ວກ.ອອນ​ໄລ - ການ​ຢ້ຽມຢາມ​ປະ​ເທດ​ໄທ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຝຸກ ​ໄດ້​ບັນລຸ​ຜົນສຳ​ເລັດອັນ​ດີງາມທັງ​ສາມ​ດ້ານ ການ​ທູດ​ລະຫວ່າງປະ​ເທດ, ການ​ລົງທຶນ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ. ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ເປັນ​ເງື່ອນ​ໄຂ​ອັນ​ສະດວກ​ດີ​ ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ລະຫວ່າງຫວຽດນາມ-​ໄທ ​ໃຫ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່.

ນາຍົກລັດຖະມົນຕີຫວຽດນາມແລະນາຍົກລັດຖະມົນຕີໄທ ເປັນສັກຂີພິຍານພິທີລົງນາມໃນເອກະສານທີ່ສຳຄັນຫຼາຍສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ຂອງສອງປະເທດ. (ພາບ: TTXVN)

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ ປຣະ​ຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ແຫ່ງລາຊະ​ອານາຈັກ​ໄທ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ​ ແລະ ​ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ ສສ.ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 17 ຫາ 19 ກັນຍາ 2017. ການ​ຢ້ຽມຢາມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ດີງາມ​ທີ່​ສຸດ​ທັງ​ສາມ​ດ້ານ ການ​ທູດ​ລະຫວ່າງ​ປະ​ເທດ, ການ​ລົງທຶນ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ຮ່ວມ​ພິທີ​ຕ້ອນຮັບ, ພົບ​ປະ​ເຈລະຈາ ​ແລະ ຮ່ວມ​ງານ​ລ້ຽງ​ກັບ​ທ່ານ​ນາຍົກລັດຖະມົນຕີ ປຣະ​ຢຸດ ຈັນ​ໂອຊາ; ພົບ​ປະ​ກັບ​ທ່ານ ພອນ​ເພັດ ວິຊິດຊົນ​​ໄຊ ປະທານ​ສະພາ​ນິຕິບັນຍັດ​ແຫ່ງ​ຊາດ​ໄທ, ພົບ​ປະ​ກັບ​ພົນ​ເອກ ​ເປຣມ ຕິນະ​ສູ​ລາ​ນົນ ປະທານ​ອົງຄະ​ມົນຕີ​​ແລະ​ລັດຖະບຸລຸດ​ແຫ່ງ​ລາຊະອານາຈັກ​ໄທ, ​ໃຫ້ການ​ຕ້ອນຮັບທ່ານ ປຣະຈວບ ປະທານ​ສະມາຄົມ​ມິດຕະພາບ ​ໄທ-ຫວຽດນາມ, ພົບ​ປະ​ກັບ​ການ​ນຳ​ຂອງບາງ​ກຸ່ມ​ບໍລິສັດ​ທີ່​ສຳຄັນ​ຂອງ​ໄທ ​ແລະ ​ເຂົ້າ​ຮ່ວມ​ພິທີ​ເປີດງານ "ສັບປະດາ​ສິນຄ້າຫວຽດນາມ​ ຢູ່ປະ​ເທດ​ໄທ" ​ເພື່ອສົ່ງ​ເສີມ​ຜະລິດ​ຕະພັນ​ຫວຽດນາມ​ໃນ​ປະ​ເທດ​ໄທ. ຢູ່​ທີ່​ແຂ​ວງນະຄອນ​ພະນົມ, ທ່ານ​ນາຍົກລັດ​ຖະ​ມົນຕີ​ແລະ​ຄະນະ​ຜູ້​ແທນ​ຫວຽດນາມ​ ໄດ້ພົບ​ປະ​ກັບ​ຜູ້​ວ່າ​ລາຊະການ​ແຂວງ​ນະຄອນ​ພະນົມ, ຕ້ອນຮັບ​ການ​ນຳ​ຂອງ​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ປະ​ເທດ​ໄທ ​ແລະ ການ​ນຳ​ຂອງ​ສະມາຄົມ​ນັກທຸລະກິດ​ຄົນ​ຫວຽດນາມ​ຢູ່​ປະ​ເທດ​ໄທ, ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ລາຊະ​ດອນ​ແຂວງ​ໜອງ​ຄາຍ; ​ໄປ​ຢາມ​ອະນຸສອນ​ສະຖານ​ປະທານ​ ໂຮ່ຈີ​ມິນ ​ແລະ ປູກ​ຕົ້ນ​​ໄມ້​ເປັນ​ທີ່​ລະ​ນຶກຢູ່​ທີ່​ນັ້ນ, ​ໄປຢາມ​ສູນ​ມິດຕະພາບ ນະຄອນ​ພະນົມ-ຮ່າ​ໂນ້ຍ, ພົບ​ປະຊຸມ​ຊົນ​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​​ໃນ​ແຂວງ ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເສດຖະກິດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ແລະ​ເຊື່ອມ​ຕໍ່​ເສດຖະກິດ​​ໃນພາກ​ອີສານ​ປະ​ເທດ​ໄທ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ມີ​ການ​ເຈລະ​ຈາທີ່​ບັນລຸ​ຜົນ​ດີ​ທີ່​ສຸດ​ກັບ​ທ່ານ ປຣະ​ຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​​ໄທ ຢູ່​ທີ່​ກຣຸງ​ເທບມະຫາ​ນະຄອນ. ການ​ນຳ​ທັງສອງ​ໄດ້​ຢືນຢັນ​ຄວາມ​ມານະ​ພະຍາຍາມ​​ຍົກ​ມູນ​ຄ່າ​ການ​ຄ້າສອງ​ສົ້ນ​ລະຫວ່າງ​ສອງ​ປະ​ເທດ ​ຂຶ້ນ​ເປັນ 20 ຕື້​ໂດ​ລາ​ສະຫະລັດ ກ່ອນ​ປີ 2020; ຊ່ວຍ​ໜູນ​ກັນ​​ເພື່ອກາຍ​ເປັນ​ໃຈກາງ​ດຶງ​ດູດ​ການ​ລົງທຶນ​ການ​ຄ້າ​ຂອງ​ພາກ​ພື້ນ; ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ຂອງ​ປະ​ເທດຄູ່​ຮ່ວມ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ຕົນ; ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເຂົ້າສານ.

ສອງ​ຝ່າຍ​ຢືນຢັນ​ອີກ​ຄັ້ງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ ກໍ່​ຄື​ຄວາມ​ປອດ​ໄພ​ແລະ​ເສລີພາບ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນໜັກ​ວ່າ ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ຮັບປະກັນ​ປະຕິບັດ​ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ; ກໍ່ສ້າງ, ຮັກສາ ​ແລະ ຍົກ​ສູງ​ຄວາມ​ເຊື່ອ​ຖື​ແລະ​ຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ; ​ເຄົາລົບ​ບັນດາ​ຫຼັກການ ອົດທົນ​ອົດ​ກັ້ນ​​ແລະບໍ່​ໃຊ້​ກຳລັງ​ອາວຸດ, ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ແລະ​ຂໍ້​ພິພາດ​ດ້ວຍ​ສັນຕິ​ວິທີ ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ປະກອບ​ດ້ວຍ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982. ການ​ນຳ​ທັງ​ສ​ອງກໍ່​ຢືນຢັນ​ອີກຄັ້ງ​ກ່ຽວ​ກັບ​ການ​ສະໜັບສະໜູນ​ໃຫ້ ອາຊຽນ​ແລະ​ຈີນ ບັນລຸ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

​ໃນ​ການ​ພົບປະກັບ​ທ່ານ ພອນ​ເພັດ ວິຊິດ​ຊົນ​​ໄຊ ປະທານ​ສະພາ​ນິຕິບັນຍັດ​ແຫ່ງ​ຊາດ​ໄທ ​ແລະການ​ພົບ​ປະກັບ​ພົນ​ເອກ ​ເປຣມ ຕິນະ​ສູ​ລາ​ນົນ ປະທານ​ອົງຄະ​ມົນຕີ​ແລະ​ລັດຖະບຸລຸດ​ແຫ່ງ​ລາຊະອານາຈັກໄທ. ການນຳຂັ້ນສູງຂອງສອງປະເທດໄດ້ແລກປ່ຽນຄວາມຄິດຄວາມເຫັນທີ່ເລິກເຊິ່ງ ກ່ຽວກັບບັນດາບັນຫາສອງຝ່າຍ, ບັນຫາພາກພື້ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ສອງຝ່າຍຊົມເຊີຍຜົນສຳເລັດທີ່ບົນລຸໄດ້ ໃນຂອບເຂດແຜນປະຕິບັດການຮ່ວມມືຍຸດທະສາດໄທ-ຫວຽດນາມ (2014-2018) ແລະ ເຫັນດີເປັນເອກະພາບຈະເປີດກວ້າງບັນດາຂົງເຂດການຮ່ວມມື ແນໃສ່ຊຸກຍູ້ຄວາມພົວພັນຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ.

​ໃນ​ການ​ພົວພັນສົ່ງ​ເສີມ​ການ​ລົງທຶນ​ຫວຽດນາມ-​ໄທ, ນາຍົກລັດຖະມົນຕີສອງທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ທີ່​ສຳຄັນ​ຫຼາຍ​ສະບັບ, ​ໃນ​ນັ້ນ​ມີ​ສັນຍາ​ລະຫວ່າງ​ລັດຖະບານ​ ສສ. ​ຫວຽດນາມ ​ແລະ ລັດຖະບານ​ລາຊະ​ອານາ​ຈັກ​ໄທ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ​ແຫ່​ການ​ປະດິດ​ສ້າງ; ບັນດາ​ບົດ​ບັນທຶກ​ຄວາມ​ຈຳລະຫວ່າງ​ກະຊວງ​ຂອງ​ສອງ​ປະ​ເທດ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ​ໄປ​ຊະນີ, ​ໂທລະ​ຄົມມະນາຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ທະນາຄານ; ​ແລະ​ບັນດາ​ບົດ​ບັນທຶກ​ຄວາມ​ຈຳ​ອື່ນ​ອີກລະ​ຫວ່າງ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ການ​ສົ່ງ​ເສີມ​ການ​ລົງທຶນ - ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ຫວຽດນາມ-​ໄທ. ພ້ອມກັນເຂົ້າຮ່ວມໃນເວທີຍັງມີພົນເອກ ປຣະຈີນ ຈັນຕອງ, ຮອງນາຍົກລັດຖະມົນຕີໄທ ແລະ ນັກທຸລະກິດຂອງສອງປະເທດ 500 ກວ່າຄົນ. ໃນເວທີທີ່ສຳຄັນນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ພົນເອກ ປຣະຈີນ ຈັນຕອງ ຮອງນາຍົກລັດຖະມົນຕີໄທ ​ໄດ້​ເປັນ​ສັກຂີ​ພິຍານ​ການ​ລົງ​ນາມ​ໃນ​ເອກະສານ, ບົດ​ບັນທຶກ​ຄວາມ​ຈຳ​ຫຼາຍ​ສະບັບ ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ-​ໄທ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ໃຊ້​ເວລາ​ຫຼາຍ​ພໍ​ຄວນ ​ເພື່ອ​ເຮັດ​ວຽກ, ພົບ​ປະ​ກັບການ​ນຳ​ຂອງ​ບັນດາ​ກຸ່ມ​ບໍລິສັດ ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງ​ໄທ ​ເພື່ອ​​ແນ​ໃສ່ສົ່ງ​ເສີມ​ການ​ຄ້າ, ຮຽກຮ້ອງ​ບໍລິສັດ ວິ​ສາ​ຫະກິດ​ໄທ ລົງທຶນ​ເຂົ້າ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ "ສັບປະດາສິນຄ້າ​ຫວຽດນາມ ຢູ່ປະ​ເທດ​ໄທ" ​ເພື່ອ​ສົ່ງ​ເສີມ​ຜະລິດ​ຕະພັນ​ຂອງ​ຫວຽດນາມ​​ໃນ​ປະ​ເທດ​ໄທ. ບົນພື້ນຖານຄວາມພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ, ດ້ວຍການເຄື່ອນໄຫວດຳເນີນງານທີ່ໜາແໜ້ນ, ມີປະສິດທິຜົນຂອງທ່ານນາຍົກລັດຖະມົນຕີ, ຫວັງວ່າ ການຢ້ຽມຢາມຈະສ້າງກະແສແຫ່ງການລົງທຶນ ຂອງວິສາຫະກິດໄທ ເຂົ້າໃນຫວຽດນາມ.

ພິ​ເສດ​ແມ່ນ ​ໃນ​ການ​ຢ້ຽມຢາມປະ​ເທດ​ໄທຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ແລະ ພັນລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປຖະຫວາຍ​ທູບ​ທຽນ​ແລະ​ດອກ​ໄມ້​​ແຫ່ງ​ຄວາມ​ຊົງ​ຈຳ​ເຖິງ​ລຸງ​ໂຮ່ ທີ່​ອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ ຢູ່​ບ້ານ​ໄມ້ ​ແຂວງ​ນະຄອນ​ພະນົມ. ອະນຸສອນ​ສະຖານ​ແຫ່ງ​ນີ້​ບໍ່​ພຽງ​ແຕ່​ເປັນ​ກິດຈະກຳ​ລະນຶກ​ເຖິງ​ລຸງ​ໄຮ່​ ທີ່​ໄດ້​ກໍ່ສ້າງ​ຂະໜາດ​ໃຫຍ່​ ຢູ່​ປະ​ເທດ​ໄທ​ເທົ່ານນັ້ນ, ຫາກ​ຍັງ​ເປັນ​ກິດຈະກຳ​ວັດທະນະທຳ, ປະ​ຫວັດ​ສາດ ທີ່​ໄດ້​ກໍ່ສ້າງ​ຂຶ້ນ​ດ້ວຍ​ການ​ສົມທົບລະຫວ່າງ​ ຄວາມ​ຮັກ​ແພງ​ປາຖະໜາອັນ​ແຮງ​ກ້າ​ຂອງ​ພີ່ນ້ອງ​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ປະເທດ​ໄທ ​ແລະ ມະ​ໂນ​ຄະຕິ​ຂອງ​ພັກ ລັດ ​ແລະ ​ປະຊາຊົນ​ຫວຽດນາມ ​ຕໍ່​ທ່ານ​ປະທານ​ ໂຮ່ຈີ​ມິນ ທີ່​ເຄົາລົບ​ຮັກ.

ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ໄທ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ຈົບງາມ. ບົນ​ພື້ນຖານ​ຄວາມ​ພົວພັນດ້ານ​ການ​ເມືອງ, ເສດຖະກິດ, ການ​ຮັກສາ​ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນຊາ​ດ ທີ່​​ໄວ້​ວາງ​ໃຈ​ແລະ​ໃກ້ຊິດຕິດ​ແທດ​ກັນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ​ບັນດາ​ຂົງ​ເຂດ​ອື່ນ ​ທີ່​ໄດ້​ຮັບ​ການຍູ້​ແຮງ. ​ໄທ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ​ຢູ່​ອາ​ຊຽນ. ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມປະກອບສ່ວນ​ອັນສຳຄັນ​ເຂົ້າ​ໃນ​ການພັດທະນາຄວາມ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ-​ໄທ ​ໃຫ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່./.

​ໂດຍ ທຸ່ຍ​ລີງ