ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊື້ອ​ເຊີນ​ຂອງທ່ານ ວະ​ລາ​ດີ​ເມຍ ປູ​ຕີນ ປະທານາທິບໍດີ​ແຫ່ງ​ສະຫະພາບ​ ລັດ​ເຊຍ, ທ່ານ ເຈິ່ນດ້າຍກວາງ ປະທານ​ປະ​ເທດສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ສະຫະພາບ​ລັດ​ເຊຍ​ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 28 ມິຖຸນາ ​ເຖິງ​ວັນ​ທີ 1 ກໍລະກົດ 2017.

ທ່ານເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ ແລະ ທ່ານວະລາດີເມຍ ປູຕີນ ປະທານາທິບໍດີແຫ່ງສະຫະພາບລັດເຊຍ ຈັບມືກັນພາຍຫຼັງພິທີລົງນາມ ໃນບັນດາເອກະສານການຮ່ວມມື ລະຫວ່າງສອງປະເທດ. (ພາບ: TTXVN)

ໃນ​ການ​ຢ້ຽມຢາມ​ສະຫະພາບ​ລັດ​ເຊຍ, ທ່ານປະທານ​ປະ​ເທດຫວຽດນາມ ເຈິ່ນດ້າຍກວາງ ​ໄດ້​ພົບ​ປະ​ເຈລະຈາ​ກັບ ທ່ານປະທານາທິບໍດີ​ລັດ​ເຊຍ ວະ​ລາ​ດີ​ເມຍ ປູ​ຕີນ, ພົບ​ປະ​ຫາລື​ກັບ​ ​ທ່ານນາຍົກລັດຖະມົນຕີລັດ​ເຊຍ ​ເດິ​ມີ​ຕຣີ ​ແມັດ​ເວ​ແດັບ, ທ່ານປະທານສະພາ​ສະຫະພາບ​ລັດ​ເຊຍ ວາ​ແລນ​ຕີ​ນາ ມາດ​ວີ​ແອນ​ໂກ, ທ່ານ​ປະທານດູ​ມາແຫ່ງ​ຊາດ​ລັດ​ເຊຍ ວີ​ອາ​ແຈ​ສະ​ລາບ ​ໂວ​ໂລ​ດີ​ນ. 

ທ່ານປະທານ​ປະ​ເທດ ເຈິ່ນດ້າຍກວາງ ​ໄດ້​ວາງ​ພວງມາລາ​ທີ່​ ອະນຸສາວະລີ​ນັກ​ຮັບນິລະນາມ, ອະນຸສາວະລີ​ຫໍ​ສົບ ວ.ອີ.​ເລ​ນິນ, ອະນຸສາວະລີ​ປະທານ ​ໂຮ່ຈີ​ມິນ; ກ່າວ​ປາ​ໄສ​ໄຂ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະກິດ​ສອງ​ປະ​ເທດ; ພົບ​ປະ​ກັບ​ນັກຮົບ​ເກົ່າ​ແລະ​ຜູ້​ຊ່ຽວຊານ​ລັດ​ເຊຍ ​ທີ່​ເຄີຍ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ຜູ້ຕາງໜ້າ​ສະມາຄົມ​ມິດຕະພາບ​ລັດ​ເຊຍ-ຫວຽດນາມ; ​ໄປ​ຢ້ຽມຢາມ​ນະຄອນ ​ແຊັງ ​ເປແຕກສະ​ບົວ. 

ບັນດາ​ການ​ພົບ​ປະ​ເຈລະຈາ, ພົບ​ປະຫາລື​ໄດ້​ດຳ​ເນີນ​ໃນ​ບັນຍາກາດ​ມິດຕະພາບ, ​ໄວ້​ວາງ​ໃຈ​ກັນ ​ແລະ ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ບົນ​ພື້ນຖານ​ຕີ​ລາຄາ​ສະພາບ​ການ ​ແລະ ​ແງ່​ຫວັງ​ຂອງ​ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ລັດ​ເຊຍ, ວາງ​ບັນດາ​ມາດ​ຕະການ​ອອກ​ມາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ​ໃນ​ບັນດາ​ຂົງ​ເຂດບຸລິມະສິດ, ປຶກສາ​ສົນທະນາ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ສອງ​ຝ່າຍ​ແບ່ງປັນ​ຄວາມ​ປະສົງ​ ຢາກ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ຮອບ​ດ້ານ​ລະຫວ່າງ​ສອງ​ປະ​ເທດ ​ຢ່າງ​ແຂງ​ແຮງ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ​ການ​ສົນທະນາ​ການ​ເມືອງຢ່າງ​ເປັນ​ປະຈຳແລະຕົວ​ຈິ​ງ ​ໃນ​ທຸກ​ຂັ້ນ,  ການ​ຕິດ​ຕໍ່​ທີ່​ມີ​ປະສິດທິ​ຜົນ ​ຕາມ​ສາຍ​ພັກ, ສະພາ​ແຫ່ງ​ຊາດ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ. ສອງ​ຝ່າຍ​ເປັນ​ເອກະ​ພາບ​ວ່າ ປີ 2019 ຈະ​ຈັດ​ຕັ້ງ “ວັນ​ລັດ​ເຊຍ​ຢູ່​ຫວຽດນາມ” ​ແລະ “ວັນ​ຫວຽດນາມ​ຢູ່​ລັດ​ເຊຍ” ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ ໃນ​ດິນ​ແດນ​ສອງ​ປະ​ເທດ ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ ຊຸກຍູ້​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ ຢ່າງ​ມີ​ປະສິດທິ​ຜົນ. ຄຽງ​ຂ້າງ​ນັ້ນ, ກໍ່​ໄດ້​ຕີ​ລາຄາ​ສູງ​ບົດບາດ​ປະສານ​ງານ ຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ-ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ-ການ​ຄ້າ ​ແລະ ວິທະຍາສາດ-​ເຕັກນິກ, ບັນດາ​ອະນຸ​ກຳມະການ ກໍ່​ຄື​ບັນດາ​ໜ່ວຍ​ງານຂອງ​ຄະນະ​ກຳມະການ ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສອງ​ຝ່າຍ​ຢືນຢັນ​ຄວາມ​ຕ້ອງການ​ມີ​ການ​ກວດກາ​ຢ່າງ​ແໜ້ນ​ແຟ້ນຂອງ​ຄະນະ​ກຳມະການ ຕໍ່​ການ​ປະຕິ​ບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້. 

ສອງ​ຝ່າຍສືບ​ຕໍ່​ຮ່ວມ​ມື​ກໍ່ສ້າງ​ສູນ​ວິທະຍາສາດແລະເຕັກ​ໂນ​ໂລ​ຊີນິວ​ເຄຼຍ ຢູ່​ຫວຽດນາມ, ສະໜັບສະໜູນ​ການ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ໂຄງການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ແລະ​ລັດ​ເຊຍ ​ໃນ​ຂົງ​ເຂດນຳ​ໃຊ້​ພະລັງງານ​ປະລະມາ​ນູ​ ເພື່ອຈຸດປະສົງ​ສັນຕິພາບ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 23 ພຶດສະພາ 2017 ຢູ່​ຮ່າ​ໂນ້ຍ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ, ສອງ​ຝ່າຍ​ເນັ້ນ​ເຖິງ​ຄວາມ​ສຳຄັນ ​ຂອງ​ການຮັກສາ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ຂອງ​ໜ່ວຍ​ງານ​ຂັ້ນ​ສູງຫວຽດນາມ-ລັດ​ເຊຍ ກ່ຽວ​ກັບ​ບັນດາ​ໂຄງການ​ລົງທຶນ​ບຸລິມະສິດ, ປະກອບ​ດ້ວຍ​ການກວດກາ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການລົງທຶນ​ບຸລິມະສິດທີ່​ໄດ້​ເປັນ​ເອກະ​ພາບ ​ແນ​ໃສ່​ເປົ້າ​ໝາຍ​ຊຸກຍູ້​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນໃນ​ບັນດາ​ຂົງ​ເຂດ ​ຂຸດ​ຄົ້ນບໍ່​ແຮ່​ແລະປຸງ​ແຕ່ງ​ແຮ່​ທາດ, ຜະລິດ​ເຄື່ອງ​ຈັກ, ​ນ້ຳມັນເຊື້ອ​ໄຟ-ພະລັງງານ, ກະສິກຳ ​ແລະ ​ເປີດ​ກວ້າງ​ເຂົ້າ​ໄປ​ໃນ​ບັນດາຂົງ​ເຂດ​ໃໝ່​ເຊັ່ນ ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ການ​ຂົນ​ສົ່ງ, ການ​ສື່ສານຄົມມະນາຄົມ. 

​​ໂດຍ​ໄດ້ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການຮ່ວມ​ກັນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັ​ສ,  ສອງ​ຝ່າຍ​ຢືນຢັນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາຫະກິດ​ຫວຽດນາມແລະລັດ​ເຊຍ ​ໃນ​ຂົງ​ເຂດ​ນີ້; ພັດທະນາ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ໃນນັ້ນ​ມີ​ຂົງ​ເຂດ​ກັ່ນ​ຕອງ​ນ້ຳມັນແລະປິ​ໂຕ​ເຄມີ, ສະໜອງແກັ​ສທຳ​ມະ​ຊາດ​ແຫຼວ​ໃຫ້​ຫວຽດນາມ, ຜະລິດ​ແລະ​ຈຳໜ່າຍນ້ຳມັນ​ເຊື້ອ​ໄຟ​ສຳລັບ​ເຄື່​ອງຈັກ​ທີ່​ໃຊ້​ອາຍ​ແກັສ ຢູ່​ໃນ​ຕະຫຼາດ​ຫວຽດນາມ. 

ສອງ​ຝ່າຍກໍ່​ເຫັນ​ດີ​ເປັນ​ເອກະສັນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ໄຟຟ້າ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ບໍລິສັດ​​ລັດ​ເຊຍ ​ເຂົ້າ​ໃນ​ການ​ສ້ອມ​ແປງ​ຫັນ​ເປັນ​ທັນ​ສະ​ໄໝ ​ຕໍ່​ບັນດາພື້ນຖານ​ພະລັງງານ​ທີ່​ກໍ່ສ້າງ​ກ່ອນ​ໜ້າ​ນີ້​ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ສະຫະພາບ​ໂຊ​ວຽດ ​ແລະ ກໍ່ສ້າງ​ພື້ນຖານ​ໃໝ່​ຢູ່​ຫວຽດນາມ.

ສອງ​ຝ່າຍຮັບຮອງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ບັນດາ​ບາດກ້າວ​ອັນ​ລະອຽດ ​ແນ​ໃສ່​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດກະສິກຳ, ການ​ປະມົງ, ການ​ປ່າ​ໄມ້, ອຸດສາຫະກຳ​ຮັບ​ໃຊ້​ກະສິກຳ, ປະກອບ​ດ້ວຍ​ບັນດາ​ມາດ​ຕະການ​ເພີ່​ມມູນ​ຄ່າ​ສິນຄ້າສະ​ບຽງອາຫານ ​ແລະ ກະ​ເສດ​ຕະພັນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ກັນ​ແລະ​ກັນ, ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ ມາດຕະຖານ​ການ​ກັກ​ກັນ​ພະຍາດ​ພືດ​ແລະ​ສັດ ຂອງ​ແຕ່ລະ​ປະ​ເທດ. 

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເງິນ-ສິນ​ເຊື່ອ​ລະຫວ່າງ​ສອງ​ປະ​ເທດ ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຫຼາກ​ຫຼາຍ, ໃນ​ນັ້ນ​ມີ​ການ​ໃຊ້ສະກຸນ​ເງິນ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ເຂັ້າ​ໃນ​ການ​ຊຳລະ​ສອງ​ຝ່າຍ, ຮັບປະກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ ຂອງ​ທະນາຄານ​ຮ່ວມ​ທຸລະ​ກິດຫວຽດນາມ-ລັດ​ເຊຍ ຮັບ​ໃຊ້​ໃຫ້​ແກ່​ບັນດາ​ໂຄງການ​ຮ່ວມ​ມື​ຂະໜາດ​ໃຫຍ່.

ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງກັນ​ປະ​ເທດ ​ແລະ ​ເຕັກນິກ​ການ​ທະຫານ, ກໍ່​ຄື​ການ​ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ມີ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. 

​ໂດ​ຍຢືນຢັນຄວາມ​ສົນ​ໃຈ​ຮ່ວມ​ກັນ​ກ່ຽວ​ກັບ​ການ​ເປີດ​ກວ້າງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-ກໍ່ສ້າງ, ສອງ​ຝ່າຍຕີ​ລາຄາ​ສູງ​ໝາກຜົນ​ການ​ແຫ່ງ​ເຄື່ອນ​ໄຫວ​ຂອງ ສູນ​ຄົ້ນຄວ້າ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ເຂດ​ຮ້ອນ​ປະສົມ ຫວຽດນາມ-ລັດ​ເຊຍ, ສະໜັບສະໜູນ​ຮັບປະກັນ​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ ຂອງ​ສູນ​ຄົ້ນຄວ້າ​​ແຫ່ງ​ນີ້. ​ເປັນ​ເອກະສັນ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້​ແລະ​ພັດທະນາ​ ລະ​ບົບນຳ​ທິດ​ດາວ​ທຽມ​ທົ່ວ​ໂລກ GLONASS ຂອງລັ​ດ​ເຊຍ ​ເພື່ອ​ຈຸດປະສົງ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວຄຸ້ມ​ຄອງ​ບໍລິການ​ລັດ, ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແກ້​ໄຂ​ບັນດາ​ໜ້າ​ທີ່​ອື່ນ, ກໍ່​ຄື​ໃນ​ບັນດາ​ຂົງ​ເຂດການ​ເຄື່ອນ​ໄຫວອາ​ວະ​ກາດ​ອື່ນ​ເຊັ່ນ ການ​ສື່ສານ​ຜ່ານ​ດາວ​ທຽມ​ແລະ​ການ​ສຳ​ຫຼວດ​ໄລຍະ​ໄກ.

​ໂດຍ​ເນັ້ນ​ເຖິງ​ການ​ປະກອບສ່ວນ​ ຂອງ​ຊຸມ​ຊົນ​ຊາວ​ຫວຽດນາມ​ທີ່​ພວມ​ເຮັດ​ວຽກ​ແລະຮ່ຳຮຽນ​ຢູ່​ລັດ​ເຊຍ ​ແລະ ຊຸມ​ຊົນ​ຊາວລັດ​ເຊຍ​ທີ່​ພວມ​ເຮັດ​ວຽກ​ແລະຮ່ຳຮຽນ​ຢູ່​ຫວຽດນາມ ​ເຂົ້າ​ໃນ​ການ​ຮັກສາ​ແລະ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ ລະຫວ່າງ​ສອງ​ປະ​ເທດ, ສອງ​ຝ່າຍ​ຢືນຢັນ​ຄວາມ​ພ້ອມ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການດຳລົງ​ຊີວິດ, ​ເຮັດ​ວຽກ​ແລະ​ຮ່ຳຮຽນຂອງ​ຊຸມ​ຊົນ​ຊາວຫວຽດນາມ ຢູ່ລັດ​ເຊຍ ​ແລະ ຂອງ​ຊຸມ​ຊົນ​ຊາວລັດ​ເຊຍ ຢູ່​ຫວຽດນາມ. 

ສອງ​ຝ່າຍ​ຕົກລົງ​ສືບ​ຕໍ່​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ສົມທົບ​ຫຼັກ​ໝັ້ນ​ນຳ​ກັນຢູ່​ບັນດາ​ກົນ​ໄກ​ພະຫຸ​ພາຄີ, ​ເຊັ່ນ ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF), ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ເຈລະ​ຈາ (ADMM +), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ-ເອີຣົບ (ASEM), ກອງ​ປະຊຸມ​ກ່ຽວ​ກັບ​ການ​ປະສານ​ສົມທົບ​ການ​ກະທຳ ​ແລະ ບັນດາ​ມາດ​ຕະການ​ປັບປຸງຄວາມ​​ໄວ້​ວາງ​​ໃຈຢູ່​ອາຊີ, ສົນທະນາ​ການ​ຮ່ວມ​ມື​ອາຊີ​ເພື່ອ​​ເປົ້າ​ໝາຍ​ປັບປຸງບັນດາ​ຫຼັກການ​ພະຫຸ​ພາຄີ​ ໃນການ​ແກ້​ໄຂບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ. 

ບົນ​ພື້ນຖານ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC) ​ເປັນ​ກຳລັງ​ໜູນ​ຕໍ່​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ວັດທະນາ​ຖາວອນ​ລວມ ຂອງ​ອາຊີ-ປາຊີ​ຟິກ, ລັດ​ເຊຍ​ຕີ​ລາຄາ​ສູງ​ຕໍ່​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ຫວຽດນາມ​ ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ ​ເອ​ເປ​ກ 2017 ທີ່​ແນ​ໃສ່​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ສົມ​ດຸນ, ປະດິດ​ສ້າງ, ​ເຊື່ອມ​ໂຍງ​ເສດ​ຖະກິດ​ພາກ​ພື້ນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ເປັນ​ເອກະ​ພາບວ່າ ​ການ​ພິພາດ​ດ້ານ​ຊາຍ​ແດນ, ອານາ​ເຂດ ​ແລະ ບັນດາ​ການ​ພິພາດ​ອື່ນ ຢູ່​ພູມີ​ພາກ​ອາຊີ - ປາຊີ​ຟິກ ຕ້ອງ​ໄດ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ບໍ່​ໃຊ້​ກຳລັງ​ອາວຸດ​ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ບົນ​ພື້ນຖານ​ກົດໝາຍ​ສາກົນ,​ ໃນ​ນັ້ນ​ມີ​ອະນຸ​ສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982, ​ແນ​ໃສ່​ຮັບປະກັນ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ​ຢູ່​ໃນ​ພາກ​ພື້ນ. ຫວຽດນາມ ​ແລະ ລັດ​ເຊຍ​ສະໜັບສະໜູນ​ ການ​ປະຕິບັດ​ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002 ຢ່າງ​ຄົບ​ຖ້ວນ​ແລະມີ​ປະສິດທິ​ຜົນ ​ແລະ ບັນລຸ​ເຖິງ​ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ການ​ຢ້ຽມຢາມ​ປະ​ເທດ​ລັ​ດ​ເຊຍ ຢ່າງ​ເປັນ​ທາງ​ການ ຂ​ອງທ່ານປະທານ​ປະ​ເທດຫວຽດນາມ ເຈິ່ນດ້າຍກວາງ ຈະ​ສ້າງ​ແຮງ​ຊຸກ​ດັນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ລະຫວ່າງຫວຽດນາມ-ລັດ​ເຊຍ./. 

ສັງ​ລວມ​ໂດຍ ​ເຟືອງ​ຈ່າ