໃນ​ພາ­ລະ­ກິດ​ແຫ່ງ​ການ​ຕໍ່­ສູ້​ຍາດ​ເອົາ​ເອ­ກະ­ລາດ​ແຫ່ງ​ຊາດ ​ຂອງຫວຽດ­ນາມ; ອວຍ­​ໄຊ​ໃຫ້ພອນຫວຽດ­ນາມ ​ບັນ­ລຸ​ຜົນ­ສຳ­ເລັດ​ອັນ​ສຳ­ຄັນ​ຫຼາຍ​ຢ່າງ ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ. ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຣານິນ ວິກກຣາ​ເມ​ຊິງ ກໍ່​ໄດ້​ອວຍ­​ໄຊ​​ໃຫ້ພອນຫວຽດ­ນາມ ຈະ​ບັນ­ລຸ​​ເປົ້າ​ໝາຍ​ກາຍ­ເປັນ​ປະ­ເທດ​ອຸດ­ສາ­ຫະ­ກຳ​ພັດທະນາ​​ໂດຍ​ໄວ.

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ​ວ່າ ຈະ​ຊຸກ­ຍູ້​ການ​ພົວ­ພັນທາງ​ດ້ານ​ການ­ເມືອງລະຫວ່າງ​ຫວຽດນາມ ແລະ ສີ​ລັງ­ກາ ​ໃຫ້​ຂະຫຍາຍຕົວຍິ່ງກວ່າ​ອີກ; ຢືນ­ຢັນ​ຄວາມ​ສຳ­ຄັນ​ຂອງ​ການ​ເພີ່ມ​ທະ­ວີ​​ການ​ຢ້ຽມຢາມ ແລະ ພົບ​ປະ​ຂັ້ນ​ສູງ, ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ຕ່າງໆ ລະ­ຫວ່າງ​ບັນ­ດາ​ກະ­ຊວງ, ຂະແໜງການ, ທ້ອງ​ຖິ່ນ ແລະ ແລກ­ປ່ຽນ​ປະ­ຊາ­ຊົນ​ ລະ­ຫວ່າງ​ສອງ​ປະ­ເທດ. ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ ຈະ​ສົ່ງ­ເສີມ​ການ​ແລກ­ປ່ຽນ​ບັນ­ດາ​ຮູບ​ການ­ສະ­ແດງ​ສີ​ລະ​ປະ ແລະ ວັດ­ທະ­ນະ­ທຳ ແນ­ໃສ່​ສ້າງ​ສະ­ພາບ​ແວດ​ລ້ອມ​ອັນ​ມີ​ປະ​ສິດ­ທິ​ຜົນ ​ເພື່ອ​ເພີ່ມ​ທະ­ວີ​ຄວາມ​ເຂົ້າ­ໃຈ​ລະ­ຫວ່າງ​​ສອງ​ປະ­ເທດ​ກວ່າ​ອີກ.

ສອງ​ຝ່າຍ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ກ່ຽວ​ກັບ​ການ​ເພີ່ມ​ທະ­ວີ​ການຮ່ວມ​ມື​ໃນ​ຂົງ­ເຂດປ້ອງ​ກັນ​ຊາດ - ປ້ອງ​ຄວາມ​ສະ­ຫງົບ ໂດຍ​ຜ່ານ​ການ​ຜັນ​ຂະ­ຫຍາຍ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ບົດ​ບັນ­ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມືປ້ອງ​ກັນ​ຊາດ 2011, ເພີ່ມ​ທະ­ວີ​ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ, ແລກ­ປ່ຽນ​ບົດ­ຮຽນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ການເຄື່ອນໄຫວ​ຮັກ­ສາ​ສັນ­ຕິ­ພາບ​ ຂອງອົງ­ການ​ສະ­ຫະ​ປະ­ຊາ​ຊາດ. ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຄົ້ນ­ຄວ້າ​ດ້ານ​ປ້ອງ​ກັນ​ຊາດ ໂດຍ​ຜ່ານ​ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ ລະ­ຫວ່າງສະ​ຖາ​ບັນ​ການປ້ອງ​ກັນ​ຊາດ ຫວຽດ­ນາມ ແລະ ສະ​ຖາ​ບັນ​ການປ້ອງ​ກັນ​ຊາດ ​ໂກທະ​ລາ​ວະ​ລາ.

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ​ ກ່ຽວ​ກັບ​ບັນ­ດາ​ທິດ​ທາງ​ໃຫຍ່ ​ແນ­ໃສ່​ເຮັດ​ໃຫ້­ການ​ພົວ­ພັນ​ສອງ​ຝ່າຍ​ຂະ­ຫຍາຍ­ຕົວ​ຂຶ້ນ​ສູ່​ລະ­ດັບ​ໃໝ່; ເຫັນ​ດີ​ເປັນ​ເອ­ກະ​ພາບ​ມອບ​ໃຫ້​ ບັນ­ດາ​ອົງ­ການ​ຮັບ­ຜິດ­ຊອບ​ຂອງ​ສອງ​ປະເທດ​ ສະ­ເໜີ​ມາດ​ຕະ­ການ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​​ໃນ​ຂົງ​ເຂດທີ່​ໄດ້ຢູ່ ເລິກ­ເຊິ່ງ​ກວ່າ​ອີກ ແລະ ເປີດ​ກວ້າງ​ບັນ­ດາ​ຂົງ­ເຂດ​ຮ່ວມ​ມື​ ທີ່​ສອງ​ຝ່າຍ​ມີ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ; ກວດ­ຄືນ ແລະ ຜັນ​ຂະ­ຫຍາຍ​ບັນ­ດາເອ­ກະ­ສານ, ຂໍ້​ຕົກ­ລົງ​ທີ່​ໄດ້​ລົງ​ລາຍ​ເຊັນ ​ໃຫ້​ມີ​ປະສິດທິ​ຜົນ; ພິ­ຈາ­ລະ­ນາ​ປັບ­ປຸງ, ລົງ​ນາມ​ເຊັນ​ໃໝ່ ບັນ­ດາ​ເອ­ກະ­ສານ​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​ການ​ໃໝ່; ຊຸກ­ຍູ້​ການ​ພົວ­ພັນ​ທາງ​ດ້ານ​ການ­ເມືອງລະ­ຫວ່າງຫວຽດ­ນາມ ​ແລະ ສີ​ລັງ­ກາ ໃຫ້​ແໜ້ນ​ແຟ້ນກ່ວ​າ​ອີກ; ສົ່ງ­ເສີມ​ການ​ແລກ­ປ່ຽນ​ບັນ­ດາ​ຮູບ​ການ­ສະ­ແດງ​ສີ​ລະ​ປະ ແລະ ວັດ­ທະ­ນະ­ທຳ​ ແນ­ໃສ່​ສ້າງ​ສະ­ພາບ​ແວດ​ລ້ອມ​ອັນດີ ​ເພື່ອ​ເພີ່ມ​ທະ­ວີ​ຄວາມ​ເຂົ້າ­ໃຈ​ລະ­ຫວ່າງ​​ສອງ​ປະ­ເທດຍິ່ງ​ກວ່າ​ອີກ.

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເປັນ​ເອ­ກະ​ພາບ​ຈະ​ຜັນ​ຂະ­ຫຍາຍ​ບົດ​ບັນ­ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຊຸກ­ຍູ້​ການ​ລົງ­ທຶນ​ສອງ​ຝ່າຍ​ ທີ່​ໄດ້​ຮັບ​ການ​ລົງ​ນາມ​ ລະ­ຫວ່າງກົມ​ລົງ­ທຶນ​ຕ່າງ­ປະ­ເທດຫວຽດ­ນາມ ແລະ ຄະ­ນະ​ກຳມະ­ການ​ລົງ­ທຶນ ສີ​ລັງ­ກາ ປີ 2011 ໃຫ້​ມີ​ປະ​ສິດ­ທິ​ຜົນ; ເພີ່ມ​ທະ­ວີ​ການ​ຮ່ວມ​ມື, ​ແລກປ່ຽນແບ່ງ­ປັນ​ບົດ­ຮຽນ ແລະ ເຕັກ​ໂຍ​ໂລ​ຊີ ການ​ພັດ­ທະ­ນາ​ດ້ານ​ກະ­ສິ­ກຳ - ການ​ປະ­ມົງ; ຖື​ເອົາ​ແຜນ­ການ​ເຮັດ​ວຽກ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານການ​ປະມົງ ລະ­ຫວ່າງ​ສອງ​ປະ­ເທດ​ ເປັນ​ລຳ­ດັບ​ການ​ດຳ­ເນີນ​ປະ­ຕິ­ບັດ​ການ​ກຳ­ນົດ​ທິດ​ນີ້; ການ​ເຊື່ອມ​ຕໍ່​ຄົມ­ມະ­ນາ­ຄົມ​ທາງ​ອາ­ກາດ ເປັນ​ມາດ​ຕະ­ການ​ອັນ​ໜຶ່ງ​ທີ່​ຊຸກ­ຍູ້​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ­ຫວ່າງ​ສອງ​ປະ­ເທດ​ຢ່າງ​ແຂງ­ແຮງ.

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ ​ກ່ຽວ​ກັບ​ຄວາມ​ສຳ­ຄັນ​ຂອງ​ການ​ເພີ່ມ​ທະ­ວີ​ການຮ່ວມ​ມື​ໃນ​ບັນດາ​ຂົງ­ເຂດ​ທີ່​ມີ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ຕ່າງໆ​ຄື ການ​ສຶກ​ສາ - ບຳ­ລຸງ​ກໍ່­ສ້າງ, ພັດ­ທະ­ນາ​ແຫຼ່ງ​ບຸກ​ຄະ­ລາ​ກອນ; ຊຸກ­ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ­ສານ ໂດຍ​ຜ່ານ​ການ​ລົງ​ນາມ​ເຊັນ ບົດ​ບັນ­ທຶກວ່າ​ດ້ວຍຂໍ້​ມູນ​ຂ່າວ­ສານ ແລະ ສື່​ມວນ​ຊົນ; ແບ່ງ­ປັນບົດຮຽນ​ປະ­ສົບ​ການ​ທີ່​ດີ​ໃນ​ຂົງ­ເຂດ​ສິ່ງ­ແວ­ດລ້ອມ​ ໂດຍ​ຜ່ານ​ການ​ລົງ​ນາມ​ເຊັນ ບົດ​ບັນ­ທຶກ​ຊ່ວຍ​ຈຳວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ສິ່ງ­ແວ­ດລ້ອມ; ຊຸກ­ຍູ້​ການ​ຮ່ວມ​ມື​ໃນ​ຂົງເຂດ​ປະມົງແລະ ກະ­ສິ­ກຳ. ສອງ​ຝ່າຍ​ກໍ່​ໄດ້​ເປັນ​ເອ­ກະ​ພາບ​ກັນ ​ຈະ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຍົກ​ສູງ​ຖານະ​ບົດ­ບາດ​ຂອງ ແມ່­ຍິງ, ການ​ຫຼຸດ­ຜ່ອນ​ຄວາມ​ອຶດ­ຫິວ ແລະ ຄວາມ­ທຸກ​ຍາກ, ເຮືອນ​ຢູ່​ໃຫ້​ຜູ້​ອອກແຮງ​ງານ​ທີ່​ມີ​ລາຍ​ໄດ້​ຕ່ຳ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ສຳ­ລັບຜູ້​ທີ່​ຕົກ​ໃນ​ສະ­ພາບ​ທຸກ­ຍາກ. ຫວຽດ­ນາມກໍ່​ໄດ້​ຈົດ​ຈຳ​ຄວາມ​ສະ­ເໜີ​ຂອງ ສີ​ລັງ­ກາ ກ່ຽວ​ກັບ “ສັນ­ຍາ​ຂອບ​ວ່າ​ດ້ວຍ​ການ​ຮ່ວມ​ມືເສດ­ຖະ­ກິດ-ສັງ­ຄົມ ໃຕ້ - ໃຕ້”.

ສອງ​ຝ່າຍ​​ໄດ້ຊົມ­ເຊີຍ ແລະ ຢືນ­ຢັນ​ຈະ​ສຶບ​ຕໍ່​ປະ­ສານ​ສົມ­ທົບ​ນຳ​ກັນ​ ແນ­ໃສ່​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ການ​ຊຸກ­ຍູ້ອາ​ຊຽນ ແລະ ສະ­ມາ­ຄົມຄວາມ​ຮ່ວມ​ມື​​ໃນພາກ​ພື້ນອາ­ຊີ​ໃຕ້ (SAARC) ເພີ່ມ​ທະ­ວີ​ການ​ຮ່ວມ​ມື ແລະ ເຊືີ່ອມຕໍ່​ໃນ​ທຸກ​ດ້ານ, ເພື່ອ​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ, ຄານຮ່ວມ​ມື ແລະ ພັດ­ທະ­ນາ​ຢູ່​ພາກ​ພື້ນອາ­ຊີ. ຫວຽດ­ນາມກໍ່​ໄດ້​ຈົດ​ຈຳ ຄຳ​ສະ­ເໜີ​ຂອງສີ​ລັງ­ກາ ກ່ຽວ​ກັບ​ການ​ສະ­ໜັບ​ສະ​ໜູນສີ​ລັງ­ກາກາຍ­ເປັນ​ຄູ່​ຮ່ວມ​ມືສົນທະນາຕາມ​ຂົງ­ເຂດ​ ຂອງອາ​ຊຽນ ແລະ ສົ່ງ­ເສີມ​ໃຫ້ສີ​ລັງ­ກາ ຊຸກ­ຍູ້​ການ​ຮ່ວມ​ມື​ອັນ​ລະ­ອຽດ ແລະ ມີ​ປະ​ສິດ­ທິ​ຜົນກັບອາ​ຊຽນ ໃນ​ເວ­ລາ​ຕໍ່­ໜ້າ​.

ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ຮັກ­ສາ​ສັນ­ຕິ­ພາບ ແລະ ​ສະ​ຖຽມ​ລະ​ພາບ ຢູ່​ທະ­ເລ​ຕາ­ເວັນ​ອອກ, ​ເສລີພາບ​ໃນ​ການ​ເດີນ​ທະ­ເລ ເດີນ​ອາ­ກາດ ແລະ ການ​ຄ້າທີ່​ບໍ່​​ຖືກ​ກີດ­ຂວາງ, ແກ້​ໄຂ​ບັນ­ດາ​ຂໍ້​ຂັດ​ແຍ້ງ​ພິດ​ພາດ ແລະ ຄວາມ​ແຕກ​ຕ່າງ​ກັນ ໂດຍ​​ສັນ­ຕິວິທີ, ສອດຄ່ອງ​ກັບ​ກົດ­ໝາຍ​ສາ­ກົນ.

ເນື່ອງ​ໃນ​ໂອ­ກາດ​ນີ້, ນາ­ຍົກ­ລັດ­ຖະ­ມົນ­ຕີທັງ​ສອງ​ທ່ານ ກໍ່​ໄດ້​ເປັນ​ສັກ­ຂີ​ພິ­ຍານ​ພິ­ທີ​ລົງ​ນາມ​ເຊັນ​ບັນ­ດາ​ເອ­ກະ​ສາສຳຄັນ​ຄື: ຂໍ້​ຕົກ­ລົງການ​ຮ່ວມ​ມື​ດ້ານ​ສຶກ​ສາ ​ລະ­ຫວ່າງກະ­ຊວງ​ສຶກ​ສາ ແລະ ປຳ​ລຸງ​ສ້າງຫວຽດນາມ ແລະ ກະ­ຊວງ​ມະ­ຫາ­ວິ­ທະ­ຍາ­ໄລ ແລະ ຄົມ­ມະ­ນາ­ຄົມ​ທາງ­ບົກ ສີ​ລັງ­ກາ; ໂຄງ­ການ​ປະ­ຕິ­ບັດກ່ຽວ​ກັບ​ການ​ຮ່ວມ​ມື​ພັດ­ທະ­ນາດ້ານ​ກະ­ສິ­ກຳ ໄລ­ຍະ 2017 – 2019 ລະ­ຫວ່າງ ກະ­ຊວງ​ກະ­ສິ­ກຳ ແລະ ພັດທະນາ​ຊົນ­ນະ­ບົດ ຫວຽດ­ນາມ ແລະ ກະ­ຊວງກະ­ສິ­ກຳ ສີ​ລັງ­ກາ./.

​ໂດຍ ບນ (ຕາມ TTXVN)