ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງທ່ານ ສີ ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ​ປະຊາຊົນ​ຈີນ, ທ່ານປະທານ​​ປະເທດ​ຫວຽດນາມ ເຈິ່ນດ້າຍ​ກວາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ແລະ​ລັດ​​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ ສປ.ຈີນ ​ແຕ່​ວັນ​ທີ 11 ຫາ 13 ພຶດສະພາ 2017.

ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ.ຈີນ ແລະ ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ.ຫວຽດນາມ ພ້ອມກັນກວດແຖວກອງກຽດຕິຍົດ. (ພາບ: TTXVN)

ນີ້​ເປັນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໃນ​ຖານະ​ປະມຸກ​ແຫ່ງ​ລັດ ພາຍຫຼັງ​ທີ່​ຫວຽດນາມ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ສຳ​ເລັດ​ຜົນ, ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະມາ​ຊິດ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ​ເລືອກ​ຕັ້ງ​ຄະນະ​​ນຳພາ​ໃໝ່ຂອງ​ປະ​ເທດ. ຈີນ​ພວມ​ຢູ່​ໃນ​ໄລຍະ​ຜັນ​ຂະຫຍາຍ​ແຜນການ​ພັດທະນາ​ປະ​ເທດ 5 ປີ​ຄັ້ງ​ທີ 13, ຊຸກຍູ້​ການ​ປະຕິບັດເປົ້າ​ໝາຍ​ກໍ່ສ້າງ “ສັງຄົມ​ທີ່​ລ້ຳ​ລວຍຮອບດ້ານ” ​ໃຫ້​ບັນລຸ​ຜົນສຳ​ເລັດ​​ໃນ​ປີ 2020 ​ແລະ ພິ​ເສດ​ແມ່ນການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIX ຂອງ​ພັກ​ກອມ​ມູນິດ​ຈີນ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2017. ພັກ​ແລະ​ລັດ​ຈີນ​ ​ໄດ້ໃຫ້​ຄວາມ​ສຳຄັນ​ທີ່​ສຸດ ຕໍ່​ການ​ຢ້ຽມຢາມ ​ແລະ ​ໃຫ້ການ​ຕ້ອນຮັບ​ປະທານປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ຢ່າງ​ສົມ​ກຽດ, ຈິງ​ໃຈ, ດ້ວຍ​ພິທີ​ຕ້ອນຮັບ​ສູງ​ສຸດ ​ສຳລັບ​ປະມຸກ​ແຫ່ງ​ຊາດ.

​ໃນ​ການ​ຢ້ຽມຢາມ, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້ພົບ​ປະ​ເຈລະຈາ​ກັບທ່ານ ສີ ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ແຫ່ງ ສປ.​ຈີນ ​ແລະ​ ພົບ​ປະ​ຫາລື​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງປະ​ເທດ​ຈີນຄື ທ່ານ ຫຼີ ​ເຄີ້ສຽງ ນາຍົກລັດຖະມົນຕີ, ​ທ່ານ ຈາງ ​ເຕີ້​ຈຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ທ່ານ ຢູ ເຈິ້​ງ​ເສິງ ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ປະຊາຊົນ​ຈີນ ​ແລະ ທ່ານ ຫຼຶວ ​ຟ້ານຊື່ ​ເລຂາ​ຄະນະ​ເລຂາທິການ​ສູນ​ກາງພັກ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ​ ກໍ່​ໄດ້​ຕ້ອນຮັບທ່ານ ຫວາງ ຢາ​ເຊື້ອ ຮອງ​ປະທານກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ປະຊາຊົນ​ຈີນ, ທ່ານ ຫຼີ ຊີ​ຫຼີນ ປະທານ​ສະມາຄົມ​ມິດຕະພາບ​ການ​ຕ່າງປະ​ເທດ​ປະຊາຊົນ​ຈີນ, ປະທານ​ສະມາຄົມ​ມິດຕະພາບ ຈີນ-ຫວຽດນາມ, ພົບ​ປະ​ກັບຍາດ​ພີ່ນ້ອງ​ຂອງ​ອະດີດ​ທີ່​ປຶກສາ​ຈີນທີ່​ໄດ້​ຊ່ວຍເຫຼືອ​ຫວຽດນາມ​ໃນ​ສະ​ໄໝ​ຕໍ່ຕ້ານ ​ແລະ ​ເພື່ອນ​ມິດ​ຈີນ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ຄະນະ​ຜູ້​ແທນ​ ໄດ້​ມາ​ຢາມ​ສະຖານທູດ​ຫວຽດນາມ, ພົບ​ປະ​ໂອ້​ລົມ​ກັບ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຈີນ. ນອກຈາກ​ປັກ​ກິ່ງ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ຄະນະ​ຜູ້​ແທນ​ ກໍ່​ໄດ້​ໄປ​ຢ້ຽມຢາມ​ແຂວງ​ຮົກ​ກ້ຽງ ​ເຊິ່ງ​ເປັນ​ທ້ອງ​ຖິ່ນ​ທີ່​ມີ​ມູນ​ເຊື້ອ​ປະຫວັດສາດ​ອັນ​ດີ​ງາມ ​ແລະ ກໍ່​ເປັນ​ທ້ອງ​ຖິ່ນ​ໜຶ່ງ​ທີ່​ນຳ​ໜ້າ​ໃນ​ພາລະກິດ​ການ​ປະຕິ​ຮູບ​ເປີດ​ປະຕູ​ປະ​ເທດ​ຂອງ​ຈີນ; ຕ້ອນຮັບ​ເລຂາທິການ​ພັກ​ແຂວງ ​ແລະ​ປະທານ​ແຂວງ​ຮົກ​ກ້ຽງ.

​ໃນ​ບັນດາ​ການ​ພົບ​ປະ​ເຈລະຈາກັບ​ການ​ນຳ​ຂັ້ນ​ສູງ ​ແລະ ພົບ​ປະ​ກັບ​ວົງ​ການ​ຕ່າງໆ​ ຂອງ​ປະ​ເທດຈີນ, ປະທານ​ປະ​ເທດຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ ໃນ​​ແນວທາງ​ຂອງ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໃນ​ນັ້ນ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ, ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນ​ຕ່າງປະ​ເທດເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​​ແບບ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະເໝີ​ປາຍ​ຂອງພັກ​ແລະ​ລັດ​ຫວຽດນາມ​ແມ່ນ ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ ​ແລະ ​ມີ​ຄວາມ​ປະສົງ​ທີ່​ຈິງ​ໃຈ​ ຢາກພັດທະນາການ​ພົວພັນ​ມິດຕະພາບ​ຖານ​ເພື່ອນ​ບ້ານ​ໃກ້​ຄຽງ ​ແລະ ຮ່ວມື​ຮອບດ້ານ​ ກັບ​ພັກ​ແລະ​ລັດ​ຈີນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ປະກອບສ່ວນ​ອັນ​ຕັ້ງໜ້າ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ ຄວາມ​ວັດທະນາ​ຖາວອນ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ການ​ນຳຂັ້ນສູງ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບທ່າອຽງ​ພັດທະນາ​ທີ່​ຕັ້ງໜ້າ ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ຕີ​ລາຄາ​ສູງຕໍ່​ຄວາມ​ໝາຍ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ປະ​ເທດຈີນ ຂອງ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຝູຈ້ອງ (​ເດືອນ​ມັງກອນ 2017), ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ (​ເດືອນ​ກັນຍາ 2016) ​ແລະ ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ​ມໍ່​ນີ້.

ສອງ​ຝ່າຍ​ໄດ້​ບັນລຸ​ເຖິງ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນຫຼາຍ​ປະການ​ ກ່ຽວ​ກັບ​ທິດ​ທາງ ​ແລະ ບັນດາ​ມາດ​ຕະການ​ໃຫຍ່​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ທາງ​ການ​ເມືອງ, ປັບປຸງ​ຄວາມ​ພົວພັນ​ມິດຕະພາບ, ຊຸກຍູ້​ການ​ຮ່ວມ​ມື, ຮັກສາ​ສັນຕິພາບ ​ແລະ ທ່ວງທ່າ​ພັດທະນາ​ທີ່​ສົດ​ໃສ ​ໝັ້ນຄົງ ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສະ​ແດງ​ອອກ​ໃນ​ບາງ​ດ້ານທີ່​ລະອຽດ​ລຸ່ມ​ນີ້:

ທີ​ໜຶ່ງ, ປັບປຸງ​ແລະ​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ການ​ເມືອງ​ລະຫວ່າງ​ສອງ​ພັກ, ສອງປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ​ມູນ​ເຊື້ອ​ພົບ​ປະ​ສະໜິດສະໜົມ​ ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ປະ​ເທດ ດ້ວຍຮູບ​ການ​ທີ່​ໄຫວ​ພິບ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ທັນ​ການ ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ແລະ​ສຳຄັນ ​ໃນ​ສາຍ​ພົວພັນ​ສອງ​ຝ່າຍ, ກໍ່​ຄື​ສະພາບ​ການ​ພາກ​ພື້ນ ​ແລະ ສາ​ກົນ. ທ່ານ ສີ ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ແຫ່ງ ສປ.ຈີນ ຢືນຢັນ​ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ເອ​ເປ​ກ 2017.

ທີ​ສອງ, ​ເສີມ​ຂະຫຍາຍບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ ຢ່າງ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງຄະນະ​ກຳມາ​ທິການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ​ໃນ​ການ​ປະສານ​ງານ, ຊຸກຍູ້​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ ​ຂອງ​ສອງ​ປະ​ເທດ; ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ຈັດ​ຕັ້ງ​ເປັນ​ຢ່າງ​ດີ ກາ​ນພົບ​ປະລະ​ຫວ່າງ​ຜູ້ຕາງໜ້າ​ຂອງ​ສອງ​ກົມ​ການ​ເມືອງ; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ທູດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປະຕິບັດ​ກົດໝາຍ; ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ມິດຕະພາບປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ.

ທີ​ສາມ, ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ພັດທະນາ​ທີ່​ສົມ​ດູ​ນ ​ແລະ ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ໄດ້​ໃຊ້​ເວລາ​ຫຼາຍ​ເພື່ອ​ແລກປ່ຽນ ​ແລະ ​ເປັນ​ເອກະສັນ​ກ່ຽວ​ກັບບັນດາ​ມາດ​ຕະການ​ທີ່​ແທດ​ເໝາະ ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ​ໃຫ້​ຂະຫຍາຍຕົວ​ຢ່າງ​ສົດ​ໃສ ​ແລະ ຍືນ​ຍົງ. ​ໃນ​ນັ້ນ, ສອງ​ຝ່າຍ​ເພີ່ມ​ທະວີ​ການຊີ້ນຳ ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດນຳ ​ໃຫ້ຜັນ​ຂະຫຍາຍບັນດາ​ແຜນການ, ​ໂຄງການ, ​ແຜນ​ງານ ​ທີ່​ໄດ້​ຕົກລົງ​ກັນ ​ໃຫ້​ໄດ້​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ການ​ພັດທະນາ​ການ​ຄ້າ​ສອງ​ຝ່າຍ​ສົມ​ດຸນ, ຈີນ​ຈະ​ພ້ອມ​ກັນ​ຜັນ​ຂະຫຍາຍ​ວຽກ​ງານ​ຕ່າງໆ​ເຊັ່ນ ບຸລິມະສິດ​ການ​ປະ​ເມີນ​ມາດຕະຖານ​ເຂົ້າ​ຮ່ວມ​ຕະຫຼາດ​ຈີນ ສຳລັບ​ນ້ຳນົມ​ແລະ​ບັນດາ​ຜະລິດ​ຕະພັນ​ຈາກ​ນ້ຳນົມ​ຂອງ​ຫວຽດນາມ, ຍູ້​ແຮງການ​ປັບປຸງ​ໃຫ້​ສຳ​ເລັດ​ຂັ້ນ​ຕອນ​ທາງ​ກົດໝາຍ ​ກ່ຽວ​ກັບ​ການ​ເປີດ​ປະຕູ ສຳ​ລັບໝາກ​ໄມ້ບາງ​ຊະນິດ​ ຂອງ​ຫວຽດນາມ, ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ​ກະສິກຳ, ການ​ປ່າ​ໄມ້, ອາຫານ​ທະ​ເລ, ​ໃນ​ນັ້ນ​ມີ​ເຂົ້າສານ, ມັນ​ຕົ້ນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ເປີດ​ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ຕື່ມ​ອີກ​ ຂອງ​ຫວຽດນາມ​ຢູ່​ປະ​ເທດ​ຈີນ. ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ຫວຽດນາມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະ ຍຸດ​ທະ​ສາ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ ​ແລະ ສະ​ເໜີ​ໃຫ້​ຈີນ​ສະໜອງ​ສິນ​ເຊື່ອບຸລິມະສິດ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ ​ຢູ່​ຫວຽດນາມ.

​ໃນ​ເວລາ​ຢູ່​ຢ້ຽມຢາມ​ປະ​ເທດ​ຈີນ, ປະທານ​ປະ​ເທດຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ​ແລະ​ປະກອບ​ຄວາມ​ເຫັນ​ໃນ​ການ​ສຳ​ມະ​ນາ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ຫວຽດນາມ-ຈີນ ສອງ​ຄັ້ງ ຢູ່​ນະຄອນຫຼວງ​ປັກ​ກິ່ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ວັງ​ຢ໋າງ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກ​ລັດຖະມົນຕີ​ຈິນ ພ້ອມ​ດ້ວຍ​ຜູ້​ແທນ​ຂອງ​ປະມານ 350 ວິ​ສາ​ຫະກິດ​ຈີນ ​ແລະ ຢູ່​ແຂວງ ຮົກ​ກ້ຽງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 300 ວິ​ສາ​ຫະກິດ​ຈີນ. ປະທານ​ປະ​ເທດ​ຫວຽດນາມ​ໄດ້​ຕ້ອນຮັບ​ຜູ້​ແທນ​ຂອງ​ວາງ​ວິ​ສາ​ຫະກິດ​ໃຫຍ່ ທີ່​ມີ​ການ​ຮ່ວມ​ມື​​ເປັນ​ຢ່າງ​ດີກັບ​ຫວຽດນາມ.

ທີ​ສີ່, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ, ການທ່ອງທ່ຽວ ​ແລະ ​ການພົບປະ ແລກປ່ຽນປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ຊາວ​ໜຸ່ມ, ບັນດາ​ທ້ອງ​ຖິ່ນ ​ແລະ ອົງການໜັງສືພິມ​ລະຫວ່າງ​ສອງ​ປະ​ເທດ, ຜ່ານ​ນັ້ນ ​ເພື່ອ​ປັບປຸງ​ພື້ນຖານ​ສັງຄົມ​ໃຫ້​ແກ່​ນ້ຳ​ໃຈ​ມິດຕະພາບ​ ຫວຽດນາມ-ຈີນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ​ ໃຫ້​ນັບ​ມື້​ນັບ​ຂະຫຍາຍ​ຕົວຢ່າງ​ສົດ​ໃສ ​ແລະ ​ໝັ້ນ​ຄົງຍືນ​ຍົງ.

ທີ່​ຫ້າ, ຕັ້ງ​ໝັ້ນ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້​ງ​ໃນ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ໄດ້​ຢ່າງ​ເໝາະ​ສົມຕາມ​ຄວນ​ ​ເຮັດ​ໃຫ້​ສະພາບ​ການ​ມີ​ຄວາມ​ສະຖຽນ​ລະ​ພາບ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ຈິງ​​ໃຈ ​ແລະ ​ເປີ​ດອົກ​ເປີດ​ໃຈ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ຫຼັກ​ໝັ້ນທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງຫວຽດນາມ ​ກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນອອກ; ສະ​ເໜີ​ໃຫ້​ສອງ​ຝ່າຍ​ແກ້​ໄຂບັນຫາ​​ອາຊີບການ​ປະມົງ ​ແລະ ບັນຫາ​ການ​ເຄື່ອນ​ໄຫວຂອງ​ຊາວ​ປະມົງ​ ໃຫ້​ໄດ້​ຢ່າງ​ເໝາະ​ສົມ​ຕາມ​ຄວນ; ບໍ່​ປະ​ໃຫ້​ບັນຫາ​ໃນ​ທະ​ເລ​ເປັນ​ຜົນ​ກະທົບ​ເຖິງ​ທ່າ​ອຽງຂະຫຍາຍຕົວ​ ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເຖິງ​ສິ່ງ​ແວດ​ລ້ອມ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ຂອງ​ພາກ​ພື້ນ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນຈະ​ປະຕິບັດ​ຕາມ​ຢ່າງ​ເຂັ້ມ​ງວດ​ ຕໍ່​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ ຊີ້​ນຳ​ແກ້​ໄຂ​ບັນຫາ​​ເທິງ​ທະ​ເລ​ ຫວຽດນາມ-ຈີນ”, ​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ​ ບັນດາ​ກົນ​ໄກ​ເຈລະຈາ​ທີ່​ມີ​ຢູ່, ຄວບ​ຄຸມ​ຄວາມ​ຂັດ​ແຍ່ງ​ໃນ​ທະ​ເລ, ບໍ່​ມີ​ການ​ກະທຳ​ທີ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ ​ເປີດ​ກວ້າງ​ການ​ພິພາດ​ຂັດ​ແຍ່ງ; ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງຮອບ​ດ້ານ​ແລະ​ມີປະສິດທິ​ຜົນ, ຊຸກຍູ້​ໃຫ້​ບັນລຸ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວນ​ອອກ (COC) ​ໂດຍ​ໄວ.

​ໃນ​ຂອບ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ອອກແຈ້​ງການ​ຮ່ວມ ​ແລະ ​ເຊັນ​ເອກະສານ​ການ​ຮ່ວມ​ມື 5 ສະບັບ ​ປະກອບ​ດ້ວຍ: ຂໍ້​ຕົກລົງ​ກ່ຽວ​ກັບ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ສະພາບ​ການ​ໃໝ່​ ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ​ຂອງ​ສອງ​ປະ​ເທດ, ບົດ​ບັນທຶກ​ຄວາມ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕຣນີກ ລະຫວ່າງ​ກະຊວງ​ອຸດ​ສະ​ພະ​ກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ການ​ຄ້າ​ຈີນ, ບົດ​ບັນທຶກ​ຄວາມ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື ​ລະຫວ່າງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ ​ແລະ ​ໂຮງຮຽນ​ພັກ​ສູນ​ກາງ​ຈີນ, ສັນຍາ​ວ່າ​ດ້ວຍ​ການຮ່ວມ​ມື​ເສດຖະກິດ​ເຕັກນິກ​ ລະຫວ່າງ​ລັດຖະບານຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ຈີນ​ສະໜອງ​ຮ່ວງ​ຊ່ວຍ​ເຫຼືອ 200 ລ້ານ​ຢວນ ​ໃນ​ປີ 2017 ​ແລະ ສັນຍາ​ກ່ຽວ​ກັບ​ການ​ກູ້​ຢືມ​ເພີ່​ມ​ເຕີມ ສິນ​ເຊື່ອ​ບຸລິມະສິດ​ໃຫ້​ແກ່​ສາຍ​ທາງລົດ​ໄຟ​ໃນ​ເມືອງ ກາດລີ​ງ - ຮ່າ​​ໂດ​ງ. ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ສັນຍາ​ເສດຖະກິດ​ບາງ​ສະບັບ.

ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ປະ​ເທດ​ຈີນ​ໃນ​ຄັ້ງ​ນີ້​ ຂອງທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ຫວຽດນາມ - ຈີນ ​ໃຫ້​ພັດທະນາ​ໝັ້ນຄົງ, ສົດ​ໃສ​ ​ແລະ​ ​ຍືນ​ຍົງ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

​ໂດຍ ທຸ່ຍລິງ