ວກ.ອອນໄລ - ໂດຍຕອບສະໜອງຕາມຄຳ​ເຊື້ອເຊີນຂອງທ່ານ ມາກ ຣຸດເຕ ນາຍົກລັດຖະມົນຕີ​ແຫ່ງ ລາຊະອານາຈັກ ເນເທີແລນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ພັນລະຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງລັດຖະບານ ສສ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການທີ່ ລາຊະອານາຈັກ ເນເທີແລນ ແຕ່ວັນທີ 8 ຫາ 11 ກໍລະກົດ 2017.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ທ່ານ ມາກ ຣຸດເຕ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ເນເທີແລນ ລົງນາມໃນ ເຈຕະນາສັນຍາ ລະຫວ່າງສອງປະເທດ ກ່ຽວກັບການອຳນວຍຄວາມສະດວກຜັນຂະຫຍາຍບັນດາໂຄງການຫັນປ່ຽນຂະໜາດໃຫຍ່ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ. (ພາບ: TTXVN)

ໃນເວລາຢ້ຽມຢາມລາຊະອານາຈັກ ເນເທີແລນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ມີການພົບປະເຈລະຈາກັບທ່ານ ມາກ ຣຸດເຕ ນາຍົກລັດຖະມົນຕີ ເນເທີແລນ; ພົບປະຫາລືກັບ ປະທານສະພາສູງ ແລະ ປະທານສະພາຕ່ຳ ເນເທີແລນ.

​ໃນການພົບປະເຈລະຈານັ້ນ,​ ນາຍົກລັດຖະມົນຕີທັງສອງທ່ານ ໄດ້ຢືນຢັນຄືນໃໝ່ຄວາມຕັດສິນໃຈ ຈະເຮັດໃຫ້ການພົວພັນລະຫ່າງສອງປະເທດ​ເຂົ້າສູ່ລວງເລິກ ແລະ ໝັ້ນຄົງຍືນຍົງ; ເຫັນດີເປັນເອກະພາບ ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ; ສ້າງເງື່ອນໄຂສະດວກດີໃຫ້ວິສາຫະກິດ ຂອງສອງປະເທດ ຍູ້ແຮງການຮ່ວມມືລົງທຶນໃນບັນດາຂົງເຂດບຸລິມະສິດຄື ການປ່ຽນແປງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ, ກະສິກຳເຕັກໂນໂລຊີສູງ ແລະ ຍືນຍົງ, ພະລັງງານທົດ​ແທນ, ເສດຖະກິດທະເລ ແລະ ການບໍລິການພະລາທິການ, ທ່າເຮືອທະເລ.

ການນຳທັງສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ການພົວພັນຕ່າງປະເທດ ຂອງແຕ່ລະປະເທດ; ຊົມເຊີຍບັນດາຜົນງານເຊິ່ງທັງສອງປະເທດບັນລຸໃດ້ ໃນເວລາທີ່ຜ່ານມາ; ຕີລາຄາສູງຕໍ່ການຂະຫຍາຍຕົວທີ່ດີງາມຂອງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ເນເທີແລນ.

ກ່ຽວກັບເສດຖະກິດ,​ ນາຍົກລັດຖະມົນຕີທັງສອງທ່ານ ກໍ່ໄດ້ຕີລາຄາສູງຕໍ່ການທີ່ ຫວຽດນາມແລະເນເທີແລນ ໄດ້ກາຍເປັນຄູ່ຮ່ວມມືທີ່ສຳຄັນຂອງກັນ ​ໃນຂະນະ​ທີ່​ເນ​ເທີ​ແລນ​ເປັນ​ຄູ່​ຮ່ວມ​ມື​ເອີຣົບອັນ​ດັບ​ສອງ​ທາງດ້ານການຄ້າ ຂອງຫວຽດນາມ (ຍອດມູນຄ່າການຄ້າສອງສົ້ນໃນປີ 2016 ບັນລຸ 6,7 ຕື້ໂດລາສະຫະລັດ) ແລະ ທັງເປັນນັກລົງທຶນ​ເອີຣົບອັນດັບໜຶ່ງ ຂອງຫວຽດນາມໃນປະຈຸບັນ (ທຶນ FDI ທີ່ລົງທະບຽນທັງໝົດບັນລຸ 7,7 ຕື້ໂດລາສະຫະລັດ); ໄດ້ເຫັນດີເປັນເອກະພາບກັນວ່າ ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ໃນການພັດທະນາການຮ່ວມມືຢ່າງຫຼວງ​ຫຼາຍ.

ທ່ານນາຍົກລັດຖະມົນຕີ ມາກ ຣຸດເຕ ຢືນຢັນວ່າ ລັດຖະບານແລະສະມາຄົມວິສາຫະກິດ ເນເທີແລນ ສະໜັບສະໜູນສະຫະພາບເອຣົບ ລົງນາມແລະອະນຸມັດຜ່ານ ສັນຍາວ່າດ້ວຍການຄ້າເສລີ ຫວຽດນາມ-ສະຫະພາບເອຣົບ (EVFTA) ເພາະວ່າ ສັນຍາດັ່ງກ່າວຈະ​ໄຂໂອກາດໃໝ່​ໃຫ້ການຮ່ວມມືລົງທຶນ, ທຸລະກິດກັບ ຫວຽດນາມ.

ນາຍົກລັດຖະມົນຕີທັງສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ຈົບ​ງາມໃນເບື້ອງຕົ້ນ ຂອງຂໍ້ຕົກລົງວ່າດ້ວຍຄູ່ຮ່ວມມືຍຸດທະສາດ ກ່ຽວກັບການປັບ​ຕົວ​ໃຫ້​ຄ່ອງກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງແຫຼ່ງນ້ຳ (ທີ່ໄດ້ລົງນາມໃນປີ 2010) ແລະ ຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ຄວາມປອດໄພດ້ານສະບຽງອາຫານ (ທີ່ໄດ້ລົງນາມໃນປີ 2014) ແລະ ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ຈະສືບຕໍ່ຜັນຂະຫຍາຍຢ່າງຕັ້ງໜ້າ ບັນດາໂຄງການຮ່ວມມືອັນລະອຽດທີ່ກ່ຽວຂ້ອງ.

ສອງຝ່າຍເຫັນດີເປັນເອກະພາບວ່າ ເນເທີແລນຈະສືບຕໍ່ຊ່ວຍເຫຼືອຫວຽດນາມ ​ໃນການ​ປັບປຸງ​ແຜນການ​ກ່ຽວ​ກັບທົ່ງພຽງ​ແມ່​ນ້ຳຂອງ, ຈັດສ້າງໂຄງສ້າງຄືນໃໝ່ ແລະ ກໍ່ສ້າງການເຊື່ອມຕໍ່ລະຫວ່າງເຂດ, ເຂົ້າ​ເຖິງບັນດາແຫຼ່ງການ​ເງິນທີ່ເໝາະສົມ, ວາງແຜນເຂດທີ່ຖືກເໝາະກັບການປ່ຽນແປງດິນຟ້າອາກາດ, ຍູ້ແຮງການຮ່ວມມືລະຫວ່າງນະຄອນ ຣົດເຕີດາມ ແລະນະຄອນ ໂຮ່ຈີມິນ; ພ້ອມກັນນັ້ນ ກໍ່​ເປັນ​ເອກະ​ພາບ​ກັນ ຈະຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳເຕັກໂນໂລຊີສູງ ແລະ ຍືນຍົງ, ຮັບ​ປະ​ກົນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ,​ ຍົກສູງພວງພະນັງມູນຄ່າຜະລິດຕະພັນຊີ້ນສັດລ້ຽງ, ຄົ້ນຄວ້າ​ບັນດາ​ແນວ​ພັນ​ພືດ​ທີ່​ຖືກ​ເໝາະ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ...

ນາຍົກລັດຖະມົນຕີທັງສອງທ່ານກໍ່ໄດ້ຢືນຢັນຄືນໃໝ່ຈະຕັດສິນໃຈເຮັດໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວ​ເຂົ້າສູ່ລວງເລິກ ແລະ ໝັ້ນຄົງຍືນຍົງ; ເປັນເອກະພາບກັນຈະຮັກສາການແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ ແນໃສ່ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ; ສ້າງເງື່ອນໄຂອັນສະດວກ ໃຫ້ວິສາຫະກິດສອງປະເທດ ຍູ້ແຮງການຮ່ວມມື​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຄື ຮັບ​ມື​ກັບການປ່ຽນແປງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ, ກະສິກຳເຕັກໂນໂລຊີສູງ ແລະ ຍືນຍົງ, ພະລັງງານທົດ​ແທນ, ເສດຖະກິດທະເລ ແລະ ການບໍລິການພາລະທິການ, ທ່າເຮືອທະເລ.

ນາຍົກລັດຖະມົນຕີທັງສອງທ່ານກໍ່ໄດ້ເຫັນດີເປັນເອກະພາບ ຈະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ທີ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສພະຫຸ​ພາຄີ; ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາສັນຕິພາບ ໃນຂອບຂອງສະຫະປະຊາຊາດ.

ກ່ຽວກັບທະເລຕາເວັນອອກ, ນາຍົກລັດຖະມົນຕີທັງສອງທ່ານໄດ້ຢືນຢັນຄວາມສຳຄັນຂອງ​ການ​ຮັກສາ​ສັນຕິພາບ, ສະຖຽມລະພາບ, ຄວາມສະຫງົບປອດໄພ ແລະ ​ເສລີພາບ ​ໃນ​ການ​ເດີນ​ທະ​ເລ,​ ​ເດີນ​ອາກາດຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ ສຳລັບພາກ​ພື້ນແລະສາກົນ. ທ່ານນາຍົກລັດຖະມົນຕີ ມາກ ຣຸດເຕ ໄດ້ເນັ້ນໜັກວ່າ ຫຼັກໝັ້ນຂອງເນເທີແລນ ສະໜັບສະໜູນທັດສະນະຂອງຫວຽດນາມ ແລະ ສະມາຄົມ​ປະຊາ​ຊາຊາດ​ແຫ່ງອາຊີຕາ​ເວັນ​ອອກສຽງ​ໃຕ້​ (ອາ​ຊຽນ) ກ່ຽວກັບການແກ້ໄຂຂໍ້ຂັດແຍ້ງພິພາດດ້ວຍສັນຕິວິທີ, ບໍ່​ໃຊ້​ກຳລັງ​ອາວຸດ ຫຼືນາບຂູ່ຈະ​ໃຊ້ກຳລັງອາວຸດ, ປະຕິບັດຕາມບັນດາຂະບວນວິວັດນິຕິກຳ ແລະ ການທູດ, ຖືກຕ້ອງ​ຕາມ​ກົດໝາຍສາກົນ, ໃນນັ້ນມີອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS).

ໃນຂອບການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ​ໄດ້ມີການພົບປະກັບທ່ານ ອາເບົາຕາເລັບ ເຈົ້າຄອງນະຄອນ ຣົດເຕີດາມ; ພົບປະກັບທ່ານ ເຮີແມນ ບອສະ​ເຕີ ຮອງຜູ້​ບັນຊາ​ການສູງສຸດ ໂຄງການທົ່ງພຽງ ເນເທີແລນ.

ສິ່ງ​ທີ່​ຄວນ​ເອົາໃຈ​ໃສ່​ຄື,​ ໃນບັນດາການເຄື່ອນໄຫວສົ່ງເສີມການລົງທຶນຕາມລາຍການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ເປັນປະທານເວທີປາໄສວິສາຫະກິດ ຫວຽດນາມ-ເນເທີແລນ, ເປັນສັກຂີພິຍານການແລກປ່ຽນເອກະສານການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດເປັນ 11 ສະບັບ ດ້ວຍຈຳນວນທຶນລົງທະບຽນ 700 ລ້ານໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີກໍ່ໄດ້ເຂົ້າຮ່ວມກອງ​ປະຊຸມ​ວິ​ສາ​ຫະກິດໂຕ້ມົນ; ພົບປະ, ເຮັດວຽກກັບບັນດາວິສາຫະກິດ, ນັກລົງທຶນທີ່​ສຳຄັນຂອງເນເທີແລນ.

ເນື່ອງໃນໂອກາດມາຢ້ຽມຢາມລາຊະອານາຈັກ ເນເທີແລນ, ທ່ານນາຍົກລັດຖະມັນຕີ​ໄດ້​ໄປຢ້ຽມຢາມ​ສະຖານທູດ​ຫວຽດນາມ, ຊຸມຊົນຊາວຫວຽດນາມຢູ່ເນເທີແລນ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຢ້ຽມຊົມ, ຊອກ​ຮູ້​ຮູບແບບການສຶກສາ, ຄົ້ນຄວ້າວິທະຍາສາດທີ່ ມະຫາວິທະຍາໄລ ວາແກນິນແກນ; ຢ້ຽມຊົມສະ​ຖາ​ບັນ​ຄົ້ນຄວ້າຄວາມປອດໄພດ້ານສະບຽງອາຫານ ຣີກີນ (RIKILT) ແລະ ຢ້ຽມຢາມສູນບັນຊາການທ່າເຮືອສາກົນ ຣົດເຕີດາມ - ເປັນທ່າເຮືອທະເລໃຫຍ່ທີ່ສຸດຢູ່ເອີຣົບ ດ້ວຍ​ຫຼັກ​ດຳ​ເນີນ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝອັນດັບໜຶ່ງໃນໂລກ./.

                                        ບັນນາທິການສັງລວມຈາກ TTXVN