ວກ.ອອນໄລ - ແຕ່ວັນທີ 5 ຫາ 8 ກໍລະກົດ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມ ສະຫະພັນສາທາລະນະລັດ ເຢຍລະມັນ ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດຍອດ ຈີ 20 (G20) ທີ່ນະຄອນ ​ຮໍາ​ບວກ, ສະຫະພັນສາທາລະນະລັດ ເຢຍລະມັນ ຕາມຄຳເຊື້ອເຊີນຂອງທ່ານນາງ ອັງເກລາ ​ແມ​ເຄິນ ນາຍົກລັດຖະມົນຕີ​ແຫ່ງ ສະຫະພັນສາທາລະນະລັດ ເຢຍລະມັນ.

ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ບັນດາຫົວໜ້າຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ຈີ 20. (ພາບ: TTXVN)

ດ້ວຍລາຍການເຄື່ອນ​ໄຫວ ​ເຮັດ​ວຽກຢ່າງ​ລຽນຕິດ, ຕໍ່​ເນື່ອງ​ຫຼາຍ​ສິບ​ຄັ້ງ, ການເຮັດວຽກຂອງທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ຢູ່ປະເທດເຢຍລະມັນ ​ໄດ້ບັນລຸຜົນສຳເລັດອັນ​ຈົບ​ງານ ເຊິ່ງໄດ້ຊຸກຍູ້ການພົວພັນມິດຕະພາບ ການຮ່ວມມືສອງຝ່າຍ ຫວຽດນາມ-​ເຢຍລະ​ມັນ ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ ພິເສດແມ່ນ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນເວລາຕໍ່ໜ້າ, ພ້ອມ​ກັນ​ນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງການປະກອບສ່ວນທີ່ຕັ້ງໜ້າ, ເປັນເຈົ້າການຂອງຫວຽດນາມ ໃນຂະບວນວິວັດ​​ການ​ເຊື່ອມ​ໂຍງ​ສາກົນ ​ໂດຍ​ຜ່ານການເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ມີການພົບປະເຈລະຈາກັບທ່ານນາງ ອັງເກລາ ​ແມເຄິນ ນາຍົກລັດຖະມົນຕີເຢຍລະມັນ, ພົບປະແລກປ່ຽນຄຳຄິດເຫັນກັບທ່ານ ຟຣານ-ວອນເຕີ ສະ​ເຕນມາຍເອີ ປະທານາທິບໍດີເຢຍລະມັນ; ພົບປະກັບທ່ານນາງ ມາລູ ດຣີເຢີ ປະທານ​ສາ​ພາ​ສູງ​ເຢຍລະ​ມັນ ຄວບ​ຕຳ​ແໜ່​ງຜູ້​ປົກຄອງລັດ ​ເຣນແລນ-ປຟານ.

ໃນການພົບປະເຈລະຈາ, ທ່ານນາງ ອັງ​ເກ​ລາ ​ແມເຄິນ ໄດ້​ສະ​ແດງ​ຄຳ​ອວຍພອນ​ອັນ​ປະ​ເສີດ​ຕໍ່​ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ທີ່ໄດ້ມາຢ້ຽມຢາມສະຫະພັນສາທາລະນະລັດເຢຍລະມັນ; ຢືນຢັນວ່າ ການທີ່​ເຢຍລະ​ມັນເຊື້ອເຊີນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20 ຄັ້ງ​ນີ້ ​ເປັນ​ການສະ​ແດງ​ຄວາມ​ນັບຖືຕໍ່ອິດ​ທິພົນແລະຖານະບົດບາດທີ່​ສຳຄັນ ຂອງຫວຽດນາມ ໃນເວທີປາໄສສາກົນ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການຢ້ຽມຢາມຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໃນ​ຄັ້ງ​ນີ້ຈະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງຫວຽດນາມ-ເຢຍລະມັນ ​ໃຫ້ຂະຫຍາຍຕົວຢ່າງ​ແຂງ​ແຮງໃນຫຼາຍຂົງເຂດ.

ການນຳທັງສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈ​ເມື່ອເຫັນວ່າ ໃນຫຼາຍປີທີ່ຜ່ານມາ, ​ເຢຍລະ​ມັນ​ຍາມ​ໃດ​ກໍ່​ເປັນຄູ່ຮ່ວມມືທາງການຄ້າອັນດັບໜຶ່ງຂອງຫວຽດນາມ ໃນສະຫະພາບເອີຣົບ (EU); ສອງຝ່າຍ​ເປັນ​ເອກະ​ພາບ​ໃຫ້ທັດສະນະວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງຫຼວງ​ຫຼາຍ ແລະ ຕ້ອງ​ປະສານ​ສົມທົບ​ກັນ​ຊຸກຍູ້, ສ້າງ​ໄອ​ກາດ​ໃຫ້ວິສາຫະກິດຂອງສອງປະເທດພົບປະກັນຫຼາຍ​ກວ່າ​ອີກ ຢູ່​ທີ່​ບັນດາ​ເວທີປາໄສວິສາຫະກິດສອງຝ່າຍ ເນື່ອງໃນໂອກາດບັນດາການຢ້ຽມຢາມຂັ້ນສູງ ຫຼືຢູ່​ທີ່​ເວທີ​ປາ​ໄສ​ເສດຖະກິດ​ທົ່ວ​ໂລກ.

ນາຍົກລັດຖະມົນຕີທັງສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈ ກ່ຽວກັບຜົນງານອັນຕັ້ງໜ້າ ຂອງ​ເວທີ​ປາ​ໄສວິສາຫະກິດຫວຽດນາມ-ເຢຍລະມັນ ທີ່ໄດ້ຈັດຂຶ້ນເນື່ອງໃນໂອກາດການຢ້ຽມຢາມ ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ແລະ ການ​ລົງ​ນາມ​ໃນຂໍ້ຕົກລົງຮ່ວມ​ມື 36 ສະບັບ ທີ່ມີມູນຄ່າທັງໝົດ 4 ຕື້ໂດລາສະຫະລັດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ມີການພົບປະ, ເຮັດວຽກກັບການນຳສະຫະພັນ​ແລະ​ບັນດາທ້ອງຖິ່ນຂອງເຢຍລະມັນ ຄື ລັດຖະມົນຕີເສດຖະກິດແລະພະລັງງານເຢຍລະມັນ; ທ່ານ ມີ​ຊາ​​ແອນ ມູນ​ເລີ ເຈົ້າຄອງນະຄອນ ເບີລິນ; ເຈົ້າຄອງນະຄອນ ຮຳບວກ; ທ່ານ ​ໂວ​ນ​ເກີ ວິດ​ຊິງ ຮອງຜູ້​ປົກຄອງລັດ, ລັດຖະມົນຕີເສດຖະກິດ ລັດ ​ເຣນແລນ-ປຟານ; ທ່ານ ​ໂວນເກີ ເບີບເຟຼີ ຜູ້​ປົກຄອງລັດ ຮີສແຊນ ແລະ ພົບປະກັບທ່ານ ໂນ​ເບີດ ກາດມານ ປະທານສະພາລັດ ຮີສແຊນ.

ໃນການຢ້ຽມຢາມ, ​ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້ເຂົ້າຮ່ວມແລະເປັນປະທານ​ເວທີ​ປາ​ໄສວິສາຫະກິດ ຫວຽດນາມ-ເຢຍລະມັນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີກໍ່ໄດ້ພົບ​ປະ​ສົນທະ​ນາ​ກັບ​ບັນດາວິສາຫະກິດ, ນັກລົງທຶນທີ່​ສຳຄັນ​ ຂອງເຢຍລະມັນ; ຢ້ຽມຊົມການຜະລິດ​ໃນໂຮງງານ ຊີແມນສ໌.

ເນື່ອງໃນໂອກາດມາຢ້ຽມຢາມປະເທດເຢຍລະມັນ,​ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ພົບປະ​ໂອ້​ລົມກັບພະນັກງານ ລັດຖະກອນ ສະຖານທູດ ແລະ ຜູ້​​ແທນຊຸມ​ຊົນ​ຊາວຫວຽດນາມຢູ່ນະຄອງຫຼວງ ເບີລິນ; ຢ້ຽມຢາມຖາມຂ່າວພະນັກງານ,​ ລັດຖະກອນ ສະຖານກົງສູນໃຫຍ່ຫວຽດນາມທີ່ ແຟ​ຣງ​ເຟີດ.

ເຂົ້າຮ່ວມການເຄື່ອນໄຫວໃນກອງປະຊຸມສຸດຍອດ ຈີ 20, ​ໂດຍ​ຖືກ​ເຊີນ​ຂຶ້ນ​ກ່າວ​ປາ​ໄສ​​ໃນ​ຖານະ​ເປັນນັກປາຖະກະຖາທີ່​ສຳຄັນ ​ໃນວາລະ​ປະຊຸມ​ປຶກສາ​ສົນທະນາກ່ຽວກັບການພັດທະນາແບບຍືນຍົງ, ການ​ປ່ຽນ​ແປງ​ສະພາບ​ອາກາດ​ແລະ​ພະລັງງານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້​ໃຫ້​ຂໍ້ຄວາມ​ທີ່​ເຂັ້ມ​ແຂງກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີການຮ່ວມມື ເພື່ອຮັບມືກັບການປ່ຽນແປງສະພາບ​ອາກາດ. ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ກ່າວຢ່າງຈະແຈ້ງວ່າ ດ້ວຍບົດບາດຂອງປະເທດເຈົ້າພາບເອເປກ 2017, ຫວຽດນາມ ຊຸກຍູ້​ບັນດາຫົວຂໍ້ບຸລິມະສິດໃນວາລະກອງປະຊຸມເອເປກ 2017 ນັ້ນ​ຄື ການພັດທະນາແບບຍືນຍົງ, ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ນຳ​ໃຊ້​ພະລັງງານຢ່າງ​ມີ​ປະສິດທິ​ຜົນ; ສົມທົບ​ກັບ​ບັນດາ​ປະ​ເທດ​ສະມາຊິກ ​ເອເປກ ເພື່ອຊຸກຍູ້ການແລກປ່ຽນຄວາມ​ຄິດ​ຄວາມ​ເຫັນຢ່າງກວ້າງຂວາງເລິກເຊິ່ງ ແລະ ມີກົນໄກ, ຂອບ​ການ​ຮ່ວມ​ມືກ່ຽວ​ກັບການພັດທະນາແບບຍືນຍົງ, ປົກຫຸ້ມ ທັງດ້ານເສດຖະກິດ, ສັງຄົມ ແລະ ການເງິນ.

​​ໃນ​ເວລາ​ຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ມີການພົບປະສອງຝ່າຍ, ພົບປະກັບການນຳບັນດາປະເທດ ຈີ 20 (ປະທານປະເທດ ຈີນ, ປະທານາທິບໍດີສະຫະລັດອາເມຣີກາ, ນາຍົກລັດຖະມົນຕີ ອົດສະຕຣາລີ, ປະທານາທິບໍດີສາທາລະນະລັດ ເກົາຫຼີ, ປະທານາທິບໍດີ ອິນໂດເນເຊຍ, ນາຍົກລັດຖະມົນຕີ ອິນເດຍ, ນາຍົກລັດຖະມົນຕີ ສິງກະໂປ, ປະທານາທິບໍດີ ຕວັກກີ, ປະທານາທິບໍດີ ເຊເນກັນ, ປະທານຄະນະກຳມາ​ທິການເອີຣົບ, ປະທານຄະນະ​ມົນຕີເອີຣົບ, ຜູ້ອຳນວຍການໃຫຍ່ອົງການ​ອະນາ​ໄມ​ໂລກ...), ສຸມໃສ່ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບທິດທາງ, ມາດຕະການຊຸກຍູ້ການພົວພັນຮ່ວມມື ລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກ ຈີ 20.

ການຢ້ຽມຢາມແລະເຮັດວຽກຢູ່ ສະຫະພັນ​ສາທາລະນະ​ລັດ​ເຢຍລະມັນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ​ໄດ້​ສຳ​ເລັດ​ສິ້ນ​ສຸດຢ່າງຈົບງາມ, ໄດ້ເພີ່ມ​ພະລັງ​ຊຸກ​ດັນໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ເຢຍລະມັນ, ພ້ອມນັ້ນ​ກໍ່ສືບຕໍ່​ເຜີຍ​ແຜ່ຮູບພາບຂອງປະເທດຫວຽດນາມທີ່ປ່ຽນແປງໃໝ່, ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ແລະມີຄວາມຮັບຜິດຊອບ ຂອງວົງຄະນາຍາດສາກົນ./

ບັນນາທິການສັງລວມຈາກ TTXVN