ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ, ທ່ານນາງ ມີ​ແຊນ ບາ​ແຈ​ແລດ ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ ຊີ​ເລ ​ໄດ້​ດຳ​ເນີ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 8-9 ພະຈິກ 2017.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບປະທານາທິບໍດີຊີເລ ມີແຊນ ບາແຈແລດ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານນາງປະທານາທິບໍດີ ມີ​ແຊນ ບາ​ແຈ​ແລດ ​ໄດ້ມີ​ການພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ; ພົບ​ປະ​ຫາລື​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວັນ​ຝຸກ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທີ້ກິມ​ເງິນ; ພົບ​ປະ​ກັບ​ອະດີດ​ປະທານ​ປະ​ເທດ ຫງວຽນ​ມິ​ງຈຽດ. ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານນາງປະທານາທິບໍດີ ມີ​ແຊນ ບາ​ແຈ​ແລດ ​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີ​ນັກ​ຮົບ​ວິລະ​ຊົນ​ທີ່​ໄດ້​ເສຍ​ສະລະ​ຊີວິດ​ເພື່ອ​ຊາດ; ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ອະນຸສາວະລີ​ຫໍ​ສົບ​ປະທານ ​ໂຮ່ຈີ​ມິນ ​ແລະ ຢ້ຽມ​ຊົມ​ເຮືອນ​ຂອງ​ລຸງ​ໂຮ່. 

ຢູ່​ທີ່​ການ​ພົບ​ປະ​ເຈລະຈາ ຫາ​ລື​ເຫຼົ່າ​ນັ້ນ, ທ່ານນາງປະທານາທິບໍດີ ມີ​ແຊນ ບາ​ແຈ​ແລດ ​ໄດ້​ສະ​ແດງ​ຄວາມ​ເຄົາລົບນັບຖື​ ແລະ​ນິຍົມ​ຊົມ​ເຊີຍ ​ຕໍ່​ມູນ​ເຊື້ອ​ປະຫວັດສາດທີ່​ພິລະ​ອາດ​ຫານ​ ຂອງຊາດ​ຫວຽດນາມ, ຄວາມ​ນັບຖື​ເລິກ​ເຊິ່ງຕໍ່​ປະທານ ​ໂຮ່ຈີ​ມິນ ​ແລະ ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​, ຮອບດ້ານ ​ໃນການ​ປ່ຽນ​ແປງ​ໃໝ່ຂອງ​ຫວຽດນາມ; ຢືນຢັນ​ວ່າ ຊີ​ເລ ຖື​ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຕົນຢູ່​ພາກ​ພື້ນ​ອາຊີ - ປະ​ຊີ​ຟິກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາງປະທານາທິບໍດີ ມີ​ແຊນ ບາ​ແຈ​ແລດ ສະ​ແດງ​ຄວາມ​ຊົມ​ເຊີຍ​ຫວຽດນາມ​ ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ ​ແລະ ປະກອບສ່ວນ​ທີ່​ສຳຄັນ​ຫຼາຍ​ຢ່າງຕໍ່​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (​ເອ​ເປກ) ​ໂດຍ​ຜ່ານ​ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ ​ເອ​ເປ​ກ 2017, ຈັດ​ຕັ້ງ​ເປັນ​ຢ່າງ​ດີ ສັບປະດາ ​ເອ​ເປ​ກ ຄັ້ງ​ທີ 25 ຢູ່​ນະຄອນ​ດາ​ນັ້ງ. 

​​ໂດຍແບ່ງປັນ​ການ​ປະ​ເມີນ​ສາຍ​ພົວພັນ​ຄູ່​ຮ່ວມ​ມືຮອບດ້ານ​ລະຫວ່າງ​ຫວຽດນາມ​ແລະ​ຊີ​ເລ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ຊຶ່ງ​ໄດ້​ສືບ​ຕໍ່​ພັດທະນາ​ເປັນ​ຢ່າງ​ດີ​ໃນ​ທຸກ​ຂົງ​ເຂດ, ພົ້ນ​ເດັ່ນ​ແມ່ນ ການ​ພົວພັນ​ທາງ​ການ​ເມືອງ​ທີ່​ນັບ​ມື້​ນັບ​ສະໜິດ​ຕິດ​ແໜ້ນ​ແລະ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ຫວຽດນາມ​ຢືນຢັນ​ຄວາມ​ປະສົງ​ແລະ​ຄວາມ​ຕັດສິນ​ໃຈ​ຊຸກຍູ້ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຫວຽດນາມ-ຊິ​ເລ​ໃນ​ທຸກ​ຂົງ​ເຂດ, ຊຸກຍູ້​ການພັດທະນາຄວາມ​ພົວພັນ​ສອງ​ຝ່າຍ​ໃຫ້​ນັບ​ມື້​ນັບ​ເຂົ້າ​ລວງ​ເລິກ, ມີ​ເນື້ອ​ແທ້​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ບົນ​ພື້ນຖານ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ທີ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ສ້າງ​ຂຶ້ນ​ມາ​​ໃນ​ເດືອນ​ພຶດສະພາ 2007, ສອງ​ຝ່າຍ​ຢືນຢັນ​ຈະ​ປັບປຸງ​ແລະ​ພັດທະນາ​ການ​ພົວພັນ​ຫວຽດນາມ-ຊີ​ເລ ​ຍິ່ງ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ຕາມ​ນັ້ນ, ​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ; ສືບ​ຕໍ່​ເພີ່ມ​ທະວີ​ການ​ສົນທະນາ​ທາງ​ການ​ເມືອງ​ລະຫວ່າງ​ຫວຽດນາມ​ແລະ​ຊີ​ເລ, ພິ​ເສດ​ແມ່ນ ຜ່ານ​ກົນ​ໄກປຶກສາ​ຫາລື​ທາງ​ການ​ເມືອງລະດັບຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ. ຄຽງ​ຂ້າງ​ນັ້ນ, ຊຸກຍູ້​ການ​​ແບກ​ປ່ຽນ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລະຫວ່າງຫວຽດນາມ​ແລະ​ຊີ​ເລ, ກໍ່​ຄື​ການ​ພົບ​ປະ​ສອງ​ຝ່າຍ​ຕາມ​ລະບຽງກອງ​ປະຊຸມ​ສະຫະພາບ​ລັດຖະສະພາ​ໂລກ (​Inter-Parliamentary Union) ​ແລະ ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-ປາຊີ​ຟິກ ​ແນ​ໃສ່​ປະກອບສ່ວນ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ແລະ​ປະຊາຊົນ​ສອງ​ປະ​ເທດ.

ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ພັດທະນາ​ການ​ຮ່ວມ​ມື​ສອງ​ຝ່າຍ ບົນ​ພື້ນຖານ​ບັນດາ​ຄວາມ​ສາມາດ​ຊ້ອນ​ແຝງ ​ແລະ ຄວາມ​ຊ່ວຍ​ໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ຫວຽດນາມ ​ແລະ ຊີ​ເລ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ ​ການ​ສຶກສາ​ມະຫາວິທະຍາ​ໄລ, ການ​ຄ້າແລະ​ການ​ລົງທຶນ, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການທ່ອງທ່ຽວ, ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ກໍ່​ຄື​ບັນດາ​ຂົງ​ເຂດ​ທີ່​ທັງ​ສອງ​ຝ່າຍ​ມີ​ທ່າ​ແຮງ​ແລະ​ມີ​ຄວາມ​ສົນ​ໃຈຮ່ວມ​ກັນ. ລະອຽດ​ຄື, ກ່ຽວ​ກັບ​ການ​ພົວພັນ​ເສດຖະກິດ-ການ​ຄ້າ, ສອງ​ຝ່າຍ​ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ທີ່​ໄດ້​ຮັບ ນັບ​ແຕ່​ເມື່ອ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ-ຊີ​ເລ​ ໃນ​ເດືອນ​ພະຈິກ 2011 ​ແລະ ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ມັງກອນ 2014 ດ້ວຍ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ສູງ ສະ​ເລ່ຍ 30% - 40% ຕໍ່​ປີ (ປີ 2016 ບັນລຸ 1,1 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ກວ່າ 2 ​ເທົ່າ​ທຽບ​ກັບ​ປີ 2013 ​ແລະ​ໃນ 9 ​ເດືອນ​ຕົ້ນ​ປີ 2017 ບັນລຸ​ເກືອບ 960 ລ້ານໂດ​ລາ​ສະຫະລັດ, ​ເພີ່ມ 29% ທຽບ​ກັບ​ໄລຍະ​ດຽວ​ກັບ​ຂອງ​ປີ​ກ່ອນ); ​ເຊື່ອ​ໝັ້ນ​ວ່າ​ ເອກະສານ​ສະບັບ​ນີ້​ເປັນ​ໜຶ່ງ​ໃນ​ບັນດາ​ຂອບ​ກົດໝາຍທີ່​ສຳຄັນ ​ໃນ​ການ​ຊຸກຍູ້​ການ​ຄ້າ-ການ​ລົງທຶນ ​ແລະ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

​ສອງ​ຝ່າຍ​ໄດ້ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ໂລກ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ຈຳ​ເປັນຕ້ອງ​ຮ່ວມ​ມື​ ​ແນ​ໃສ່​ຊຸກຍູ້​ລະບົບ​ການ​ຄ້າ​ໂລກ​ທີ່​ເປີດ​ກວ້າງ, ອີງ​ຕາມ​ກົດ​ລະບຽບ, ສະ​ເໝີ​ພາບ ​ແລະ ກວມ​ລວມ. ການ​ທີ່​ສອງ​ຝ່າຍ, ພ້ອມ​ກັບ​ສະມາຊິກ​ອື່ນ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (ທີ​ພີ​ພີ) ປຶກສາ​ເຈລະຈາ ຊອກ​ຫາ​ວິທີ​ແກ້​ໄຂ ຊຸກຍູ້ຂະ​ບວນການ ທີ​ພີ​ພີ ​ໃນ​ສະພາບ​ການ​ໃໝ່, ​ເຮັດ​​ໃຫ້ ທີ​ພີ​ພີ ​ປະກົດ​ເປັນ​ຈິງ​ໂດຍ​ໄວນັ້ນ ຈະ​ປະກອບສ່ວນ​ຍູ້​ແຮງ​ກວ່າ​ອີກ ​ການ​ພົວພັນ​ເສດຖະກິດ-ການ​ຄ້າ​ສອງ​ຝ່າຍ, ​ເປີດ​ກວ້າງ​ເທສະ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ປະກອບສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ, ​ເຊື່ອມ​ຕໍ່​ເສດ​ຖະກິດ​ໃນ​ພາກ​ພື້ນ.

ດ້ວຍ​ເປົ້າ​ໝາຍ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຫຼາຍ​ຂົງ​ເຂດ, ສອງ​ຝ່າຍ​ຕີ​ລາຄາ​ວ່າ ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດກ່ຽວ​ກັບ​ການ​ຮ່ວມ​ມື​​ໃນຂົງ​ເຂດສາທາລະນະ​ສຸກ ​ແລະ ການຊ່ວຍ​ເຫຼືອ​ເດັກນ້ອຍ​ແລະ​ເຍົາວະ​ຊົນທີ່​ຖືກ​ຜົນ​ກະທົບ​ຈາກ “ສານພິດ​ສີ​ສົ້ມ” ນັ້ນ ​ເປັນ​ການ​ເລີ່​ມຕົ້ນ​ທີ່​ສຳຄັນ ​ແນ​ໃສ່​ເປີດ​ກວ້າງ​ການ​ຄົ້ນ​ຄວ້າ ​ເພື່ອ​ແກ້​ໄຂ​ຫຼຸດຜ່ອນ​ຜົນ​ກະທົບ​ຂອງສານ​ເຄມີ​ທີ່​ເປັນ​ພິດ​ນີ້, ກໍ່​ຄື​ກ່າວ​ເຕື່ອນ​ໄພພິບັດທີ່​ຈະ​ເກີດ​ຂຶ້ນ​ກັບ​ມະນຸດຊາດ​ ເນື່ອງ​ຈາກ​ສານພິດສີ​ສົ້ມ​ນີ້. ສອງ​ຝ່າຍ​ພ້ອມ​ກັນ​ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ ການ​ເພີ່ມ​ທະວີ​ການ​ແລກປ່ຽນການທ່ອງທ່ຽວ ຈະ​ປະກອບສ່ວນ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ແລະ​ການ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ ສັນຍາຍົກ​ເວັ້ນວີ​ຊາ​ສຳລັບຜູ້​ຖື​ໜັງສື​ເດີນ​ທາງ​ທົ່ວ​ໄປ ທີ່ມີ​ຜົນ​ບັງຄັບ​ໃຊ້​ແຕ່​ເດືອນ​ສິງຫາ 2017, ​ປະກອບສ່ວນ​ທີ່​ສຳຄັນ​ ​ໃນ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ສົ່ງ​ເສີມ​ ຄວາມ​ສາມາດ​ຊ້ອນ​ແຝງ​ດ້ານ​ການທ່ອງທ່ຽວ​ຂອງ​ແຕ່ລະ​ປະ​ເທດ.

ສອງ​ຝ່າຍ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ ກ່ຽວກັບ​ບັນດາຂົງ​ເຂດ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ຢູ່ທີ່​ບັນດາ​ອົງການ​ສາກົນ​ແລະບັນດາ​ເວທີ​ປາ​ໄສພະຫຸ​ພາຄີ ທີ່​ຫວຽດນາມ​ແລະຊີ​ເລ​ເປັນ​ສະມາຊິກ, ຄື ສະຫະ​ປະຊາ​ຊາດ, ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ, ອົງການ​ການ​ຄ້າ​ໂລກ, ​ເອ​ເປກ ​ແລະ ​ເວທີ​ປາ​ໄສ​ການ​ຮ່ວມ​ມືອາຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາຕິນ ບົນພື້ນຖານ​ປະຕິບັດຕາມ​ກົດບັດ​ຂອງ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ​ເຄົາລົບ​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນດາ​ປະຊາ​ຊາດ.

ສອງ​ຝ່າຍກໍ່​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ບັນດາ​ບັນຫາ​ພາກພື້ນ​ແລະ​ສາກົນ ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ; ​ແບ່ງປັນ​ຫຼັກ​ໝັ້ນສະໜັບສະໜູນ​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ທາງ​ດ້ານ​ອະທິປະ​ໄດ ​ແລະ ດິນ​ແດນ ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ອະນຸ​ສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ ປີ 1982 ກໍ່​ຄື​ເຄົາລົບບັນດາ​ຂັ້ນ​ຕອນ​ທາງການ​ທູດ​ແລະ​ກົດໝາຍ. 

ສອງ​ຝ່າຍ​ແບ່ງປັນ​ວິ​ໄສ​ທັດ​ລວມກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ລະດັບ​ໂລກ​ໃນ​ປະຈຸ​ບັນ, ​ເຊັ່ນ ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ປ່ຽນ​ແປງ​ສະພາບ​ອາກາດ, ສິ່ງ​ແວດ​ລ້ອມ, ພະລັງງານ​ທົດ​ແທນ, ປົກປ້ອງ​ມະຫາ​ສະໝຸດ, ​ແຫຼ່ງນ້ຳ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ; ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ​ຮ​ອດ​ປີ 2030, ກວມ​ທັງ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ເນັ້ນ​ຄວາມ​ສຳຄັນຂອງ​ການ​ທີ່​ສອງ​ປະ​ເທດ​ເປັນ​ສະມາຊິກ​ຂອງ ສະພາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ ​ໄລຍະ 2016 - 2018.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ ຖະ​ແຫຼ​ງການ​ຮ່ວມຫວຽດນາມ-ຊີ​ເລ ​ແລະ ບັນດາ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ ຄື: ບົນ​ບັນ​ທຶກ​ຄວາມ​ຈຳລະດັບ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ເບິ່ງ​ແຍງ​ດູ​ແລ​ເດັດ​ນ້ອຍ​ແລະ​ເຍົາວະ​ຊົນ ທີ່​ຖືກ​ເຄາະ​ຮ້າຍ​ຍ້ອນ​ສານພິດ​ສີ​ສົ້ມ ຢູ່​ຫວຽດນາມ; ສັນຍາ​ກ່ຽວ​ກັບ​ບັນດາ​ກິດຈະ​ກຳລາຍ​ໄດ້​ສຳລັບ​ພີ່ນ້ອງ​ຂອງ​ນັກ​ການ​ທູດ, ພະນັກງານ​ແລະ​ນັກວິຊາການຂອງ​ສະຖານທູດ, ສະຖານກົງ​ສູນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ແລະ ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ການ​ທູດ​ຂອງ​ສອງ​ປະ​ເທດ./.

​ໂດຍ ​ເຟືອງ​ຈ່າ