ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ແຫ່ງ ​ສສ.ຫວຽດນາມ, ທ່ານ ອາບ​​ແດນ ຟາ​ຕາ ອານ ຊິ​ຊີ, ປະທານາທິບໍດີ​ແຫ່ງ​ ສາທາລະນະ​ລັດ ອາຣັບ ອີ​ຢິບ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 6 - 7 ກັນຍາ 2017. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​ຂອງ​ຜູ້ນຳ​ໜ້າ​ລັດ ອີ​ຢິບ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ ​ແຕ່​ປີ 1963.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານປະທານາທິບໍດີ ອາບແດນ ຟາຕາ ອານ ຊິຊີ (ພາບ: TTXVN)

ມາ​ພ້ອມ​ກັບ​ປະທານາທິບໍດີ ອີ​ຢິບ ມີ​ບັນດາ​ທ່ານ​ລັດຖະມົນຕີ: ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຫ້ອງການ​ປະທານາທິບໍດີ, ລັດຖະມົນຕີ​ກະຊວງ​ການ​ໄຟຟ້າ​ແລະ​ພະລັງງານ​ທົດ​ແທນ, ລັດຖະມົນຕີ​ກະຊວງ​ການ​ລົງທຶນ​ແລະ​ການຮ່ວມ​ມື​ສາກົນ, ລັດຖະມົນຕີ​ກະຊວງ​ການ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ຄະນະ​ນັກທຸລະ​ກິດທີ່​ເປັນ​ຕົວ​ແທນ​ໃຫ້ 20 ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ຫຼາຍ​ຂົງ​ເຂດ​ທີ່​ຕ່າງ​ກັນ. ​ໃນ​ເວລາ​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານາທິບໍດີ ອາບ​ແດນ ຟາ​ຕາ ອານ ຊິ​ຊີ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນຝູຈ້ອງ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ, ພົບ​ປະ​ຫາລື​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທີ້ກິມ​ເງິນ ​ແລະ ​ເຂົ້າ​ຮ່ວ​ມເວທີ​ປາ​ໄສ​ວິ​ສາ​ຫະກິດ ​ຫວຽດນາມ-ອີ​ຢິບ, ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ອະນຸສາວະລີ​ຫໍ​ສົບ​ປະທານ ​ໂຮ່ຈີ​ມິນ ​ແລະ ວາງ​ພວງ​ມາ​ລາ​ທີ່​ອະນຸສາວະລີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

​ໃນ​ການ​ພົບ​ປະ​ເຈລະຈາ​ໃນ​ບັນຍາກາດ​ສະໜິດສະໜົມ​ແລະ​ມິດຕະພາບ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ທ່ານ​ປະທານາທິບໍດີ ອາບ​ແດນ ຟາ​ຕາ ອານ ຊິ​ຊີ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວພັນ​ສອງ​ຝ່າຍ ນັບ​ແຕ່​ເມື່ອ​ສອງ​ປະ​ເທດສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ ກ່ອນ​ໜ້າ​ນີ້ 54 ປີ. ທ່ານ​ປະທານາທິບໍດີ ອາບ​ແດນ ຟາ​ຕາ ອານ ຊິ​ຊີ ອວຍພອນ​ຊົມ​ເຊີຍ​ຫວຽດນາມ​ທີ່​ໄດ້​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​​ເສດຖະກິດສາກົນ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ກໍ່​ສະ​ແດງ​ຄວາມ​ອວຍພອນ​ຊົມ​ເຊີຍ ອີ​ຢິບ ທີ່​ໄດ້ສຳ​ເລັດ​ແຜນ​ງານ​ການ​ຫັນປ່ຽນ​ທາງ​ດ້ານ​ການ​ເມືອງ ພ້ອມ​ດ້ວຍ​ຫຼາຍ​ໂຄງການ​ປະຕິ​ຮູບ​ເສດຖະກິດ ​ແລະ ບັນດາ​ໂຄງການ​ພັດທະນາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ປະຕິບັດ​ໂຄງການ​ວິ​ໄສ​ທັດ ອີ​ຢິບ 2030, ສ້າງ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ປະທາ​ປະ​ເທດ​ ເຈິ່ນດ້າວ​ກວາງ ​ແລະ ທ່ານ​ປະທານາທິບໍດີ ອາບ​ແດນ ຟາ​ຕາ ອານ ຊິ​ຊີ ​ໄດ້​ພ້ອມ​ກັນ​ແລກປ່ຽນຄວາມ​ເຫັນ​ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ບັນດາ​ຂົງ​ເຂດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ ​ໂດຍ​ຜ່ານບັນດາ​ຊ່ອງ​ທາງ ລັດຖະບານ, ສະພາ​​ແຫ່ງ​ຊາດ, ທ້ອງ​ຖິ່ນ, ກໍ່​ຄືການ​ພົວພັນ​ແລກປ່ຽນ​ປະຊາຊົນ ​ແລະ ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ; ​ເປັນ​ເອກະສັນ​ສືບຕໍ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກຮ່ວມ​ມື​ທີ່​ມີ​ຢູ່​ເຊັ່ນ ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ, ການ​ປຶກສາ​ຫາລື​ທາງ​ການ​ເມືອງ ​ແລະ ບັນດາ​ກົນ​ໄກ​ອື່ນ ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ລະຫວ່າງ​ສອງ​ປະ​ເທດ; ​ເປັນ​ເອກະ​ພາບ​ຈະ​ພ້ອມ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ ເພື່ອ​ສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 55 ປີ​ໃນ​ປີ 2018. ສອງ​ຝ່າຍ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ຢ່າງ​ດີງາມ​ ລະຫວ່າງ​ສອງ​ປະ​ເທດ​ ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາ​ກົນ, ກວມ​ທັງ​ການ​ສະໜັບສະໜູນ​ຊຶ່ງ​ກັນ​ ໃນ​ການ​ຮັບ​ສະໝັກ​ເລືອກ​ຕັ້ງ​ເປັນ​ກຳມະການ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ແຫ່ງ​ສະຫະ​ປະຊາ​ຊາດ.

ຝ່າຍ​ອີ​ຢິບ ຕີ​ລາຄາ​ສູງ​ຕໍ່ການ​ທີ່​ຫວຽດນາມ​ໃຫ້ການ​ສະໜັບສະໜູນ​ ອີ​ຢິບ ​ເຂົ້າ​ຮ່ວມ​ໃນສົນທິ​ສົນ​ຍາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ກັບ​ອາ​ຊຽນ (TAC). ສອງ​ຝ່າຍ​ຢືນຢັນ​ຄວາມ​ພ້ອມ​ໃນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ​ແລະ ພ້ອມ​ກັນ​ພະຍາຍາມ​ເພື່ອ​ຄວາມ​ກ້າວໜ້າ ​ແລະ ຈະ​ເລີ​ນພັດທະນາ​ຢູ່​ໃນ​ແຕ່ລະ​ພາກ​ພື້ນ.

ການ​ນຳ​ທັງ​ສອງ​ໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ສະພາບ​ການ​ສາກົນ​ແລະ​ພາກ​ພື້ນ. ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ​ ສັນຕິພາບ​ແລະ​ສະຖຽນ​ລະ​ພາບ ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ແລະ​ອາ​ຟຣິກກາ ຕ້ອງ​ໄດ້​ຮັກສາ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ປະ​ເທດ. ​ໂດຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ ​ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່ຕໍ່​ບັນດາ​ປະຊາ​ຊາດ​ທີ່​ຮັກຫອມ​ສັນຕິພາບນັ້ນ, ສອງ​ຝ່າຍສະໜັບສະໜູນ​ການ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ຢູ່ບາງ​ປະ​ເທດ​ ໃນພາ​ກພື້ນຕາ​ເວັນ​ອອກ​ກາງ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ; ​ເຫັນ​ດີ​ເປັນ​ເອກະສັນ​ ສະໜັບສະໜູນສິດທິ​ທີ່​ຊອບ​ທຳ​ຂອງ​ປະຊາຊົນ ປາ​ແລ​ສະຕີ​ນ ​ແລະ ຄວາມ​ຈຳ​ເປັນທີ່​ຈະ​​ເລີ່​ມຈັດ​ຕັ້ງ​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່ ​​ແນ​ໃສ່ບັນລຸ​ເຖິງ​ວິທີ​ແກ້​ໄຂ​ທີ່​ຖືກຕ້ອງ, ຮອບດ້ານ​ສຸດ​ທ້າຍ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ ປາ​ແລ​ສະຕີ​ນ ບົນ​ພື້ນຖານ​ຂອງ​ການ​ແກ້​ໄຂ​ບັນຫາ​ສອງ​ລັດ.

ສອງ​ຝ່າຍ​ຢືນຢັນ​ຄວາມ​ປາຖະໜາ​ແລະ​ຄວາມ​ຕັດສິນ​ໃຈ ຮັກສາ​ຄວາມ​ເປັນ​ລະບຽບ​ໃນ​ທະ​ເລ​ທີ່​ສອດຄ່ອງ​ກັບ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ ​ເຊິ່ງສະ​ແດງ​ອອກ​ໃນ​ອະ​ນຸສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ (UNCLOS) ​ແລະ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ເຊັນ​ບົດ​ບັນທຶກ​ການ​ປະຊຸມ​ຄັ້ງ​ທີ 5 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ​ຫວຽດນາມ - ອີ​ຢິບ ​ໃນ​ໂອກາດ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແລະ ບັນດາ​ຜົນສຳ​ເລັດ​​ໃນ​ການ​ປະຊຸມ​ນັກວິຊາການ ຂອງ​ຄະນະ​ກຳ​ມະການ, ພ້ອມ​ດ້ວຍ​ຜົນສຳ​ເລັດ​​ແຫ່ງ​ການ​ຢ້ຽມຢາມ​ຫວຽດນາມຂອງ​ລັດຖະມົນຕີ​ກະຊວງການ​ລົງທຶນ​ແລະ​ການຮ່ວມ​ມື​ສາກົນ​ອີ​ຢິບ ​ແລະ ປະທານ​ອົງການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ຄອງ ສຸ​ເອັດ ​ແຕ່​ວັນ​ທີ 21 ຫາ 23 ສິງຫາ 2017.

ການ​ນຳ​ທັງ​ສອງ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ຮ່ວມ​ມືສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ ການ​ຄ້າ ການ​ລົງທຶນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ກັນ​ແລະ​ກັນ ​ແນ​ໃສ່ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ໃຫ້​ບັນລຸ 1 ຕື້​ໂດ​ລາ​ສະຫະລັດ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ກໍ່​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ການ​ຄ້າ, ການ​ລົງທຶນ, ອຸດສາຫະກຳ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ, ກະສິກຳ, ການ​ປະ​ມົງ, ການຂົນ​ສົ່ງ, ການກໍ່ສ້າງ​ທ່າ​ກຳ​ປັ່ນ​ທະ​ເລ, ການ​ຕໍ່​ກຳ​ປັ່ນ, ວັດທະນະທຳ, ການທ່ອງທ່ຽວ, ການ​ສື່ສານ​ແລະ​ເຕັກ​ໂນ​ໂລ​ຊີ​ການ​ສື່​ຂ່າວ, ການສຶກສາ ​ແລະ ການຮ່ວມ​ມື​ລະຫວ່າ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນດ້ານ​ມາດຕະຖານ​ແລະ​ຄຸນ​ນະພາ​ບ, ຫວຽດນາມ​ຊົມ​ເຊີຍ​ອີ​ຢິບ ທີ່​ໄດ້​ກຽມຄວາມ​ພ້ອມ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກນິກ ​ແລະ ການຝຶກ​ອົບຮົມນັກວິຊາຊີບ​ຫວຽດນາມ ​ແນ​ໃສ່​ຊ່ວຍ​ໃຫ້​ສິນຄ້າ​ຫວຽດນາມ​ບັນລຸ​ມາດຕະຖານ​ຮາ​ລານ ​ເພື່ອ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ປະ​ເທດ​ອິດສະ​ລາມ; ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວັດທະນະທຳ, ພິ​ເສດ​ແມ່ນ​ໃນ​ການ​ແລກປ່ຽນຄະນະ​ສິລະ​ປະທີ່​ໄປ​ຮ່ວມງານ​ເທດສະການ​ສີລະ​ປະ ວັດທະນະທຳ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວແລກປ່ຽນ​ວັດທະນະທຳລະຫວ່າງ​ສອງ​ປະ​ເທດ ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ​ວັນ/ສັບປະດາ​ວັດທະນະທຳ​ຢູ່​ໃນ​ແຕ່ລະ​ປະ​ເທດ.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ການ​ນຳ​ທັງ​ສອງ​ໄດ້​ເປັນ​ສັກຂີ​ພິຍານ​ການ​ລົງ​ນາມ​ໃນ​ເອກະສານ 9 ສະບັບ: ບົດ​ບັນທຶກ​ການ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ-ອີ​ຢິບ; ບົດບັນທຶກ​ຄວາມຈຳ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອະນຸ​ກຳມະການ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ອຸດສາຫະກຳ ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ​ອີ​ຢິບ; ບົດບັນທຶກ​ຄວາມຈຳ ກ່ຽກັບ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ ລະຫວ່າງ​ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ​ຫວຽດນາມ ​ແລະ ກະຊວງ​ກະສິກຳ​ແລະການ​ປັບປຸງ​ທີ່​ດິນ​ອີ​ຢິບ; ບົດບັນທຶກ​ຄວາມຈຳ ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ລະຫວ່າງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ​ແລະ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ອີ​ຢິບ; ບົດບັນທຶກ​ຄວາມຈຳ ກ່ຽວ​ກັບການ​ຮ່ວມມື​ລະຫວ່າງ​ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ສະຖານີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ອີ​ຢິບ; ບົດບັນທຶກ​ຄວາມຈຳ ລະຫວ່າງ​ກະຊວງ​ແຜນການ​ແລະ​ກາ​ນລົງທຶນ​ຫວຽດນາມ ​ແລະ ກະຊວງ​ການ​ລົງທຶນ​ແລະການ​ຮ່ວມ​ມື​ສາກົນ​ອີ​ຢິບ; ບົດບັນທຶກ​ຄວາມຈຳ ກ່ຽວ​ກັບ​ການ​ຮ່ວມ​ມືລະຫວ່າງ​ກະຊວງ​ແຜນການ​ແລະ​ການລົງທຶນ​ຫວຽດນາມ ​ແລະ ອົງການ​ຄຸ້ມ​ຄອງ​ ຄອງ​ສຸ​ເອັດ ຂອງ​ອີ​ຢິບ; ​ໂຄງການ​ຮ່ວມມື​ດ້ານ​ການທ່ອງທ່ຽວ​ໄລຍະປີ 2017 - 2019 ລະຫວ່າງ​ກະຊວງ​ວັດທະນະທຳ ກິລາ​ແລະ​ການທ່ອງທ່ຽວ​ຫວຽດນາມ ​ແລະ ກະຊວງ​ການທ່ອງທ່ຽວ​ອີ​ຢິບ; ​ໂຄງການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ໄລຍະ​ປີ 2017 - 2021 ລະຫວ່າງ​ກະຊວງ​ວັດທະນະທຳ ກິລາ​ແລະ​ການທ່ອງທ່ຽວ​ຫວຽດນາມ ​ແລະ ກະຊວງ​ວັດທະນະທຳ​ອີ​ຢິບ.

ດ້ວຍ​ຜົນສຳ​ເລັດ​ແຫ່ງ​ການ​ຢ້ຽ​ມຢາມ​ຫວຽດນາມຄັ້ງ​ທຳ​ອິດ​ຂອງ​ປະທານາທິບໍດີ​ອີ​ຢິບ, ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມເພິ່ງ​ພໍ​ໃຈ ​ແລະ ຖື​ວ່າ​ນີ້​ເປັນ​ຫຼັກ​ໝາຍ​ທີ່​ສຳ​ຄັນ ​ໃນ​ການ​ປັບປຸງ​ແລະ​ເພີ່ມ​ທະວີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ​ສອງ​ປະ​ເທດ, ພ້ອມ​ນັ້ນ​ກໍ່​​​ເປັນ​ການ​ສ້າງ​ໂອກາດ​ດີ​ຫຼາຍ​ຢ່າງ ​ເພື່ອ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມືນຳ​ກັນ​ຫຼາຍ​ກວ່າ​ອີກ ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ການ​ທູດ, ​ເສດຖະກິດ.../.

ໂດຍ ທູ່ຍ​ລິງ