ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ຫງວຽນ​ຊວັນ​ຝຸກ ນາຍົກລັດຖະມົນ​ຕີ​ແຫ່ງ ສສ.ຫວຽກ​ນາມ, ທ່ານ ກາຣ໌ລອສ ອະກອສຕີ​ໂຍ ​ໂດ ​ໂຣຊາຣິ​ໂອ ນາ​ຍົກ​ລັດຖະມົນຕີ​ແຫ່ງ ສ.​ໂມຊຳບິກ ​ໄດ້​ມາ​ຢ້ຽນມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ 31 ກໍ​ລະ​ກົດ ຫາ​ວັນ​ທີ 3 ສິງຫາ 2017.

ທ່ານ ຫງວຽນຊວັນຝຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຕ້ອນຮັບທ່ານ ກາຣ໌ລອສ ອະກອສຕີໂຍ ໂດ ໂຣຊາຣິໂອ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ໂມຊຳບິກ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານນາ​ຍົກ​ລັດຖະມົນຕີ ກາຣ໌ລອສ ອະກອສຕີ​ໂຍ ​ໂດ ​ໂຣຊາຣິ​ໂອ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດ​ຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ; ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຝູຈ້ອງ; ຢ້ຽມຢາມ​ເຮັດ​ວຽກ​ຢູ່​ທີ່​ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ການ​ຮັບ​ມື​ກັບ​ອຸບັດ​ຕິ​ເຫດ, ​ໄພ​ທຳ​ມະ​ຊາດ ​ແລະ ຄົ້ນ​ຫາກູ້ໄພຂອງ​ຫວຽດນາມ; ຢ້ຽມຢາມສຳນັກງານ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ ຫວຽດ​ແທນ (Viettel Group). ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ ​ໂມ​ຊຳ​ບິ​ກ ​ໄດ້​ເຮັດ​ວຽກ​ກັບກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ. ນາຍົກລັດຖະມົນຕີ​ໂມ​ຊຳ​ບິ​ກ​ ໄດ້​ວາງ​ພວງມາລາ​ທີ່​ອະນຸສາວະລີ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍ​ຊີວິດ​ເພື່ອ​ຊາດ ​ແລະ​ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່ສຸສານ​ປະທານ​ໂຮ່ຈີ​ມິນ.

​ໃນ​ບັນຍາກາດ​ແຫ່ງ​ມິດຕະພາບ​ແລະ​ຄວ​າມ​ໃກ້ຊິດ​ສະໜິດສະໜົມ, ​ໃນ​ບັນດາ​ການ​ພົບ​ປະ​ຫາລື, ສອງຝ່າຍ​ໄດ້​ສະ​ແດງຄວາມ​ເພິ່ງ​ພໍ​ໃຈ ກ່ຽວ​ກັບ​ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງຫວຽດນາມ-​ໂມ​ຊຳ​ບິ​ກ ທີ່​ພວມ​ພັດທະນາ​ຢ່າງ​ດີງາມ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​​ຢ່າງເລິກ​ເຊິ່ງ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ. ​ໂມ​ຊຳບິ​ກ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດທີ່​ພິລະ​ອາດ​ຫານ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ຕໍ່​ບັນດາ​ຜົນສຳ​ເລັດ​ທີ່​ຫວຽດນາມ​ບັນລຸ​ໄດ້​ ໃນການ​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ. ຫວຽດນາມ​ອວຍພອນ​ຊົມ​ເຊີນ​ບັນດາ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກໍ່​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຂອງ​ໂມຊຳບິ​ກ ​ໃນ​ເວລາ​ທີ່​ຜ່ານ​ມາ, ພິ​ເສ​ດແມ່ນ​ຄວາມ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ສອງ​ປີ 2015 - 2016. 

ກ່ຽວ​ກັບ​ຄວາມ​ພົວພັນ​ທາງ​ດ້ານ​ການ​ເມືອງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຮັກສາ​ມູນ​ເຊື້ອ​ໃນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ການປະສານ​ສົມທົບ​ແລະ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ ໃນ​ບັນດາ​ເວທີ​ສາກົນ; ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ​ແລະການ​ຮ່ວມ​ມື ຢູ່ພາກ​ພື້ນ​ຕ່າງໆ​ແລະຢູ່​ໃນ​ໂລກ ບົນ​ພື້ນຖານ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ພິພາດ​ຕ່າງໆ ດ້ວຍສັນຕິ​ວິທີ, ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ຫວຽດນາມສະ​ເໜີ​ນຳ​ໂມ​ຊຳ​ບິ​ກ ​ໃຫ້ການ​ສະໜັບສະໜູນ​ຫວຽດນາມສະໝັກ​ເປັນ​ສະມາຊິກ​ບໍ່​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ (ສະ​ໄໝ 2020 - 2021) ​ແລະ​ສະໜັບສະໜູນ​ການ​ສະມັກຂອງ​ຫວຽດດນາມ​ເຂົ້າ​ໃນ​ຕຳ​ແໜ່​ງຜູ້ອຳນວຍການ​ຢູ​ເນສ​ໂກ (2017 - 2021). 

ກ່ຽວ​ກັບ​ການ​ຄ້າ-ການ​ລົງທຶນ ​ແລະ ການ​ຮ່ວມ​ມື​ພັດທະນາ, ສອງ​ຝ່າຍ​ຮັບຮອງ​ຜົນສຳ​ເລັດ​ທີ່​ດີງາມ​ຂອງການ​ຮ່ວມ​ລົງທຶນ​ໂທລະ​ຄົມມະນາ​ຄົນ ​ໂມ​ວີ​ແທນ (Movitel) ລະຫວ່າ​ງກຸ່ມ​ບໍລິສັດ Viettel ​ຫວຽດນາມ ​ກັບ​ບໍລິສັດ​ລົງທຶນ SPI ຂອງ​ໂມ​ຊຳ​ບິ​ກ ​ແລະ ​ໂຄງການ​ຮ່ວມ​ມື​ຄົ້ນ​ຄວ້າ​ພັດທະນາຕົ້ນ​ໄມ້ທັນ​ຍາ​ຫານ​ແລະ​ຕົ້ນ​ໄມ້​ອາຫານ​ຂອງ​ຫວຽດນາມ​ຢູ່​ໂມ​ຊຳ​ບິ​ກ. ຝ່າຍ​ໂມ​ຊຳ​ບິ​ກຫວັງ​ວ່າ ​ກຸ່ມ​ບໍລິສັດ Viettel ຈະ​ເປີດ​ກວ້າງ​ການ​ທຸລະ​ກິດ ​ແລະ ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ອື່ນ​ເຊັ່ນ ການ​ຄ້າ, ນ້ຳມັນ​ເຊື້ອ​ໄຟ, ຂົນ​ສົ່ງ​ທາງ​ທະ​ເລ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ, ​ເຄື່ອງ​ທະ​ເລ… ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ໂດ​ຍ​ໄວ ບັນດາ​ເປົ້າ​ໝາຍ​ການ​ຄ້າ-ການ​ລົງທຶນ ທີ່​ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ວາງ​​ໄວ້. ສອງ​ຝ່າຍ​ສູ້​ຊົນ​ເຮັດໃຫ້​ໂມ​ຊຳ​ບິ​ກກາຍ​ເປັນຄູ່​ຮ່ວມ​ມື​ແຖວໜ້າຂອງ​ຫວຽດນາມ​ ຢູ່​ອາ​ຟຣິກກາ ຊາ​ຮາຣາ ​ແລະ ຫວຽດນາມ​ກາຍ​ເປັນຂົວ​ເຊື່ອມ​ຕໍ່​ຂອງ​ໂມ​ຊຳ​ບິ​ກ ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. 

​ໃນ​ການ​ຢ້ຽ​ມຢາມນີ້, ຫວຽດນາມ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນກ່ຽວ​ກັບ​ການ​ພັດທະນາ​ໃນ​ບັນດາ​ຂົງ​ເຂດ​ທີ່​ໂມ​ຊຳ​ບິ​ກມີ​ຄວາມ​ຕ້ອງການ​ເຊັ່ນ: ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ພະຍາກອນ​ອາກາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສຶກສາ-ກໍ່ສ້າງ, ​ແລກປ່ຽນ​ຜູ້​ຊ່ຽວຊານ ​ແລະ ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ. ຫວຽດນາມ​ສະ​ເໜີ​ໃຫ້​ໂມ​ຊຳ​ບິ​ກອຳນວຍ​ຄວາມ​ສະດວກ​ໂດຍ​ໄວ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ເປີດ​ຄັງ​ສິນຄ້າ​ທັນ​ບົນ, ພັດທະນາ​ຊ່ອງ​ທາງ​ການຈັດ​ນຳ​ໜ່າຍ, ກໍ່​ຄື​ບູລະນະ​ຂອບ​ກົດໝາຍການ​ລົງທຶນ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ. 

ສອງຝ່າຍ​​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກສາສັດປ່າ​ແລະ​ພືດ ​ແລະ ພິທີ​ເຊັນ​ຫຍໍ້​ໃນ​ສັນຍາ​ກ່ຽວ​ກັບ​ການ​ບໍລິການ​ຂົນ​ສົ່ງ​ທາງ​ອາກາດ ລະຫວ່ງລັດຖະບານ ສສ.ຫວຽດນາມ ​ແລະ ລັດຖະບານ ສ.​ໂມ​ຊຳ​ບິ​ກ.

ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານນາ​ຍົກ​ລັດຖະມົນຕີ ກາຣ໌ລອສ ອະກອສຕີ​ໂຍ ​ໂດ ​ໂຣຊາຣິ​ໂອ ຖືກ​ຖື​ວ່າ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ນັບ​ແຕ່​ການ​ຢ້ຽມຢາມ​​ໂມຊຳ​ບິ​ກ ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​​ເມື່ອ​ເດືອນ​ມີນາ 2016. ການ​ຢ້ຽມຢາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີຄວາມ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງຫວຽດນາມ-​ໂມ​ຊຳ​ບິ​ກ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍິ່ງ​ກວ່າ​ອີກ​ ທາງ​ດ້ານ​ການ​ເມືອງ, ການ​ຄ້າ, ການ​ລົງທຶນ ກໍ່​ຄື​ບັນດາ​ຂົງ​ເຂດ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ໃນ​ເວລາ​ຕໍ່ໜ້າ./. 

​ໂດຍ ​ເຟືອງ​ຈ່າ