ວກ. ອອນໄລ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ, ທ່ານນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫງວຽນຊວັນຝຸກ ໄດ້ດຳເນີນການຢ້ຽມຢາມປະເທດ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 4 ຫາ 8 ​ມິຖຸນາ 2017.

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ກວດແຖວກອງກຽດຕິຍົດ ທີ່ພິທີຕ້ອນຮັບເປັນທາງການ. (ພາບ: TTXVN)

ໃນຂອບການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ມີ ການພົບປະແລກປ່ຽນ ຄຳຄິດເຫັນກັບ ພະ​ເຈົ້າ​ຈັກກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່ປຸ່ນ, ພົບປະເຈລະຈາກັບທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ຍີ່ປຸ່ນ, ພົບປະກັບການນຳບັນດາວົງການການເມືອງ, ເສດຖະກິດຍີ່ປຸ່ນ; ພ້ອກັບ ທ່ານນາຍົກລັດຖະມົນຕີ ຊິນໂຊ ອາເບະ ເຂົ້າຮ່ວມແລະກ່າວປາໄສ ທີ່ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກໍ່ໄດ້ໄປຢ້ຽມຢາມບາງແຂວງທີ່ ເຂດການຊາຍ ຂອງຍີ່ປຸ່ນ.

ທີ່ບັນດາການພົບປະເຈລະຈາ ແລະ ພົບປະຫາລື, ສອງຝ່າຍ​ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການຂະຫຍາຍຕົວຢ່າງແຂງແຮງ, ຮອບດ້ານ ແລະ ແທ້ຈິງ ຂອງການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນຫຼາຍຂົງເຂດ ນັບແຕ່​ເມື່ອ​ສອງ​ປະ​ເທດ​ໄດ້ຍົກລະດັບການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ອັນເລິກເຊິ່ງກວ້າງຂວາງໃນປີ 2014. ການຮ່ວມມືໃນດ້ານເສດຖະກິດ,​ ການຄ້າ, ການລົງທຶນໄດ້ຮັບການ ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ເຊິ່ງ​ໄດ້ສ້າງກຳລັງຊຸກດັນ ຊຸກຍູ້ການເຊື່ອມຕໍ່ລະຫວ່າງ ສອງລະບົບເສດຖະກິດ. ການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ວິທະນາສາດ - ເຕັກໂນໂລຊີ, ການສຶກສາ-ກໍ່ສ້າງ, ສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ດ້ານແຮງງານ, ການກໍ່ສ້າງ, ຂໍ້ມູນຂ່າວສານ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ, ກິລາ, ການແລກປ່ຽນທ້ອງຖິ່ນ, ການແລກປ່ຽນປະຊາຊົນ... ທີ່ມີການຂະຫຍາຍຕົວອັນແທ້ຈິງຫຼາຍຢ່າງ.

ຕາມນັ້ນ, ສອງຝ່າຍໄດ້ຢືນຢັນ ຈະຕັດສິນໃຈພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ຮອບດ້ານ ແລະ ເລິກເຊິ່ງໃນທຸກໆຂົງເຂດ ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ສີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຍິ່ງ​ກວ່າ​ອີກ, ສືບຕໍ່ຍົງສູງປະສິດທິຜົນຂອງບັນດາກົນໄກຮ່ວມມື, ຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ເພີ່ມທະວີການຮ່ວມືກໍ່ສ້າງແຫຼ່ງບຸກຄະລາກອນ,​ ຮ່ວມມືຢ່າງແໜ້ນແຟ້ນໃນບັນດາບັນຫາພາກ​ພື້ນ ແລະ ສາກົນ.

ລະອຽດຄື, ກ່ຽວກັບການຮ່ວມມືດ້ານເສດຖະກິດ,​ ການຄ້າ,​ ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ເພື່ອເພີ່ມທະວີການເຊື່ອມຕໍ່ ລະຫວ່າງ ສອງ​ລັບົບ​ເສດຖະກິດ ​ເຊິ່ງ​ໄດ້​ກຳນົດ​ໄວ້​ໃນ “ຖະແຫຼງການ ວ່າດ້ວຍວິໄສທັດລວມກ່ຽວກັບການພົວພັນ ຫວຽດນາມ - ຍີ່ປຸ່ນ” ໃນປີ 2015 ດ້ວຍຈຸດສຸມໃຈກາງແມ່ນການເຊື່ອມຕໍ່ຍຸດທະສາດ ການພັດທະນາເສດຖະກິດ,​ ຄວາມສາມາດການຜະລິດ ແລະ ແຫຼ່ງບຸກຄະລາກອນ ບົນຫຼັກການປັບປຸງ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ,​ ສູ້ຊົນສຳເລັດຈຸດໝາຍ ເພີ່ມລວມຍອດມູນຄ່າການຄ້າແລະມູນ​ຄ່າການລົງທຶນ ຂຶ້ນເປັນສອງເທື່ອ ແຕ່ປີ 2014 ເຖິງປີ 2020.

ເປັນເອກະພາບກັນຈະປະສານສົມທົບກັນ​ຢ່າງແໜ້ນແຟ້ນ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ ​ຂອງ​ບັນດາ​ກົນ​ໄກສົນທະນາທີ່ມີຢູ່​ແລ້ວຄື ຄະນະກຳມະການຮ່ວມມື ຫວຽດນາມ - ຍີ່ປຸ່ນ, ຄະນະກຳມະການປະສົມ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືດ້ານກະສິກສາ, ການຄ້າ ແລະ ພະລັງງານ, ກົນໄກສົນທະນາດ້ານກະສິກຳ ຫວຽດນາມ - ຍີ່ປຸ່ນ, ກໍ່ຄືບັນດາກົນໄກສົນທະນາທີ່ ກຳລັງຜັນຂະຫຍາຍລະຫວ່າງສອງປະເທດ ໃນບັນດາຂົງເຂດໂຄງການຊ່ວຍເຫຼືອທຶນພັດທະນາ (ODA),​ ການລົງທຶນ, ດ້ານແຮງງານ, ວິທະຍາສາດ - ເຕັກໂນໂລຊີ, ຍຸຕິທຳ, ສິ່ງແວດລ້ອມ, ການກໍ່ສ້າງ...

ສອງຝ່າຍກໍ່ໄດ້ມີການຕົກລົງ ຈະຊຸກຍູ້ການຮ່ວມມື ແນໃສ່ພັດທະນາ​ການກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຂອງຫວຽດນາມຢ່າງຮອບດ້ານ; ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ​ ໃນ​ການຜັນຂະຫຍາຍ “ວິໄສທັດໄລຍະກາງ ແລະ ໄລຍະຍາວກ່ຽວ​ກັບການຮ່ວມມືທາງດ້ານກະສິກຳລະຫວ່າງ ຫວຽດນາມ - ຍີ່ປຸ່ນ”; ຈັດຕັ້ງການສົນທະນາກ່ຽວກັບການຮ່ວມມືດ້ານກະສິກຳຂັ້ນສູງຄັ້ງທີ IV ໃນປີ 2017.

ກ່ຽວກັບການຮ່ວມມືທາງດ້ານສຶກສາ-ກໍ່ສ້າງ,​ ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບ ຊຸກຍູ້ການຮ່ວມມື ພັດທະນາແຫຼ່ງບຸກຄະລາກອນ ຕາມຄວາມຄິດລິເລີ່ມກ່ຽວກັບການຮ່ວມມືພັດທະນາ ບຸກຄະລາກອນອຸດສາຫະກຳ ໂດຍຜ່ານໂຮງຮຽນມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ແລະ ໂຄງການ “ອາຊີທີ່ມີຫົວຄິດປະດິດສ້າງ”. ເພີ່ມທະວີການບຳລຸງກໍ່ສ້າງພາສາ ຍີ່ປຸ່ນ ແລະ ເປີດກວ້າງຮູບການສຶກສາແບບ ຍີ່ປຸ່ນ; ຊຸກຍູ້ການຮ່ວມມືສອງຝ່າຍ ລະຫວ່າງບັນດາ ໂຮງຮຽນມະຫາວິທະຍາໄລຂອງສອງປະເທດ.

ການຮ່ວມມືໃນດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງປະຊາຊົນ ແລະ ແລກປ່ຽນທ້ອງຖິ່ນ ທີ່ສອງຝ່າຍ​ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໂດຍຜ່ານການຈັດຕັ້ງບັນດາການເຄື່ອນໄຫວ ແນໃສ່ໂຄສະນາເຜີຍແຜ່ກ່ຽວ​ກັບຜູ້ຄົນ, ວັດທະນະທຳ, ສິລະປະ ຂອງແຕ່ລະປະເທດ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບກັນ ຈະຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງສອງປະເທດ ໃນບັນດາຂົງເຂດຄື ເພີ່ມທະວີຄວາມຄິດລິເລີ່ມ ກ່ຽວກັບການໂຄສະນາຈຸໝາຍປາຍທາງ ຂອງແຕ່ລະປະເທດ, ສະໜອງຊ່ວຍເຫຼືອດ້ານເຕັກນິກ ແລະ ພັດທະນາທັກສະຂອງກຳລັງແຮງງານ ແນໃສ່ເປົ້າໝາຍຊຸກຍູ້ການ ແລກປ່ຽນການທ່ອງທ່ຽວສອງ​ຝ່າຍ ໂດຍອິງຕາມບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມລະຫວ່າງ ກົມໃຫຍ່ການທ່ອງທ່ຽວຫວຽດນາມ, ອົງການທ່ອງທ່ຽວຍີ່ປຸ່ນ ແລະ ອົງການຈັດຕັ້ງການທ່ອງທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO). ສອງຝ່າຍກໍ່ໄດ້ຕີລາຄາສູງການຂະຫຍາຍຕົວໃໝ່ ໃນການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ ຂອງສອງປະເທດ ໃນເວລາທີ່ຜ່ານມາ, ​ແລະສອງ​ຝ່າຍ​ໄດ້​ເຫັນດີໃຫ້ທັດສະນະວ່າ ນີ້​ເປັນ​ຊ່ອງ​ສາຍ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ, ແທ້ຈິງ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ.

ສອງຝ່າຍ​ໄດ້ແບ່ງປັນຄວາມມຸ່ງຫວັງ ຈະເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ, ສືບຕໍ່ຮັກສາ ແລະ ຍົກສູງປະສິດຕິຜົນຂອງບັນດາກົນໄກສົນທະນາ, ຊຸກຍູ້ການແລກປ່ຽນ ຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການຮ່ວມມື​ໃນການຮັບມືກັບ ບັນດາບັນຫາຄວາມສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ຄື ຄວາມສະຫງົບປອດໄພດ້ານເຄືອຂ່າຍອິນເຕີເນັດ, ຕໍ່ສູ້​ສະກັດ​ກັ້ນ​ອາດຊະຍາ​ກຳ​ກ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຕ້ານການກໍ່ການຮ້າຍສາກົນ, ອາດຊະຍາກຳຂ້າມຊາດ. ຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳ ໂດຍຜ່ານການຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ໄດ້ລົງນາມ​ແລ້ວ ໃຫ້ມີປະສິດທິຜົນ, ຕັ້ງໜ້າຄົ້ນຄວ້າກ່ຽວກັບຄວາມສາມາດ​ໃນການເຊັນສັນຍາ ກ່ຽວ​ກັບການຊ່ວຍ​ເຫຼືອ​ດ້ານ​ຍຸຕິ​ທຳ​ໃນ​ຂົງ​ເຂດ​ອາຍາ ​ແລະ ການ​ຍົກຍ້າຍຜູ້ທີ່ຖືກຕັດສິນຈຳຄຸກ ຂອງສອງຝ່າຍ.

ມຸ່ງ​ໄປ​ສູ່ການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຄົບຮອບ 45 ປີ, ສອງຝ່າຍກໍ່ໄດ້ຢືນຢັນວ່າ ຈະພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາ ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ສຳເລັດຜົນ, ເພີ່ມທະວີບັນດາການແລກປ່ຽນລະຫວ່າງປະຊາຊົນສອງ​ປະ​ເທດ​ຍິ່ງກວ່າອີກ.

ສອງຝ່າຍກໍ່ໄດ້ຢືນຢັນຄືນໃໝ່ ຈະເພີ່ມທະວີການປະສານສົມທົບ ແລະ ຮ່ວມມືກັນ​ຢູ່​ໃນບັນດາວເທີປາໄສພາກພື້ນ ແລະ ສາກົນຄື ສະຫະປະຊາຊາດ (UN), ເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC),  ກອງປະຊຸມຂັ້ນສູງ ອາຊີ - ເອີຣົບ (ASEM), ບັນດາກົນໄກພາກພື້ນຄື ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS),  ອາຊຽນ+3, ອາຊຽນ - ຍີ່ປຸ່ນ, ເວທີປາໄສພາກພື້ນ ອາຊຽນ (ARF), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາ​ປະ​ເທດ ອາຊຽນ ເປີດກວ້າງ (ADMM+), ເວທີປາໄສ ທະເລ ອາຊຽນ ເປີດກວ້າງ (EAMF)... ໃຫ້ເລິກເຊິ່ງກວ້າງຂວາງ ເພື່ອປະກອບສ່ວນທີ່ຕັ້ງໜ້າ ​ແລະ ທີ່ມີິລັກສະນະກໍ່ສ້າງ ຕໍ່ສັນຕິພາບ, ສະຖຽມລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ການຢ້ຽມຢາມລັດປະກິດ​ທີ່​ປະ​ເທດຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ ສິ້ນສຸດລົງດ້ວຍຜົນສຳເລັດອັນດີງາມ, ໄດ້ປະກອບສ່ວນເຮັດໃຫ້ການພົວພັນ ຄູ່ຮ່ວມມືຍຸດທະສາດ ອັນເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກວ່າອີກໃນທຸກຂົງເຂດ./.       

                                          ສັງລວມໂດຍ ເຟືອງຈ່າ