ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ ສົມ​ເດັດເຕໂຈ​ ຮຸນ​ເຊ​ນ ນາຍົກລັດຖະມົນຕີ​ແຫ່ງ​ ລາຊະ​ອານາຈັກກຳປູ​ເຈຍ, ທ່ານຫງວຽນ​ຊວັນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ​ແລະ ພັນ​ລະ​ຍາ ພ້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ລາຊະ​ອານາຈັກກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 24-25 ​ເມສາ 2017.

ການພົບປະເຈລະຈາລະຫວ່າງທ່ານ ຫງວຽນຊວັນຝຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ທຳນຽບສັນຕິພາບໃນນະຄອນຫຼວງ ພະນົມເປນ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເຂົ້າຢ້ຽມ​ຄຳນັບ ພະບາດ​ສົມ​ເດັດ​ພະ​ບໍຣົມນາດ ​ໂນໂຣດົມ ສີຫະ​ມຸນີ, ເຈົ້າ​ຊີວິດຂອງ​ກຳປູ​ເຈຍ, ພົບ​ປະ​ເຈລະຈາ​ກັບ ສົມ​ເດັດ​ເຕ​ໂຈ​ ຮຸນເຊ​ນ, ນາຍົກລັດຖະມົນຕີກຳປູ​ເຈຍ ​ແລະ ມີ​ການ​ພົບ​ປະ​ຫາລື​ກັບ ສົມ​ເດັດວິ​ບູນ​ເສນາ​ພັກດີ ​ໄຊ​ຈູ​ນ, ປະທານ​ສະພາ​ສູງ ​ແລະ ສົມ​ເດັດອັກຄະ​ມະຫາພົນ​ຈັກກຣີ ເຮັງ ຊຳຣິນ, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກໍ​ໄດ້​ເຂົ້າຢ້ຽມຄຳນັບພະສັງຄະ​ລາດທີ່​ຍິ່ງ​ໃຫຍ່ ​ເທບ​ວົງ.

​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ມາ​ວາງ​ພວງມາລາ​ທີ່​ອະນຸສາວະລີ​ເອກະລາດ, ອະ​ນຸ​ສາ​ວະລີ​ເຈົ້າ​ຊີວິດ ​ໂນ​ໂຣດົມ ສີຫະ​ນຸກ ​ແລະ ອະນຸສອນ​ສະຖານ​ມິດຕະພາບ​ຫວຽດນາມ-ກຳປູ​ເຈຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກໍ​ໄດ້​ຢ້ຽມຢາມ​ສະຖານທູດ​ຫວຽດນາມ​ຢູ່ກຳ​ປູ​ເຈຍ ​ແລະ ພົບ​ປະ​ໂອ້​ລົມ​ກັບ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ກຳ​ປູ​ເຈຍ. ​ໃນ​ໂອ​ກາດ​ນີ້, ນາຍົກລັດຖະມົນຕີຂອງສອງປະ​ເທດ ​ໄດ້​ເປັນ​ປະທານໃນ​ພິທີ​ເປີດ​ນຳ​ໃຊ້ຂົວ​ຊາຍ​ແດນ ລອງ​ບິ່ງ (​ແຂວງ​ອານ​ຢາງ) - ຈະ​ໄຣ ທົມ (​ແຂວງ​ການ​ດານ) ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື​ທີ່​ສຳຄັນຈຳນວນ​ໜຶ່ງ.

​ໃນ​ບັນຍາກາດ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ, ຄວາມ​ເຂົ້າ​ໃຈ​ແລະ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ແລະ ລາຊະ​ອານາຈັກ ກຳປູ​ເຈຍ ​ແລະ ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​ທີ່​ທັງ​ສອງ​ຝ່າຍມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ສອງ​ຝ່າຍສະ​ແດງ​ຄວາມປິ​ຕິ​ຍິນ​ດີ​ຕໍ່​ການ​ຂະຫຍາຍຕົວ​ທີ່​ດີງາມ​ ຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ ​ໃນ​ເວລາ​ທີ່​ຜ່ານ​ມາ, ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍດຕົວ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ໃຫ້ທັດສະນະ​ວ່າ ການ​ປັບປຸງ​ແລະ​ພັດທະ​ນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມືຫວຽດນາມ - ກຳປູ​ເຈຍ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳລັບ​ສອງ​ປະ​ເທດ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບຕໍ່ປັບປຸງ​ແລະ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕາມ​ທິດ​ນຳ “​​ເປັນເພື່ອນ​ບ້ານ​ທີ່​ດີ, ມິ​ດຕະພາບທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍືນ​ຍົງ”, ປະຕິບັດ​ຢ່າງ​ຄົບ​ຖ້ວນ ບັນດາ​ຫຼັກການ​ທີ່​ໄດ້​ລະບຸ​ໄວ້​ໃນ​ບັນດາ​ຖະ​ແຫຼ​ງການ​ຮ່ວມຫວຽດນາມ - ກຳປູ​ເຈຍ ປີ 1999, 2005, 2009, 2011, 2014, ​ເດືອນມິຖຸນາ 2016 ​ແລະ ​ເດືອນ​ທັນວາ 2016, ​ເຄົາລົບ​ນັບຖື​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​ແລະ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ບໍ່​ອະນຸຍາດ​ໃຫ້​ກຳລັງ​ສັດຕູ​ອື່ນ​ໃດ ນຳ​ໃຊ້​ແຜ່ນ​ດິນຂອງ​ປະ​ເທດ​ນີ້​ເພື່ອ​ຄຸກ​ຄາມນາບ​ຂູ່ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ອື່ນ, ​ແກ້​ໄຂ​ບັນດາ​ບັນຫານ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ສັນຕິ​ວິທີ; ​ເພີ່ມ​ທະວີ​ການ​ພົວພັນພົບ​ປະຂັ້ນ​ສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງ​ໆ; ສົ່ງ​ເສີມ​ການ​ພົບ​ປະ​ສັງ​ສັນ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຢູ່​ຊາຍ​ແດນ; ​ເປັນ​ເອກະສັນ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​ຜັນ​ຂະຫຍາຍບັນດາ​ສັນຍາ, ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດ, ສອງ​ລັດຖະບານ ຢ່າງ​ມີ​ປະສິດທິ​ຜົນ.

ສອງ​ຝ່າຍ​​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຄຳນັບ​ຊົມ​ເຊີຍປີມິດຕະພາບ​ຫວຽດນາມ - ກຳປູ​ເຈຍ, ກຳປູ​ເຈຍ - ຫວຽດນາມ 2017 ​ເນື່ອງ​ໃນ​ໂອ​ການສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ - ກຳປູ​ເຈຍ ຄົບຮອບ 50 ປີ (24-6-1967 - 24-6-2017) ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ໃນ​ການ​ໂຄສະນາ​ອົບຮົມ​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ; ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ… ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ໃຫ້​ບັນລຸ 5 ຕື້​ໂດ​ລາ​ສະຫະລັດ​ໂດຍ​ໄວ​ໃນ​ຊຸມ​ປີ​ຕໍ່ໜ້າ. ​ເພີ່ມ​ທະວີ​ການ​ຕໍ່ສູ້​ຕ້ານ​ການ​ຄ້າ​ເຖື່ອນ ​ແລະ ການ​ຄ້າຂາຍ​ສິນຄ້າ​ປອມ​ຂ້າ​ນຊາຍ​ແດນ; ຢືນຢັນ​ອີກ​ເທື່ອ​ຄວາມ​ເຄົາລົບ​ນັບຖື ​ແລະ ການປະຕິບັດຢ່າງ​ຄົບ​ຖ້ວນ ບັນດາ​ສົນທິສັນຍາກຳນົດ​ເຂດ​ຊາຍ​ແດນ ​ແລະ ບັນດາ​ສັນຍາ, ຂໍ້​ຕົກລົງ​ທີ່​ກ່ຽວ​ພັນ​ເຖິງ​ຊາຍ​ແດງ​ແຫ່ງ​ຊາດ ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຕີ​ລາຄາ​ສູງ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ເທິງ​ບົກ ທີ່​ໄດ້​ສຳ​ເລັດ​ປະມານ 84% ຂອງ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ເທິງ​ບົກ ຕາມ​ບັນດາ​ສົນທິສັນຍາ​ກຳນົດ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ສອງ​ຝ່າຍ​ຢືນຢັນຄວາມ​ຕັດສິນ​ໃຈ​​ກໍ່ສ້າງ​ຫຼັກ​ໝາຍ​ສຳລອງ, ຫຼັກ​ໝາຍ​ເພີ່ມ​ເຕີມ ​ໃຫ້​ສຳ​ເລັດ​​ໃນ​ປີ 2017, ບູລະນະ​ເອກະສານ​ການ​ແບ່ງ​ເຂດຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນທີ່​ກ່ຽວຂ້ອງ​ ຄື​ທີ່​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້​ກຳນົດ​ໄວ້, ກ້າວ​ເຖິງການ​ເຊັນ​ເອກະສານ​ນິຕິ​ກຳສະບັບ​ໜຶ່ງ ​ເພື່ອ​ຮັບຮອງ​ຜົນງານ​ແຫ່ງ​ການ​ສຳ​ເລັດ​ 84% ຂອງວຽກ​ງານ​ປັກຫຼັກ​ໝາຍ​ຊາຍ​ແດນ, ພ້ອມ​ກັນ​ນັ້ນ ​ກໍ່​ຫາ​ວິທີ​ແກ້​ໄຂ​ທີ່​ສະ​ເໝີ​ພາບ, ສົມ​ເຫດ​ສົມ​ຜົນ ຊຶ່ງ​ສອງ​ຝ່າຍຍອມຮັບ ​ເພື່ອ​ແກ້​ໄຂຢ່າງ​ຂາດ​ຕົວ ຕໍ່​ພາກສ່ວນ​ຊາຍ​ແດນ​ທີ່​ຍັງ​ບໍ່​ທັນ​ຈັດແບ່ງ ປັກ​ຫຼັກ​ໝາຍ ​ແນ​ໃສ່​ສຳ​ເລັດ​ວຽກ​ງານ​ຈັດ​ແບ່ງ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ເທິງ​ບົກ​ຍິ່ງ​ໄວ​ຍິ່ງ​ດີ.

ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ດຳລົງ​ຊີວິດ​ໃນ​ດິນ​ແດນ​ຂອງກັນ​ແລະ​ກັນ, ສອດຄ່ອງ​ກັບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ. ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນມີ​ການ​ຜັນ​ແປ​ຢ່າງ​ສັບສົນ​ໃນ​ປະຈຸ​ບັນ, ສອງ​ຝ່າຍ​ເປັນ​ເ​ອກະສັນ​ຈະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ຢູ່​ໃນ​ເວທີ​ປາ​ໄສ​ພະຫຸ​ພາຄີ; ​ເປັນ​ເອກະສັນ​ເສີມຂະຫຍາຍ​ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເອກະ​ພາບ; ສືບ​ຕໍ່​ເຮັດ​ວຽກ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ ອາ​ຊຽນ ​ໃນ​ຄວາມ​ພະຍາຍາມກໍ່ສ້າງ​ປະຊາ​ຄົມອາ​ຊຽນທີ່​ອີງ​ຕາມ​ກົດໝາຍ, ມຸ່ງ​ໝັ້ນ​ຮັບ​ໃຊ້​ປະຊາຊົນ ​ແລະ ຖື​ປະຊາຊົນ​ເປັນ​ໃຈກາງ, ​ເປັນ​ສູນ​ກາງຂອງ​ການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ໃນ​ພາກ​ພື້ນ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ; ​ແກ້​ໄຂ​ຂໍ້​ພິພາດ​ຕ່າງໆ​ດ້ວຍ​ສັນຕິ​ວິທີ, ອົດທົນ​ອົດ​ກັ້ນ, ບໍ່​ໃຊ້​ກຳລັງ​ອາວຸດ ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ສອດຄ່ອງ​ກັບ​ບັນດາ​ຫຼັກການທີ່​ໄດ້​ຮັບ​ການ​ຍອມຮັບ​ຢ່າງ​ກວ້າງຂວາງ​ໂດຍ​ກົດໝາຍ​ສາກົນ ປະກອບ​ດ້ວຍ​ອະນຸ​ສັນຍາ​ຂອງສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS); ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ວຽກ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ອາ​ຊຽນ - ຈີນ ​ເພື່ອ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶກ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ ​ແລະ ບັນລຸ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນນຳ​ກັນ ​ແລະ ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ ​ໃນ​ຂອບຄະນະ​ກຳມາ​ທີ​ການ​ແມ່​ນ້ຳຂອງ​ສາກົນ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ​ອື່ນ ​ເພື່ອ​ແນ​ໃສ່​ຮັບປະກັນ​ການຄຸ້ມ​ຄອງ ​ແລະ ​ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ຕາມ​ກົດທົ່ວ​ໄປ ​ແລະ​ກົດໝາຍສາກົນ, ​ເພື່ອ​ຜົນ​ປະ​ໂຫຍ​ດທີ່​ກົມກຽວ​ຂອງ​ບັນດາ​ປະ​ເທດ​ທີ່ຢູ່​ຕາມ​ຝັ່ງ​ແມ່​ນ້ຳຂອງ ​ແລະ ​ເພື່ອ​​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ໃນ​ພາກ​ພື້ນ.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມຫວຽດນາມ - ກຳປູ​ເຈຍ. 

ການ​ຢ້ຽມຢາມ​ປະ​ເທດ​ກຳປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ຄັ້ງ​ນີ້​ເປັນ​ເຫດການ​ປະຫວັດສາດ​ທີ່​ສຳຄັນ, ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ປະກອບ​ສ່ວນທີ່​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ຄວາມ​ພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດຫວຽດນາມ ​ແລະ ກຳປູ​ເຈຍ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາ​ກພື້ນ ​ແລະ ​ໃນ​ໂລກ./.

ສັງ​ລວມ​ໂດຍ ທູ່​ຍລີງ