ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 14-15 ພຶດສະພາ 2017, ກອງ​ປະຊຸມເວທີ​ປຶກສາຫາລື​ຂັ້ນ​ສູງ​ ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ “​ແລວ​ທາງ, ເສັ້ນທາງ” ​​ໄດ້​ຖືກ​ຈັດ​ຂຶ້ນ​ທີ່​ນະຄອນຫຼວງປັກ​ກິ່ງ, ສປ.ຈີນ ​ໂດຍ​ມີ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ທັງ​ໝົດ​ປະມານ 1.200 ຄົນ ຈາກ 100 ກວ່າ​ປະ​ເທດ ​ແລະ ບັນດາອົງການ​ຈັດ​ຕັ້ງ​ສາກົນ, ພາກ​ພື້ນ, ວິ​ສາ​ຫະກິດ ​ແລະ ວົງ​ການ​ນັກຮຽນ​ຮູ້.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຂົ້າຮ່ວມແລະປະກອບຄວາມເຫັນ ທີ່ວາລະປະຊຸມວົງມົນທີໜຶ່ງ ຂອງເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມື “ແລວທາງ, ເສັ້ນທາງ”. (ພາບ: TTXVN)

ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ລວມມີ​ການ​ນຳ​ຂັ້ນ​ສູງ​ຂອງ 29 ປະ​ເທດ, ​ໃນ​ນັ້ນ​ມີ ລັດ​ເຊຍ, ຄາ​ຊັກ​ສະຖານ, ​ແຊກ, ສະ​ວິດ​ເຊີ​ແລນ, ອີ​ຕາ​ລີ, ສະ​ເປ​ນ, ຕຸຣະກີ, ປາ​ກີ​ສະຖານ, ກຳປູ​ເຈຍ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລະບປິນ, ລາວ, ມຽນມາ, ​ເກ​ນີອາ, ຈີ​ເລ, ອາ​ເຈນ​ຕີ​ນາ...; ພ້ອມ​ດ້ວຍ​ເລຂາທິການ​ສະຫະ​ປະຊາ​ຊາດ, ປະທານ​ທະນາຄານ​ໂລກ ​ແລະ ຜູ້ອຳນວຍການ​ໃຫຍ່​ຂອງ​ກອງ​ທຶນ​ການ​ເງິນ​ສາກົນ. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ແລະ​ລັດຫວຽດນາມ ນຳ​ໂດຍປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ ສີ ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ແຫ່ງ ສປ.ຈີນ ​ໃຫ້​ຮູ້​ວ່າ, ຈີນ​ຈະ​ເພີ່ມ​ທະວີ​ການ​ລົງທຶນ, ຜ່ານ​ນັ້ນ​ຈະ​ສືບ​ຕໍ່​ຈ່າຍ​ເງິນ​ຕື່ມ​ອີກ 100 ຕື້​ຢວນ (14,5 ຕື້​ໂດ​ລາ​ສະຫະລັດ) ​ໃຫ້​ແກ່​ຄວາມ​ຄິດ​ລິ​ເລີ່​ມ “​ແລວ​ທາງ, ​ເສັ້ນທາງ”. ຕາມ​ຄະນະ​ກຳມາ​ທິກາ​ນກ່ຽວ​ກັບ​ການ​ປະຕິ​ຮູບ​ແລະ​ພັດທະນາ​ແຫ່ງ​ຊາດ​ຈີນ, ນັບ​ແຕ່​ປີ 2013, ບັນດາ​ການ​ລົງທຶນ​ຂອງ​ປະ​ເທດ​ຈີນ ​ທີ່​ມີຄວາມ​ກ່ຽວຂ້ອງ​ເຖິງ​ຄວາມ​ຄິດ​ລິ​ເລີ່​ມ “​ແລວ​ທາງ, ​ເສັ້ນທາງ” ​ໄດ້​ບັນ​ລຸ 60 ຕື້​ໂດ​ລາ​ສະຫະລັດ ​ແລະ ພາກສ່ວນ​ຫຼາຍ​ຂອງ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ອະນາ​ຄົດ ຈະ​ມີ​ຈຸດໝາຍ​ປາຍທາງທີ່​ບັນດາ​ປະ​ເທດທີ່​ເຂົ້າ​ຮ່ວມ​ໂຄງການ​ນີ້.

ຈີນ​ໃຫ້​ຮູ້​ວ່າ ​ເມື່ອ​ສຳ​ເລັດ​ຜົນ, ຄວາມ​ຄິດ​ລິ​ເລີ່​ມ “​ແລວ​ທາງ, ​ເສັ້ນທາງ” ຈະ​ສ້າງ​ເປັນ​ເຄືອ​ຂ່າຍ​ເສດຖະກິດ​ການ​ຄ້າ​ມີ່​ໃຫຍ່​ໂຕ ດ້ວຍ​ກຳ​ລັງຄວາມ​ສາມາດ​ພັດທະນາ​ປົກ​ຫຸ້ມ​ພູມີພາກ​ທີ່​ກວ້າງ​ໃຫຍ່ ກວມ​ດ້ວຍ​ພົນລະ​ເມືອງ 4,4 ຕື້​ຄົນ, ຍອດ​ປະລິມານ​ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) 21.000 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 30% ຂອງ​ ຈີ​ດີ​ພີ ​ທົ່ວ​ໂລກ) ​ແລະ ອາດ​ຈະ​ສ້າງ​ໃຫ້​ມີ​ມູນ​ຄ່າ​ການ​ຄ້າ​ຫຼາຍ​ກວ່າ 2.500 ຕື້​ໂດ​ລາ​ສະຫະລັດ ​ໃນ​ເວລາ​ໜຶ່ງ​ທົດ​ສະ​ວັດ ກໍ່​ຄື​ເຊື່ອມ​ຕໍ່​ກັບ​ບັນດາ​ຕະຫຼາດກຳລັງ​ພົ້ນ​ເດັ່ນ​ຂຶ້ນ ທີ່​ມີ​ຄວາມ​ສາມາດ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.

​ໃນ​ທີ່​ເວທີ​ປຶກສາ​ຫາລື, ການ​ນຳ​ຂອງ​ບັນດາ​ປະ​ເທດ ​ແລະ ຄູ່​ຮ່ວມ​ມື​ສາກົນ ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ບັນດາ​ຮູບ​ກາ​ນຮ່ວມມື​ສອງ​ຝ່າຍ, ສາມ​ຝ່າຍ, ພາກ​ພື້ນ ​ແລະ ພະຫຸ​ພາຄີ ​ໃນ​ສະພາບ​ການ​ທີ່​​ເສດຖະກິດໂລກ ພວມ​ຜ່ານ​ການ​ຜັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ພ້ອມ​ດ້ວຍ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ທີ່ແຊກ​ຊ້ອນ​ກັນ, ​ແລະ​ກໍ​ໄດ້​ໃຫ້​ຄວາມ​ຊົມ​ເຊີຍ​ແກ່​ຄວາມ​ຄິດ​ລິ​ເລີ່​ມ “​ແລວ​ທາງ, ​ເສັ້ນທາງ”. ບັນດາ​ບົດຮຽນ ​ແລະ ຜົນສຳ​ເລັດ​ທີ່​ພົວພັນ​ເຖິງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ໃນ​ພາກ​ຕົວ​ຈິງ​ ຂອງ​ຄວາມ​ຄິດ​ລິ​ເລີ່​ມນັ້ນ ​ໄດ້​ຖືກ​ແນະນຳ​ໃນ​ເວທີ​ປຶກສາ​ຫາລື. ບັນດາ​ປະ​ເທດ​ແລະ​ຄູ່​ຮ່ວມ​ມື​ສາກົນ​ທີ່​ເຂົ້າ​ຮ່ວມ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ເປົ້າ​ໝາຍ, ຫຼັກການ ​ແລະ ມາດ​ຕະການ​ຮ່ວມ​ມື​ໃນ​ເວລາ​ທີ​ຈະ​ມາ​ເຖິງ.

ພາຍ​ໃຕ້​ຫົວ​ຂໍ້ “​ແລວ​ທາງ ​ແລະ ​ເສັ້ນທາງ: ການ​ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຮ່ວມ​ກັນ”, ບັນດາ​ລັດຖະມົນຕີ, ວິ​ສາ​ຫະກິດ ​ແລະ ວົງ​ການ​ນັກຮຽນ​ຮູ້​ ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວົງມົນ - ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ທີ່​ສຸດ​ຂອງເວທີ​ປຶກສາ​ຫາລື ທີ່​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 15 ພຶດສະພາ 2017 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ​ເກືອບ 30 ປະມຸກ​ລັດ, ຫົວໜ້າ​ລັດຖະບານ ​ແລະ ບັນດາ​ຕົວ​ແທນ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ ​ເລຂາທິການ​ສະຫະ​ປະຊາ​ຊາດ, ປະທານ​ທະນາຄານ​ໂລກ ​ແລະ ຜູ້ອຳນວຍການ​ກອງ​ທຶນການ​ເງິນ​ສາກົນ.  

ຢູ່​ທີ່​ກອງ​ປະຊຸມ​ວົງມົນນີ້, ບັນດາ​ການ​ນຳ​ຂອງເວທີ​ປຶກສາ​ຫາລືຂັ້ນ​ສູງ ວ່າ​ດ້ວຍ​ການ​ຮ່ວມ​ມືສາກົນ “​ແລວ​ທາງ, ເສັ້ນທາງ” ​ໄດ້​ຮັບຮອງຜ່ານ​​ແຈ້​ງການ​ຮ່ວມ ​ເພື່ອ​ເຊີດ​ຊູຈິດ​ໃຈ​ສັນຕິພາບ, ການ​ຮ່ວມ​ມື, ສະ​ເໝີ​ພາບ, ຄວາມ​ໂປ່​ງ​ໃສ, ມີຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ ​ແລະ ສະ​ແດງ​ເຖິງຄວາມ​ປະສົງ​ຢາກ​ພ້ອມ​ກັນ​ມານະ​ພະຍາຍາມ​ໂດຍ​ຜ່ານ​ຄວາມ​ຄິດ​ລິ​ເລີ່​ມ “​ແລວ​ທາງ, ເສັ້ນທາງ” ​ໃນ​ການ​ປະສານ​ສົມທົບ​ກັບ​ບັນດາ​ຄວາມ​ຄິດ​ປະດິດ​ການ​ເຊື່ອມຕໍ່​ອື່ນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ. ບັນດາ​ຫຼັກການ​ຕົ້ນຕໍ​ສຳລັບ​ການ​ຮ່ວມ​ມື​ ກໍ​ໄດ້​ວາງ​ອອກ​ມາ, ​ໃນ​ນັ້ນ​ມີ​ການປຶກສາ​ຫາລື​ສະ​ເໝີ​ພາບ, ບົນ​ພື້ນຖານ​ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ​ເຄົາລົບ​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ບັນດາ​ປະຊາ​ຊາດ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ ຮັບປະກັນ​ຄວາມ​ສົມ​ດຸນ​ທາງ​ດ້ານ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ.

​ແຈ້​ງການ​ກໍ​ໄດ້​ຊີ້​ແຈງ​ບັນດາ​ມາດ​ຕະການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄົມມະນາຄົມ, ການ​ຄ້າ, ວິທະຍາສາດ​ ເຕັກ​ໂນ​ໂລຊີ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພົວພັນ​ແລກປ່ຽນ​ປະຊາຊົນ ຕາມ​ທິດ​ເຈາະ​ຈິ້ມ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ພິຈາລະນາ​ປະຕິບັດ​ການ​ຮ່ວມ​ມື. ລະອຽດ​ຄື ການ​ເພີ່ມ​ທະວີ​ການ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ, ການ​ຊຸກຍູ້​ການ​ເຊື່ອມ​ຕໍ່​ໂຄງ​ສ້າງ​ພື້ນຖານ​ ລະຫວ່າງ​ບັນດາ​ປະ​ເທດ, ການ​ຊ່ວຍ​ເຫຼືອ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ກາງ ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ເລິກ​ເຂົ້າ​ໃນ​ພວງ​ພະນັງ​ຄຸນຄ່າ​ພາກ​ພື້ນ ​ແລະ ​ໂລກ, ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ, ການ​ປົກ​ປັກ​ຮັກສາ​ຄວາມ​ຫຼາກ​ຫຼາຍທາງ​ຊີວະ​ພາບ ​ແລະ ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ການ​ຮ່ວມ​ມື​ທາງ​ດ້ານ​ການສຶກສາ ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ວັດທະນະທຳ ກິລາ ການທ່ອງທ່ຽວ ສາທາລະນະ​ສຸກ ​ແລະ ການ​ສື່ສານ.

​ໂດຍ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ແບບ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງເວທີ​ປຶກສາ​ຫາລື ​ແລະ​ເຂົ້າ​ໃນ​ຂະ​ບວນວິວັດ​ການ​ສ້າງ​ເອກະສານ​ຕ່າງໆ ຢ່າງ​ຕັ້ງໜ້າ.

​ໃນເວທີ​ປຶກສາ​ຫາລື, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້ກ່າວ​ຄຳ​ປາ​ໄສ​ໃນ​ສອງ​ວະລະ​ປະຊຸມ​ຕອນ​ເຊົ້າ ​ແລະ ຕອນ​ແລງ​ວັນ​ທີ 15 ພຶກ​ສະພາ ກ່ຽວ​ກັບ​ບັນດາ​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ນະ​ໂຍບາຍ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ເລິກ​ເຊິ່ງຍິ່ງ​ຂຶ້ນ” ​ແລະ “ຄວາມ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ການ​ເຊື່ອມ​ໂຍງ”. ​ໃນ​ນັ້ນ, ຫວຽດນາມ​ຊົມ​ເຊີຍ​ບັນດາ​ຄວາມ​ຄິດ​ເຊື່ອມ​ໂຍງ​ເສດຖະກິດ, ​ເຊື່ອມ​ຕໍ່​ພາກ​ພື້ນ​ເວົ້າ​ລວມ, ຄວາມ​ຄິດ​ລິ​ເລີ່​ມ “ແລວ​ທາງ, ​ເສັ້ນທາງ” ​ເວົ້າ​ສະ​ເພາະ ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ ລະຫວ່າງ​ປະ​ເທດ, ລະຫວ່າງ​ພາກ​ພື້ນ, ລະຫວ່າງ​ທະວີບ ​ໃນ​ສະພາບ​ທີ່​ໂລກ​ນັບ​ມື້​ນັບຕິດ​ແໜ້ນ​ກັນ​ ແລະ ຂຶ້ນ​ກັບ​ຊຶ່ງ​ກັນ​ແລະ​ກັນ ພ້ອມ​ດ້ວຍ​ບັນດາ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ.

​ໃນ​ບົດ​ປາ​ໄສ​ຂອງ​ຕົນ, ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ໄດ້​ຊີ້​ແຈງ​ບັນດາ​ທິດ​ທາງ​ເພື່ອ​ບັນລຸ​ເຖິງ​ການ​ຮ່ວມ​ມື​ແບບ​ຍືນ​ຍົງ, ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ ຂອງ​ບັນດາ​ປະຊາ​ຊາດ; ​ເນັ້ນ​ເຖິງ​ການ​ຮ່ວມ​ມື​ຄວນ​ຕິດ​ກັບການ​ປະຕິບັດ ​ໂຄງການ​​ການ​ພັດທະນາ​ແບບ​ຍືນ​ຍົງ 2030 ຂອງ​ສະຫະ​ປະຊາ​ຊາດ​, ສົມທົບ​ຢ່າງ​ກົມກຽວ​ກັບ​ບັນດາ​ກົນ​ໄກ​ພາກ​ພື້ນ​ແລະສາກົນ​ ທີ່​ມີ​ຢູ່​ໃນ​ປະຈຸ​ບັນ, ຮັບ​ປະ​ກົນ​ລັກສະນະ​ໝັ້ນ​ຄົງ, ມີ​ປະສິດທິ​ຜົນ, ​ເລີ່​ມຈາກ​ຄວາມ​ຕ້ອງການ​ພັດທະນາ ​ຂອງ​ບັນດາ​ປະ​ເທດ ຂອງພາກ​ພື້ນ, ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດແລະກົດໝາຍ​ສາກົນ, ສະໝັກ​ໃຈ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

​ໃນ​​ໂອກາດ​ນີ້, ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ໄດ້​ແບ່ງປັນ​ບົດຮຽນ​ແລະ​ການ​ປະກອບສ່ວນ​ ຂອງ​ຫວຽດນາມ ໃນ​ການ​ຊຸກຍູ້ການ​ເຊື່ອມ​ໂຍງ​ເສດຖະກິດ, ​ເຊື່ອມ​ຕໍ່​ພາກ​ພື້ນ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ 2030. ບັນດາຄວາມ​ເຫັນທີ່​ປະກອບສ່ວນ​ຂອງ​ຫວຽດນາມ​ ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຂອງ​ກອງ​ປະຊຸມ ​ແລະ ມີ​ຫຼາຍ​ເນື້ອ​ໃນ​ໄດ້​ຖືກ​ສ່ອງ​ແສງ​ເຂົ້າ​ໃນ​ແຈ້ງ​ການ​ຮ່ວມ.

​ໃນ​ຂອບ​ການ​ຢ້ຽ​ມຢາມ ​ແລະ ​ເຂົ້າຮ່ວມເວທີ​ປຶກສາ​ຫາລື, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ກໍ່​ໄດ້​ມີ​ການ​ພົບ​ປະສ​ອງຝ່າຍກັບ​ການ​ນຳ​ຂັ້ນ​ສູງ​ ຂອງ​ຫຼາຍ​ປະ​ເທດ​ຄື ສປປ.ລາວ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ຟິລິບ​ປິນ, ມາ​ເລ​ເຊຍ, ສີ ລັງກາ, ລັດ​ເຊຍ, ອີ​ຕາ​ລີ, ຍີ່ປຸ່ນ, ມຽນມາ, ອາ​ເຈນ​ຕີ​ນາ, ຈີ​ເລ, ປາ​ກີສະຖານ, ​ເບ​ລາຣຸດ, ອູ​ຊະ​ເບ​ກິ​ສະຖານ, ສະ​ວິ​ດເຊີ​ແລນ, ຮຸງ​ກາຣີ, ​ແຊກ​ເບຍ...

​ໃນ​ທີ່​ການ​ພົບ​ປະ​ເຫຼົ່າ​ນັ້ນ, ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ໄດ້​ປຶກສາ​ຫາລື​ກັບ​ການ​ນຳ​ຂອງ​ບັນດາ​ປະ​ເທດ​ ກ່ຽວ​ກັບບັນດາ​ມາດ​ຕະການ​ເພື່ອ​ຍຸກ​ຍູ້​ຍິ່ງ​ກວ່າ​ອີກ ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ກໍ​ຄື​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ຢູ່​ທີ່​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ, ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາຍ ​ແລະ ຄວາມ​ວັດທະນາ​ຖາວອນ​ລວມຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ການ​ນຳ​ຂອງ​ບັນດາ​ປະ​ເທດ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ແຫ່ງ​ການ​ພັດທະນາ ທີ່​ຫວຽດນາມບັນລຸ​ໄດ້​ ໃນ​ໄລຍະ​ເວລາ​ທີ່​ຜ່ານ​ມາ, ຢືນຢັນ​ຄວາມ​ນັບຖື​ຕໍ່​ບົດບາດ ​ແລະ ຖານະ​ຂອງ​ຫວຽດນາມ​ຢູ່​ໃນ​ພາກ​ພື້ນ ​ແລະ ສະ​ແດງ​ຄວາມ​ປະສົງ​ຢາກ​ຍູ້​ແຮງ​ການ​ພົວພັນຮ່ວມ​ມືຫຼາຍ​ດ້ານ​ກັບ​ຫວຽດນາມ. ຜູ້​ນຳຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ສະໜັບສະໜູນ​ຫວຽດນາມ​ ໃນ​ການຈັດ​ຕັ້ງ​ປີ ​ເອ​ເປ​ກ 2017 ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ຢູ່​ທີ່ເວທີ​ປຶກສາ​ຫາລືຂັ້ນ​ສູງ​ ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ “​ແລວ​ທາງ, ​ເສັ້ນທາງ” ຄັ້ງ​ນີ້, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ເຖິງ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ແບບ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ຂອງ​ພັກ​ແລະ​ລັດ​ຫວຽດນາມ. ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ, ​ແທ້​ຈິ​ງຢູ່​ທີ່ເວທີ​ປຶກສາ​ຫາລື ຂອງ​ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຢືນຢັນ​ເຈດຕະນາ​ດີ ​ແລະ ຖານະ​ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ສາກົນ ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ./.

​ໂດຍ ທຸ່ຍ​ລີງ