ວກ.ອອນໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ​ໂດ​ນານ ທຣັມ ປະທາ​ນາທີ​ບໍດີ​ແຫ່ງ​ສະຫະລັດ​ອາ​ເມຣິກາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຢ້ຽມຢາມ​ສະຫະລັດ​ອາ​ເມຣິກາ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 29 ຫາ 31 ພຶດສະພາ 2017. ນີ້​ເປັນ​ການ​ຢ້ຽມຢາມ​ສະຫະລັດ​ອາ​ເມຣິກາ​ຄັ້ງ​ທຳ​ອິດ ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວັນ​ຝຸກ ​ໃນ​ຖານະ​ຜູ້ນຳ​ໜ້າ​ລັດຖະບານ ​ແລະ ​ເປັນ​ການ​ພົບ​ປະສອງ​ຝ່າຍ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ - ສະຫະ​ລັກອາ​ເມຣິກາ ຄັ້ງ​ທຳ​ອິດ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ມີ​ຄະນະ​ການ​ນຳ​ໃໝ່.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ພົບປະສົນທະນາກັບປະທານາທິບໍດີ ໂດນານ ທຣັມ (ພາບ: TTXVN)

ການຢ້ຽມຢາມສະຫະລັດອາເມຣິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ຄັ້ງ​ນີ້​ ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວ​ມມື​ຮອບດ້ານ ລະຫວ່າງສອງປະເທດ, ທີ່ໄດ້ສ້າງຕັ້ງຂຶ້ນເມື່ອປີ 2013, ໃຫ້ສືບຕໍ່ຂະຫຍາຍຕົວ ຢ່າງມີປະສິດທິຜົນ ແລະ ມີຜົນຕົວຈິງ ທັງສາມດ້ານ ສອງຝ່າຍ, ພາກພື້ນ ແລະ ສາກົນ. ​ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ປະຕິບັດໂຄງການເຮັດວຽກທີ່ໜາ​ແໜ້ນ ປະກອບດ້ວຍ 45 ການເຄື່ອນໄຫວ. ຢູ່ທີ່ນະຄອນຫຼວງ ວໍຊິງເຕິນ ດີຊີ, ທ່ານນະຍົກລັດຖະມົນຕີ ຫງວຽນຊວັນຝຸດ ແລະ ປະທານາທິບໍດີ ໂດນານ ທຣັນ ໄດ້ດຳເນີນການພົບປະເຈລະຈາສອງຝ່າຍ ​​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ ຮອງ​ປະທານາທິບໍດີ ມາຍ ແພັນ, ບັນດາລັດຖະມົນຕີ, ສະມາຊິກຫຼັກແຫຼ່ງທີ່ສຳຄັນທີ່ສຸດ ຂອງ​ອຳນາດ​ການ​ປົກຄອງສະຫະລັດອາເມຣິກາ, ພົບປະກັບນັກຂ່າວ; ທ່ານນາຍົກກໍ່ໄດ້ຕ້ອນຮັບ, ເຮັດວຽກກັບທ່ານລັດຖະມົນຕີ ແລະ ຜູ້ແທນການຄ້າຂອງສະຫະລັດອາເມຣິກາ, ລັດຖະມົນຕີກະຊວງການກະເສດ; ​ໂທລະສັບ​ແລກປ່ຽນ​ກັບ​ສະມາຊິກ​ລັດຖະສະພາ 4 ທ່ານທີ່ເປັນການນຳ ຂອງພັກປະຊາທິປັດ ແລະ ພັກສາທາລະນະລັດ; ​ເຂົ້າຮ່ວມ​ງານ​ລ້ຽງ​ ຂອງອຳນາດການປົກຄອງສະຫະລັດອາເມຣິກາ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ອາ​ເມຣິກາ ເປັນເຈົ້າພາບ. ຢູ່ທີ່ນະຄອນ ນິວຢອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ພົບປະກັບໂອ້ລົມກັບບັນດາປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ພົບ​ປະ​ສຳ​ມະ​ນາ​ກັບ​ການ​ນຳ ​ຂອງບັນດາກຸ່ມບໍລິສັດ, ບໍລິສັດຂະໜາດໃຫຍ່ ຂອງສະຫະລັດອາເມຣິກາ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຢາມແລະໂອ້ລົມກັບພະນັກງານ, ລັດຖະກອນ ໃນຄະນະຜູ້ແທນປະຈຳການຫວຽດນາມ ຢູ່​ທີ່​ອົງການ​ສະຫະ​ປະຊາ​ຊາດ, ສະຖານທູດຫວຽດນາມທີ່ ວໍຊິງເຕິນ…

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ສະ​ແດງ​ຄວາມ​ເປັນ​ເອກະ​ສັນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຕາມ​ທິດ​ມີ​ເນື້ອ​ແທ້​ຕົວ​ຈິງ, ມີ​ປະສິດທິ​ຜົນ, ໝັ້ນຄົງ​ຍືນ​ຍົງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຢູ່​​ພາກ​ພື້ນ ​ແລະ ​ໃນ​ໂລກ, ບົນ​ພື້ນຖານ​ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ, ​ເຄົາລົບ​ກົດໝາຍ​ສາກົນ, ​ເຄົາລົບ​ລະບອບ​ການ​ເມືອງ, ​ເອກະລາດ, ອຳນາດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​ແລະ​ກັນ. ປະທານາທິບໍດີ ​ໂດ​ນານ ທຣັມ ຢືນຢັນ​ຈະ​ມາ​ຢ້ຽມຢາມ​ສອງ​ຝ່າຍ​ທີ່​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ການ​ມາ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ເອ​ເປ​ກ 2017 ທີ່​ປະ​ເທດ​ຫວຽດ​ນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້​ມີ​ບົດ​ປາ​ໄສ​ສຳຄັນ ທີ່​ໄດ້​ຮັບ​ການຕີ​ລາຄາ​ສູງ ຢູ່​ທີ່​ກອງ​ທຶນມໍລະດົກ, ຊຶ່ງ​ທ່ານ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ແລະສະຫະລັດອາເມຣິກາ ​ແບ່ງປັນ​ຜົນ​ປະ​ໂຫຍ​ດລວມກັນ​ ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບປອດ​ໄພ ການ​ຮ່ວມ​ມື ​ແລະ ຄວາມ​ວັດທະນາ​ຖາວອນ ​ຢູ່​ອາຊີ - ປາຊີ​ຟິກ, ຫວຽດນາມ​ໃຫ້​ຄວາມ​ສຳຄັນ ​ແລະ ປະສົງ​ຢາກ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ກັບສະຫະລັດອາເມຣິກາ ຍິ່ງ​ກວ່າ​ອີກ.

ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ໃຫ້​ບຸລິມະສິດ​ແກ່​ການ​ຮ່ວມມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ ຕາມ​ທິດ​ມີ​ປະສິດທິ​ຜົນ ​ແລະ ສອງຝ່າຍ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໄດ້​ລົງທຶນ, ຮ່ວມ​ມື, ທຳ​ການ​ທຸລະ​ກິດ​ຢ່າງ​ສະດວກ​ດີ. ​ໃນ​ການ​ຢ້ຽມຢາມ​ ໄດ້​ມີ​ການ​ພົບ​ປະ​ສຳ​ມະ​ນາ​ວິ​ສາ​ຫະກິດ​ສອງ​ຄັ້ງ ຢູ່​ນະຄອນຫຼວງ​ວໍ​ຊິງເຕິ​ນ ​ແລະ ຢູ່​ນະຄອນ ນິວຢອກ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ລົງທຶນ​ການ​ເງິນ​ໃຫຍ່ ​ຂອງ​ສະຫະລັດ​ອາ​ເມຣິກາ. ຂໍ້​ຕົກລົງ​ທາງ​ເສດຖະກິດ​ທີ່​ສຳຄັນ​ຫຼາຍ​ສະບັບ ​ໄດ້​ຮັບ​ການ​ລົງ​ນາມລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ຊຶ່ງ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 10 ຕື້​ໂດ​ລາ​ສະຫະລັດ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ເຕີບ​ໂຕ​ຂອງ​ທັງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ - ຝຶກ​ອົບຮົມ, ສາທາລະນະ​ສຸກ, ຄົ້ນຄວ້າ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການ​ອາ​ວະ​ກາດ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ,…

ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນຄວາມ​ສະຫງົບ​ປອດ​ໄພ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ຮ່ວມ​ມື ບົນ​ພື້ນຖານ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ສອງ​ຝ່າຍ​ເຊັ່ນ ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ປີ 2011, ຖະ​ແຫຼງການ​ວິ​ໄສ​ທັດ​ຮ່ວມ ກ່ຽວ​ກັບ​ການ​ພົວພັນທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ປີ 2015.

ສອງ​ຝ່າຍ​ພ້ອມ​ກັນ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ ​ຢູ່​ພາກ​ພື້ນແລະ​ໃນ​ທົ່ວ​ໂລກ​ ເຊັ່ນ ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ​ການເດີນ​ອາກາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວາ​ມໝັ້ນຄົງທາງ​ດ້ານ​ສາທາລະນະ​ສຸກ, ການ​ຄ້າ​ມະນຸດ​ແລະ​ສັດປ່າ, ຕ້ານ​ການ​ເຜີຍ​ແຜ່​ອາວຸດທີ່​ມີ​ອຳນາດ​ທຳລາຍ​ລ້າງ​ສູງ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວນ​ອອກ, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ແກ້​ໄຂ​ບັນດາ​ບັນຫາ​ທະ​ເລ​ຕາ​ເວັນ​ອອກດ້ວຍ​ສັນຕິ​ວິທີ, ​ໂດຍຜ່ານ​ບັນດາ​ຂັ້ນ​ຕອນທາງ​ການ​ທຸດ ​ແລະ ກົດໝາຍ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002, ຫັນ​ໄປ​ສູ່​ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກໍ່​ໄດ້​ພົບ​ປະສະໜິດສະໜົມ​ກັບ​ປັນຍາ​ຊົນ, ນັກທຸລະ​ກິດ​ຄົນ​ຫວຽດນາມ​ຈຳນວນ​ໜຶ່ງ​ຢູ່ສະຫະລັດອາເມຣິກາ. ​ໃນ​ການ​ພົບ​ປະນັ້ນ, ​ໄດ້​ມີ​ການ​ປະກອບ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ​ຫຼາຍ​ປະການກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ໄດ້​ສະ​ເໜີ ​ແລະ ນາຍົກລັດຖະມົນຕີ​ໄດ້​ຈົດ​ຈຳ ​ແລະ ຢືນຢັນ​ຈະ​ມອບ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ພິຈາລະນາ​ຢ່າງ​ຕັ້ງໜ້າ.

ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ຢ້ຽມຢາມ​ໄດ້​ບັນ​ລຸ​ຜົນສຳ​ເລັດ​ຮອບດ້ານ ​ໃນ​ບັນດາ​ຂົງ​ເຂດ​ທີ່​ເປັນ​ເສົາ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ສະຫະລັດອາເມຣິກາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ເປັນ​ການ​ນຳ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທຳ​ອິດ ​ທີ່​ໄປຢ້ຽມຢາມສະຫະລັດອາເມຣິກາ ​ແລະ ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ ​ໂດ​ນານ ທຣັມ. ການ​ຢ້ຽມຢາມ​ໄດ້​ປະກອບສ່ວນຮັກສາ​ທ່ວງທ່າ​ພັດທະນາ​ການ​ພົວພັນ, ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມກັນ, ປັບປຸງ​ພື້ນຖານ​ການ​ພົວພັນ​ທີ່​ໄດ້​ສ້າງ​ຂຶ້ນ​ມາ​ ​ແລະ ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ ປະກອບສ່ວນ​ກໍ່ສ້າງ​ການ​ພົວພັນ​ເຮັດ​ວຽກກັບ​ການ​ນຳ​ອຳນາດ​ການ​ປົກຄອງ ​ແລະ ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ​ຂອງສະຫະລັດອາເມຣິກາ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຫຼັກ​ໝັ້ນ​ຂອງ​ກັນ, ບັນ​ເທົາຄວາມ​ກັງວົນ​ຈຳນວນ​ໜຶ່ງ ​ແລະ ສ້າງ​ຄວາມ​​ໄວ້​ວາງ​ໃຈ​ຊຶ່ງ​ກັນ​​ແລະ​ກັນ​ລະຫວ່າງ​ສອງ​ຝ່າຍ.

ຜ່ານ​ການ​ຢ້ຽມຢາມ, ສອງຝ່າຍ​ໄດ້ຮັກສາ ​ແລະ ​ເປີດ​ກວ້າງບັນດາ​ກົນ​ໄກ​ຮ່ວມ​ມື, ສົນທະນາ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ທີ່ລະ​ອຽດ, ພ້ອມ​ກັນ​ນັ້ນ​ກໍ່​ແກ້​ໄຂ​ບັນດາ​ຄວາມ​ແຕກ​ຕ່າງ, ບັນຫາ​ທີ່​ເກີດ​ຂຶ້ນ ​ຢ່າງ​ທັນ​ການ, ບໍ່​ປະ​ໃຫ້​ມັນ​ກີດ​ກັ້ນທ່ວງທ່າ​ພັດທະນາ​ລວມຂອງ​ການ​ພົວພັນ​ສອງ​ຝ່າຍ.

*** ​ໃນ​ເວລາ​​ຢ້ຽມຢາມສະຫະລັດອາເມຣິກາ, ຢູ່​ທີ່ ນິວຢອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ ອານ​ໂທ​ນີ​ໂອ ​ກູ​ເຕີ​ແຣສ ​ເລຂາ​ທີ​ການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ພ້ອມ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດເຂົ້າ​ຮ່ວມ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງການ​ພົວພັນ​ຫວຽດນາມ - ສະຫະ​ປະຊາ​ຊາດ​ຄົບຮອບ 40 ປີ. ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ເປັນ​ການ​ເລີ່​ມຕົ້ນ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ ໃນ​ການ​ພົວພັນ​ລະຫວ່າງຫ​ວຽດນາມ​ແລະ​ສະຫະ​ປະຊາ​ຊາດ.

ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ​ແລະ ທ່ານນາຍົກລັດຖະມົນຕີ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ​ແລະ ລ້ວນ​ແຕ່​ໄດ້​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ສະໜັບສະໜູນລັດທິ​ພະຫຸ​ພາຄີ, ​ໃນ​ນັ້ນ​ສະຫະ​ປະຊາ​ຊາດ​ມີ​ບົດບາດ​​ເປັນ​ໃຈກາງ. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ໂດຍ​ລວມ ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ສະຫະ​ປະຊາ​ຊາດ ​ໃນ 40 ປີ​ທີ່​ຜ່ານ​ມາ ​ແລະ ສົນທະນາ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ເວລາ​ຕໍ່​ໄປ. ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ຫວຽດນາມ​ບັນລຸ​ໄດ້​ໃນ 40 ທີ່​ຜ່ານ​ມາ ​ແລະ ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ຫວຽດນາມ​ ໃນ​ການ​ປະຕິບັດ​ພາລະ​ກຳ​ຂອງສະຫະ​ປະຊາ​ຊາດ ​ເຂົ້າ​ໃນ​ສາມ​ເສົາ​ຄ້ຳ​ຄື ສັນຕິພາບຄວາມ​ໝັ້ນຄົງ, ການ​ຮ່ວມ​ມື​ເພື່ອ​ພັດທະນາ ​ແລະ ສິດທິ​ມະນຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງສະຫະ​ປະຊາ​ຊາດ ​ໃນ​ຂະ​ບວນວິວັດ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ສາກົນ​ຂອງ​ຫວຽດນາມ.

ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ອານ​ໂທ​ນີ​ໂອ​ ກູ​ເຕີ​ແຣສ ຫວັງ​ວ່າ​ຫວຽດນາມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ວິວັດ​ການ​ປະຕິບັດ ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ 2030 ​ແລະ ຢືນຢັນ​ວ່າ ສະຫະ​ປະຊາ​ຊາດ​ຈະລະດົມ​ແຫຼ່ງພະລັງ​ເພື່ອ​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ລວມ. ສ່ວນ​ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນຍາ​​ໃນ​ການປະຕິບັດ ໂຄງການ​ພັດທະນາ​ແບບ​ຍືນ​ຍົງ 2030 ດ້ວຍຄວາມ​ຕັດສິນ​ໃຈ​ສູງ​ສຸດ, ຄື​ທີ່​ໄດ້​ຜັນ​ຂະຫຍາຍ​ບັນດາ​ເປົ້າໝາຍພັດທະນາ​ສະຫັດ​ສະ​ວັດ​ຢ່າງ​ສຳ​ເລັດ​ຜົນ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ການ​ຢ້ຽມຢາມສະຫະລັດອາເມຣິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີງາມ​ທີ່​ສຸດ, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັກສາ​ແລະ​ພັດທະນາ​ການ​ພົວພັນ, ພ້ອມ​ກັນ​ນັ້ນ​ກໍ່​ບັນລຸ​ຄວາມ​ຮັບ​ຮູ້​ລວມ ກ່ຽວ​ກັບຂອບ​ເຂດ​ໃໝ່​ຂອງ​ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດນາມ - ສະຫະລັດອາເມຣິກາ ​ໃນ​ເວລາ​ຕໍ່​ໄປ, ສ້າງ​ກຳລັງ​ໜູນ​ໃໝ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ໂດຍ ທຸ່ຍລີງ