ວກ. ອອນ​ໄລ - ໂດຍຕອບສະ­ໜອງຕາມຄຳເຊີນຂອງທ່ານ ຫງວຽນຊວັນຝຸກ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສສ ຫວຽດ­ນາມ, ທ່ານ ໂອບານ ວິກຕໍ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສາທາລະນະ​ລັດ ​​ຮົງກາ­ລີ ໄດ້ດຳ­ເນີນການຢ້ຽມ­ຢາມຫວຽດ­ນາມ ຢ່າງເປັນທາງການ ແຕ່ວັນທີ 24 ຫາ 26 ກັນ­ຍາ 2017.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ແລະ ທ່ານນາຍົກລັດຖະມົນຕີຮົງກາລີ ໂອບານ ວິກຕໍ. (ພາບ: TTXVN).

ໃນ​ຂອບ​ການ​ຢ້ຽມ­ຢາມ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ​ບານ ວິກ​ຕໍ ໄດ້​ມີ​ການ​ພົບ​ປະ​ເຈລະ­ຈາ​ກັບ​ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ; ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບ ​ເລ­ຂາ­ທິ­ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດນາມ ຫງວ​ຽນ​ຝູ​ຈ້ອງ; ປະ​ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກີມ​ເງິນ; ເຂົ້າ​ຮ່ວມ​ເວ­ທີ​ປາ​ໄສ​ວິ​ສາ​ຫະ​ກິດ ຫວຽດ­ນາມ - ຮົງ​ກາ­ລີ.

ທີ່​ບັນ­ດາ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ ​ກ່ຽວ​ກັບ​ສະ­ພາບ​ການ​ການ­ເມືອງ, ເສດຖະ­ກິດ-ສັງ­ຄົມ ແລະ ບັນ­ດາ​ການ​ບຸ­ລິ­ມະ­ສິດ​ໃນ​ນະ­ໂຍ­ບາຍ​ການ​​ຕ່າງ­ປະ­ເທດ ແລະ ເສດ­ຖະ­ກິດກັບ​ຕ່າງປະ​ເທດ​ ຂອງ​ແຕ່​ລະ​ປະເທດ, ແລກ­ປ່ຽນ​ກ່ຽວ​ກັບ​ບັນ­ດາ​ມາດ​ຕະ­ການ​ອັນ​ລະ­ອຽດ ​ເພື່ອ​ຊຸກ­ຍູ້​ການ​ພົວ­ພັນ​ສອງ​ຝ່າຍ, ປຶກສາ​ສົນທະນາ​ກ່ຽວ​ກັບ​ບັນ­ດາ​ບັນ­ຫາ​ສາ­ກົນແລະພາກ​ພື້ນ​ ເຊິ່ງ​ສອງ​ຝ່າຍ​ມີ​ການ​ເອົາ­ໃຈ­ໃສ່​ຮ່ວມ​ກັນ. ຫວຽດນາມໄດ້​​ຢືນ­ຢັນ​ວ່າ​ ຍາມ​ໃດ​ກໍ່​​ໃຫ້​ຄວາມ​ສຳ­ຄັນ​​ແກ່ການ​​ເປີດ​ກວ້າງ​ສາຍ​ພົວ­ພັນ​ມິດ­ຕະ­ພາບທີ່​​ເປັນມູນເຊື້ອ ແລະ ການຮ່ວມມື​ຫຼາຍ​ດ້ານ ກັບ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ເອີຣົບ​ກາງແລະເອີ​ຣົບ​ຕາ​ເວັນ​ອອກ ເຊິ່ງ​ໃນ​ນັ້ນ​ມີ ຮົງກາລີ; ຫວຽດນາມກໍ່​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ບັນ­ດາ​ຜົນ­ງານ​ໃນ​ການ​ພັດ­ທະ­ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ສູ່ ສະ­ຫະ­ພາບເອີ​ຣົບ ​ຂອງຮົງ​ກາ­ລີ; ສະ­ແດງ​ຄວາມ​ປິ​ຕິ​ຊົມ­ຊື່ນ ແລະ ຮັບ­ຮອງ​ເອົາ ຮົງ​ກາ­ລີ​ເປັນ​ໜຶ່ງ​ໃນ​ບັນ­ດາ​ຄູ່​ຮ່ວມ​ມື​ທີ່​ມີ​ປະ​ສິດ­ທິ​ຜົນແລະແທ້​ຈິງ ​ຂອງ​ຫວຽດ­ນາມ​ຢູ່​ພາກ​ພື້ນ​ນີ້. ຮົງ​ກາ­ລີ ກໍ່​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ບັນ­ດາ​ຜົນ­ງານ​ທີ່​ປະ­ຊາ­ຊົນ​ຫວຽດ­ນາມ ບັນລຸ​ໄດ້​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ, ສັງ­ຄົມ ແລະ ການ​ເຊື່ອມ​ໂຍງ​ສາ­ກົນ.

ສອງ​ຝ່າຍ​ກໍ່​ໄດ້​ສະ­ແດງ​ຄວາມ​ດີ­ໃຈ​ຕໍ່​ການ​ພັດ​­ທະ­ນາ​ຢ່າງ​ຕັ້ງ­ໜ້າ​ ຂອງ​ການ​ພົວ­ພັນ​ມິດ­ຕະ­ພາບ ແລະການຮ່ວມ​ມື​ໃນ​ຫຼາຍ​ດ້ານ​ ລະ­ຫວ່າງຫວຽດ­ນາມ ແລະ ຮົງ​ກາ­ລີ ໃນ​ໄລຍະ​ເວ­ລາປະຫວັດສາດ 67 ປີທີ່​ຜ່ານ​ມາ; ຊົມ­ເຊີຍ​ການ​ຮັກ­ສາ ແລະ ເພີ່ມ​ທະ­ວີ​ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ ກໍ່​ຄືລະ­ຫວ່າງ​ບັນ­ດາ​ກະຊວງ, ຂະ­ແໜງ­ການ, ທ້ອງ​ຖິ່ນແລະວິ​ສາ​ຫະ​ກິດ ​ຂອງ​ສອງ​ປະ­ເທດ, ເຊິ່ງ​ໄດ້​ສ້າງ​ກຳ­ລັງ​ໜູນ​ເພື່ອ​ປັບ­ປຸງ ແລະ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ ໃນ​ບັນ­ດາ​ຂົງ­ເຂດ​ທີ່​ສອງ​ຝ່າຍ​ມີ​ຄວາມ​ເອົາ­ໃຈ­ໃສ່ ແລະ ມີ​ຜົນ​ປະ­ໂຫຍດ​ຮ່ວມກັນ.

ສອງຝ່າຍ​ໄດ້​ຢືນ­ຢັນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ­ຖະ­ກິດ-ການ​ເງິນ ​ເປັນ​ເສົາ​ຄ້ຳບຸ​ລິ​ມະ​ສິດ​ ໃນ​ການ​ພົວພັນ​ສອງ​ຝ່າຍ​ໃນ​ເວ­ລາ​ຕໍ່​ໄປ ​ແລະ​ໄດ້​ເນັ້ນ​ເຖິງຄວາມ​ສຳ­ຄັນ​ຂອງ​ຄະ­ນະ​ກຳ­ມະ­ການ​ປະ­ສົມ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດລະ­ຫວ່າງ ຫວຽດ­ນາມ-ຮົງ​ກາ­ລີ; ເຫັນ​ດີ​ເປັນ​ເອ­ກະ​ພາບ​ ຈະ​ຊີ້​ນຳ​ບັນ­ດາ​ກະ­ຊວງ, ຂະແໜງ­ການ​ທີ່​ກ່ຽວ­ຂ້ອງ ​ຂອງ​ແຕ່​ລະ​ປະ​ເທດ​ ​ໃຫ້ຕັ້ງ­ໜ້າ​ຜັນ​ຂະ­ຫຍາຍ​ບັນ­ດາ​ຜົນ­ສຳ­ເລັດ​ທີ່​ບັນ­ລຸ​ໄດ້​ ໃນ​ກອງ​ປະຊຸມ​ຄັ້ງ​ທີ VII ຂອງ​ຄະ­ນະ​ກຳ­ມະ­ການ ທີ່​ໄດ້​ດຳ­ເນີນ​ຢູ່ນະຄອນ ບູ​ດາ​ແປັດ ໃນ​ເດືອນ​ມີ­ນາ 2017. ສອງ​ຝ່າຍ​ກໍ່​ໄດ້​ຊົມ­ເຊີຍ​ການ​ລົງ​ນາມ​ໃນ​ບົດ​ບັນ­ທຶກ​ຄວາມ​ຈຳ​ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ລະ­ຫວ່າງກະ­ຊວງ​ການ​ເງິນຫວຽດ­ນາມ ແລະ ກະ­ຊວງ​ເສດ­ຖະ­ກິດ​ແຫ່ງ​ຊາດຮົງ​ກາ­ລີ; ຢືນ­ຢັນ​ຄວາມ​ຕັດ­ສິນ​ໃຈ​ໃນ​ການ​ຕັ້ງ­ໜ້າ​ປະສານ​ສົມ­ທົບ ແລະ ຜັນ​ຂະ­ຫຍາຍ​ບັນ­ດາ​ໂຄງ­ການ​ທີ່​ປະ­ຕິ­ບັດ​ດ້ວຍ​ແຫຼ່ງ​ສິນ​ເຊື່ອ​ເອື້ອ­ເຟື້ອ​ ທີ່ມີ​ມຸນ​ຄ່າ​ 440 ລ້ານ​ເອີໂຣ ​ຂອງຮົງ​ກາ­ລີ ໃຫ້​ມີ​ປະ​ສິດ­ທິ​ຜົນ.

ຫວຽດ­ນາມ​ໄດ້​ຕີ​ລາ­ຄາ​ສູງຕໍ່​ການ​ທີ່ ຮົງ​ກາລີ ສະໜອງ​ທຶນການສຶກ​ສາ​ໃຫ້​​​ແກ່ນັກ​ສຶກ​ສາຫວຽດ­ນາມ ໃນ​ແຕ່​ລະ​ປີເພີ່ມຂຶ້ນ​ເປັນ​ຈຳນວນ 200 ທຶນ ເລີ່ມ​ແຕ່​ສົກ­ຮຽນ​​ປີ­ໜ້າ ແລະ ສະ­ເໜີ​ໃຫ້​ຝ່າຍ​ຮົງ​ກາ­ລີ ໃຫ້​​ບຸ​ລິ​ມະ​ສິດ​​ແກ່ນັກ​ສຶກ​ສາຫວຽດ­ນາມ ​ໄດ້ຮຽນ​ບັນ­ດາວິຊາ​ທີ່ຫວຽດນາມມີ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ ​ແລະ ​ຮົງ​ກາ­ລີ ມີ​ທ່າແຮງ​ຄື ສາ­ທາ­ລະ­ນະ​ສຸກ, ການ​ຢາ, ເຕັກ​ໂນ​ໂລ​ຊີຊີ­ວະ​ສາດ, ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ...

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ ​ຈະ​ຊຸກ­ຍູ້​ຂະ​ບວນ​ວິ­ວັດ​ການ​ປັບ­ປຸງບູ­ລະ­ນະ ແລະ ເຊັນບົດ​ບັນທຶກ​ຄວາມ​ຈຳ​ ກ່ຽວ​ກັບ​ການ​ຮ່ວມ​ມື ​ລະ­ຫວ່າງ​ກະ­ຊວງ​ປ້ອງ​ກັນ​ຊາດຫວຽດ­ນາມ ແລະ ກະ­ຊວງ​ປ້ອງ​ກັນ​ຊາດ ຮົງ​ກາ­ລີ, ຕາມ​ນັ້ນ, ຊຸກ­ຍູ້​ການ​ຮ່ວມ​ມື​ໃນ​ບັນ­ດາ​ຂົງ­ເຂດ​ອຸດ­ສາ­ຫະ­ກຳ​ດ້ານ​ປ້ອງ​ກັນ​ຊາດ, ຊ່ວຍ­ເຫຼືອ​ເຕັກ­ນິກ, ຄວາມ​ສະ­ຫງົບ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ­ສານ, ເຄືອ​ຂ່າຍ​ອິນ​ເຕິ​ແນັດ, ​ຝຶກ​ອົບຮົມ​ນັກວິຊາການ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ການ​ຮັກ­ສາ​ສັນ­ຕິ­ພາບ​ຂອງ​ສະ­ຫະ​ປະ­ຊາ​ຊາດ.

ສອງ​ຝ່າຍ​ເນັ້ນ​​ເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ຮ່ວ​ມມື​ດ້ານ​ວິ­ທະ­ຍາ­ສາດ - ເຕັກ​ໂນ​ໂລ​ຊີ, ການ​ສື່­ສານ - ຂໍ້​ມູນ​ຂ່າວ­ສານ, ວັດ­ທະ­ນະ­ທຳ, ກີລາ, ການ­ທ່ອງ­ທ່ຽວ; ຊົນ​ເຊີຍ​ການ​ເຊັນ​ບົດ​ບັນ­ທຶກ​ຄວາມ​ຈຳ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ­ສານແລະການ​ສື່­ສານ ລະ­ຫວ່າງ​ກະ­ຊວງຂໍ້​ມູນ​-​ການ​ສື່­ສານຫວຽດ­ນາມ ແລະ ກະ­ຊວງ​ພັດ­ທະ­ນາ​ແຫ່ງ​ຊາດ ຮົງ​ກາ­ລີ, ກໍ່​ຄື​ໂຄງ­ການ​ຮ່ວມ​ມື​ດ້ານ​ວັດ­ທະ­ນະ­ທຳ ໄລ­ຍະ 2017 – 2019 ລະ­ຫວ່າງກະ­ຊວງ​ວັດ­ທະ­ນະ­ທຳ, ກີລາ ແລະການ­ທ່ອງ­ທ່ຽວຫວຽດ­ນາມ ແລະ ກະ­ຊວງ​ຊັບພະຍາ​ກອນມະນຸດ ຮົງ​ກາ­ລີ.

ສອງ​ຝ່າຍ​ກໍ່​ໄດ້​ເປັນ​ເອ­ກະ​ພາບ​ ​ຈະ​ແບ່ງ­ປັນ​ບົດ­ຮຽນ ແລະ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໃນ​ບັນ­ດາ​ຂົງ­ເຂດ​ຄື ກະ­ສິ­ກຳ, ສາ­ທາ­ລະ­ນະ​ສຸກ, ການ​ແຮງ​ງານ, ຊັບ­ພະ­ຍາ­ກອນທຳ​ມະ​ຊາດແລະສິ່ງ­ແວ­ດລ້ອມ; ຊົມເຊີຍ​ການ​ເຊັນ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ກະ­ສິ­ກຳ ລະ­ຫວ່າງ​ກະ­ຊວງ​ກະ­ສິ­ກຳແລະພັດ­ທະ­ນາ​ຊົນ­ນະ­ບົດ ຫວຽດນາມ ແລະ ກະ­ຊວງ​ກະ­ສິ­ກຳ ຮົງ​ກາ­ລີ, ກໍ່​ຄື ບົດ​ບັນ­ທຶກ​ຄວາມ​ຈຳ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ອາຊີວະ​ສຶກສາ ລະ­ຫວ່າງ​ກະ­ຊວງແຮງ​ງານ ທະ­ຫານ​ເສຍ​ອົງ­ຄະແລະສັງ­ຄົມ ຫວຽດ­ນາມ ແລະ ກະຊວງ​ເສດຖະກິດ ຮົງ​ກາ­ລີ.

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ ຈະເພີ່ມ​ທະ­ວີ​ການ​ປຶກ­ສາຫາລື ແລະ ປະ­ສານ​ສົມ­ທົບ​ກັນທີ່​ບັນດາ​ອົງ​ການ­ຈັດ­ຕັ້ງ, ເວ­ທີ​ປາ​ໄສ​ສາ­ກົນ ແລະ ພາກ​ພື້ນ, ພິ­ເສດ​ແມ່ນສະ­ຫະ​ປະ­ຊາ​ຊາດ, ເວ­ທີ​ປາ​ໄສ​ການຮ່ວມ​ມື ອາ­ຊີ - ເອີ​ຣົບ (ASEM), ການ​ຮ່ວມ​ມືດ້ານແມ່­ນ້ຳ​ຂອງ - ​ແມ່​ນ້ຳດາ​ນູ​ບ, ກ່ຽວ​ກັບ​ບັນ­ດາ​ບັນ­ຫາ​ສາ­ກົນແລະພາກ​ພື້ນ​ ທີ່​ສອງ​ຝ່າຍມີ​ຄວາມ​ເອົາ­ໃຈ­ໃສ່​ຮ່ວມ​ກັນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ແກ້​ໄຂ​ບັນ­ດາ​ບັນ­ຫາ​ທົ່ວ​ໂລກ​ຄື​ ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ, ໄພພິ­ບັດ, ການ​ນຳ​ໃຊ້ແລະຄຸ້ມ​ຄອງ​ແຫຼ່ງ​ນ້ຳ​ແບບ​ຍືນ​ຍົງ, ລວມ​ທັງ​ບັນດາ​ແຫຼ່ງ​ນ້ຳ​ທີ່​ຂ້າມ​ຜ່ານ​ຊາຍ​ແດນ ແລະ ຄວາມ​ປອດ​ໄພ​ດ້ານ​ສະ­ບຽງ​ອາ­ຫານ; ພິ­ຈາ­ລະ­ນາ​ສະ­ໜັບ­ສະ­ໜູນ​ເຊິ່ງ​ກັນແລະກັນ ​ໃນ​ການ​ອອກ​ສະ­ໝັກ​ຮັບ​ເລືອກ​ຕັ້ງ ເຂົ້າ​ໃນ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ ແລະ ເວ­ທີ​ປາ​ໄສ​ສາ­ກົນ.

ໂດຍ​ບົນ​ພື້​ໜ​ຖານ​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​ເປັນ​ມູນ­ເຊື້ອ​ອັນ​ດີ­ງາມ​ລະ­ຫວ່າງ​ສອງ​ປະ­ເທດ, ຮົງ​ກາ­ລີ ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ສືບ­ຕໍ່​ສະ­ໜັບ­ສະ­ໜູນ, ຊຸກ­ຍູ້​ການ​ພົວ­ພັນ​ຮອບ­ດ້ານ ລະ­ຫວ່າງຫວຽດ­ນາມ ແລະ ອີ​ຢູ, ໃນ​ນັ້ນ​ມີ​ການ​ລົງ​ນາມ​ເປັນ​ທາງ​ການ, ​ການໃຫ້​ສັດຕະຍາບັນ ແລະ ປະ­ຕິ­ບັດ​ຢ່າງ​​ເຕັມ​ສ່ວນ ສັນ­ຍາ​ການ​ຄ້າ​ເສລີ ລະຫວ່າງ ຫວຽດ­ນາມ - ອີ​ຢູ (EVFTA). ກ່ຽວ​ກັບ​ຕົນ​ເອງ, ຫວຽດ­ນາມ­ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ­ເຫຼືອ ຮົງ​ກາ­ລີ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ.

ເນື່ອງ​ໃນ​ໂອ­ກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບັນ­ດາ​ເອ­ກະ­ສານ​ຮ່ວມ​ມື​ ໃນ​ຂົງ­ເຂດ​ການ​ເງິນ, ວັດທະນະ­ທຳ, ການ​ສຶກ​ສາ, ກະ­ສິ­ກຳ, ການ​ແຮງ​ງານ, ການ​ສື່­ສານ-ຂໍ້​ມູນ​ຂ່າວ­ສານ ແລະ ຂໍ້​ຕົກ­ລົງ​ກ່ຽວ​ກັບ​ການ​ແຮກ­ສ່ຽວ​ລະ­ຫວ່າງ​ນະ­ຄອນເກິ່ນ​ເທີ ຂອງ​ຫວຽດນາມ ແລະ ນະ­ຄອນກາ​ໂປ​ວາ ຂອງ​ຮົງ​ກາ­ລີ.

ຜົນ­ສຳ­ເລັດ​ແຫ່ງ​ການ​ຢ້ຽມ­ຢາມ​ຫວຽດ­ນາມ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ​ບານ ວິກ​ຕໍ ເປັນ​ເຫດ­ການ​ການ­ເມືອງ​ທີ່​ມີ​ຄວາມ​ໝາຍ​​ສຳ­ຄັນ​ໃນ​ການ​ປັບ­ປຸງ ແລະ ເພີ່ມ​ທະ­ວີ​ການ​ພົວ­ພັນ​ມິດຕະພາບ​ທີ່​ເປັນມູນ­ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ ​ລະ­ຫວ່າງຫວຽດ­ນາມ ແລະ ຮົງ​ກາ­ລີ./.

​ໂດຍ ເຟືອງຈ່າ