ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຄຳ​ເຊື້ອ​ເຊີນ​ຂອງທ່ານ ກາດ​ຊິ​ມ ​ໂຈ​ມາດ ​ໂຕ​ກາ​ຢິບ ປະທານ​ສະພາ​ສູງ​ແຫ່ງ​ ສາທາລະນະ​ລັດ ຄາ​ຊັກ​ສະຖານ ​ແລະ ທ່ານ ນູລານ ນິກ​ມາ​ຕູ​ລີ​ນ ປະທານ​ສະພາ​ຕ່ຳ​ແຫ່ງ ສາທາລະນະ​ລັດ ຄາ​ຊັກ​ສະຖານ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກີ​ມ​ເງິນ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນສູງ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​​ເດີນທາງໄປ​ຢ້ຽມຢາມ ສາທາລະນະ​ລັດ ຄາ​ຊັກ​ສະຖານ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 16 ຫາ 18 ຕຸລາ​ 2017.

ທ່ານນາງ ຫງວຽນທິກີມງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ ນູລານ ນິກມາຕູລີນ ປະທານສະພາຕ່ຳແຫ່ງ ສາທາລະນະລັດ ຄາຊັກສະຖານ ໃນພິທີຕ້ອນຮັບເປັນທາງການ. (ພາບ:nhandan.com.vn)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາງ ຫງວຽນ​ທິກີມງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ ນູລານ ນິກມາ​ຕູ​ລີ​ນ ປະທານ​ສະພາ​ຕ່ຳ, ພົບ​ປະ​ຫາລື​ກັບທ່ານ ກາດ​ຊິ​ມ ​ໂຈ​ມາດ​ໂຕກາຢິບ ປະທານ​ສະພາ​ສູງ ຄາ​ຊັກ​ສະຖານ. ​ໃນ​ການ​ພົບ​ປະ​ຫາລື, ສອງ​ຝ່າຍ​ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມມືລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ຄາ​ຊັກ​ສະຖານ ຊຶ່ງ​ເປັນ​ຊ່ອງ​ທາງ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ; ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ, ​ແບ່ງ​ປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ, ຮັບປະກັນ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ; ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນຄະນະ​ກຳມາ​ທິການ ​ແລະ ອົງການ​ຊ່ວຍ​ວຽກ​ສະພາ​ແຫ່ງ​ຊາດ; ສົມທົບ​ການ​ຕິດຕາມ​ກວດກາຕໍ່​ ການ​ປະຕິບັດ​ຂໍ້​ຕົກລົງ​ການ​ຮ່ວມ​ມື ທີ່​ລັດຖະບານ​ສອງ​ປະ​ເທດ​ໄດ້​ລົງ​ນາມ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ແຕ່ລະ​ປະ​ເທດ...

ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມງິນ ​ໄດ້​ແຈ້ງ​​ໃຫ້​ຊາບ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ່ XIV ໄດ້​ສ້າງ​ຕັ້ງ ກຸ່ມ​ມິດຕະພາບ​ລັດຖະສະພາ ຫວຽດນາມ - ຄາ​ຊັກ​ສະຖານ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່ ​ໃນການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ສອງ​ອົງການ​ນິຕິບັນຍັດ. ປະ​ທາ​ນສະພາ​ແຫ່ງ​ຊາດ​ຫວຽດນາມ​ ກໍ່ສະ​ເໜີ​ໃຫ້​ສອງ​ຝ່າຍ ກໍ່ສ້າງ​ແລະ​ເສີມ​ຂະຫຍາຍ​ກົນ​ໄກ​ປຶກສາ​ຫາລື, ສົມທົບ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພະຫຸ​ພາຄີ ຄື IPU, APPF..., ​ແລກ​ປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ; ສົມທົບ​ການ​ຕິດຕາມ​ກວດກາ​ຕໍ່ການ​ປະຕິບັດບັນດາຂໍ້​ຕົກລົງ​ທີ່​ສອງ​ປະ​ເທດ​ໄດ້​ລົງ​ນາມ ​ແລະ ກໍ່​ຕັ້ງ​ພື້ນຖານ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. 

​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີມງິນ ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 25 ປີ, ບັນດາ​ການ​ນຳ​ຂອງ ຄາ​ຊັກ​ສະຖານ ​ໄດ້​ຕີ​ລາຄາ​ວ່າ ການ​ຢ້ຽມຢາມ​ຄັ້ງນີ້​ເປັນ​ກຳລັງ​ໜູນ ທີ່ຊຸກຍູ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກີມງິນ ​ໄດ້​ມີ​ການ​ຢ້ຽມ​ຄຳນັບ​ທ່ານ ບາ​ຄີດ​ຈານ ຊາ​ກີນຕາ​ຢິບ ນາຍົກລັດຖະມົນຕີຄາ​ຊັກ​ສະຖານ ​ແລະ ​ໄດ້​ພົບ​ປະ​ກັບ​ການ​ນຳ​ພັກ​ກຳ​ອຳນາດ ນູຣ໌ ​ໂອ​ຕັນ, ພັກ​ກອມ​ມູນິດ​ປະຊາຊົນຄາ​ຊັກ​ສະຖານ; ​ໃນ​ການ​ພົບ​ປະ​ເຫຼົ່າ​ນີ້, ບັນດາ​ການ​ນຳ, ຜູ້ຕາງໜ້າ​ພັກ​ການ​ເມືອງ​ຄາ​ຊັກ​ສະຖານ ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ບັນດາ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ ​ໃນ​ເວລາ​ທີ່​ຜ່ານ​ມາ; ສະ​ແດງ​ຄວາມຮັກ​ແພງ ມິດ​ຕິດ​ມິດ​ໃຈ​ທີ່​ດີ​ງານ ​ແລະ ຄວາມ​ພ້ອມ​ທີ່​ຈະ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມືກັບ​ຫວຽດນາມ.

ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ຈະ​ຊຸກຍູ້ ​ແລະ​ເຮັດ​ໃຫ້ຄວາມ​ພົວພັນມິດຕະພາບ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ, ນຳ​ເອົາຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ຕ່າງໆ​ເຂົ້າ​ສູ່​ລວງ​ເລິກ ມີ​ເນື້ອ​ແທ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ເຂົ້າ​ສູ່​ບັນດາຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ. ລະອຽດ​ຄື, ກ່ຽວ​ກັບ​ເສດຖະກິດ-ການ​ຄ້າ, ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນຕື່ມ; ຕີ​ລາຄາ​ຜົນສຳ​ເລັດ​ຂອງ​ປີ​ໜຶ່ງ​ແຫ່ງ​ການ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ, ຈາກ​ນັ້ນ ​ຖອດ​ຖອນ​ບົດຮຽນ ​ແລະ ຊອກ​ຫາ​ມາດ​ຕະການ ​ເພື່ອ​ຜັນ​ຂະຫຍາຍ​ສັນຍາ​ນີ້​​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ອີກ; ຍາດ​ແຍ່ງ​ເອົາ​ຄວາມ​ເອື້ອ​ອຳນວຍ​ດ້ານ​ພາສີ​ສຸລະກາກອນ​ຂອງ​ສັນຍາ​ ເພື່ອ​ຍູ້​ແຮງການ​ແລກປ່ຽນ​ສິນຄ້າ; ​ເສີມ​ຂະຫຍາຍປະສິດທິ​ຜົນ​ຂອງ​ກົນ​ໄກຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ຄາ​ຊັກ​ສະຖານ. 

ສອງ​ຝ່າຍ​ຫວັງ​ວ່າ​ຈະ​ຊຸກຍູ້ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ ຝຶກ​ອົບຮົມ, ວັດທະນະທຳ, ທ່ອງ​ທ່ຽວ. ສອງ​ຝ່າຍ​ຈະ​ເປັນ​ເອກະ​ພາບ​ກັນ​ໂດຍ​ໄວ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ສັນຍາ​ວ່າ​ດ້ວຍ​ການມອບ​ສົ່ງ​ຜູ້​ຖືກ​ຕັດສິນ​ຈຳ​ຄຸກ​ກັບ​ເມືອ​ປະ​ເທດ ​ເພື່ອຈະ​ໄດ້​ລົງ​ລາຍ​ເຊັນ​ໃນ​ເວລາ​ຕໍ່ໜ້າ; ຊຸກຍູ້​ການ​ຮ່ວມ​ມື​ຕາມ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ສຶກສາ-ຝຶກ​ອົບຮົມ ທີ່​ໄດ້​ລົງ​ນາມ​ໃນ​ເດືອນ​ກັນຍາ​ປີ 2009 ​ແລະ ອະນຸ​ສັນຍາ​ເພີ່ມ​ເຕີມ ທີ່​ໄດ້​ລົງ​ນາມ​ໃນ​ເດືອນ​ພະ​ຈິດປີ 2011; ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ທີ່​ໄດ້​ລົງ​ນາມ​ໃນ​ເດືອນ​ພະຈິກ​ປີ 2011 ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ, ສະໜັບສະໜູນ​ການ​ໂຄສະ​ນະ​ເຜີຍ​ແຜ່​ການທ່ອງທ່ຽວ, ​ເພີ່ມ​ທະວີ​ການຈັດ​ຕັ້ງ​ບັນດາ​ກິດຈະກຳ​ວັດທະນະທຳ; ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ເຂົ້າ​ຮ່ວມ​ການວາງສະ​ແດງ ນິທັດ​ສະການ​ທ່ອງ​ທ່ຽວ​ຂອງ​ກັນ​ແລະ​ກັນ… 

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີມງິນ ​ໄດ້​ມີ​ການ​ພົບ​ປະ​ໂອ້ລົມ​ກັບ​ພະນັກງານ ລັດຖະກອນ​ສະຖານທູດ ​ແລະ ຜູ້ຕາງໜ້າ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ຄາ​ຊັກ​ສະຖານ. ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​​ເວົ້າ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ປະ​ເທດຄາ​ຊັກ​ສະຖານຢ່າງ​ເປັນ​ທາງ​ການຄັ້ງ​ນີ້ ​ແລະ ສະ​ແດງ​ຄວາມຊົມ​ເຊີຍຕໍ່​ການ​ນຳ ພະນັການ ລັດຖະກອນສະຖານ​ທູດ​ທັງ​ໝົດ ທີ່​ໄດ້​ມີຄວາມ​ມານະພະຍາຍາມ​ ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ທີ່​ພັກ​ແລະ​ລັດ​ມອບ​ໝາຍ​ໃຫ້; ພ້ອມ​ນັ້ນ​ກໍ່​ຢືນຢັນ​ພັກ-ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ສະໜັບສະໜູນ ຊ່ວຍ​ເຫຼືອ​ໃຫ້​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ສະດວກ​ທີ່​ສຸດ, ​ແນ​ໃສ່​ປະກອບສ່ວນ​ຮັບ​ໃຊ້​ພາລະກິດ​ການ​ປົກ​ປັກ​ຮັກສາ ສ້າງສາ ​ແລະ ພັດທະນາ​ປະ​ເທດ. ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກີມງິນ ສະ​ແດງ​ຄວາມ​ດີ​ໃຈ​ເມື່ອ​ເຫັນ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ຄາ​ຊັກ​ສະຖານ ​ເຖິງ​ວ່າ​ມີ​ຈຳນວນ​ນ້ອຍ ​ແຕ່​ກໍ່​ໄດ້​ສາມັກຄີ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ເປັນ​ຢ່າງ​ດີ, ນັກຮຽນ​ນັກ​ສຶກສາ​ກໍ່​ມີ​ຄວາມ​ມານະ​ພາ​ຍາ​ຍາມ​ຫຼາຍແລະ​ໄດ້​ຮັບ​ຜົນ​ການ​ຮ່ຳຮຽນ​ທີ່​ດີ... ​ແລະປະທານ​ສະພາ​ແຫ່ງ​ຊາດກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ຊຸມ​ຊົນ​ຊາວ​ຫວຽດນາມຈະ​ປະຕິບັດ​ຕາມ​ກົດໝາຍ​ຂອງ​ປະ​ເທດ​ທີ່​ຕົນ​ອາ​ໄສ​ຢູ່​ຢ່າງ​ເຂັ້ມ​ງວດ, ​ເພື່ອ​ກາຍ​ເປັນ​ຮູບ​ພາບ​ທີ່​ແທ້​ຈິງ ​ເປັນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ການປະກອບສ່ວນ​ປັບປຸງ ​ແລະ​ ເພີ່ມ​ທະວີການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ຫວຽດນາມ ​ແລະ  ຄາ​ຊັກ​ສະຖານ./.

​ໂດຍ ​ເຟືອ​ງຈ່າ