ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ ຫງວຽນ​ຊວັນ​ຝຸກ ນາຍົກ​ລັດຖະມົນ​ຕີ​​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ, ທ່ານ ຈັດ​ສະຕີ​ນ ທຣູ​ເດີ ນາ​ຍົກ​ລັດຖະມົນຕີກາ​ນາ​ດາ ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 8-9 ພະຈິກ 2017. ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ ການ​ພົວພັນ​ຫວຽດນາມ - ກາ​ນາ​ດາ ​ໄດ້​ພັດທະນາ​ເປັນ​ຢ່າງ​ດີ ​ແລະ ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດຕົວ​ຈິງ, ຫຼາຍ​ດ້ານ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ ​ໃຫ້​ທັງ​ສອງ​ປະ​ເທດ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ຕ້ອນຮັບນາຍົກລັດຖະມົນຕີການາດາ ຈັດສະຕີນ ທຣູເດີ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານນາ​ຍົກ​ລັດຖະມົນຕີກາ​ນາ​ດາ ຈັດ​ສະຕີ​ນ ທຣູ​ເດີ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານນາຍົກ​ລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ, ພົບ​ປະຫາລື​ກັບ​ທ່ານ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ ​ແລະ ທ່ານ​ນາງ ຫງວຽນ​ທີ້ກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ພົບ​ປະ​ກັບ​ການ​ນຳ​ນະຄອນ​ ໂຮ່ຈີ​ມິນ ​ແລະ ພົບ​ປະ​ໂຕະມົນທີ່​ຕະຫຼາດ​ຫຼັກ​ຊັບ​ນະຄອນ ​ໂຮ່ຈີ​ມິນ; ພົບ​ປະ​ໂອ້​ລົມ​ກັບ​ນັກຮຽນ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ ​ໂຕນ​ດຶກ​ຖັງ.

​ໃນ​ທີ່​ການ​ພົບ​ປະ​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ພໍ​ໃຈ ກ່ຽວ​ກັບ​ການ​ຂະຫຍາຍຕົວ​ທີ່​ດີ​ຂອງການ​ພົວພັນ​ຮ່ວມ​ມື ມິດຕະພາບ​ໃນ​ຫຼາຍ​ຂົງ​ເຂດ ລະຫວ່າງຫວຽດນາມ - ກາ​ນາ​ດາ ​ໃນ​ເວລາ​ທີ່​ຜ່ານ​ມາ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາຍົກ​ລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານນາ​ຍົກລັດຖະມົນຕີກາ​ນາ​ດາ ຈັດ​ສະຕີ​ນ ທຣູ​ເດີ ​ໄດ້​ຮັບຮອງ​ຜ່ານ ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມມື​ຮອດ​ບດ້ານຫວຽດນາມ - ກາ​ນາ​ດາ.

ຕາມ​ນັ້ນ, ສອງ​ຝ່າຍ​ຕົກລົງ​ເພີ່ມ​ທະວີ​ການ​ພົວ​ພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ຕາມ​ທິດ​ຮອບດ້ານ, ມີ​ເນື້ອ​ແທ້​ຕົວ​ຈິງ, ມີ​ປະສິດທິ​ຜົນ, ໝັ້ນ​ທ່ຽງ, ຍາວ​ນານ ​ໃນ​ລະດັບ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ, ປະກອບ​ສ່ວນ​ຮັກສາ​ສັນ​ຕະພາບ ສະຖຽນ​ລະພາບ ການ​ຮ່ວມ​ມື ການ​ພັດທະນາ ຢູ່​ພາກ​ພື້ນ​ອາ​ຊີ-ປາຊີ​ຟິກ ​ແລະ ​ໃນ​ໂລກ. ສອງ​ຝ່າຍ​ຕົກລົງ​ສ້າງ​ຕັ້ງ​ຂອບການ​ພົວພັນຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ກາ​ນາ​ດາ ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອ​ງ​ແລະ​ການ​ທູດ; ການ​ຄ້າ​ແລະ​ການ​ລົງທຶນ; ຮ່ວມ​ມື​ພັດທະນາ; ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ; ວັດທະນະທຳ, ການ​ສຶກສາ; ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ປະດິດ​ສ້າງ; ການ​ຄົບ​ຄ້າ​ສະມາຄົມ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ. ​ຫວຽດນາມ ​ແລະ ກາ​ນາ​ດາ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ, ການສົນທະນາ​ຢ່າງ​ເປັນ​ປະຈຳ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ທັງ​ສອງ​ລັດຖະບານ; ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ສະ​ຖາ​ບັນ​ພະຫຸ​ພາຄີ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍລະດັບ​ໂລກ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະພາບ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ການ​ຄ້າ, ​ແກ້​ໄຂ​ຢ່າງ​ທັນ​ການ​ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ-ການ​ລົງທຶນ ບົນ​ຫຼັກການ​ຮ່ວມ​ມື, ສະ​ເໝີ​ພາບ, ມີ​ຜົນ​ປະ​ໂຫຍດຮ່ວມ​ກັນ. ການ​ຮ່ວມ​ມື​ພັດທະນາ​ຂອງ​ກາ​ນາ​ດາ ຈະ​ຊ່ວຍ​ໜູນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ຫວຽດນາມ ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ​ໂດຍ​ຜ່ານ​ການ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ສະຫະ​ປະຊາ​ຊາດ. ສອງ​ປະ​ເທດ​ຕັດສິນ​ໃຈ​ເພີ່ມ​ທະວີ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ທາງ​ວິຊາ​ການ, ກວມ​ດ້ວຍ​ການ​ຜ່ານ​ການ​ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ ​ແລະ ບັນດາ​ໂຄງການ​​ແລກປ່ຽນນັກຮຽນ​ນັກ​ສຶກສາ ລະຫວ່າງ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ສອງ​ປະ​ເທດ.   

​ຫວຽດນາມ ​ແລະ ກາ​ນາ​ດາ ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ ພະລັງງານ, ​ເຕັກ​ໂນ​ໂລ​ຊີ​ສະອາດ​ຍືນ​ຍົງ, ກະສິກຳ, ອາຫານ, ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ຂໍ້​ມູນ, ຄົ້ນຄວ້າ​ສິ່ງ​ແວດ​ລ້ອມ, ຄົ້ນຄວ້າ​ທະ​ເລ, ຫຼຸດຜ່ອນ​ການ​ກະທົບ​ຂອງ​ໄພ​ທຳ​ມະ​ຊາດ ​ແລະ ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ. ສອງ​ປະ​ເທດ​ຈະ​ພະຍາຍາມ​ກວ່າ​ອີກ ​ໃນ​ການ​ຊອກ​ຫາ​ໂອກາດ​ຊ້ອນ​ແຝງ​ ເພື່ອ​ຮ່ວມ​ມື​ນຳ​ກັນ​ໃນ​ການ​ຄົ້ນຄວ້າ​ພັດທະນາ, ຜັນ​ຂະຫຍາຍ ​ແລະ ຫັນ​ເປັນ​ການ​ຄ້າ​ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ສະອາດ, ກ້າວໜ້າ, ຄວາມ​ຄິດປະດິດ​ສ້າງ ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ. ສອງ​ຝ່າຍ​ຈະ​ສົມທົບ​ຊຸກຍູ້​ບັນດາ​ການ​ພົວພັນ​​ເຫຼົ່າ​ນີ້ ​ໂດຍ​ຜ່ານການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ສົ່ງ​ເສີມ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ຂອງ​ສອງ​ປະ​ເທດ ​ເພື່ອຊຸກຍູ້ການ​ພົວພັນ​ຮ່ວມ​ມື, ມິດຕະພາບຫວຽດນາມ - ກາ​ນາ​ດາ.

​ຫວຽດນາມ ​ແລະ ກາ​ນາ​ດາ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ແຕ່​ປີ 1973. ​ເດືອນ​ສິງຫາ 2014, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນບົດ​ບັນທຶກ​ເຈຕະນາ ​ແນ​ໃສ່​ປັບປຸງ​ແລະ​ຊຸກ​ຍຸ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ​ເດືອນ​ກໍລະກົດ 2017, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງການ​ປຶກສາ​ຫາລື​ທາງ​ການ​ເມືອງ ​ລະດັບຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ ຄັ້ງ​ທຳ​ອິດ (​ຊຶ່ງໄດ້​ຍົກ​ລະດັບ​ຈາກ​ການ​ສົນທະນາ​ນະ​ໂຍບາຍລະດັບ​ກົມ). ບັນດາ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ ​ໄດ້​ຮັບ​ການ​ເພີ່ມ​ທະວີ, ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆໄດ້​ຮັບ​ການ​ຊຸກຍູ້​ ​ເຊັ່ນ ການ​ເມືອງ-ການ​ທູດ, ​ເສດຖະກິດ-ການ​ຄ້າ, ການ​ສຶກສາ-ຝຶກ​ອົບຮົມ, ຊ່ວຍໜູນ-ພັດທະນາ,… ປະຈຸ​ບັນ, ຫວຽດນາມ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ກາ​ນາ​ດາ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເປັນ​ຕະຫຼາດ​ບຸລິມະສິດ​ຂອງ​ໂຄງການປະຕິບັດ​ງານ​ຕະຫຼາດ​ໂລກ​ຂອງ​ກາ​ນາ​ດາ. ​ໃນ​ຂະນະ​ນັ້ນ ກາ​ນາ​ດາ​ເປັນ​ປະ​ເທດ​ທີ 14 ​ໃນ 112 ປະ​ເທດ​ແລະ​​ເຂດ​ແດນ ​ທີ່​ໄດ້​ລົງທຶນ​ຢູ່​ຫວຽດນາມ ຊຶ່ງ​ມີ 149 ​ໂຄງການລົງທຶນ ດ້ວຍ​ຈຳນວນ​ທຶນ 5,28 ຕື້​ໂດ​ລາ​ສະຫະລັດ. ​ໂຄງການ​ໃຫຍ່​ຈຳນວນ​ໜຶ່ງ​ຄື ​ເຂດ​ທ່ອງ​ທ່ຽວ ​ໂຮ່ຈ່າມ (Ho Tram Tourist Resort) ຢູ່​ແຂວງ​ບ່າ​ເຣ້ຍ-ວຸ໋ງ​ເຕົ່າ 4,2 ຕື້​ໂດ​ລາ​ສະຫະລັດ; ​ໂຄງການ​ກໍ່ສ້າງ​ໂຮງໝໍ​ຢູ່​ແຂວງ​ຫາຍ​ເຢືອງ 220 ລ້ານ​ໂດ​ລາ​ສະຫະລັດ; ​ໂຄງການ​ບໍລິສັດ​ພະລັງງານ​ລົມ​ຈຳກັດ ຢູ່​ແຂວງ​ນິງທ້ວນ 74,4 ລ້ານ​ໂດ​ລາ​ສະຫະລັດ; ບໍລິສັດ​ປະກັນ​ໄພ Manulife 50 ລ້ານ​ໂດ​ລາ​ສະຫະລັດ... ການ​ທີ່​ຫວຽດນາມ ​ແລະ ​ກາ​ນາ​ດາ ສ້າງ​ຕັ້ງ​ຂອບການ​ພົວພັນຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ກາ​ນາ​ດາ ຢ່າງ​ເປັນ​ທາງ​ການ​ນັ້ນ ມັນ​ເປັນ​ຂອບ​ກົດໝາຍ​ທີ່​ສຳ​ຄັນ ​ເພື່ອ​ໃຫ້​ສອງ​ປະ​ເທດ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ຢູ່​ໃນ​ບັນດາ​ຂົງ​ເຂດ​ຍິ່ງ​ກວ່າ​ອີກ.

ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານນາ​ຍົກ​ລັດຖະມົນຕີກາ​ນາ​ດາ ຈັດ​ສະຕີ​ນ ທຣູ​ເດີ ​ໃນ​ໄອ​ກາດກອງ​ປະຊຸມ​ຜູ້ນຳ​ເສດຖະກິດ APEC ປີ 2017 ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ, ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ຕໍ່ໜ້າ​ ຕາມ​ທິດ​ມີ​ເນື້ອ​ແທ້​ຕົວ​ຈິງ, ມີ​ປະສິດທິ​ຜົນ./.

ໂດຍ ​ແທັງ​​ແອັ​ງ