ວກ.ອອນ​ໄລ - ຕອນຄ່ຳ​ວັນ​ທີ 14 ຕຸລາ ປີ 2017 (​ຕາມເວລາ​ທ້ອງ​ຖິ່ນ), ກອງ​ປະຊຸມສະມັດຊາ​ໃຫຍ່​ແຫ່ງ​ສະຫະພັນ​ລັດຖະສະພາ​ໂລກ ຄັ້ງ​ທີ 137 (ໄອ​ພີ​ຢູ - 137) ​ໄດ້​ໄຂ​ຂຶ້ນ​ທີ່​ນະຄອນ ​ແຊັງ ​ເປ​ແຕັກ​ບົວ, ສະຫະພາບ​ລັດ​ເຊຍ ພາຍ​ໃຕ້​ຫົວ​ຂໍ້ “ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ ແລະ ສັນຕິພາບ ​ໂດຍຜ່ານ​ການ​ສົນທະນາ​ລະຫວ່າງ​ບັນດາ​ສາສະໜາ​ ແລະ ​ຊົນ​ເຜົ່າ”. ໄອ​ພີ​ຢູ -137 ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ 160 ຄະນະ​ ທີ່ມີ​ຜູ້​ແທນ 2.000 ຄົນ, ​ໃນ​ນັ້ນ​ມີ​ຜູ້ນຳ​ລັດຖະສະພາ 80 ຄົນ​ ຂອງ​ບັນດາ​ປະ​ເທດສະມາຊິກ ໄອ​ພີ​ຢູ. ທ່ານ​ນາງປະທານ ຫງວຽນ​ທິກີມ​ເງິນ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ປະກອບຄວາມເຫັນທີ່ກອງປະຊຸມຄົບຄະນະ ສະມັດຊາໃຫຍ່ແຫ່ງສະຫະພັນລັດຖະສະພາໂລກ ຄັ້ງທີ 173 (IPU - 137) (ພາບ: TTXVN)

ກ່າວ​ປະ​ໄສ​ໄຂ​ກອງ​ປະຊຸມສະມັດຊາ​ໃຫຍ່​​ແຫ່ງສະຫະລັດ​ຖະສະພາ​​ໂລກ ຄັ້ງ​ທີ 137, ປະທານາທິບໍດີ​ລັດ​ເຊຍ ວະ​ລາ​ດີ​ເມຍ ປູ​ຕີນ ​ໃຫ້​ທັດສະນະ​ວ່າ ​ໃນ​ສະພາບ​ການ​ປະຈຸ​ມັນ ມີ​ຄວາມ​ຕ້ອງການ​ທີ່​ສຸດ​ກ່ຽວ​ກັບ​ການ​ທູດ​ລັດຖະສະພາ ທີ່​ມີ​ຄວາມ​ສາມາດ​ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ກັນ​ລະຫວ່າງປະຊາ​ຊາດ, ຊ່ວຍ​ຊອກ​ຫາ​ບັນດາ​ວິທີ​ແກ້​ແບບ​ປະ​ນີປະນອມ ​ໃຫ້​ແກ່​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ... ຕາມປະທານາທິບໍດີ​ ວ.ປູ​ຕີນ, ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ຄວນ​ດຳ​ເນີນ​ໂຄງການ​ວາລະ​ສັນຕິພາບ, ຄວາມ​ຄິດ​ສ້າງສັນ​ສົມ​​ດຸນ, ​ພະຍາຍາມ​ຫຼຸດຜ່ອນການ​ປະ​ເຊີນ​ໜ້າ, ບໍ່​ໃຫ້​ເກີດ​ມີ​ຄວາມ​ເຫັນ​ແບ່ງ​ແຍກ​ໃໝ່, ກວມ​ທັງ​ຄວາມຄິດ​ເຫັນທີ່​ມີ​ເຄື່ອງໝາຍ​ຂອງ​ຊົນ​ເຜົ່າ​ແລະ​ສາສະໜາ, ພ້ອມ​ກັນ​ໄປ​ເຖິງ​ໂຄງ​ປະກອບ​ທີ່​ສະ​ເໝີ​ພາບ​ກວ່າ, ໝັ້ນທ່ຽງກວ່າ​ ໃນ​ການ​ພົວພັນ​ສາກົນ.

ທ່ານປະທານສະຫະພັນ​ລັດຖະສະພາ​ໂລກ ​ເຊ​ເບີ ​ໂຮ​ເຊ​ນ ຈາວ​ເດິຣີ ສະ​ແດງ​ຄວາມ​ນັບຖື​ແລະ​ຂອບ​​ໃຈ ສະພາ​ແຫ່ງ​ຊາດ​ລັດ​ເຊຍ ທີ່​ໄດ້​ຈັດ​ກອງ​ປະຊຸມສະມັດຊາ​ໃຫຍ່ ​ໄອ​ພີ​ຢູ-137, ທ່ານປະທານ ​ໄອ​ພີ​ຢູ ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ ຈົ່ງ​ພະຍາຍາມ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ​ໃນ​ປະຈຸ​ບັນ; ປະ​ສາ​ນສົນທະນາ​ກ່ຽວ​ກັບ​ໂຄງການ​ວາລະ​ໃໝ່, ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ​ແລະ​ສັນຕິພາບ ​ໂດຍ​ຜ່ານ​ການ​ສົນທະນາ​ລະຫວ່າງ​ບັນດາ​ສາສະໜາ​ແລະ​​ຊົນ​ເຜົ່າ… 

​ໃນ​ຂອບ​ຂອງ​ສະມັດຊາ​ໃຫຍ່​ແຫ່ງສະຫະພັນ​ລັດຖະສະພາ​ໂລກ ຄັ້ງ​ທີ 137, ຕອນ​ແລງ​ວັນ​ທີ 15 ຕຸລາ (ຕາມເວລາ​ທ້ອງ​ຖິ່ນ), ​ໃນ​ການ​ປະຊຸມ​ຄົບ​ຄະນະ​ຂອງສະຫະພັນ​ລັດຖະສະພາ​ໂລກ ຄັ້ງ​ທີ 137 ພາຍ​ໃຕ້​ຫົວ​ຂໍ້ “ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ​ແລະ​ສັນຕິພາບ ​ໂດຍ​ຜ່ານ​ການ​ສົນທະນາ​ລະຫວ່າງ​ບັນດາ​ສາສະໜາ​ແລະ​​ຊົນ​ເຜົ່າ”, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມ​ເງິນ ​ໄດ້ອ່ານ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມນີ້

ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມ​ເງິນ ​ເນັ້ນ​ວ່າ ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ໄດ້ນຳ​ເອົາ​ໂອກາດ​ດີ ຊ່ວຍໃຫ້​ບັນດາ​ປະຊາ​ຊາດ, ບັນດາ​ລະບອບ​ການ​ເມືອງ ​ເສດຖະກິດ ສັງຄົມ, ພິ​ເສດ​ແມ່ນ​ບັນດາ​ພື້ນຖານ​ວັດທະນະທຳ ສາສະໜາ ​ເຂົ້າ​ໃກ້​ກັນ​ກວ່າ​ອີກ ​ເພື່ອພ້ອມ​ກັນ​ພັດທະນາ. ​ແຕ່ ​ໂລກ​ກໍ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ບັນຫາ​ທີ່​ສັບສົນ​ເຊັ່ນ ການ​ຜັນ​ປ່ຽນ​ຂອງດິນ​ຟ້າ​ອາກາດ, ຄວາມທຸກ​ຍາກ, ລັດທິ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ລັດທິ​ຊາດ​ຄັບ​ແຄບ, ລັດທິ​ຫົວ​ຮຸນ​ແຮງ, ການ​ປະ​ທະ​ກັນ​ທາງ​ສາສະໜາ ຊົນ​ເຜົ່າ...

ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມ​ເງິນ ຕີ​ລາຄາ​ສູງ​ຕໍ່​ຫົວ​ຂໍ້​ຂອງ​ກອງ​ປະຊຸມສະມັດຊາ​ໃຫຍ່​ແຫ່ງສະຫະພັນ​ລັດຖະສະພາ​ໂລກ ຄັ້ງ​ທີ 137. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ສະ​ແດງ​ເຖິງ​ການ​ສືບ​ຕໍ່​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ ຄວິ​ເບ​ກ ກ່ຽວ​ກັບ​ພົນລະ​ເມືອງ, ​ເອກະລັກ ​ແລະ ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ພາສາ​ແລະ​ວັດທະນະທຳໃນ​ທົ່ວ​ໂລກ ທີ່ ​ໄອ​ພີ​ຢູ ​ໄດ້​ຮັບຮອງ​ຜ່ານ​ເມື່ອ​ປີ 2012, ສອດຄ່ອງ​ກັບ​ຈິດ​ໃຈ ​ຂອງ​ຖະ​ແຫຼ​ງການ​ທົ່ວ​ໂລກ ກ່ຽວ​ກັບ​ຄວາມ​ຫຼາກຫຼາຍທາງ​ດ້ານ​ວັດທະນະທຳ​ຂອງ ຢູ​ເນສ​ໂກ (UNESCO) ປີ 2001; ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ວ່າ ສິ່ງ​ທີ່​ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ​ຄື ຫົວ​ຂໍ້​ນີ້​ໄດ້​ສົນທະນາ​ຢູ່​ໃນ​ປະ​ເທດ​ໜຶ່ງທີ່​ມີພື້ນຖານ​ວັດທະນະທຳທີ່​ຍິ່ງ​ໃຫຍ່ ຍາວນາມ, ຊຶ່ງ​ເປັນ​ປະ​ເທດ​ທີ່​ຈິດ​ໃຈ​ສາມັກຄີ​ຊາດ, ຄວາມ​ມຸ່ງ​ຫວັງ​ສັນຕິພາບ, ການຕໍ່ສູ້​ກັບ​ຄວາມ​ອະ​ຍຸຕິ​ທຳ ​ໄດ້​ຮັບ​ການ​ປຸກລຸກ​ແລະ​ສົ່ງ​ເສີມ​ໂດຍ​ການ​ປະຕິບັດ​ເດືອນສິບ ກ່ອນ​ໜ້າ​ນີ້ 100 ປີ. 

ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີມ​ເງິນ ​ໃຫ້​ຮູ້​ວ່າ ຫວຽດນາມ​ເປັນ​ປະເທດທີ່​ມີ​ຫຼາຍ​ຊົນ​ເຜົ່າ, ຫຼາຍ​ສາສະໜາ. ຢູ່​ຫວຽດນາມ, ສິດສະ​ເໝີ​ພາບ​ລະຫວ່າງ​ບັນດາ​ຊົນ​ເຜົ່າ, ບັນດາ​ສາສະໜາ ​ໄດ້​ຮັບ​ການ​ຢືນຢັນ​ໃນ​ລັດຖະທຳ​ມະນູນ​ທັງ​ໝົດຂອງ​ຫວຽດນາມ. ປີ 2013, ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຮັບຮອງ​ຜ່ານ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ​ໃນ​ນັ້ນ​ສືບ​ຕໍ່​ຢືນຢັນ​ຫວຽດນາມ​ເປັນ​ປະ​ເທດ​ທີ່​ເປັນ​ເອກະ​ພາບ ​ຂອງບັນດາ​ຊົນ​ເຜົ່າທີ່ອາ​ໄສຢູ່​ນຳ​ກັນ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດກໍ່​ຊີ້​​ໃຫ້​ເຫັນແຈ້ງ, ລັດ​ຫວຽດນາມ​ໄດ້​ປະຕິບັດ​ຢ່າງ​ເປັນ​ປະຈຳ​ ບັນດາ​ນະ​ໂຍບາຍ​ຊ່ວຍ​ເຫຼືອບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແນ​ໃສ່​ອຳນວຍ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ ໃຫ້​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍຂະຫຍາຍຕົວ​ຢ່າງ​ສະ​ເໝີ​ພາບ ​​ແລະ ຫລຸດຜ່ອນ​ເທື່ອ​ລະ​ກ້າວ​ ຊ່ອງ​ວ່າງ​ໃນ​ການ​ພັດທະນາ​ລະຫວ່າງ​ບັນດາ​ຊົນ​ເຜົ່າ. ບັນດາ​ສາສະໜາ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ກັນທາງ​ດ້ານ​ກົດໝາຍ, ຄວາມ​ເຫຼື້ອມ​ໃສ​ສາສະໜາ​ໄດ້​ຮັບ​ຄວາມ​ນັບຖື ​ແລະ ​ໄດ້​ຮັບ​ການ​ອຳນວຍ​ເງື່ອນ​ໄຂ​ໃຫ້​ພັດທະນາ. 

​ເພື່ອຊຸກ​ຍຸ້ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານວັດທະນະທຳ​ແລະ​ສັນຕິພາບ ​ໂດຍ​ຜ່ານ​ການ​ສົນທະນາລະຫວ່າງ​ບັນດາ​ສາສະໜາ​ແລະ​ຊົນ​ເຜົ່າ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມ​ເງິນ ​ໄດ້​ສະ​ເໜີ​ແນະ​ບາງ​ບັນຫາ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ ຊຶ່ງ​ສະ​ເໜີ​ໃຫ້ສະຫະພັນ​ລັດຖະສະພາ​ໂລກ ສົ່ງ​ເສີມ​ບັນດາ​ສະພາ​ແຫ່ງ​ຊາດ​ທີ່​ເປັນ​ສະມາຊິກ ​ໃຫ້​ອອກ​ແຮງ​ກໍ່ສ້າງ​ແລະ​ບູລະນະ​ຂອບ​ກົດໝາຍ ທີ່​ຮັບປະກັນ​ສິດສະ​ເໝີ​ພາບ​ທາງ​ດ້ານ​ກົດໝາຍ​ຂອງ​ບັນດາ​ຊົນ​ເຜົ່າ ບັນດາ​ສາສະໜາ, ສ້າງ​ພື້ນຖານ​ກົດໝາຍ​ເພື່ອ​ປົກ​ປັກ​ຮັກສາ​ແລະ​ເສີມ​ຂະຫຍາຍ​ວັດທະນະທຳ​ຂອງ​ຊາດ, ຮັກສາ​ເສລີພາບ​ທາງ​ດ້ານ​ສາສະໜາ, ​ແກ້​ໄຂ​ຢ່າງ​ກົມກຽວ​ຜົນ​ປະ​ໂຫຍ​ດຂອງບຸກຄົນ, ຂອງ​ຊຸມ​ຊົນ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ໃນ​ການ​ພັດທະນາ. ພ້ອມ​ກັນ​ນັ້ນ ​ເພີ່ມ​ທະວີ​ການ​ຕິດຕາມກວດກາ ຕໍ່​ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ລັດຖະບານ ​ແນ​ໃສ່​ປົກ​ປັກ​ຮັກສາ​ສິດທິ​ແລະຜົນ​ປະ​​ໂຫຍດ​ຂອງປະຊາຊົນ, ປະພຶດ​ຕໍ່​ຢ່າງສະ​ເໝີ​ພາບ, ຍຸຕິ​ທຳ ກັບ​ທຸກ​ພາກສ່ວນ​ສັງຄົມທີ່​ມາ​ຈາກ​ບັນດາ​ສາສະໜາ ຊົນ​ເຜົ່າ ພື້ນຖານ​ວັດທະນະທຳ​ທີ່ຕ່າງ​ກັນ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ປະກອບສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ພ້ອມ​ກັນ​ນັ້ນ, ຄວນກວດຄືນ ແລະ ລົບລ້າງ ບັນດາຂໍ້ມາດຕາກົດໝາຍ, ຂໍ້ກຳນົດ ທີມີລັກສະນະຈຳແນກການປະພຶດ, ຮັບປະກັນການເຂົ້າຮ່ວມ ຂອງບັນດາພາກສ່ວນສັງຄົມ ເຂົ້າໃນຊີວິດການເມືອງ, ເສດຖະກິດ-ສັງຄົມ ຂອງປະເທດ.

ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມ​ເງິນ ກໍ່​ສະ​ເໜີ​ໃຫ້ສະຫະພັນ​ລັດຖະສະພາ​ໂລກ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຍິ່ງ​ກວ່າ​ອີກ ກັບບັນດາ​ກົນ​ໄກ​ຂອງ​ສະຫະ​ປະຊາ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ກັບ​ບັນດາ​ລັດຖະສະພາສະມາຊິກ ​ໃນ​ການ​ຊຸກຍູ້​ຄວາມ​ຄິດ​ປະດິດ, ການ​ກະທຳ​ຂອງຝ່າຍ​ນິຕິບັນຍັດ ​ເພື່ອ​ສັນຕິພາບ ການ​ຮ່ວມ​ມື ​ແລະ ສາມັກຄີ​ລະຫວ່າງ​ບັນດາ​ຊົນ​ເຜົ່າ, ບັນດາ​ສາສະໜາ, ບັນດາ​ພື້ນຖານ​ວັດທະ​ນະ​ທຳ​ ໃນ​ແຕ່ລະ​ປະ​ເທດ ​ແລະ ລະຫວ່າງ​ປະຊາ​ຊາດ​ໃນ​ໂລກ.

​ໃນ​ເວລາ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມ​ເງິນ ​ໄດ້​ມີ​ການ​ພົບ​ປະ​ຫາລື​ກັບ​ທ່ານ​ ເຊ​ເບີ ​ໂຮ​ເຊ​ນ ຈາວ​ເດິຣີ ປະທານສະຫະພັນ​ລັດຖະສະພາ​ໂລກ; ພົບ​ປະ​ກັບ​ທ່ານ​ນາງ ວາ​ແລນ​ຕີ​ນາ ອີ​ວານົບ​ນາ ມາດ​ວີ​ແອນ​ໂກ ປະທານ​ສະພາ​ສະຫະພາບ​ລັດ​ເຊຍ, ທ່ານ ອາລີ ອາ​ແດ​​ເຊິ ລາຣີຈາ​ນີ ປະທານ​ສະພາ​ແຫ່ງ ​ສາທາລະນະ​ລັດອິດສະ​ລາມອີຣ່ານ, ທ່ານ ຈຸ​ງ ​ໄຊ​ກູນ ປະທານ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ​ເກົາຫຼີ; ພົບ​ປະ​ກັບ​ທ່ານ ຈ່າງ​ປີ່ງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ສາທາລະ​ນະ​ລັດ​ປະຊາຊົນຈີນ./.

​ໂດຍ ບກ ສັງ​ລວມຈາກ​ຂ່າວສານ​ຫວຽດນາມ