ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ຫງວຽນ​ຊວັນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ ສສ.ຫວຽດນາມ, ທ່ານ ບີ​ນາ​ລີ ຢຶນດືຣຶມ ນາຍົກລັດຖະມົນຕີ​ແຫ່ງ ສ.ຕວກກີ ​ໄດ້​ດຳ​ເນີນ​ການ​ຢ້ຽ​ມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 22-24 ສິງຫາ 2017.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະທ່ານນາຍົກລັດຖະມົນຕີຕວກກີ ບີນາລີ ຢຶນດືຣຶມ ເປັນປະທານໃນການຖະແຫຼງຂ່າວ. (ພາບ: TTXVN)

ໃນ​ຂອບ​ເຂດການ​ຢ້ຽມຢາມ, ທ່ານນາຍົກລັດຖະມົນຕີຕວກກີ ບີ​ນາ​ລີ ຢຶນດືຣຶມ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ; ​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ນາງ ຫງວຽນ​ທີ້ກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ; ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-ຕວກກີ; ຮັບ​ຫຼຽນ​ອະນຸສອນ “​ເພື່ອ​ພາລະກິດ​ວິທະຍາສາດ​ສັງຄົມ” ​ໂດຍ​ສະ​ຖາ​ບັນບັນດິດວິທະຍາສາດ​ສັງຄົມ​ຫວຽດນາມ​ ປະດັບ​ໃຫ້. ​ເນື່ອງ​ໃນ​ໂອ​ການ​ນີ້, ທ່ານ​ນະ​ຍົກ​ລັດຖະມົນຕີ ບີ​ນາລີ ຢຶນດືຣືນ ​ໄດ້​ວາງ​ພວງມາລາ​ທີ່​ອະນຸສາວະລີ​ວິລະ​ຊົນ​ທີ່​ໄດ້​ເສຍ​ຊີວິດ​ເພື່ອ​ຊາດ ​ແລະ​ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ອະນຸສາ​ວະລີ​ຫໍ​ສົບ​ປະທານ​ໂຮ່ຈີ​ມິນ; ​ຢ້ຽມຊົມບູຮານ​ສະຖານ​ປະຫວັດສາດ​ ວັນ​ໝຽວ ​ແລະ ຫໍພິພິດທະ​ພັນ​ຊົນ​ເຜົ່າ​ວິທະຍາ. 

ຢູ່​ທີ່​ບັນດາ​ການ​ພົບ​ປະນັ້ນ ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາ​ມຄິດ​ເຫັນ ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ ​ກໍ່​ຄື​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ ​ທີ່​ທັງ​ສອງຝ່າຍມີ​ຄວາມ​ສົນ​ໃຈ​ລວມກັນ. ຕວກກີ​ສະ​ແດງ​ຄວາມນິຍົມ​ຊົມ​ເຊີຍຕໍ່​ປະຫວັດສາດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ; ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ໄລຍະ​ເວລາ​ທີ່​ຜ່ານ​ມາ, ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ​ໃນ​ອາ​ຊຽນ ​ແລະ ຫວັງ​ວ່າ​ຫວຽດນາມ​ຈະ​ເປັນ​ຂົວ​ຕໍ່​ ​ເພື່ອໃຫ້​ຕວກກີ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຊຶ່ງ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ມີ​ບົດບາດ​ສຳຄັນ​ ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ຫວຽດນາມ​ອວຍພອນ​ຊົມ​ເຊີຍ​ບັນດາ​ຜົນສຳ​ເລັດ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ ຂອງ​ລັດຖະບານ​ແລະ​ປະຊາຊົນ​ຕວກກີ, ພາ​ໃຫ້​ຕວກກີ​ກາຍ​ເປັນ​ໜຶ່ງ​ໃນ 20 ພື້ນຖານ​ເສດຖະກິດ​ແຖວ​ໜ້າ​ໃນ​ໂລກ.

ກ່ຽວ​ກັບ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ, ສອງ​ຝ່າຍ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ສົ່ງ​ເສີມ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ ຂອງ​ສອງ​ປະ​ເທດ ກໍ່​ຄື​ພັດທະນາ​ການ​ພົວພັນ​ ລະຫວ່າງ​ບັນດາ​ນະຄອນ​ທີ່​ແຮກສ່ຽວ​ກັນ ​ຂອງ​ສອງ​ປະ​ເທດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ເວທີ​ປາ​ໄສ​ສາກົນ. ຕວກກີ​ຢືນຢັນ​ສະໜັບສະ​ໜູນຄວາມ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຮັກສາສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ເວົ້າ​ລວມ ​ແລະ ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ; ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ຜ່ານ​ການ​ສົນທະນາ​ນຳ​ກັນ, ​ເຄົາລົບ​ກົດໝາຍ​ສາກົນ; ສະ​ເໜີ​ໃຫ້​ຫວຽດນາມ​ສະໜັບສະໜູນ​ຕວກກີ ​ໃນ​ການ​ສະໝັກ​ຮັບ​ເລືອ​ກຕັ້ງ​ເຂົ້າ​ໃນ​ຄະນະ​ກຳມະການ​ບໍລິຫານ ຢູເນັສ​ໂກ ວາລະ 2017 - 2021 ​ແລະ ສະ​ແດງ​ຄວາມສະໜັບສະໜູນ ​ໃຫ້ຫວຽດນາມ​ເຂົ້າ​ເປັນ ​ກຳມະການ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ 2020 - 2021. ຫວຽດນາມ​ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຂອງ​ອາ​ຊຽນກັບ​ບັນດາ​ປະ​ເທດ, ບັນດາ​ຄູ່​ຮ່ວມ​ມື, ​ໃນ​ນັ້ນ​ມີ​ຕວກກີ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ, ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຫວຽດນາມ-ຕວກກີ ໃນ​ປີ 2016 ​ບັນລຸ​ເກືອບ 2 ຕື້​ໂດ​ລາ​ສະຫະ​ລັດ ​ແລະ​ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ໄວ. ກ່ຽວ​ກັບ​ການ​ລົງທຶນ, ປະຈຸ​ບັນ ຕວກກີ​ມີ 13 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ ດ້ວຍ​ຈຳນວນ​ທຶນ​ທີ່​ລົງ​ທັງ​ໝົດ 730 ລ້ານໂດ​ລາ​ສະຫະ​ລັດ. ຫວຽດນາມ​ຊົມ​ເຊີຍ​ຕວກກີ​ທີ່​ໄດ້​ໃຫ້​ສັດຕະຍາບັນ ສັນຍາ​ວ່າ​ດ້ວຍ​ການ​ຫຼີກ​ລ່ຽງການ​ເກັບ​ພາສີ​ຊ້ຳ​ຊ້ອນ ​ແລະ​ສັນຍາ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ແລະປົກ​ປ້ອງ​ການ​ລົງທຶນ. ສອງ​ປະ​ເທດ​ກໍ່​ໄດ້​ເຊັນ​ສັນຍາ​ຂົນ​ສົ່ງ​ທາງ​ອາກາດ​ໃນ​ປີ 2015. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ 4 ຕື້ໂດ​ລາ​ສະຫະ​ລັດ ​ໃນ​ປີ 2020 ​ໂດຍ​ຜ່ານ​ການ​ເພີ່ມ​ທະວີບັນດາ​ການເຄື່ອນ​ໄຫວສົ່ງ​ເສີມ​ການ​ລົງທຶນ​ແລະ​ການ​ຄ້າ. ຝ່າຍ​ຫວຽດນາມ​ສະ​ເໜີ​ໃຫ້​ຝ່າຍ​ຕວກກີ​ຮັບຮອງ​ໂດຍ​ໄວ​ວ່າ ​ຫວຽດນາມ​ມີພື້ນຖານ​ເສດຖະກິດຕະຫຼາດ, ພ້ອມ​ນັ້ນ​ ກໍ່​ສະ​ເໜີ​ໃຫ້​ຕວກກີຍົກ​ເລີກ​ພາສີທີ່​ບໍ່​ສົມຄວນ​ຈຳນວນ​ໜຶ່ງ​ຕໍ່​ສິນຄ້າ​ສົ່ງ​ນອກ​ຫຼາຍ​ປະ​ເພດ​ຂອງ​ຫວຽດນາມ​ເຊັ່ນ ​ເກີບ, ​ເສັ້ນ​ໄຍ, ສາຍພານ​ຂົນ​ສົ່ງ, ​ເຄື່ອງ​ປັບ​ອາກາດ, ​ໂທລະສັບ​ມື​ຖື...

ສອງ​ຝ່າຍ​ເປັນ​ເອກະ​ພາບ​ຈະ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ (ພິ​ເສດ​ແມ່ນ​ຮ່ວມ​ມືດ້ານ​ການ​ເດີນ​ທະ​ເລ, ການຕໍ່​​ເຮືອ, ຝຶກ​ອົບຮົມ​ລູກ​ເຮືອ; ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ບໍລິສັດ​ການບິນ ​ຂອງ​ສອງ​ປະ​ເທດ​ເຊັ່ນ Turkish Airline ​ແລະ Vietnam Airlines), ຮ່ວມ​ມື​ດ້ານວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-ວັດທະນະທຳ, ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ, ດ້ານ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການທູດ​ປະຊາຊົນ. ​ໃນ​ປີ 2018, ສອງ​ປະ​ເທດ​ຈະ​ສົມທົບ​ກັນ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 40 ປີ (1978 - 2018) ຢ່າງ​ສົມ​ກຽດ​ແລະ​ມີ​ຄວາມ​ໝາຍ. 

​ໃນ​​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງລະຫວ່າງ​ກະຊວງ​ການ​ເງິນ​ແຫ່ງ ສສ.ຫວຽດນາມ ​ແລະ ກະຊວງ​ສຸລະກາ​ກອນ​ແລະ​ການ​ຄ້າ​ແຫ່ງ​ ສ.ຕວກກີ ກ່ຽວ​ກັບ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ກັນ​ດ້ານ​ການ​ບໍລິຫານ​ໃນ​ຂົງ​ເຂດສຸລະກາກອນ; ບົດ​ບັນທຶກ​ຄວາມ​ຈຳ​ລະຫວ່າງ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ແຫ່ງ ສສ.ຫວຽດນາມ ​ແລະ ກະຊວງ​ເສດຖະກິດ​ແຫ່ງ ສ.ຕວກກີ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ​ເຂດ​ການ​ຄ້າ​ເສດ​ລີ, ​ເຂດ​ຜະລິດ​ສົ່ງ​ນອກ, ​ເຂດ​ເສດຖະກິດ, ​ເຂດ​ເສດຖະກິດ​ພິ​ເສດ; ​ແຜນການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມືປີ 2017 - 2018 ລະຫວ່າງ​ສະ​ຖາ​ບັນ​ມາດຕະຖານ​ຕວກກີ (TSE) ​ແຫ່ງ​ ສ,ຕວກກີ ​ແລະ ສະຫະ​ກົມມາດຕະຖານ​ການ​ວັດ​ແທກ​ຄຸນ​ນະພາ​ບ (STAMEQ) ​ແຫ່ງ ສສ.ຫວຽດນາມ.

ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຂອງທ່ານນາຍົກລັດຖະມົນຕີຕວກກີ ບີ​ນາ​ລີ ຢຶນດືຣຶມ ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ຢ່າງ​ຈົບງາມ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ຕໍ່ໜ້າ./.

ສັງລວມ​ໂດຍ ​ເຟືອງ​ຈ່າ