ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງສະຫາຍ​ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ​ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ, ສະຫາຍ​ ຫງວຽນ​ຊວັນ​ຝຸກ, ນາຍົກລັດຖະມົນຕີ​ແຫ່ງ ​ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ນຳ​ພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຂອງ​ລັດຖະບານ​ແຫ່ງ ສສ ຫວຽດນາມ ດຳ​ເນີນ​ການ​ຢ້ຽມຢາມປະ​ເທດ ສປປ ລາວ ຢ່າງ​ເປັນ​ທາງ​ການ ​​ແຕ່​ວັນ​ທີ 26-27 ​ເມ​ສາ 2017.

ສະຫາຍ ຫງວຽນຊວັນຝຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໃນການພົບປະກັບນັກຂ່າວ ພາຍຫຼັງການພົບປະເຈລະຈາສອງຝ່າຍ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ ສປປ ​ລາວ, ສະຫາຍ ຫງວຽນ​ຊວັນ​ຝຸກ, ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ສະຫາຍ ບຸນ​ຍັງ ວໍລະ​ຈິດ, ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ; ພ້ອມ​ກັບ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ດຳ​ເນີນ​ການ​ພົບ​ປະ​​ເຈລະຈາສອງ​ຝ່າຍ ​ແລະ ຮ່ວມ​ກັນ​ເປີດ “ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2017”; ພົບ​ປະຫາລື​ກັບ​ສະຫາຍ​ນາ​ງ ປານີ ຍາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ; ຢ້ຽມຢາມ​ພົບ​ປະ​ກັບ​ສະຫາຍ ພັນ​ວັນ ວິພາ​ວັນ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ; ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ສະຫາຍ ວິ​ໄລ​ວົງ ບຸດ​ດາຄຳ, ປະທານ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ແລະ ຢ້ຽມຢາມ​ບັນດາ​ສະ​ຫາຍອະດີດ​ການ​ນຳ​ຂັ້ນ​ສູງ ​ພັກ-ລັດຂອງ​ລາວ ​ແລະ ຄອບຄົວ; ວາງ​ພວງມາລາ​ທີ່​ອານຸສາ​ວະລີ​ນັກຮົບ​ນິລະນາມ; ຢ້ຽມ​ຢາມ​ຫໍ​ພິ​ພິ​ຕະ​ພັນ ປະ​ທານ ​ໄກສອນ ພົມວິຫານ ແລະ ຢ້ຽມ​ຢາມ​ອາ​ນຸ​ສອນ​ສະ​ຖານ ​ປະ​ທານ ​ສຸ​ພາ​ນຸ​ວົງ; ຢ້ຽມຢາມ​ບາງພື້ນຖານ​ເສດຖະກິດ - ວັດທະນະທຳ ທີ່​ນະຄອນຫຼວງ​ວຽງ​ຈັນ; ຢ້ຽມຢາມສະຖານທູດເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ພົບປະໂອ້ລົມກັບພະນັກງານສະຖານທູດ, ສະມາຄົມຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກ ຢູ່ ສປປ ລາວ.

​ໃນ​ທ່າມກາງບັນຍາກາດ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ​​ໂດຍ​ສະ​ເພາະ ​ໃນ​ບັນຍາກາດ​ທີ່​ທັງສອງ​ປະ​ເທດ​​ພ້ອມ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ ປີ​ມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017, ການ​ນຳ​ຂັ້ນ​ສູງຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ທິດ​ທາງ ມາດ​ຕະການຕ່າງໆ ​ແນ່​ໃສ່​ປັບປຸງ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງລາວ - ຫວຽດນາມ.

ສອງ​ຝ່າຍ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ສາມັກຄີ​ມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017 ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ​ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ລະຫວ່າງ​ລາວ-ຫວຽດນາມ ຄົບຮອບ 55 ປີ (05-9-1962 - 05-9-2017) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ (18-7-1977 - 18-7-2017) ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ໃນການ​ໂຄສະນາ ​ແລະ ອົບຮົມ​ສຶກສາ ​ໃຫ້​ພະນັກງານ ແລະ ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ມູນ​ເຊື້ອ ​ແລະ ສາຍ​ພົວພັນພິ​ເສດ ລາວ-ຫວຽດນາມ; ຢືນຢັນ​ຈະ​ປະສານ​ສົມທົບນຳ​ກັນ ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ​ ປີ​ສາມັດ​ຄີ, ມິດຕະພາບລາວ - ຫວຽດນາມ 2017.

​ເພີ່ມ​ທະວີ​ການ​ພົບ​ປະ, ການ​ໄປມາຫາສູ່, ​ແລກປ່ຽນບັນດາ​​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​​ ໃນ​ຫຼາຍ​ຮູບ​​ແບບ; ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ ເນື້ອ​ໃນ​ຂອງ​ຖະ​ແຫຼ​ງການຮ່ວມ ​ແລະ ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ພິ​ເສດແມ່ນ ​ຜົນ​ກອງ​ປະຊຸມ​ຄັ້ງ​ທີ 39 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ທະວິ​ພາຄີ​ ຂອງ​ລັດຖະບານ, ສົນທິສັນຍາ​ຮ່ວມ​ມື ​ລະຫວ່າງ​ສອງ​ລັດຖະບານ ​ແລະ ບັນດາ​ແຜນ​ງານ, ​ແຜນການ​ຮ່ວມ​ມື ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນສອງ​ປະ​ເທດ.

​ເປັນ​ເອກະ​ພາບກັນ​ຜັນ​ຂະຫຍາຍ​ວຽກ​ງານ​​ໂຄສະນາ ເຜີຍ​ແຜ່ຢ່າງ​ກວ້າງຂວາງ ​ແລະ ປະຕິບັດ​ອະນຸ​ສັນຍາ​ວ່າ​ດ້ວຍ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ​ ລະຫວ່າງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ, ສັນຍາ​ວ່າ​ດ້ວຍ​ຫຼັກການ​ ໃນ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ທາງບົກ ລະຫວ່າງລັດຖະບານ​ ແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ລັດຖະບານ ​ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ​ໃຫ້​ມີ​ປະສິ​ດທິຜົນ​ສູງ ພາຍຫຼັງ​ທີ່​ເອກະສານ​ທັງ​ສອງ​ສະບັບ​ນີ້ ​ໄດ້​ຮັບ​ການ​ຮັບຮອງ ​ແລະ ມີ​ຜົນ​ບັງຄັບ​ໃຊ້.

ສອງ​ຝ່າຍ​ຢືນຢັນ​ເຖິງ​ຄວາມໝາຍ​ສຳຄັນ ​ແລະ ​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ພ້ອມ​ກັນ​ຊຸກຍູ້, ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ ​ຂອງ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ຄົມມະນຄົມ-ຂົນສົ່ງ ...; ປະສານ​ສົມທົບ​ກັນ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ສັນຍາ​ການ​ຄ້າ​ ລະຫວ່າງ​ສອງ​ລັດຖະບານ ທີ່​ໄດ້ລົງ​ນາມ​ກັນ​ວັນ​ທີ 3 ມີນາ 2015 ​ແລະ ສັນຍາ​ການ​ຄ້າ​ຊາຍ​ແດນ ລະຫວ່າງ​ສອງ​ລັດຖະບານ ທີ່​ໄດ້​ລົງ​ນາມ​ກັນ​ວັນ​ທີ 27 ມິຖຸນາ 2015, ສູ້​ຊົນ​ເພີ່ມ​ມູນ​ຄ້າ​ການ​ຄ້າ​ສອງ​ສົ້ນ ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ເພີ່ມ​ຂຶ້ນ 10% ທຽບ​ໃສ່​ປີ 2016; ​ເອົາ​ໃຈ​ໃສ່​ປະຕິບັດ​ ບົດ​ບັນ​ທຶດຄວາມ​ຊົງ​ຈຳ ​ລະຫວ່າງ​ສອງ​ລັດຖະບານ ກ່ຽວ​ກັບຍຸດ​ທະ​ສາດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະນາຄົມ-ຂົນ​ສົ່ງ ​ໄລຍະ 2016 - 2025, ວິ​ໄສ​ທັດ​ຮອດ​ປີ 2030.

ສອງຝ່າຍ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ​ໃນ​ການຮ່ວມມື​ດ້ານ​ການ​ສຶກສາ-ບຳລຸງ​ສ້າງ ​ແລະ ພັດທະນາຊັບພະຍາກອນ​ມະນຸດ, ສືບຕໍ່ຈັດ​ຕັ້ງປະຕິບັດ​ການ​ນຳ​ເອົາ​ເນື້ອ​ໃນ​ບັນດາຜະລິ​ຕະພັນຂອງ​ໂຄງການ​ປະຫວັດສາດການ​ພົບ​ພັນ​ພິ​ເສດ​ລາວ - ຫວຽດນາມ ​ເຂົ້າ​ໃນ​ການ​ສິດສອນຢູ່​ບັນດາ​ໂຮງຮຽນ​ຂອງ​ສອງ​ປະ​ເທດ; ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມື​ດ້ານ​ການ​ສຶກສາ-ບຳລຸງ​ສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ, ​ໃນ​ນັ້ນ​ເນັ້ນ​ໃສ່​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ.

ສອງຝ່າຍຢືນຢັນສືບຕໍ່ການປະສານສົມທົບກັນຢ່າງແໜ້ນແຟ້ນ ຢູ່ເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກການຮ່ວມມື ໃນອະນຸພາກພື້ນອື່ນໆ; ສືບຕໍ່ປະກອບສ່ວນ ເຂົ້າໃນການສ້າງ ປະຊາຄົມອາຊຽນ ໃຫ້ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ​ກັນ ແລະ ເສີມຂະຫາຍບົດບາດການເປັນແກນກາງ ຂອງອາຊຽນ ໃນໂຄງສ້າງພາກພື້ນ ທີ່ພວມເປັນຮູບເປັນຮ່າງຂຶ້ນ.

ສອງຝ່າຍສືືບຕໍ່ເນັ້ນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນຄວາມສະຫງົບປອດໄພ ຢູ່ທະເລຕາເວັນອອກ; ເປັນເອກະພາບກັນ ຊຸກຍູ້ການແກ້ໄຂ ບັນດາຂໍ້ຂັດແຍ່ງໃນທະ​ເລ​ຕາ​ເວັນ​ອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ​ອະນຸສັນຍາສະຫະປະຊາຊາດ ວ່າ​ດ້ວຍ​ກົດໝາຍ​ທະ​ເລປີ 1982 (UNCLOS 1982); ຮ່ວມກັບບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດຖະແຫຼງການກ່ຽວ​ກັບ​ການປະພຶດ ຂອງບັນດາຝ່າຍຢູ່ທະເລຕາ​ເວັນ​ອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ກ້າວ​ໄປ​ສູ່​ການ​ບັນລຸ ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການປະພຶດ (COC) ໂດຍໄວ.

ສອງຝ່າຍໄດ້ຮ່ວມກັນເປັນສັກຂີພິຍານການລົງນາມເອກະສານຮ່ວມມື 9 ສະບັບຄື: 1. ຂໍ້ຕົກລົງ ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການຮ່ວມລົງທຶນ ເພື່ອພັດທະນາ, ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ ທ່າເຮືອຫວຸ້ງອ່າງ (ທ່າທຽບເຮືອ 1,2 ແລະ 3); 2. ຂໍ້ຕົກລົງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການລົງທຶນກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ - ທ່າແຂກ - ມຸຢ້າ - ເຕິນເອິບ - ຫວຸ້ງອ່າງ; 3. ຂໍ້ຕົກລົງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການລົງທຶນ​ກໍ່ສ້າງ​ເສັ້ນທາງ ພູ​ທິດ​ເຜິ້ງ, ແຂວງຫຼວງພະບາງ ຫາ ຊາຍແດນນາຊອນ ຕິດກັບເມືອງດຽນບຽນ, ແຂວງດຽນບຽນ, ສສ ຫວຽດນາມ; 4. ຂໍ້ຕົກລົງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການສຶກສາຄວາມເປັນໄປໄດ້ (FS) ບັນດາໂຄງການ: ໂຄງການຍົກລະດັບເສັ້ນທາງ 18B, ແຂວງອັດຕະປື, ເສັ້ນທາງມາແຕ່ບ້ານ ປຸ່ງທ່າ - ລຽບແມ່ນ້ຳທາມາ - ເພຍລີ, ແຂວງໄຊສົມບູນ, ເສັ້ນທາງແຕ່ແຂວງໄຊສົມບູນ - ເຕເບເລ - ພູກ່ອງເຂົ້າ - ຊ້ຳຫໍ້ປາດົງ, ແຂວງໄຊສົມບູນ ສປປ ລາວ; 5. ອະນຸສັນຍາ ເພື່ອປັບປຸງສັນຍາວ່າດ້ວຍສິນຄ້າຜ່ານແດນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ໃນປີ 2009; 6. ອະນຸສັນຍາ ວ່າດ້ວຍການຮ່ວມມື ໃນການສຶກສາ-ບຳລຸງ​ສ້າງບຸກຄະລາກອນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ; 7. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ກ່ຽວກັບໂຄງການກໍ່ສ້າງສາງພັກນ້ຳມັນຮ່ອນລາ ແລະ ລະບົບທໍ່ສົ່ງນ້ຳມັນ ຮ່ອນລາ - ຄຳມ່ວນ; 8. ຂໍ້ຕົກລົງການຮ່ວມມື ລະຫວ່າງກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ; 9. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້ - ຂາຍໄຟຟ້າ​ຢູ່​ໂຮງງານໄຟຟ້າພະລັງຄວາມຮ້ອນ ເຊກອງ ລະຫວ່າງກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ ແລະ ກຸ່ມບໍລິສັດ ພອນສັກລາວ.

ການ​ຢ້ຽມຢາມມິດຕະພາບ​ຢ່າງ​ເປັນ​ທາງ​ການ​ທີ່​ປະ​ເທດ​ລາວ ຂອງ​ສະຫາຍ​ຫງວຽນ​ຊວັນ​ຝຸກ, ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ຄວາມ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ປະ​ເທດ​ລາວ ​ແລະ ຫວຽດນາມ ນັບ​ມື້​ນັບ​ຂະຫຍາຍຕົວ​ຂຶ້ນ ​ແລະ ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ສັງລວມ​ໂດຍ ​ເຟືອງ​ຈ່າ