ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ທີ​ນຈໍ ປະທານາທິບໍດີ​ ສາທາລະນະ​ລັດ ​ສະຫະພາບ ​ມຽນ​ມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ດຳເນີນການຢ້ຽມຢາມລັດຖະກິດ ທີ່ປະເທດສາທາລະນະລັດ ສະຫະພາບມຽນມາ ໃນລະຫວ່າງວັນທີ 24-26 ສິງຫາ 2017.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ພົບປະສະໜິດສະໜົມກັບທ່ານ ທີນຈໍ ປະທານາທິບໍດີ ສາທາລະນະລັດສະຫະພາບ ມຽນມາ (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ປະ​ເທດ​ມຽນ​ມາ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ສ່ວນ​ຕົວ​ແລະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ທີ​ນຈໍ; ພົບ​ປະສ່ວນ​ຕົວ​ແລະ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ທ່ານ​ນາງ ອອງ ​ຊານ ຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​ມຽນ​ມາ; ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ກັບ​ທ່ານ​ປະທານສອງ​ສະພາ​ແຫ່​ງຊາດ ​ແລະ ບັນດາຜູ້ນຳ​ອື່ນ ​ຂອງ​ມຽນ​ມາ; ພົບ​ປະ​ກັບ​ຜູ້ນຳ​ຂອງ​ບັນດາ​ພັການ​ເມືອງ​ຂອງ​ມຽນ​ມາ ​ແລະ ​ໄປ​ຢາມ​ນະຄອນ ຢ່າງ​ກຸ້ງ…

ຜ່ານ​ບັນດາ​ການ​ພົບ​ປະ​ເຈລະຈາ ການ​ພົບ​ປະ​ຫາລື ​ແລກປ່ຽນ​ຄວາມ​ເຫັນ, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ ​ແລະ ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນຮອບດ້ານ​ລະຫວ່າ​ງສອງ​ປະ​ເທດ; ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ຊຶ່ງກັນ​ແລະ​ກັນ ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ເຂດ​ອາ​ຊຽນ, ການ​ຮ່ວມ​ມື​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ, ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ...

​ໃນ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​ປະທານາທິບໍດີ ທີ​ນຈໍ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ຫວຽດນາມ​ແລະ​ມຽນ​ມາ​ ມີ​ຫຼາຍ​ຈຸດ​ທີ່ຄ້າຍຄື​ກັນ, ​ໃກ້ຊິດ​ກັນ, ມີ​ຄວາມ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ທີ່​ຈົບງາມ ຊຶ່ງ​ປະທານ​ໂຮ່ຈີ​ມິນ ​ແລະ ທ່ານນາຍ​ພົນ ອອງຊານ ກໍ່ສ້າງ​ຂຶ້ນ ​ແລະ ບັນດາ​ຮຸ່ນ​ການ​ນຳ​ພ້ອມ​ກັບ​ປະຊາຊົນ​ສອງ​ປະ​ເທດ ​ໄດ້ອອກ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ​ ໃຫ້​ຄວາມ​ພົວພັນ​ນັ້ນ​ແຕກ​ດອກ​ອອກ​ຜົນ. 

ບົນ​ພື້ນຖານ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ​ແລະ​ມຽນ​ມາ​ທີ່​ນັບ​ມື້​ນັບ​ຈົບງາມ, ກໍ່​ຄື​ບັນດາ​ບາດ​ກ້າວ​ຂະຫຍາຍຕົວ​ໃໝ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ ທ່ານ​ປະທານາທິບໍດີ ທີ​ນຈໍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ຂອບ​ການ​ພົວພັນ “ຄູ່​ຮ່ວມ​ມື​ຮອບດ້ານ” ຫວຽດນາມ - ມຽນ​ມາ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ແລະ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ການ​ກຳນົດທິດ, ທິດ​ທາງ​ໃຫຍ່ ​ແນໃສ່​ສ້າງ​ຫຼັກ​ໝາຍ​ໃໝ່, ລະດັບ​ສູງ​ໃໝ່ ​ແລະ ກຳລັງ​ໜູນ​ໃໝ່​ ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ໃນ​ທຸກ​ຂົງ​ເຂດ ​ໃນ​ເວລາ​ຕໍ່ໜ້າ. 

ການ​ນຳ​ທັງ​ສອງ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ໃນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ໃນ​ຂັ້ນ​ສູງ​ສຸດ, ສືບ​ຕໍ່​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຊ່ອງ​ສາຍ ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ, ກະຊວງ ​ແລະ ບັນດາ​ທ້ອງ​ຖິ່ນ; ຍູ້​ແຮງ​ການ​ພົວພັນ​ລະຫວ່າງປະຊາຊົນ, ​ໃນ​ນັ້ນ​ມີ​ການ​ເປີດ​ກວ້າງ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ຮຸ່ນການ​ນຳ​ໜຸ່ມ ​ແລະ ລະຫວ່າງ​ຊາວ​ໜຸ່ມ ​ເຍົາວະ​ຊົນ​ ຂອງ​ສອງ​ປະ​ເທດ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສ້າງ​ຕັ້ງ​ໂດຍ​ໄວ ກົນໄກສົນທະນາ​ນະ​ໂຍບາຍປ້ອງ​ກັນ​ປະ​ເທດ ຂັ້ນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ຮອງ​ເສນາ​ທິການ​ໃຫຍ່ ​ແລະ ກົນ​ໄກໜ່ວຍ​ປະຕິບັດງານຮ່ວມ ຂັ້ນ​ຫົວໜ້າ​ກົມ​ການ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ການ​ປ້ອງ​ກັນ​ປະ​ເທດ, ວິ​ສາ​ຫະກິດ​ການ​ປ້ອງ​ກັນ​ປະ​ເທດ, ຮ່ວມ​ມື​ໃນ​ການ​ອົບຮົມ​ກໍ່ສ້າງ, ​ເສນາ​ຮັກ; ​ເພີ່ມທະວີການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ຄວາມ​ເຫັນ​ຊຶ່ງ​ກັນ​ແລະ​ກັນ, ສະໜັບສະໜູນ​ກັນ​ໃນ​ບັນດາ​ເວດ​ທີ​ປາ​ໄສ​ພະຫຸ​ພາຄີ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ (ADMM) ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ (ADMM+), ຢືນຢັນ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ບໍ່​ອະນຸຍາດໃຫ້​ບຸ​ກຄົນ ຫຼື​ອົງການ​ຈັດ​ຕັ້ງ​ໃດ ​ນຳ​ໃຊ້​ແຜ່ນດິນ​ຂອງ​ປະ​ເທດ​ນີ້ເພື່ອຕ້ານ​ຢັນ​ທຳລາຍ​ປະ​ເທດ​ນັ້ນ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ທາງດ້ານ​ເສດ​ຖະກິດ, ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ ຕ້ອງ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ທ່ວງທ່າ​ພັດທະນາ​ໃນ​ປະຈຸ​ບັນ; ຕັ້ງໜ້າ​ຊ່ວຍ​ເຫຼືອ​ກັນ​ໃນ​ການ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງທຶນ​ຢ່າງ​ກວ້າງຂວາງ, ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ ​ແນ​ໃສ່​ເພີ່ມ​ຄຸນຄ່າ​ການ​ຄ້າ, ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ລັກ​ສາ​ນະ​ເຊື່ອມ​ຕໍ່, ​ເປີດ​ເສັ້ນທາງ​ເຊັ່ນ ທະນາຄານ, ການ​ເງິນ, ການ​ເດີນ​ອາກາດ, ​ໂທລະ​ຄົມມະນາ​ຄົນ, ບັນດາ​ຂົງ​ເຂດ​ທ່າ​ແຮງ​ທີ່​ມີ​ປັດ​ໄຈ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ເຊັ່ນ ​ແຮ່ທາດ, ກະສິກຳ, ການ​ປ່າ​ໄມ້, ການ​ປະມົງ, ທ່ອງ​ທ່ຽວ, ສິນຄ້າ​ບໍລິ​ໂພ​ກ; ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ, ປ່ຽນ​ແປງ​ໃໝ່​ລະບຽບກົດໝາຍ ​ແລະ ປະຕິ​ຮູບ​ໂຄງ​ປະກອບ​ ຢູ່​ຂັ້ນ​ອຳນາດ​ການ​ປົກຄອງ, ນັກຮຽນ​ຮູ້ ​ແລະ ວິ​ສາ​ຫະກິດ. 

ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ເຊື່ອນຕໍ່​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ການທ່ອງ​ທ່ຽວ, ສອງ​ຝ່າຍ​ເປັນ​ເອກະສັນ​ເຊື່ອມ​ຕໍ່​ທັງ​ດ້ານ​ການ​ເດີນ​ອາກາດ, ຄົມມະນາຄົມທາງບົກ ​ແລະ ທາງ​ທະ​ເລ ​ເຊັ່ນຮ່ວມ​ມື​ກໍ່ສ້າງ​ທ່າ​ກຳ​ປັ່ນ​ທະ​ເລ, ຂົນ​ສົ່ງ​ທາງ​ທະ​ເລ, ຕໍ່​ກຳ​ປັ່ນ, ຮ່ວມ​ມື​ໃນ​ການ​ຂົນ​ສົ່ງ​ທາງ​ອາກາດ, ​ໃນ​ນັ້ນ ຄົ້ນຄວ້າ​ພິຈາລະນາ​ຄວາມ​ສາມາດ​ຫຸ້ນ​ສ່ວນ​ສ້າງ​ຕັ້ງ​ບໍລິສັດ​ການບິນ​ສອງ​ປະ​ເທດ ​ແລະ ພັດທະນາ​ບັນດາ​ສາຍ​ທາງບົກ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ, ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS) ​ແລະ ການ​ຮ່ວມ​ມື ກຳ​ປະ​ເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ການຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ສິນຄ້າ​ໃນ​ບັນດາ​ແລວ​ທາງ​ເສດຖະກິດ ທີ່​ເຊື່ອມ​ຕໍ່​ສອງ​ປະ​ເທດ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ, ການ​ລົງ​ທຶນ, ການທ່ອງທ່ຽວ ​ລະຫວ່າງ​ຫວຽດນາມແລະມຽນມາ​ເວົ້າ​ສະ​ເພາະ ​ແລະ ​ໃນ​ພາກ​ພື້ນ​ເວົ້າ​ລວມ. 

ການ​ນຳ​ທັງ​ສອງ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ສອງ​ຝ່າຍຄວນ​ສືບ​ຕໍ່​ສົມທົບ​ແລກປ່ຽນ​ຂໍ້​ມູນ​ຂ່າວສານແລະທັດສະນະ ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ເຊັ່ນ ອະນຸ​ພາກ​ພື້ນ​ແມ່ນ​ນ້ຳຂອງ​ເປີດ​ກວ້າງ (GMS), ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ (EWEC) ​ແລະ ການຈັດ​ຕັ້ງ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ແມ່ນ້ຳ​ສາມ​ສາຍ ​ອິຣາ​ວະ​ດີ-​ເຈົ້າ​ພະຍາ-​ແມ່​ນ້ຳຂອງ (ACMECS) ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ແນ່​ນ້ຳຂອງ ​ຢ່າງ​ຍືນ​ຍົງ​ແລະ​ມີ​ປະສິດທິ​ຜົນ, ​ເພື່ອ​ການ​ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງລວມ ຂອງພາກ​ພື້ນ ກໍ່​ຄື​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ປະທານາທິບໍດີ ທີ​ນຈໍ ຢືນຢັນຄວາມ​ສະໜັບສະໜູນ​ເຕັມ​ສ່ວນ​ໃຫ້​ຫວຽດນາມ ອອກ​ສະໝັກ​ຮັບ​​ເລືອກ​ຕັ້ງ ​ເປັນ​ກຳມະການ​ບໍ່​ຖາວອນ ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ວາລະ 2020-2021. 

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ​ທັງ​ສອງ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ ບັນດາ​ການ​ຂັດ​ແຍ່ງ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ຕ້ອງ​ໄດ້​ແກ້​​ໄຂ​ດ້ວຍ​ສັນຕິ​ສິທີ, ບົນ​ພື້ນຖານ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ, ບັນລຸ​ເຖິງ​ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື​ຢູ່​ໃນ​ພາກ​ພື້ນ. 

​ເນື່ອ​ງໃນ​ໂອ​ກາດການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ມຽນມາ ​ແລະ ລົງ​ນາມ​ໃນ 4 ​ເອກະສານ​ການ​ຮ່ວມ​ມື ປະກອບ​ດ້ວຍ: ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ ລະຫວ່າງ​ກະຊວງອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ​ມຽນມາ; ​ໂຄງການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ໄລຍະ 2017-2020 ລະຫວ່າງ​ກະຊວງ​ວັດທະນະທຳ ກິລາ ​ແລະ​ ການທ່ອງທ່ຽວ​ຫວຽດນາມ ​ແລະ ກະຊວງບັນດາ​ບັນຫາ​ສາສະໜາ​ແລະວັດທະນະທຳ​ ມຽນມາ; ສັນຍາ​ວ່າ​ດ້ວຍການ​ຮ່ວມ​ມື​ແລະ​ຊ່ວຍ​ເຫຼືອກັນ​ໃນ​ບັນຫາ​ສຸລະກາກອນ ລະຫວ່າງກະຊວງ​ການ​ເງິນ​ຫວຽດນາມ ​ແລະ ກະຊວງ​ແຜນການ-ການ​ເງິນ​ມຽນມາ; ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ແລະ​ຮັບຮອງ​ສັນ​ນິຍະ​ບັດ ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-ມຽນມາ./.

ບກ. ສັງ​ລວມຈາກ​ຂ່າວສານ​ຫວຽດນາມ