ວກ.ອອນ​ໄລ - ຕອນ​ແລງ​ວັນ​ທີ 22 ກໍລະກົດ 2017, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ ໄດ້ກັບ​ມາ​ເຖິງ​ຮ່າ​ໂນ້ຍ, ສຳ​ເລັດ​ສິ້ນ​ສຸດ​ການ​ຢ້ຽມຢາມ​ລັດຖະກິດ​ທີ່ ລາຊະ​ອານາຈັກ​ກຳປູ​ເຈຍ ຢ່າງ​ຈົບງາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ເຈົ້າ​ຊີວິດ ນະ​ໂຮ​ດົມ ສີຫະ​ມຸນີ.

ເຈົ້າຊີວິດແຫ່ງລາຊະອານາຈັກກຳປູເຈຍ ນະໂຣດົມ ສີຫະມຸນີ ຕ້ອນຮັບເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ປະ​ເທດ​ກຳປູ​ເຈຍ ​ແຕ່​ວັນ​ທີ 20 ຫາ 22 ກໍລະກົດ 2017, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ເຈົ້າ​ຊີວິດ ນະ​ໂຣດົມ ສີຫະ​ມຸນີ; ພົບ​ປະ​ຫາລື​ກັບ ສົມ​ເດັດ ​ໄຊ​ຈູ​ນ ປະທານ​ສະພາ​ສູງ​ກຳປູ​ເຈຍ, ພົບ​ປະ​ຫາລື​ກັບ ສົມ​ເດັດ ​ເຮ​ງ ຊຳຣິນ ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ, ພົບ​ປະ​ຫາລື​ກັບ ສົມ​ເດັດ ​ເດຊະ ຮຸນ​ເຊັນ ນາ​ຍົກ​ລັດຖະມັນ​ຕີ; ຢ້ຽມຢາມ​ພະລາຊະ​ມານ​ດາ ​ນະ​ໂຣດົມ ມະ​ນີນາດ ສີຫະ​ຫນຸ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້ຢ້ຽມຄຳນັບພະ​ສັງຄະ​ລາດສອງ​ອົງຄື ພະ​ມະຫາ​ເທບ​ວົງ ​ແລະ ພະ​ມະຫາ​ບູຣ໌ກຣີ; ​ໃຫ້ການຕ້ອນຮັບ​ທ່ານ​ນາງ ​ແມນ ຊອມ​ອອນ ປະທານ​ສະມາຄົມ​ມິດຕະພາບກຳປູເຂຍ-ຫວຽດນາມ; ວາງ​ພວງ​ມາລາທີ່​ອະນຸສາວະລີ​ເອກະລາດ, ວາງພວງມາລາທີ່​ອະນຸສາວະລີ​ເຈົ້າ​ຊີວິດ ນະ​ໂຣດົມ ສີຫະຫ​ນຸ ແລະ ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ ຢູ່​ທີ່​ນະຄອນຫຼວງພະນົມເປັນ; ໄປຢາມແຂວງ ປຣຽດ ສີຫະໜຸກ ແລະ ເຂົ້າຮ່ວມພິທີເປີດຕົວ ອະຂຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຢູ່ແຂວງນີ້.

ຜ່າ​ນການ​ພົບ​ປະ​ເຈລະຈາ, ພົບ​ປະ​ຫາລື, ສອງ​ຝ່າຍ​ໄດ້​ຮັບ​ຮູ້​ວ່າ ການ​ຢ້ຽມຢາມ​ລັດຖະກິດ​ທີ່​ລາຊະ​ອານາຈັກ​ກຳປູ​ເຈຍຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຄັ້ງ​ນີ້​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ ​ໃນ​ເວລາ​ທີ່​ສອງ​ປະ​ເທດ​ພ້ອມ​ກັນ​ສະ​ເຫຼີງ​ສະຫຼອງ 50 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ​ແລະ ມີ​ການ​ເຄື່ອນ​ໄຫວ​ຕົວ​ຈິງຕ່າງໆ​ທີ່ມີ​ຄວາມ​ໝາຍ​ໃນ​ປີ​ມິດຕະພາບຫວຽດນາມ-ກຳປູ​ເຈຍ 2017.

ສອງ​ຝ່າຍ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ ​ໂດຍ​ສືບ​ຕໍ່​ຄວາມ​ພົວພັນ​ມິດຕະພາບ​​ແໜ້ນ​ແຟ້ນຈາກ​ປະຫວັດສາດ, 50 ປີ​ທີ່​ຜ່ານ​ມາ ຄວາມ​ພົວພັນ​​ເພື່ອນບ້ານ​ໃກ້​ຄຽງ​ທີ່ດີງາມຫວຽດນາມ-ກຳປູ​ເຈຍ ​ໄດ້​ຜ່ານຜ່າສິ່ງ​ທ້າ​ທາຍ​ຕ່າງໆຫຼາຍ​ຢ່າງ ​ແລະ ບັນລຸ​ໄດ້​ບັນດາ​ຜົນສຳ​ເລັດ​ທີ່​ຮອບດ້ານ, ​ໃຫຍ່​ຫຼວງ, ສຳຄັນ ​ໃນ​ພາລະກິດການ​ຕໍ່ສູ້​ຕ້າຍສັດຕູຮ່ວມ​ກັນ, ຕໍ່ສູ້​ຍາດ​​ເອົາເອກະລາດ​ແຫ່ງ​ຊາດ, ​ໂຄ່ນ​ລົ້ມ​ລະບອບ​ດັບ​ສູນ​ເຊື້ອ​ຊາດ, ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ. ບັນດາ​ຜົນສຳ​ເລັດ​ດັ່ງກ່າວ​ເລີ່​ມຈາກສາຍ​ພົວພັນ​ສາມັກຄີທີ່ສະໜິດ​ແໜ້ນ, ບໍ່​ອາດ​ຈະ​ແຍກ​ອອກ​ຈາກ​ກັນໄດ້, ​ເພິ່ງ​ພາ​ອາ​ໄສ​ເຊິ່ງກັນ​ແລະ​ກັນ ​ແລະ ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ລວມທີ່​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ, ​ເປັນ​ພື້ນຖານ ກຳລັງ​ໜູນ​ທີ່​ແຂງ​ແຮງ ​ໃຫ້​ແກ່​ພາລະກິດການ​ປົກ​ປັກ​ຮັກສາ, ສ້າງສາ​​ແລະ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

ສອງ​ຝ່າຍ​ພ້​ອມ​ກັນ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ເສີມ​ຂະຫຍາຍ​ເຖິງ​ລະດັບ​ສູງ ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຕັ້ງໜ້າ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ, ຊຸກຍູ້​ການ​ພົວພັນ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີງາມຫວຽດນາມ-ກຳປູ​ເຈຍ ​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ, ມີ​ເນື້ອ​ແທ້, ຍາວ​ນານ.

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽຢາມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ເພີ່ມ​ທະວີ​ຄວາມ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມືຫວຽດນາມ-ກຳປູ​ເຈຍ ​ແລະ ລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ 4 ສະບັບ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ຕາງ​ໜ້າ​ພັກ ລັດ ​ແລະ ປະຊາຊົນ​ຫວຽດນາມ​ ມອບອາຄານ​ເຮັດ​ວຽກ​ຂອງ​ສະພາ​ແຫ່ງ​ຊາດທີ່​ມີ​ມູນ​ຄ່າ 25 ລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ຝ່າຍ​ກຳປູ​ເຈຍ; ມອບ​ລົດ​ພະຍາບານ​ສອງ​ຄັນ​ໃຫ້ ​ເຈົ້າ​ຊີວິດ​ແລະ​ພະ​ລາຊະ​ມານ​ດາ ​ແລະ ມອບ​ເຄື່ອງ​ຄອມ​ພິວ​ເຕີ 50 ຊຸດ​ໃຫ້​ແຂວງ ປຣຽດ ສະຫະ​ໜຸກ./.

ບັນນາທິການ​ສັງ​ລວມຈາກ​ຂ່າວສານ​ຫວຽດນາມ