ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊື້ອ​ເຊີນ​ຂອງທ່ານ ອາ​ເລັກ​ຊານ​ເດີ ລູກາ​ແຊນ​ໂກ ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ ​ເບລາຣຸດ, ທ່ານ ເຈິ່ນດ້າຍກວາງ ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ໄດ້ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ ສາທາລະນະ​ລັດ ​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 28 ມິຖຸນາ 2017.

ທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ ແລະ ທ່ານ ອາເລັກຊານເດີ ລູກາແຊນໂກ ປະທານາທິບໍດີເບລາຣຸດ (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານປະທານ​ປະ​ເທດ ເຈິ່ນດ້າຍກວາງ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ ອາ​ເລັກ​ຊານ​ເດີ ລູກາ​ແຊນ​ໂກ ປະທານາທິບໍດີ​ເບລາຣຸດ, ພົບ​ປະ​ຫາລື​ກັບ​ທ່ານ ວະ​ລາ​ດີ​ເມຍ ອານ​ໄດຣ​ແຈນ​​ໂກ ປະທານສະພາ​ແຫ່ງ​ຊາດ​ເບ​ລາຣຸດ, ​ແລະ​ທ່ານ ອາ.​ວ.​ໂກ​ບາຍ​ອາ​ກົບ ນາຍົກລັດຖະມົນຕີ​ເບ​ລາຣຸດ.

ທ່ານປະທານ​ປະ​ເທດ ເຈິ່ນດ້າຍກວາງ ​ໄດ້​​ວາງ​ພວງມາລາ​ທີ່​ອະນຸສາວະລີ​ໄຊຊະນະ, ຢ້ຽມຢາມ ພິພິດທະພັນສົງຄາມ​ປ້ອງ​ກັນຊາ​ດທີ່​ຍິ່ງ​ໃຫຍ່, ​ໂຮງງານ​ຜະລິດ​ລົດ​ໂອ​ໂຕ ມິນ​ສະ​ເກີ, ພື້ນຖານ​ປ້ອງ​ກັນ​ປະ​ເທດ ​ເຕຕຣາ​ແອັດ, ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບເບລາຣຸດ - ຫວຽດນາມ ​ແລະ ບັນດາ​ນັກຮົບ​ເກົ່າ ​ເບ​ລາຣຸດ ທີ່​ເຄີຍ​ເຮັດ​ວຽກ​ຢູ່​ຫວຽດນາມ.

ຢູ່​ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, ກາ​ນພົ​ບປະຫາລື​ສອງຝ່າຍນັ້ນ, ​ໃນ​ບັນຍາກາດ​ມິດຕະພາບ, ຄວາມ​ໄວ້​ວາງ​ໃຈ ​ແລະ ​ຄວາມເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດສະນະ​ທີ່​ຄ່າ​ຍຄື​ກັນ ກ່ຽວ​ກັບ​ບັນດາ​ບັນຫາ​ສອງ​ຝ່າຍ ​ແລະ ສາກົນ, ຢືນຢັນ​ແນວທາງ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ຄວາມ​ພົວພັນ​ມິດຕະພາບ​ທີ່​ປັນ​ມູນ​ເຊື້ອ​ລະຫວ່າຫວຽດນາມ ​ແລະ ​ເບລາຣຸດ. ຕາມ​ນັ້ນ, ສອງ​ຝ່າຍ​ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ລັກສະນະສ້າງສັນ​ ຂອງ​ຄວາມ​ພົວພັນ​ຮ່ວມ​ມືຫວຽດນາມ - ​ເບລາຣຸດ.

ສອງ​ຝ່າຍ​ຢືນຢັນ​ຄວາມ​ປະສົງ​ຢາກ​ເພີ່ມ​ທະວີການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ​ສອງ​ຝ່າຍ; ຮັບ​ຮູ້​ຄວາມ​ສາມາດ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງ, ​ໃນ​ນັ້ນ​ເຫັນ​ດີ​ເປັນ​ເອກະສັນ​ ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ ​ສັນຍາ​ການ​ຄ້າ​ເສລີທີ່​ໄດ້​ລົງ​ນາມ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ (EAEU). ສອງ​ຝ່າຍຊົມ​ເຊີຍ​ການ​ສ້າງ​ຕັ້ງກິດຈະກຳ​ຮ່ວມ​ທຸລະ​ກິດ​ລະຫວ່າງຫວຽດນາມ​ແລະ​ເບລາຣຸດ ​ເພື່ອ​ປະກອບ​ລົດ​ບັນທຸກ “MAZ Asia” ຂອງ​ເບ​ລາຣຸດ​ໃນ​ດິນ​​ແດນຫວຽດນາມ, ກຽມ​ຄວາມ​ພ້ອມ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງກິດຈະກຳ​ຮ່ວມ​ທຸລະ​ກິດ​ນີ້. ຄຽງ​ຂ້າງ​ນັ້ນ, ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຫັນ​ເປັນ​ພາຍ​ໃນ ການ​ຜະລິດ​ຜະລິດ​ຕະພັນ​ເຕັກ​ນິກທີ່​ສັບສົນ​ຂອງ​​ເບລາຣຸດຢູ່​ຫວຽດນາມ ​ເຊິ່ງໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ແມ່ນ ສົ່ງ​ນອກ​ຕໍ່​ໄປ​ຍັງບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ກໍ່​ຄື​ຮັບປະກັນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ຕື່ມ​ອີກ ​ແລະ ຍົກ​ສູງ​ລະດັບ​ວິຊ່າ​ງຂອງ​ກຳມະກອນ​ຫວຽດນາມ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຝ່າຍ.

ສອງ​ຝ່າຍກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ປິ​ໂຕ​ເຄມີ, ອຸດສາຫະກຳ​ເບົາ, ​ເຕັກ​ໂນ​ໂລ​ຊີ​ສື່​ຂ່າວ, ທະນາຄານ, ​ເອ​ເລັກ​ໂຕຣນິກ, ຂຸກ​ຄົ້ນ​ບໍ່ແຮ່​, ປຸງ​​ແຕ່ງ​ສິນ​ໃນ​ນ້ຳ, ຜະລິດ​ຕະພັນ​ອຸດສາຫະກຳ-ກະສິກຳ ​ແລະ ບັນດາ​ຂົງ​ເຂດ​ເສດຖະກິດ​ອື່ນ.

​ໂດຍ​ສັງເກດ​ເຫັນບັນດາ​ໂອ​ການ​ອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ປະສົງ​ຢາກ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ ​ເຂົ້າ​ໃນ​ບັນດາ​ໂຄງການ​ແຫ່ງ​ຊາດ, ​ໃນ​ເວລາ​ຕໍ່​ໄປ ສອງ​ຝ່າຍ​ຈະ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ກິດຈະກຳ​ໂຄງ​ສ້າງ​ພື້ນຖານ, ພະລັງງານ ​ແລະ ບັນດາ​ໂຄງການ​ອື່ນ​ທີ່​ພວມ​ໄດ້​ຜັນ​ຂະຫຍາຍ​ປະຕິບັດຢູ່​ຫວຽດນາມ ແລະ ​ເບລາຣຸດ, ​ໃນ​ນັ້ນມີ​ບັນດາ​ໂຄງການ​ອອກ​ແບບ ​ແລະ ກໍ່ສ້າງ​ລົດ​ໄຟ​ໃຕ້​ດິນ, ອຸມົງ, ຫໍສະໝຸດ​ແຫ່ງ​ຊາດ, ຂຸດ​ຄົ້ນ​ບໍ່ແຮ່ຢູ່​ຫວຽດນາມ; ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ອຸດ​ສະຫະ​ກຳ-ກະສິກຳ, ການ​ສື່ສານ, ອຸດສາຫະກຳ ​ແລະ ທ່ອງ​ທ່ຽວ​ຢູ່​ເບ​ລາຣຸດ. ສອງ​ຝ່າຍ​ຢືນຢັນ​ລັກສະນະ​ຮີບ​ດ່ວນ ​ແລະ ຄວາມ​ຈຳ​ເປັນ ​ຂອງການ​ປະຕິບັດ​​ໂຄງການຮ່ວມ​ມື​ລະຫວ່າງ​​ເບລາຣຸດ ແລະ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ, ການ​ສຶກສາ ​ແລະ ວັດທະນະທຳ​ ໃນ​ໄລຍະ 2016 - 2018.

ດ້ວຍ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ໄວ້​ວາງ​ໃຈ​ກັນ​ ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ, ປະກອບສ່ວນ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄືສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ສອງ​ຝ່າຍສືບ​ຕໍ່​ປະຕິບັດ​ໂຄງການ​ພັດທະນາ​ການ​ຮ່ວມ​ມື​ທາງ​ເຕັກນິກ​ການ​ທະຫານ ​ໄລຍະ 2016 – 2020 ​ໃຫ້​ມີ​ປະສິດທິ​ຜົນ.

ຫວຽດນາມ​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມ​ປະສົງ​ໃຫ້​ຝ່າຍ​ເບ​ລາຣຸດ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ຊຸມ​ຊົນ​ຊາວ​ຫວຽດນາມດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ອອກ​ແຮງ​ງານ​ຢ່າງ​ເປັນ​ປົກກະຕິ, ຖືກ​ກົດໝາຍ​ຢູ່​ເບ​ລາຣຸດ. ຫວຽດນາມ​ຕີ​ລາ​ຄາສູງ​ຕໍ່ ການ​ຕົກລົງ​ຂອງ​ເບ​ລາຣຸດ ​ໃນ​ການ​ຫັນລະບອບ​ວີ​ຊາເປັນ​ຮຽບງ່າຍ ຕໍ່​ພົນລະ​ເມືອງ​ຫວຽດນາມ​ທີ່​ມີ​ວີ​ຊາ​ເຊ​ງ​ເກັນ ຫຼື​ວີ​ຊາ​ຂອງ​ປະ​ເທດ​ສະມາຊິກ​ອີ​ຢູ ​ແຕ່​ວັນ​ທີ 12 ກຸມພາ 2017. ​ເບ​ລາຣຸດສະ​ແດງ​ຄວາມ​ຂອບ​ໃຈ​ຫວຽດນາມ ກ່ຽວ​ກັບ​ການ​ຕົກລົງຍົກ​ເວັ້ນວີ​ຊາ​ ໃຫ້​ພົນລະ​ເມືອງ​ເບ​ລາຣຸດ​ເຂົ້າ​ເມືອງ​ໃນ​ໄລຍະ​ສັ້ນ ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ 2015, ກໍ່​ຄື​ການຈັດ​ເບ​ລາຣຸດ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ໄດ້​ຮັບ​ການທົດ​ລອງ​ໃຫ້​ວີ​ຊາ​ເອ​ເລັກ​ໂຕຣນິກ ​ແລະ ​ໃຫ້​ທັດສະນະ​ວ່າ ການ​ຕົກລົງ​ນີ້​ມີ​ຄຸນ​ປະ​ໂຫຍ​ດອັນ​ຕັ້ງໜ້າ​ເຖິງທ່າ​ອຽງ​ພັດທະນາ​ການທ່ອງທ່ຽວ, ຕິດ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ການພົບ​ປະ​ແລກປ່ຽນ​ປະຊາຊົນ​ ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງຫວຽດນາມ ​ແລະ ​ເບລາຣຸດ ​ໂດຍ​ຜ່ານ​ການຮ່າງ​ຂໍ້​ຕົກລົງ​ຮ່ວມ​ມື​ໃໝ່, ແລກປ່ຽນຄະນະຜູ້ແທນ ກໍ່ຄືການເຊັນໂຄງການ (ແຜນການ) ຮ່ວມມືທີ່ລະອຽດ. ຫວຽດນາມຊົມເຊີຍການຈັດຕັ້ງ "ວັນວັດທະນະທຳເບລາຣຸດຢູ່ຫວຽດນາມ" ໃນເກືອນພຶດສະພາ 2017. ເບລາຣຸດຍິນດີຕ້ອນຮັບແຜນການຂອງຝ່າຍຫວຽດນາມທີ່ຈະຈັດຕັ້ງ "ວັນວັດທະນະທຳຫວຽດນາມຢູ່ເບລາຣຸດ" ໃນປີ 2018.

ສອງ​ຝ່າຍຢືນຢັນ​ທັດສະນະ​ທີ່​ຄ້າຍຄື​ກັນ ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກ​ທີ່​ສຳຄັນ; ສະ​ແດງ​ຄວາມ​ກຽມພ້ອມ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ໃນ​ຂອບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ກ່ອນ​ອື່ນ​ໝົດ​ແມ່ນອົງການ​ສະຫະ​ປະຊາ​ຊາດ ​ແລະ ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ, ມີ​ຄວາມ​ມານະ​ພະຍາຍາມພ້ອມ​ກັນ​ເພື່ອ​ເປົ້າ​ໝາຍ​ຊຸກຍູ້ການ​ກໍ່ສ້າງ​ລະບຽບ​ການ​ເມືອງ ​ແລະ ​ເສດຖະກິດສາກົນທີ່​ຍຸຕິ​ທຳ ​ແລະ ສະ​ເໝີພາບ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຢືນຢັນຄຳ​ໝັ້ນ​ສັນຍາ​ພ້ອມ​ກັນ​ຊຸກຍູ້ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະດັບ​ໂລກ​ຄື ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ 2030, ຂໍ້​ຕົກລົງ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ.

ສອງ​ຝ່າຍຢືນຢັນ​ຄວາມ​ສຳຄັນ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​​ເຄົາລົບ​ອະທິປະ​ໄຕ, ຄວາມ​ສະ​ເໝີ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​ແລະ​ກັນ, ຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ, ບໍ່ໃຊ້ກຳບັງອາວຸດຫຼືນາບຂູ່ຈະໃຊ້ກຳລັງອາວຸດ, ກໍ່ຄືຫຼັກການຮ່ວມມືສ້າງຜົນປະໂຫຍດຮ່ວມກັນ ເພື່ອສັນຕິພາບ ສະຖຽນລະພາບ ແລະ ກັາພັດທະນາ, ປະຕິບັດຕາມບັນດາບັນທັດຖານຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ. ສອງ​ຝ່າຍສະໜັບສະໜູນ​ການ​ແກ້​ໄຂ​ຂໍ້​ພິພາດ​ທາງ​ດ້ານ​ດິນ​ແດນ, ໃນນັ້ນມີການພິພາດຢູ່ທະເລຕາເວັນອອກ ດ້ວຍສັນຕິວິທີ, ບໍ່ໃຊ້ກຳລັງອາວຸດຫຼືນາບຂູ່ຈະໃຊ້ກຳລັງອາວຸດ, ດ້ວຍການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ ແລະ ຊົມເຊີຍຄວາມພະຍາຍາມຕ່າງໆ ທີ່ແນໃສ່ຮຽບຮຽງ ແລະ ຮັບຮອງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ສອງ​ຝ່າຍປະກາດ​ການ​ສະໜັບສະໜູນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ສາ​ກັນ​ທີ່​ຕັ້ງໜ້າ​ຂອງຫວຽດນາມ ​ແລະ ​ເບລາຣຸດ. ຝ່າຍ​ຫວຽດນາມ​ຢືນຢັນ​ການ​ກຽ​ມຄວາມ​ພ້ອມ​ສະໜັບສະໜູນ ຄວາມ​ປະສົງ​ຂອງ​ເບ​ລາຣຸດ ທີ່​ຢາກ​ປັບປຸງ​ການ​ຮ່ວມ​ມື​ຫຼາຍ​ດ້າຍ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ເບ​ລາຣຸດສະ​ແດງ​ຄວາມ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ຫວຽດນາມ​ ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ ກັບ​ບັນດາ​ປະ​ເທດສະມາຊິກ​ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ ​ແລະ ປະຊາ​ຄົມ​ບັນດາ​ປະ​ເທດ​ທີ່​ມີ​ເອກະລາດ (SNG). ​ເບ​ລາຣຸດຊົມ​ເຊີຍ​ບົດບາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຫວຽດນາມ​ຢູ່​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ເຮັດ​ໜ້າ​ທີ່​ເປັນ​ປະ​ເທດ​ເຈົ້າພາບ​ຂອງ​ເອ​ເປ​ກ 2017 ​ແລະ ອວຍພອນ​ໃຫ້​ຫວຽດນາມ​ຈັດ​ຕັ້ງ​ປີ​ເອ​ເປ​ກ 2017 ຢ່າງ​ສຳ​ເລັດ​ຜົນ.

ການ​ຢ້ຽມຢາມ​ປະ​ເທດ​ເບ​ລາຣຸດຢ່າງ​ເປັນ​ທາງ​ການ​ຂອງທ່ານປະທານ​ປະ​ເທດ ເຈິ່ນດ້າຍກວາງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ​ເປັນ​ບາດກ້າວ​ທີ່​ສຳຄັນ​ເພື່ອ​ກ້າວ​ໄປ​ເຖິງ​ການສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງຫວຽດນາມ ​ແລະ ​ເບລາຣຸດ./.

ສັງ​ລວມ​ໂດຍ ​ເຟືອງ​ຈ່າ