ທ່ານນາຍົດລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ປີ 2017
ວກ.ອອນໄລ - ແຕ່ວັນທີ່ 11 ຫາ 12 ພຶດສະພາ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສສ ຫວຽດນາມ ໄດ້ມາເຖິງນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ ເພື່ອເຂົ້າຮ່ວມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ປີ 2017.
ເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ປີ 2017 ມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 600 ທ່ານ, ໃນນັ້ນມີການນຳຂັ້ນສູງຂອງຫຼາຍປະເທດຄື ນາຍົກລັດຖະມົນຕີກຳປູເຈຍ ສົມເດັດ ຮຸນເຊັນ, ນາຍົກລັດຖະມົນຕີລາວ ທອງລູນ ສີສຸລິດ, ປະທານາທິບໍດີຟີລິບປີນ ໂຣດຣີໂກ ດູເຕີເຕ; ລັດຖະມົນຕີຫຼາຍທ່ານຂອງປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ບັນດາປະເທດໃນພາກພື້ນເຊັ່ນ ຍີ່ປຸ່ນ, ສ.ເກົາຫຼີ…; ຜູ້ນຳຂອງຫຼາຍອົງກາຈັດຕັ້ງສາກົນ, ກຸ່ມບໍລິສັດໃຫຍ່ ຂອງພາກພື້ນ ແລະ ສາກົນ.
ໃນເວລາຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ເຂົ້າຮ່ວມແລະປະກອບຄວາມເຫັນ ໃນພິທີໄຂກອງປະຊຸມຄົບຄະນະ "ອາຊຽນ 50 ປີໜຸ່ມນ້ອຍ", ໃນການສົນທະນາລະຫວ່າງການນຳ “ອາຊຽນອາຍຸ 50 ປີ”, ໃນການສົນທະນາກ່ຽວກັບ “ການລົງທຶນກໍ່ສ້າງໂຄງສ້າງພື້ນຖານສະໝາດ”, ຟັງລາຍງານຂອງໜ່ວຍງານຍຸດທະສາດພາກພື້ນອາຊຽນ, ໃນການສຳມະນາສະເພາະກ່ຽວກັບຫວຽດນາມ, ໃນວາລະປິດກອງປະຊຸມ ແລະ ພິທີມອບຮັບໜ້າທີ່ເປັນເຈົ້າພາບເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ປີ 2018 ໃຫ້ຫວຽດນາມ.
ຢູ່ທີ່ລະບຽງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ຕ້ອນຮັບແລະສົນທະນາກັບຜູ້ນຳບັນດາອົງການຈັດຕັ້ງ, ກຸ່ມບໍລິສັດໃຫຍ່ຂອງພາກພື້ນ ແລະ ສາກົນຄື ຜູ້ອຳນວຍການຄຸ້ມຄອງເວທີປຶກສາຫາລືເສດຖະກິດໂລກ ຟີລິບ ໂຣສເລີ, ປະທານທະນາຄານລົງທຶນກໍ່ສ້າງໂຄງສ້າງພື້ນຖານອາຊີ (AIIB) ກິມ ຊ່າງຄູ້, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຊິສະໂກ ໂກ ຊິວຮົງ, ປະທານຮັບຜິດຊອບພາກພື້ນອາຊີ-ປາຊີຟິກ ຂອງກຸ່ມບໍລິສັນ P&G ແມກິສວາຣານ ຊູຣາຈານ, ຜູ້ອຳນວຍການພາກພື້ນຂອງທະນາຄານ HSBC ໂດແຣນ ສະເຕເດິນ, ຮອງປະທານກຸ່ມບໍລິສັດ Shire ລິນດາ ຊີ, ຮອງປະທານກຸ່ມບໍລິສັດ GE ກຣິສຕຽນ ບິນແນດ…
ປະກອບຄວາມເຫັນທີ່ການປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ເນັ້ນເຖິງການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງອາຊຽນ ທີ່ພວມສ້າງໂອກາດອັນສະດວກດີຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນມີຫວຽດນາມ ເຊິ່ງເປັນໜຶ່ງໃນບັນດາປະເທດທີ່ຂະຫຍັນຂັນເຄື່ອນທີ່ສຸດ ດ້ວຍຍອດປະລິມານຜະລິດຕະພັນພາຍໃນ (ຈີດີພີ) ເພີ່ມຂຶ້ນສະເຫຼ່ຍ 6% ຕໍ່ປີໃນເວລາ 30 ປີທີ່ຜ່ານມາ ແລະ ຄາດວ່າຈະເພີ່ມຂຶ້ນປະມານ 6,5-7% ຕໍ່ປີໃນໄລຍະ 2017 - 2020.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໃຫ້ຄວາມສັງເກດວ່າ ກໍ່ຄືກັນກັບບັນດາປະເທດອາຊຽນອື່ນໆ, ຫວຽດນາມມີຕະຫຼາດບົ່ມຊ້ອນທີ່ໃຫຍ່ໂຕ ກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ ຍ້ອນມີພົນລະເມືອງໜຸ່ມນ້ອຍຢ່າງຫຼວງຫຼາຍ, ໃນນັ້ນ 60% ຈຳນວນພົນລະເມືອງມີອາຍຸຕ່ຳກວ່າ 35 ປີ ແລະ ປະມານ 52% ຈຳນວນພົນລະເມືອງນຳໃຊ້ ອິນເຕີເນັດ; ຫວຽດນາມພວມຍູ້ແຮງການເຊື່ອມໂຍງສາກົນ ໂດຍຜ່ານການເຊັນສັນຍາການຄ້າເສລີ (FTA) ຫຼາຍສະບັບ, ໃນນັ້ນມີສັນຍາການຄ້າເສລີທີ່ມີມາດຕະຖານສູງ ແລະ ພ້ອມກັນກັບບັນດາປະເທດອາຊຽນ ກ້າວໄປເຖິງຕະຫຼາດອາຊຽນທີ່ເປັນເອກະພາບ…
ບົນຈິດໃຈດັ່ງກ່າວນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ສະເໜີຄວາມຄິດເຫັນໃຫ້ເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ຄວນພິຈາລະນາງສ້າງຕັ້ງ ໜ່ວຍປະຕິບັດງານເພື່ອຄົ້ນຄວ້າ, ສົ່ງເສີມນະໂຍບາຍການສຶກສາ, ຝຶກອົບຮົມອາຊີບ, ຊຸກຍູ້ການສ້າງຕັ້ງຕະຫຼາດຄວາມຄິດເຫັນລິເລີ່ມປະດິດສ້າງ (ສະຕາດ-ອັບ) ແລະສົ່ງເສີມບັນດາວິສາຫະກິດໃຫ້ລົງທຶນ ຫຼື ຊື້ບັນດາຄວາມຄິດລິເລີ່ມ ສະຕາດ-ອັບ ຂອງບັນດາຜູ້ເກັ່ງກ້າສາມາດໜຸ່ມອາຊຽນ. ທ່ານນາຍົກລັດຖະມົນຕີຢືນຢັນ: “ຫວຽດນາມຈະເຮັດຈົນສຸດຄວາມສາມາດເພື່ອພ້ອມກັບອາຊຽນ ແລະ ບັນດາຄູ່ຮ່ວມມື ໃນການປະຕິບັດເປົ້າໝາຍອັນສູງສົ່ງນີ້ໃຫ້ສຳເລັດຜົນ".
ໃນການສຳມະນາກ່ຽວກັບຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ຍົກໃຫ້ເຫັນແຈ້ງວ່າ ຫວຽດນາມພວມຕັດສິນໃຈກໍ່ສ້າງລັດຖະບັນສ້າງສັນການພັດທະນາ ແລະ ຢືນຢັນແຜນນະໂຍບາຍພັດທະນາວິສາຫະກິດເອກະຊົນໃຫ້ດຳລົງບົດບາດສຳຄັນໃນພື້ນຖານເສດຖະກິດ, ຍູ້ແຮງການປະຕິຮູບລະບຽບກົດໝາຍ, ສ້າງສິ່ງແວດລ້ອມທີ່ສະດວກດີໃຫ້ແກ່ວິສາຫະກິດ ແລະປະຊາຊົນ, ພິເສດແມ່ນຊາວໜຸ່ມ ໃຫ້ຍາດແຍ່ງເອົາໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ປັບປຸງບູລະນະການສຶກສາ, ເສີມຂະຫຍາຍຈິດໃຈເລີ່ມທຸລະກິດ, ຄວາມສາມາດປະດິດສ້າງ ແລະ ຄວາມຂະຫຍັນຂັນເຄື່ອນຂອງທົ່ວທັງຊາດ.
ດ້ວຍຈິດໃຈດັ່ງກ່າວນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ສະແດງຄວາມຫວັງໃຫ້ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດຮ່ວມມືກັບຫວຽດນາມເພື່ອຜົນປະໂຫຍດຮ່ວມກັນ, ພ້ອມກັນຍາດເອົາໄຊຊະນະ ແລະ ຄວາມສຳເລັດຜົນຮ່ວມກັນ.
ໃນໂອກາດນີ້, ດ້ວຍບົດບາດເປັນເຈົ້າພາບຂອງກອງປະຊຸມ ເອເປກ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ສະແດງຄວາມຊົມເຊີຍຕໍ່ບັນດາທ່ານຜູ້ແທນທີ່ມາຮ່ວມກອງປະຊຸມແລະການເຄື່ອນໄຫວຕ່າງໆຂອງ ເອເປກ ຢູ່ຫວຽດນາມ ເພື່ອພ້ອມກັນແບ່ງປັນຄວາມຄິດລິເລີ່ມຕ່າງໆ ແລະ ໂອກາດການຮ່ວມມື ເພື່ອຄວາມວັດທະນາຖາວອນລວມຂອງພາກພື້ນ.
ໃນພິທີປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ຮັບມອບບົດບາດເປັນເຈົ້າພາບຂອງເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ປີ 2018. ທ່ານນາຍົກລັດຖະມົນຕີໃຫ້ທັດສະນະວ່າ ການທີ່ເວທີປຶກສາຫາລືເສດຖະກິດໂລກ ຄັດເລືອກຫວຽດນາມເພື່ອຈັດຕັ້ງກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍພາກພື້ນ ອີກເທື່ອໜຶ່ງນັ້ນ ແມ່ນໄດ້ພິສູດຢັ້ງຢືນເຖິງການພັດທະນາຢ່າງແຂງແຮງຂອງຄວາມພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ເວທີປຶກສາຫາລືເສດຖະກິດໂລກ ກໍ່ຄືລະຫວ່າງຫວຽດນາມ ແລະ ປະຊາຄົມບັນດາວິສາຫະກິດ, ທ່ານນາຍົກລັດຖະມົນຕີຢືນຢັນຮ່ວມມືກັບເວທີປຶກສາຫາລືເສດຖະກິດໂລກ ແລະ ບັນດາປະເທດຄູ່ຮ່ວມມື ໃນການຈັດຕັ້ງກອງປະຊຸມເວທີປຶກສາຫາລືເສດຖະກິດໂລກວ່າດ້້ວຍອາຊຽນ ປີ 2018 ຢູ່ຫວຽດນາມ ຢ່າງສຳເລັດຜົນ./.
ໂດບ ບນ. (ສັງລວມຈາກຂ່າວສານຫວຽດນາມ)