ວກ.ອອນໄລ - ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ແຕ ປະ­ທາ­ນາ­ທິ­ບໍ­ດີ​ແຫ່ງ​ສາທາລະນະ​ລັດ ຟີ​ລິບ​ປິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສາທາ​ລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາ​ກອງປະຊຸມຂັ້ນສູງທີ່ກ່ຽວ​ຂ້ອງ ​ໃນ​ລະຫວ່າງ​ວັນ​ທີ 12-14 ພະຈິກ 2017, ​ແລະ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ເຮັດ​ວຽກຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ທີ່ກອງປະຊຸມ. (ພາບ: TTXVN)

ກອງ​ປະ­ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 31 ແລະ ບັນ­ດາ​ກອງ​ປະ­ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ­ຂ້ອງ ​ເປັນ​ເຫດການສຳ­ຄັນ​ທີ່​ສຸດ​ຂອງ ອາ​ຊຽນ ໃນ​ປີ​ນີ້ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳຈາກ 10 ປະ­ເທດ ອາ​ຊຽນ ແລະ ບັນດາຄູ່​ຮ່ວມ​ມື ທີ່​ເປັນ​ບັນ­ດາ​ປະ­ເທດ​ໃຫຍ່ ບັນ­ດາ​ອົງ​ການ­ຈັດ­ຕັ້ງ​​ສຳ­ຄັນ​ຢູ່​ພາກ​ພື້ນແລະສາ­ກົນ, ລວມ​ມີ ປະເທດ ສປ.ຈີນ, ຍີ່­ປຸ່ນ, ສ.ເກົາ­ຫຼີ, ເອ​ເມ​ຣີ​ກາ, ລັດ­ເຊຍ, ອີນ​ເດຍ, ອົດ​ສ​ຕາ​ລີ, ນູ​ແວນ​ເຊ​ລັງ, ທ່ານ​ເລ­ຂາ­ທິການ​ໃຫຍ່ສະ­ຫະ​ປະ­ຊາ​ຊາດ ແລະ ປະ­ທານສະ­ພາ ເອີ​ຣົບ, ​ເຊິ່ງກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ 14 ພະ­ຈິກ 2017 ທີ່ນະຄອນ­ຫຼວງ ມາ​ນີ​ລາ ປະ­ເທດ ສ.ຟີ​ລິບ​ປີນ. ນີ້​ກໍ່​ແມ່ນ​ໂອ­ກາດອັນ​ດຽວ ທີ່​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ ​ຂອງ​ບັນ­ດາ​ການ​ນຳ​ຂັ້ນ​ສູງຂອງ ອາ​ຊຽນ ແລະ ບັນ­ດາ​ຄູ່​ຮ່ວມ​ມື ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ ວັນ​ສ້າງ­ຕັ້ງ ອາ​ຊຽນ ຄົບ­ຮອບ 50 ປີ.

ພ້ອມ​ກັບພິທີການພິ­ເສດ ເພື່ອ​ສະ­ເຫຼີມ­ສະ­ຫຼອງວັນ​ສ້າງ­ຕັ້ງ ອາ​ຊຽນ ຄົບ­ຮອບ 50 ປີ, ພິ­ທີ​ເປີດ ແລະ ປິດ​ກອງ​ປະ­ຊຸມ, ການ​ມອບ​ຮັບ​ບົດ­ບາດ​ເປັນປະ­ທານ ອາ​ຊຽນ ໃຫ້ປະ­ເທດ ສິງ​ກາ​ໂປ, ໃນກອງປະຊຸມຄັ້ງນີ້ ມີການປະຊຸມຢ່າງ​ເປັນ​ທາງການ 10 ຄັ້ງ ເຊິ່ງ​ລວມ​ມີ ກອງ​ປະ­ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 31, ອາ​ຊຽນ ບວກ 3, ອາ​ຊຽນ ບວກ 1 ກັບ ສປ.ຈີນ, ຍີ່­ປຸ່ນ, ສ.ເກົາ­ຫຼີ; ກອງ​ປະ­ຊຸມ​ຂັ້ນ​ສູງ ອາ­ຊີ​ຕາ­ເວັນ​ອອກ (EAS), ກອງ​ປະ­ຊຸມ ອາ​ຊຽນ - ສ.ອາ​ເມ​ຣີ​ກາ; ອາ​ຊຽນ - ສ.ອິນ​ເດຍ, ອາ​ຊຽນ - ສະ­ຫະ​ປະ­ຊາ​ຊາດ, ອາ​ຊຽນ - ກາ​ນາ​ດາ ແລະ ອາ​ຊຽນ - ອີ​ຢູ; ແມ່­ນ້ຳ​ຂອງ - ຍີ່ປຸ່ນ; ກອງ​ປະ­ຊຸມ​ບັນ­ດາ​ການ​ນຳຂອງ ສັນ­ຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ພາກ​ພື້ນ (RCEP); ໃນ​ງານ​ຮັບ​ປະ­ທານ​ອາ­ຫານ​ທ່ຽງ ມີ​ການ​ເຮັດ​ວຽກກັບ ສະ­ພາ​ທີ່​ປຶກ­ສາ​ດ້ານ​ທຸ­ລະ​ກິດ ອາ​ຊຽນ ແລະ ການ​ສົນ­ທະ­ນາລະ­ຫວ່າງການ​ນຳ ອາ​ຊຽນ ບວກ 3 ກັບສະ­ພາ​ທຸ­ລະ​ກິດ ອາ­ຊີ​ຕາ­ເວັນ​ອອກ. ໃນ​ຕອບ​ບ່າຍວັນ​ທີ 14 ພະ­ຈິກ 2017, ທ່ານ​ນາ​ຍົດ​ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ກໍ່​ໄດ້​ພ້ອມ​ກັບ ບັນດາ​ການ​ນຳ​ຂອງ ອາ​ຊຽນ ເຂົ້າ​ຮ່ວມ​ພິ­ທີເຊັນ​ຂໍ້​ຕົກ­ລົງ ອາ​ຊຽນ ກ່ຽວ​ກັບ​ການຮັກ­ສາ ແລະ ຊຸກຍູ້ ສິດ​ຂອງ​ຜູ້​ອອກ­ແຮງ​ງານ​ຂ້າມ​ຊາດ.

ໃນ​ຂອບ​ຂອງ​ບັນ­ດາ​ກອງ​ປະ­ຊຸມ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ໄດ້​ມີ​ການ​ສົນ­ທະ­ນາ, ວາງ​ຂໍ້​ສະ­ເໜີ, ມາດ​ຕະ­ການ​ເປັນ​ຈຳນວນຫຼາຍ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ເອ­ກະ­ສານ​ທີ່​ສຳ­ຄັນຫຼາຍ​ສະ­ບັບ ທີ່​ໄດ້​ຮັບ­ຮອງ​, ສ່ອງ​ແສງ​ເຖິງ​ເນື້ອ​ໃນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ­ເຂດ, ເປັນ­ຕົ້ນ​ແມ່ນ​ມີ​ການ​ພົວ­ພັນ​ໂດຍ​ກົງເຖິງ​ຜົນປະໂຫຍດ ຂອງ​ປະ­ຊາ­ຊົນ​​ບັນ­ດາ​ປະ­ເທດ ອາ​ຊຽນ. ບັນ­ດາ​ຖະ­ແຫຼງ­ການ, ເອ­ກະ­ສານ ທີ່​ໄດ້​ຮັບ­ຮອງ​ເອົາ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່​ມີ​ລັກ­ສະ­ນະ​ເປັນ​ຈິງ​ສູງ ແລະເປັນ​ຫົວ­ຂໍ້ທີ່​ໄດ້​ຮັບ​ການ​ເອົາ­ໃຈ­ໃສ່​ຂອງ​ປະ­ຊາ­ຊົນ​ໃນ​ເວ­ລາ​ທີ່​ຜ່ານ​ມາມໍ່​ນີ້​, ຄື ບັນຫາ​ຮັກ­ສາ​ສັນ­ຕິ­ພາບ, ຕໍ່ສູ້ຕ້ານການ​ກໍ່​ການ​ຮ້າຍ, ຮັບ­ປະ­ກັນ​ສະ­ພາບ​ແວດ​ລ້ອມ​​ຄວາມ​ສະ­ຫງົບ ປອດ​ໄພ ​ໃຫ້​ແກ່ການ​ຮ່ວມ​ມື​ເສດ­ຖະ­ກິດ ການ​ຄ້າ ການ​ລົງ­ທຶນ, ບັນ­ດາ​ບັນ­ຫາ​ທາງ​ສັງ­ຄົມ, ກ່ຽວ​ກັບ​ສິດຂອງ​ຜູ້ອອກ­ແຮງ​ງານ ແລະ ໂອ­ກາດ​ເຂົ້າ​ເຖິງວຽກ​ເຮັດ​ງານ​ທຳ, ຄວາມ​ສະ­ເໝີ­ພາບ​ຍິງ-ຊາຍ ແລະ ຍົກ​ສູງ​ສິດທິ​ຂອງ​ແມ່­ຍິງ, ຊາວ​ໜຸ່ມ, ບັນ­ດາ​ບັນ­ຫາ​ກ່ຽວ​ກັບ​ສຸ­ຂະ­ພາບ ຄື​ ​ແກ້​ໄຂ​ການ​ສູ້ຄືນ​ຢາ​ຕ້ານ​ເຊື້ອ, ລົບ​ລ້າງ​ຄວາມ​ຂາດ​ສານ​ອາຫານ ແລະ ການ​ຄຸ້ມ​ຄອງ​ດ້ານ​ສາ­ທາ­ລະ­ນະ​ສຸກໃນການຮັບ​ມື​ກັນ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ, ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່ວິ​ສາ​ຫະ​ກິດ​ໃນ​ຂອບ​ການ​ທຸ­ລະ​ກິດ​ຮອບ­ດ້ານຂອງ ອາ​ຊຽນ.

ກ່າວ​ປາ​ໄສ​ທີ່​ບັນ­ດາ​ກອງ​ປະ­ຊຸມ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ​ໄດ້​ຢືນ­ຢັນ​ຄວາມ​ໝາຍ​ຂອງ​ປີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ ອາ​ຊຽນ ຄົບ­ຮອບ 50 ປີ, ​ແລະ ໄດ້​ເນັ້ນ​ວ່າ ໃນ​ໄລ­ຍະ​​ປະ­ຈຸ​ປັນ, ອາ​ຊຽນ ຕ້ອງ​ມີ​ການ​ບຸ­ລິ­ມະ­ສິດ​ປະ­ຕິ­ບັດ ສາມຂໍ້​ຈຸດ​ສຸມ​ໃຈ​ກາງ​ດັ່ງ­ນີ້. ທີ​ໜຶ່ງ, ອາ​ຊຽນ ຕ້ອງ​ເອົາ​ໃຈ​ໃສ່ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ, ພະ­ຍາ​ຍາມ​​ເສີມສ້າງ​ສີ­ສັນ​ໃໝ່​ ໂດຍ​ຜ່ານ​ການ​ຊຸກ­ຍູ້​ບັນ­ດາ​ບັນ­ຫາ​ລວມ, ພິ­ເສດ​ແມ່ນ​ຕັດ­ສິນ​ໃຈ​ຮ່ວມ​ກັນກໍ່​ສ້າງ ອາ​ຊຽນ ​​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ, ​ເຊີດ​ຊູຜົນ​ປະ­ໂຫຍດ​ລວມຂອງປະ­ຊາ­ຊົນ​ໃນປະຊາ­ຄົມ ແລະ ພະ­ຍາ­ຍາມປະ­ກອບ­ສ່ວນ​ເພື່ອ​ສ້າງຜົນ­ສຳ­ເລັດ​ ທີ່​ມີ​ຊື່ລວມວ່າ ອາ​ຊຽນ. ທີ​ສອງ, ອາ​ຊຽນ ​ໃຫ້​ຄວາມ​ສຳຄັນຍິ່ງ​ກວ່າ​ອີກ​ແກ່​ການ​ກໍ່­ສ້າງປະ­ຊາ​ຄົມເສດ­ຖະ­ກິດ ອາ​ຊຽນ (AEC) ແລະ ການ​ຂະ­ຫຍາຍ­ຕົວ​ຂອງ​ວິ​ສາ​ຫະ​ກິດ ໂດຍ​ຜ່ານ​ການ​ຊຸກ­ຍູ້​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດ ແລະ ການ​ຄ້າ​ພາຍ​ໃນກຸ່ມ, ເພີ່ມ​ທະ­ວີ​ການ​ຊ່ວຍ­ເຫຼືອ​ເຊິ່ງ​ກັນແລະກັນ ລະ­ຫວ່າງ​ບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ​ໃນ​ປະ­ຊາ​ຄົມ. ທີ​ສາມ, ອາ​ຊຽນ ຕ້ອງ​​ເສີມ​ຂະ­ຫຍາຍ​ຍິ່ງກວ່າ​ອີກ​ ບົດ­ບາດ​ເປັນ­ໃຈ​ກາງແລະຕຳ​ແໜ່​ງ​ຂອງ​ຕົນ ​ໃນ​ເວ­ທີ​ສາກົນ, ສູ້​ຊົນ​ເພື່ອ​​ເປົ້າ­ໝາຍ​ຮັກ­ສາ​ສັນ­ຕິ­ພາບ ສະຖຽນ​ລະ​ພາບ ແລະ ຄວາມ​ຈະ­ເລີນ​ໝັ້ນ­ຄົງ​ຢູ່​ພາກ​ພື້ນ. ບົນ​ຈິດ­ໃຈ​ດັ່ງ­ກ່າວ, ທ່າມ­ກາງ​ບັນ­ຍາ­ກາດ​ສະເຫຼີມສະ­ຫຼອງ​ວັນ​ສ້າງ­ຕັ້ງ​ ອາ​ຊຽນ ​ຄົບ­ຮອບ 50 ປີ, ທ່ານນາ​ຍົດ​ລັດຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ​ໄດ້​ຢືນຢັນ​ຄວາມ​ຕັດ­ສິນ​ໃຈ ແລະ ​ຄຳ​ໝັ້ນ​ສັນຍາ​ຂອງຫວຽດ­ນາມ ຈະ​ຮ່ວມ​ແຮງຮ່ວມ​ໃຈ​ ພ້ອມ​ກັບ​ບັນ­ດາ​ປະເທດສະມາຊິກອື່ນໆ ​ໃນ​ການ​ກໍ່ສ້າງ​ປະ­ຊາ​ຄົມອາ​ຊຽນ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍຕົນ​ເອງ, ມຸ່ງ​ສູ່​​ປະຊາ­ຊົນ.

ໃນ​​ການສົນ­ທະ­ນາທີ່ກອງ​ປະ­ຊຸມ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ​ໄດ້​ແບ່ງ­ປັນ​ທັດ­ສະ­ນະ, ຫຼັກ​ໝັ້ນຂອງຫວຽດ­ນາມ ກ່ຽວ​ກັບ​ບັນ­ດາ​ບັນ­ຫາ​ຂອງ​ພາກ​ພື້ນແລະສາ­ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີຄວາມ​ເອົາໃຈ​ໃສ່. ກ່ຽວ​ກັບ​ບັນ­ຫາທະ­ເລ​ຕາ­ເວັນ​ອອກ, ບັນດາ​ເຫດການທີ່​ເກີດ​ຂຶ້ນ​ໃນ​ມໍ່ໆ​ນີ້ ​ສືບ­ຕໍ່​ດຶງ​ດູດ​ຄວາມ​ເອົາໃຈ­ໃສ່​ຂອງ​ຫຼາຍ​ປະເທດ ຄູ່​ຮ່ວມ​ມື​ ຢູ່​ໃນ​ກອງ​ປະ­ຊຸມ​ສົນທະນາຄັ້ງ​ຕ່າງໆ. ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ໄດ້​ສະ­ເໜີ​ໃຫ້ ບັນ­ດາ​ເອ­ກະ­ສານ​ຂອງ​ກອງ​ປະ­ຊຸມ​ຂັ້ນ​ສູງ​ຄັ້ງ​ນີ້ ຕ້ອງ​ສ່ອງ​ແສງ​ຢ່າງ​ຄົບ​ຖ້ວນ​ເຖິງ​ບັນ­ດາ​ຫຼັກ­ການ, ຫຼັກ​ໝັ້ນ​ ຄືທີ່​ໄດ້​ລະບຸ​ໄວ້​ໃນ ​ແຈ້ງ​ການ​ລວມ ​ຂອງກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ ອາ​ຊຽນ ຄັ້ງ​ທີ 50, ເຊິ່ງ​ລວມ​ມີ​ການ​ຮັບ­ປະ­ກັນ​ຄວາມ​ສະ­ຫງົບ​ປອດ​ໄພ, ເສລີ​ພາບໃນ​ການ​ເດີນ​ທະ­ເລແລະເດີນ​ອາ­ກາດ ຢູ່​ທະ­ເລ​ຕາ­ເວັນ​ອອກ, ແກ້​ໄຂ​ຂໍ້​ພິ­ພາດ ດ້ວຍ​ສັນ­ຕິ​ວິ­ທີ ບົນ​ພື້ນ­ຖານຂອງ​ກົດ­ໝາຍ​ສາ­ກົນ, ອະນຸ​ສັນ­ຍາຂອງສະ­ຫະ​ປະ­ຊາ​ຊາດວ່າ​ດ້ວຍ ກົດ­ໝາຍ​ທະ­ເລ ປີ 1982, ເຄົາ­ລົບ​ຢ່າງ​ຄົບ​ຖ້ວນ​ ​ຂະ​ບວນ​­ການທາງ​ກົດ­ໝາຍແລະການທູດ, ປະ­ຕິ­ບັດ​ຖະແຫຼງການ DOC ຢ່າງ​ຄົບ​ຖ້ວນ​ແລະ​ເຂັ້ມ​ງວດ. ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ​ພ້ອມ​ກັບ​ບັນ­ດາ​ການ​ນຳ​ໄດ້​ສະ­ແດງ ຄວາມ​ຊົມ­ເຊີຍ ອາ​ຊຽນ ແລະ ສປ.ຈີນ ທີ່​ໄດ້​ອະ­ນຸ­ມັດ​ຜ່ານ​ຮ່າງ​ປະ­ມວນ​ຂໍ້​ກຳນົດ​ການ​ປະ­ພຶດຂອງ​ຝ່າຍ​ຕ່າງໆ ຢູ່​ທະ­ເລ​ຕາ­ເວັນ​ອອກ (COC) ແລະ ສະເໜີ​ໃຫ້​ມີ​ການ​ພົບ​ປະ​ສົນ­ທະ­ນາໂດຍ​ໄວ ກ່ຽວ​ກັບ COC ທີ່​ມີ​ຄວາມ​ສາ­ມາດ​ເປັນ​ໄປ​ໄດ້ ແລະ ມີ​ຄວາມ​ຜູກ​ມັດ​ດ້ານ​ນິ­ຕິ​ກຳ​.

ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນ​ຝຸກ ກໍ່​ໄດ້​ຢືນ­ຢັນ​ວ່າ ຫວຽດ­ນາມຍາມ​ໃດ​ກໍ່​ຖື​ເປັນ​ສຳ­ຄັນ​ຕໍ່​ການ​ພົວ­ພັນ​ກັບ​ບັນ­ດາ​ຄູ່​ຮ່ວມ​ມື, ຕີ​ລາ­ຄາ​ສູງ​ຄຳ​ໝັ້ນ​ສັນ­ຍາ​ສືບ­ຕໍ່​ຊ່ວຍ­ເຫຼືອ ອາ​ຊຽນ ກໍ່­ສ້າງປະ­ຊາ​ຄົມ ແລະ ເສີມ​ຂະ­ຫຍາຍ​ຖາ­ນະ​ບົດ­ບາດ​ເປັນ­ໃຈ​ກາງ​ໃນ​ໂຄງ​ປະ­ກອບ​ພາກ​ພື້ນ; ສະ­ເໜີ​ໃຫ້​ບັນ­ດາ​ຄູ່​ຮ່ວມ​ມື​ສືບ­ຕໍ່ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ, ຊຶ່ງເປັນ​ພື້ນ­ຖານ​ເສດ­ຖະ­ກິດ​ໃຫຍ່​ອັນ​ດັບທີ 6 ແລະ ກຳ­ລັງ​ມຸ່ງ​ສູ່​ຕຳ​ແໜ່​ງທີ 4 ຂອງ​ໂລກ​ໃນ​ປີ 2025.  ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ່​ເນັ້ນ​​ວ່າ ຫວຽດ­ນາມຫວັງ​ວ່າບັນ­ດາ​ຄູ່​ຮ່ວມ​ມື​ຈະສືບ­ຕໍ່ປະກອບສ່ວນ​ເຂົ້າ​ໃນ​ການຮັກ­ສາ​ສັນ­ຕິ­ພາບ ສະ​ຖຽມ​ລະ​ພາບ, ຮັບ­ປະ­ກັນ​ຄວາມ​ສະ­ຫງົບ ປອດ​ໄພ ໃນ​ການ​ເດີນ​ທະ­ເລ ແລະ ການ​ເດີນ​ອາ­ກາດ ຢູ່​ທະ­ເລ​ຕາ­ເວັນ​ອອກ ບົນ​ຈິດ­ໃຈເຄົາ­ລົບ​ກົດ­ໝາຍ, ​ເຄົາລົບ​ອະນຸ​ສັນ­ຍາຂອງສະ­ຫະ​ປະ­ຊາ​ຊາດວ່າ​ດ້ວຍກົດ­ໝາຍ​ທະ­ເລ ປີ 1982.

ເນື່ອງ​ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ນີ້, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີຫວຽດນາມ​ ໄດ້ເຂົ້າ​ຮ່ວມການ​ພົບ​ລະຫວ່າງ ນາ­ຍົກ­ລັດ­ຖະ­ມົນ­ຕີສາມ​ປະ­ເທດ ກຳ­ປູ­ເຈຍ-ລາວ-ຫວຽດ­ນາມ; ພົບ​ປະ​ເຈລະ­ຈາ​ກັບນາ­ຍົກ­ລັດ­ຖະ­ມົນ­ຕີ ຫຼີ​ ເຄີ້​ສຽງ ແຫ່ງ ສປ.ຈີນ, ນາ­ຍົກ­ລັດ­ຖະ­ມົນ­ຕີ ດີ​ມີ​ຕຣີ ເມກ​ເວ​ແດບ ແຫ່ງສະຫະພາບ ລັດ­ເຊຍ, ນາ­ຍົກ­ລັດ­ຖະ­ມົນ­ຕີ ໂມ​ດີ ແຫ່ງສາທາ​ລະນະ​ລັດ ອິນ​ເດຍ; ຕ້ອນ­ຮັບ​ເລ­ຂາ​ທີ່​ການ​ໃຫຍ່ ສະ­ຫະ​ປະ­ຊາ​ຊາດ, ປະ­ທານ​ສະ­ພາ​​ແຫ່ງ ເອີ​ຣົບ. ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວຽນ​ຊວັນ​ຝຸກ ​ພ້ອມ​ດ້ວຍ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ­ນາມ ໄດ້​ມາ​ຢ້ຽມ­ຢາມສະຖານ­ທູດ, ພົບ​ປະແລະໂອ້​ລົມ​ກັນ​ຜູ້­ຕາງ­ໜ້າ​ຊາວຫວຽດ­ນາມ ທີ່​ກຳ­ລັງ​ເຮັດ​ວຽກ, ຮ່ຳ­ຮຽນ ແລະ ດຳ­ລົງ​ຊີ­ວິດ​ຢູ່ຟີ​ລິບ​ປີນ. ຄະນະຜູ້ແທນ​ວິ​ສາ​ຫະ​ກິດລາຍ​ໃຫຍ່ຂອງຫວຽດ­ນາມຫຼາຍ​ຄະນະ ໄດ້​ເຂົ້າ​ຮ່ວມ​ບັນ­ດາ​ການ­ເຄື່ອນ­ໄຫວ​ຂອງ​ເວ­ທີ​ປາ​ໄສເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ຫາ​ໂອ­ກາດ​ເປີດ​ກວ້າງ​ການ​ຮ່ວມ​ມື.

ດ້ວຍ​ການ­ເຄື່ອນ­ໄຫວພົບ​ປະ​ສອງ​ຝ່າຍແລະຫຼາຍ​ຝ່າຍ ເກືອບ 30 ຄັ້ງ, ການ​​​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 31 ແລະ ບັນ­ດາ​ກອງ​ປະ­ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ­ຂ້ອງ ​ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ, ໄດ້​ສືບ­ຕໍ່​ສົ່ງຂ່າວກ່ຽວ​ກັບ ອາ​ຊຽນ ​ທີ່​ມີ “ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ ແລະ ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ”, “​ເປັນພາກ​ພື້ນທີ່​ເປີດ​ກວ້າງ​ກັບ​ພາຍ​ນອກ​ໃນ​ປະ­ຊາ​ຄົມ​ບັນ­ດາ​ປະ­ເທດ​ທົ່ວ​ໂລກ. ບັນ­ດາ​ການ​ພົບ​ປະ​ສອງ​ຝ່າຍ ຂອງ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ­ນາມ ໄດ້​ສືບ​ຕໍ່​ຊຸກ­ຍູ້​ການ​ຮ່ວມ​ມື​ຮອບ­ດ້ານ, ແທ້​ຈິງ, ມີ​ປະ​ສິດ­ທິ​ຜົນ​ ກັບ​ບັນ­ດາ​ຄູ່​ຮ່ວມ​ມືທີ່ສຳ­ຄັນ ແລະ ປະ­ກອບ­ສ່ວນ​ເຊີດ​ຊູ​ຮູບ​ພາບ​ຂອງ​ປະ­ເທດຫວຽດ­ນາມ ທີ່​ປ່ຽນ­ແປງ​ໃໝ່, ເຂົ້າ​ຮ່ວມ​ການ​ພົວພັນ​ສາກົນ​ຢ່າງເປັນ​ເຈົ້າ​ການ ຕັ້ງ­ໜ້າ, ເປັນ​ສະ­ມາ­ຊິກ​ທີ່​ມີ​ຄວາມ​ຮັບ­ຜິດ­ຊອບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ./.

​ໂດຍ ບກ.