ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ​ປະທານາທິບໍດີ ໂຈ​ໂກ ວີ​ໂດ​ໂດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽ​ມຢາມ​ປະ​ເທດ​ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 22-24 ສິງຫາ 2017.

ທ່ານໂຈໂກ ວີໂດໂດ ປະທານາທິບໍດີ ສາທາລະນະລັດ ອິນໂດເນເຊຍ ຕ້ອນຮັບທ່ານ ຫງວຽນຝູຈ້ອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ປະທານາທິບໍດີ ໂຈ​ໂກ ວີ​ໂດ​ໂດ, ພົບ​ປະ​ສ່ວນຕົວ​ແລະ​ແລກປ່ຽນ​ກັບ​ທ່ານນາງ ​ເມ​ກາ​ວາ​ຕີ ຊູກາຣ໌​ໂນ​ປູ​ຕຣີ ປະທານ​ພັກ​ປະຊາທິປະ​ໄຕ​ຕໍ່ສູ້; ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ກັບ​ບັນດາ​ການ​ນຳ​ອົງການ​ນິຕິບັນຍັດ; ກ່າວ​ປາ​ໄສ​ທີ່​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ແລະ​ສາກົນອິນ​ໂດ​ເນ​ເຊຍ; ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ ​ຂອງ​ເວທີ​ປາ​ໄສວິ​ສາ​ຫະກິດອິນ​ໂດ​ເນ​ເຊຍ - ຫວຽດນາມ.

ຜ່ານ​ບັນດາ​ການ​ພົບ​ປະ​ເຈລະຈາ, ​ແລກປ່ຽນ​ຄວາມ​ເຫັນ​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ ​ແລະ ບັນລຸ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່​ໃນ​ການ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແນ​ໃສ່​ປະກອບສ່ວນ​ປັບປຸງ​ພື້ນຖານ​ຂອງ​ຄວາມ​ໄວ້​ວາງ​ໃຈ​ທາງ​ດ້ານ​ການ​ເມືອງ, ຊຸກຍູ້​ການພົວພັນ​ຮ່ວມ​ມືການ​ພັດທະນາ​ທີ່​ມີ​ເນື້ອ​ແທ້​ແລະ​ມີ​ປະສິດທິ​ຜົນ​ດີກ​ວ່າ.

​ໃນ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ໂຈ​ໂກ ວີ​ໂດ​ໂດ, ການ​ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ໃຫ້​ທັດສະນະ​ວ່າ ການ​ຢ້ຽມຢາມ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ສ້າງ​ຂີດ​ໝາຍ​ທີ່​ສຳຄັນ, ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ທາງ​ດ້ານ​ການ​ເມືອງ, ປັບປຸງ​ຄວາມ​ພົວພັນ​ມິດຕະພາບ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ມີ​​ເນື້ອ​ແທ້, ສ້າງ​ບາດກ້າວ​ການ​ພັດທະນາ​ໃໝ່, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ​ເລິກ​ເຊິ່ງກວ່າ​ອີກ.

ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​​ໂດ​ຍ​ແມ່ນ​ປະທານ​ໂຮ່ຈີ​ມິນ ​ແລະ ປະທານາທິບໍດີ ຊູ​ກາຣ໌​ໂນ ປູ​ພື້ນ​ຖານ ​ແລະ ບັນດາ​​ການ​ນຳພ້ອມ​ກັບປະຊາຊົນ​ສອງ​ປະ​ເທດ ອອກ​ແຮງ​ເພີ່ມ​ພູນ​ຄູນ​ສ້າງນັ້ນ ມາ​ຮອດ​ປະຈຸ​ບັນ​ໄດ້​ກາຍ​ເປັນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ; ສອງ​ຝ່າຍ​ຢືນຢັນ​ຫວຽດນາມ​ແລະອິນ​ໂດ​ເນ​ເຊຍ ຈະ​ສືບ​ຕໍ່​ເປັນ​ເພື່ອນ​ມິດ​ທີ່​ໄວ້​ວາງ​ໃຈ​ກັນ, ຜູກ​ພັນ​ສະໜິດ​ແໜ້ນ​ນຳ​ກັບ​ໃນ​ອາລົມ​ຈິດ​ມິດຕະພາບ, ​ແບ່ງປັນ​ບັນດາ​ຄຸນຄ່າ​ແລະ​ຜົນ​ປະ​ໂຫຍ​ດທີ່​ຄ້າຍຄື​ກັນ.

ການ​ນຳ​ທັງ​ສອງ​ສະ​ແດງ​ຄວາມດີ​ໃຈ​ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ 60 ກວ່າ​ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແຕ່​ປີ 2013; ການ​ນຳ​ທັງ​ສອງ​ໃຫ້​ທັດສະນະ​ວ່າ ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ໄດ້​ບັນລຸ​ຜົນສຳ​ເລັດອັນ​ດີງາມ​ທີ່​ໜ້າ​ພຶງ​ພໍ​ໃຈ, ​ແຕ່​ກໍ່ຍັງບໍ່ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຄອງ​ຄອຍ​ຂອງ​ສອງ​ຝ່າຍ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

ການ​ນຳ​ທັງ​ສອງສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນລະຫວ່າງສອງ​ປະ​ເທດ​ຈະ​ບັນລຸ 10 ຕື້​ໂດ​ລາ​ສະຫະລັດ​​ໃນ​ໄວໆ​ນີ້ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ສົ່ງ​ເສີມ​ການ​ຄ້າ, ສ້າງ​ສະພາບ​ແວດ​ລ້ອມທີ່​ສະດວກ​ດີ​ ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຮ່ວມ​ມືນຳ​ກັນ, ລົງທຶນ​ເຂົ້າ​ຕະຫຼາດ​ຂອງ​ກັນ​ແລະ​ກັນ, ພິ​ເສດ​ແມ່ນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍມີ​ທ່າ​ແຮງ ​ແລະ​ອາດ​ຈະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ໄດ້ ​ເຊັ່ນ​ນ້ຳມັນ​ອາຍ​ແກັສ, ຖ່ານ​ຫີນ, ​ເຂົ້າສານ, ອາຫານ Halal, ໝາກ​ຜິ​ກ​ໄທ, ຢາງພາລາ…

ການ​ນຳ​ທັງ​ສອງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ແລະ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ, ມາດ​ຕະການ ​ແນ​ໃສ່​ຊຸກຍູ້​ແລະ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ລະຫວ່າງ​ສອງ​ປະ​ເທດ ຂະຫຍາຍຕົວ​ຢ່າງຮອບດ້ານ​ແລະ​ເລິກ​ເຊິ່ງຍິ່ງ​ຂຶ້ນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ການ​ພັດທະນາ​ ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ, ປະກອບສ່ວນ​ປັບປຸງ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ, ​ຄວາມເປັນ​ເອກະ​ພາບ ​ແລະ ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ​ ຂອງ​ອາ​ຊຽນ.

ການ​ນຳ​ທັງ​ສອງ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບຕໍ່ດຳ​ເນີນ​ການ​ຢ້ຽມຢາມຊຶ່ງ​ກັນ​ແລະ​ກັນ​ຢ່າງ​ເປັນ​ປະຈຳ, ​ເພີ່ມ​ທະວີ​ການ​ພົບ​ປະ​ກັນໃນ​ທຸກ​ຂັ້ນ ​ແລະ ​​ຕາມ​ຊ່ອງ​ສາຍ​ຕ່າງໆ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ຄວາມ​ໄວ້​ວາງ​ໃຈ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ; ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່, ​ໃນ​ນັ້ນ​ມີ ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ​ແລະ​ເຕັກນິກ; ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ສອງຝ່າຍ​ຕີ​ລາຄາ​ສູງ ​ແລະ ​ໃຫ້​ທັດສະນະ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນ​ໜຶ່ງ​ໃນ​ການ​ພົບ​ພັນ​ລະຫວ່າງສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ​ເປັນ​ເສົາ​ຄ້ຳ​ທີ່​ສຳຄັນ​ທີ່​ສຸດ​ແຫ່ງ​ການ​ຮ່ວມ​ມື​ໃນ​ປະຈຸ​ບັນ ຊຶ່ງ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະວີ. ບົນ​ພື້ນຖານ​ນັ້ນ, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ​ ໃນ​ບັນຫາ​ຕໍ່ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ, ຕ້ານ​ອາ​ຊະ​ຍາ​ກຳ​ເຄືອ​ຂ່າຍ​ແລະ​ເຕັກ​ໂນ​ໂລ​ຊີ​ສູງ, ຕ້ານການ​ຄ້າ​ມະນຸດ, ການ​ຄ້າ​ຢາ​ເສບ​ຕິດ ​ແລະ ອາ​ຊະ​ຍາ​ກຳ​ຂ້າມຊາດ; ຕັ້ງໜ້າ​ຍູ້​ແຮງການ​ເຈລະ​ຈາ ​ແລະ ສຳ​ເລັດ​ສິ້ນ​ສຸດ​​ໂດຍ​ໄວ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ແບ່ງກຳນົດ​ເຂດ​ເສດຖະກິດ​ພິ​ເສດ, ກ້າວ​ໄປ​ເຖິງ​ວິທີ​ແກ້​ໄຂ​ທີ່​ມີ​ລັກສະນະ​ສັງ​ລວມ, ກວມ​ທັງ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວພັນ​ເຖິງ​ເຮືອຫາ​ປາທະ​ເລ ​ແລະ ຊາວ​ປະມົງ ບົນ​ຈິດ​ໃນ​ມະນຸດສະທຳ, ມິດຕະພາບ ​ແລະ ສາມັກຄີ​ໃນ​ອາ​ຊຽນ, ສອດຄ່ອງ​ກັບ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເຄົາລົບ​ເອກະລາດ ອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ.

ການ​ນຳ​ທັງ​ສອງ​ຢືນຢັນ​ຄືນ​ໃໝ່​ອີກ​ຄັ້ງ​ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຮັບປະກັນ​ຄວາມ​ສະຫງົບ ຄວາມປອດ​ໄພ ​ເສລີພາບ​​ໃນ​ການ​ເດີນ​ເຮືອ​ແລະ​ການບິນ​ຢູ່​​ເຂດທະ​ເລຕາ​ເວັນ​ອອກ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງພິພາດຕ່າງໆ​ດ້ວຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS); ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຖິງ​ຖອງ​ແລະ​ມີ​ປະສິດທິຜົນ ​ແລະ ບັນລຸ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ​ຂັ້ນ​ສູງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ ທ່ານປະທານາທິບໍດີ ໂຈ​ໂກ ວີ​ໂດ​ໂດ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບັນດາເອກະສານການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ບັນດາ​ເອກະສານ​ທີ່​ໄດ້​ລົງ​ນາມ​ນັ້ນ​ ກວມມີ ບົດບັນທຶກຄວາມຈຳກ່ຽວກັບການຮ່ວມມືລະຫວ່າງ ກະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳ ແລະສິດທິມະນຸດອິນໂດເນເຊຍ; ບົດບັນທຳກຄວາມຈຳ ກ່ຽວກັບການຮ່ວມມືພັດທະນາການສື່ຂ່າວ ລະຫວ່າງກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມ ແລະ ກະຊວງພັດທະນາຕາແສງໝູ່ບ້ານ ໃນເຂດທີ່ຫຍຸ້ງຍາກແລະການອົບພະຍົດເຂົ້າປະເທດອິນໂດເນເຊຍ; ບົດບັນທຶກຄວາມຈຳກ່ຽວກັບການຮ່ວມມືໃນການນຳໃຊ້ອາຍແກັສຢູ່ເຂດຊາຍແດນ ລະຫວ່າງ ກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງພະລັງງານແລະຊັບພະຍາກອນແຮ່ທາດອິນໂດເນເຊຍ.

ນອກຈາກ​ນັ້ນ ຍັງ​ມີບົດ​ບັນທຶກ​ຄວາມ​ຈຳ​ກ່ຽວກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຖ່ານຫີນລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ແລະ ກະຊວງ​ພະລັງງານ​ແລະ​ຊັບພະຍາກອນ​ແຮ່​ທາດອິນ​ໂດ​ເນ​ເຊຍ; ບົດ​ບັນທຶກ​ຄວາມ​ປະສົງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງຕຳຫຼວດ​ຊາຍ​ຝັ່ງ​ຫວຽດນາມ​ແລະອິນ​ໂດ​ເນ​ເຊຍ; ​ແລະ ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ ລະ​ຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານອິນ​ໂດ​ເນ​ເຊຍ./.

ບກ. ສັງ​ລວມຈາກ​ຂ່າວສານ​ຫວຽດນາມ