ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຂີນ​ຂອງ​ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ​ສັງຄົມ​ນິຍົມ​ຫວຽດນາມ, ທ່ານ ມີ​ລອສ ​ເຈ​ມານ ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ ​ແຊັກ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ​ແຕ່​ວັນ​ທີ 6 ຫາ 8 ມິຖຸນາ 2017.

ປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານ ມີລອສ ເຈມານ ປະທານາທິບໍດີແຫ່ງ ສາທາລະນະລັດ ແຊັກ. (ພາບ: TTXVN)

ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານປະທານາທິບໍດີ ມີ​ລອສ ​ເຈ​ມານ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ; ພົບ​ປະ​ກັບ​ທ່ານ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ທ່ານ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ; ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ ​ເວື​ອງດິ່ງ​ເຫວ້; ​ເຂົ້າ​ຮ່ວ​ເວທີ​ປາໄສ​ວິ​ສາ​ຫະກິດ​ຫວຽດນາ - ​ແຊັກ ​ແລະ ພົບ​ປະ​ກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ​ແຊັກ. ມາ​ພ້ອມ​ກັບ​ປະທານາທິບໍດີ ສ.​ແຊັກ ມີ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດຂະ​ໜາມ​ໃຫຍ່ ​ໂດ​ຍ​ແມ່ນ​ສະຫະພັນ​ອຸດສາຫະກຳ ​ແຊັກ ​ເປັນ​ຜູ້​ຈັດ​ຕັ້ງ ກວມ​ມີ​ຜູ້ຕາງໜ້າ​ຂອງ 60 ບໍລິສັດ​ສັງ​ກັດ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ກັນ​ຂອງ ​ສ.ແຊັກ.

ບັນດາ​ການ​ພົບ​ປະ​ເຈລະຈາ, ການ​ປຶກສາຫາລື​ ໄດ້​ດຳ​ເນີນ​ໃນ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ມີ​ລັກສະນະສ້າງສັນ, ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ສອງຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​​ເສດຖະກິດ, ການ​ເມືອງ, ການ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ການ​ຕ່າງປະ​ເທດ ຂອງ​ແຕ່ລະ​ປະ​ເທດ. ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຮັກສາ ​ແລະ ​ເພີ່ມ​ທະວີ​ການປຶກສາ​ຫາລື​ທາງ​ດ້ານ​ການ​ເມືອງ ລະຫວ່າງ​ການ​ນຳ​ຂັ້ນ​ສູງ ກໍ່​ຄືການ​ແລກປ່ຽນຄະ​ນະຜູ້​ແທນ​ ລະຫວ່າງ​ກະຊວງ, ຂະ​ແໜງ​ການ ​ແລະ ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ; ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ການ​ຮ່ວມມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ​ລະຫວ່າງ​ສອງ​ປະ​ເທດ ມີ​ການ​ຂະຫຍາຍຕົວ​ຢ່າງ​ເປັນ​ປົກກະຕິ, ມູນ​ຄ່າ​ສິນຄ້າ​ສອງ​ສົ້ນ​ບັນລຸ​ສະ​ເຫຼ່ຍປະມານ 250 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ​ ໃນ​ຊຸມ​ປີ​ທີ່​ຜ່າ​ນມາ​ມໍ່​ນີ້. ​ເພື່ອ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂຶ້ນ​ສູ່​ລະດັບ​ໃໝ່, ສອງ​ຝ່າຍ​ຕົກລົງ​ກັນ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົນ​ໄກຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື, ​ເພີ່ມທະວີ​ການ​ສົ່ງ​ເສີມພັດທະນາ​ການ​ຄ້າ, ການ​ລົງທຶນ, ສົ່ງ​ເສີມ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ຕິດ​ຕໍ່​ກັບ​ຄູ່​ຮ່ວມ​ມື, ຄົ້ນຄວ້າ​ຊອກ​ຮູ້​ກ່ຽວ​ກັບ​ຕະຫຼາດ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່ ສ.​ແຊັກ ມີ​ທ່າ​ແຮງ ​ແລະ ຫວຽດນາມ​ມີ​ຄວາມ​ຕ້ອງການ, ​ເຊັ່ນ ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ປຸງ​ແຕ່ງອາຫານ, ຢາ, ການວາງ​ແຜນຜັງ​ເມືອງ​ແລະການ​ຂົນ​ສົ່ງ​ສາລະ​ນະ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ... ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ຈຳ ​ກ່ຽວ​ກັບ​ການ​ຮ່ວມ​ມື 7 ສະບັບ ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື: ກຸ່ມ​ບໍລິສັດ ອົບ​ໂຕກ​ອນ ​ແລະ ບໍລິສັດ​ເຕັກ​ໂນ​ໂລ​ຊີ ຊິງ​ຝຸກ; ບໍລິສັດ ດຣີ​ໂວ​ຈາ​ສ ​ແລະ ບໍລິສັດ​ຜະລິດ​ເຊຣາມິກ ຮາວ​ແກງ; ກຸ່ມ​ບໍລິສັດ​ທ່ອງ​ທ່ຽວ​ແລະ​ບໍລິການ​ການ​ບິນທະ​ເລ​ຕາ​ເວັນ​ອອກ ​ແລະ ທະນາຄານ ອິນ​ໂດ​ວີນາ; ບໍລິສັດ ກຼີນ​ເນັກ ​ແລະ ບໍລິສັດ ກາ​ຟາ​ຣ໌ກໍ; ກຸ່ມ​ບໍລິສັດ ​ເທັກ​ນີ​ແຊັກ ​ແລະ ບໍລິສັດ ​ແຢສ​ເທັກ; ​ໂຮງພະຍາບານ ນາ ​ໂຮ​ໂມນ​ຊ໌ ​​ແລະ ​ໂຮງພະຍາບານ​ມິດ​ຕິ​ພາບ​ຫວຽດນາມ; ບໍລິສັດ ວາຣີ ​ແລະ ບໍລິສັດ​ເຕັກ​ໂນ​ໂລ​ຊີ ຈາ​ແມ​ສ ບອດ.

ຄຽງ​ຂ້າງ​ນັ້ນ, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ພະລັງງານ, ການ​ສຶກສາ-ຝຶກ​ອົບຮົມ, ວັດທະນະທຳ, ທ່ອງ​ທ່ຽວ, ຍຸດຕິ​ທຳ ​ແລະ ກົດໝາຍ... ບົນ​ພື້ນຖານ​ຄວາມ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ, ສອງ​ຝ່າຍ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ຍິ່ງ​ກວ່າ​ອີກ.

​​ໂດ​ຍ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ບັນຫາ​ມະນຸດ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ, ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ປະຊາທິປະ​ໄຕ ​ແລະ ອຳນາດ​ກົດໝາຍ ​ຊຶ່ງ​ເປັນ​ບັນດາ​ຫຼັກການສຳຄັນ​ທີ່​ທັງ​ສອງ​ປະ​ເທດລ້ວນ​ແຕ່​ໄດ້​ຊຸກຍູ້, ສອງ​ຝ່າຍ​ໄດ້​ເປັນ​​ເອກະສັນ​ກັນ​ຮ່ວມ​ມື​ຊຸກຍູ້ ​ແ​ລະ ປົກ​ປັກ​ຮັກສາ​ສິ​ດທິມະນຸດ, ປະກອບ​ດ້ວຍ​ການ​ປະຕິບັດ​ບັນດາ​ຂໍ້ຕົກລົງ​ສາກົນ ​ກ່ຽວ​ກັບ​ສິດທິ​ມະນຸດ. ຝ່າຍ​ຫວຽດນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດ​ແລະ​ປະຊາຊົນ ສ.​ແຊັກ ທີ່​ໄດ້ອຳນວຍ​ຄວາມ​ສະດວກ​ ໃຫ້ຊາວ​ຫວຽດນາມ​ຕ່າງ​ດ້າວ ​ໄດ້​ເຂົ້າ​ຮ່ວມ ​ແລະ ດຳລົງ​ຊີວິດ​ເປັນ​ປົກ​ກະຕິ​ ຢູ່​ປະ​ເທດ​ແຊັກ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ ສ.​ແຊັກ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ເປັນ​ຂົວຕໍ່​ເພື່ອ​ພັດທະນາ​ຄວາມ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ສອງຝ່າຍ​ໄດ້​ແບ່ງປັນຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ເລິກ​ເຊິ່ງ ກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ມີ​ຢູ່​ແລ້ວຂອງ​ລັດທິ​ກໍ່​ການ​ຮ້າຍ, ລັດທິ​ຫົວ​ຮຸນ​ແຮງ, ການ​ຄ້າ​ຢາ​ເສບ​ຕິດ ​ແລະ ອາ​ດຊະ​ຍາ​ກຳຂ້າມ​ຊາດ​ອື່ນ​ ທີ່​ຂົ່ມຂູ່​ໂລກ, ​ແລະ ສອງ​ຝ່າຍກໍ​ໄດ້​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຕໍ່ສູ້​ຕ້ານ​ໄພ​ຂົ່ມຂູ່​ເຫຼົ່າ​ນີ້. ຕາມ​ນັ້ນ, ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ລະຫວ່າງ ສສ.ຫວຽດນາມ ​ແລະ ສ.​ແຊັກ ວ່າ​ດ້ວຍ​ການມອບ​ສົ່ງ​ຜູ້​ທີ່​ຖຶກຕັດສິນ​ຈຳ​ຄຸກ ​ແລະ ສັນຍາ​ລະຫວ່າງລັດຖະບານ ສສ.ຫວຽດນາມ ​ແລະ ລັດຖະບານ ສ.​ແຊັກ ວ່າ​ດ້ວຍການ​ຮ່ວມ​ມື​ປ້ອງ​ກັນ​ແລະ​ຕ້ານອາດຊະຍາ​ກຳ.

ສຳລັບບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ, ສອງ​ຝ່າຍ​​ເຫັນ​ດີເປັນ​ເອກະສັນຊຸກຍູ້​ການ​ແລກປ່ຽນ ​ແລະ ສະໜັບສະໜູນ​ຊຶ່ງກັນ​ແລະ​ກັນ ​ໃນ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ​ໝັ້ນ​ໝາຍ​ຈະ​ສົມທົບ​ແລະ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນກວ່າອີກ​ ໃນ​ບັນດາ​ການຈັດ​ຕັ້ງ ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ - ​ເອີຣົບ; ພິຈາລະນາ​ແລະ​ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ການ​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ບັນ​ດາ​ອົງການ​ຈັດ​ຕັ້ງ​ ​ແລະ ​ເວທີ​ປະ​ໄສ​ສາກົນ. ສອງຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ, ຊຸກຍູ້​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນທະ​ເລ, ຄວາມ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເດີນ​ອາກາດ ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂຂໍ້​ພິພາດ​ແກ່ງ​ແຍ້​ງ​ເຂດ​ແດນ​ດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ.

ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ​ ຂອງທ່ານປະທານາທິບໍດີ ມີ​ລອສ ​ເຈ​ມານ ​ເປັນ​ເຫດການ​ການ​ເມືອງ​ທີ​ມີ​ຄວາມ​ໝາຍ​ສຳ​ຄັນ, ປະກອບສ່ວນ​ສ້າງ​ກຳລັງ​ໜູນ​ເພື່ອ​ນຳ​ເອົາ​ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ ລະຫວ່າງ​ສອງ​ປະ​ເທດ ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ​ຕົວ​ຈິງ​ໃນ​ໄລຍະ​ໃໝ່./.

​ໂດຍ ​ເຟືອງ​ຈ່າ