ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ ຫງວຽນ​ຝູຈ້ອງ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​​ແຫ່ງ ສາທາ​ລະ​ນາ​ລັດ ສັງຄົມ​ນີຍົມ​ຫວຽດນາມ, ທ່ານ ສີ ຈິ້ນຜີ​ງ ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​​ແຫ່ງ ສາທາລະນະ​ລັດ ປະຊາຊົນຈີນ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມລັດຖະກິດ​ທີ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 12-13 ພະຈິກ 2017.

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດຈີນ ສີ ຈິ້ນຜີງ ຢູ່ທີ່ພິທີລົງນາມໃນບັນດາເອກະສານການຮ່ວມມື ລະຫວ່າງສອງປະເທດ. (ພາບ: TTXVN)

ໃນຂອບການຢ້ຽມຢາມ, ທ່ານ ສີ ຈິ້ນຜີ​ງ ເລຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ໄດ້ມີການພົບປະເຈລະຈາກັບທ່ານ ຫງວຽນ​ຝູຈ້ອງ ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ແລະ ພົບປະເຈລະຈາກັບທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ; ພົບປະຫາລືກັບ ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ທ່ານນາງປະທານສະພາ​ແຫ່ງ​ຊາດ ຫງວຽນທີ້ກິມເງິນ; ​ເຂົ້າ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້ ຫໍມິດຕະພາບ​ຫວຽດນາມ-ຈີນ, ພິທີ​ເປີດ​ນຳ​ໃຊ້​ສູນວັດທະນະທຳ​ແຫ່ງ​ປະ​ເທດ​ຈີນ​ໃນ​ນະຄອນ​ຮ່າ​ໂນ້ຍ; ພົບ​ປະ ​ແລກປ່ຽນ​ຄວາ​ມ​ເຫັນ​ກັບ​ບັນດາ​ຜູ້​ແທນ​ທີ່​ມາ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ​ຫວຽດນາມ-ຈີນ ​ແລະ ຕົວ​ແທນ​ຜູ້​ຊົງ​ຄຸນ​ວຸດ​ທິມິດຕະພາບ​ຂອງ​ສອງ​ປະ​ເທດ. ທ່ານ ສີ ຈິ້ນຜີ​ງ ເລຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ​ໄດ້​ໄປ​ວາງ​ພວງມາລາ​ໄຫວ້​ອາ​ໄລ ​ທີ່​ອະນຸສາວະລີ​ຫໍ​ສົບ​ ປະທານ​ໂຮ່ຈີ​ມິນ; ​ໄປ​ຢ້ຽມ​ຊົມການວາງສະ​ແດງຮູບ​ຖ່າຍ “ປະ​ເທດ​ຈີ​ນ​ໃນ​ສາຍຕາຂອງ​ນັກ​ຖ່າຍຮູບ​ຫວຽດນາມ” ​ແລະ ຢ້ຽມຊົມ​ເຮືອນ​ຂອງ​ລຸງ​ໂຮ່. 

ຢູ່​ທີ່​ການ​ພົບ​ປະ​ເຈລະຈາ ພົບ​ປະຫາລື​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ, ລົງ​ເລິກ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ ​ແລະ ບັນດາ​ບັນຫາ​ສາກົນ, ພາກ​ພື້ນທີ່​ທັງ​ສອງ​ຝ່າຍມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ສອງ​ຝ່າຍ​ໄດ້ບັນລຸ​ເຖິງ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ-ຈີນ ​ໃຫ້​ເຂົ້າສູ່​ລວງ​ເລິກ​ໃນ​ສະພາບ​ການ​ໃໝ່. 

ສອງ​ຝ່າຍ​ສະ​ແດງ​ຄວາມ​ດີ​ໃຈ​ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ສອງພັກ ສອງ​ປະ​ເທດ​ ​ໃນ​ຂະ​ບວນວິວັດ​ການ​ຊອກ​ຫາ​ເສັ້ນທາງ​ພັດທະນາ​ລັດ​ທິສັງຄົມ​ນິຍົມທີ່​ສອດຄ່ອງ​ກັບ​ສະພາບ​ການ ​ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ, ຫວຽດນາມ​ແລະ​ຈີນ​ເປັນ​ສອງ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ທີ່​ມີ​ມູນ​ເຊື້ອ​ມິດຕະພາບ​ມາ​ແຕ່​ດົນ​ນານ, ລ້ວນ​ແຕ່​ເປັນ​ປະ​ເທດສັງຄົມ​ນິຍົມ​ໂດຍ​ພັກ​ກອມ​ມູນິດ​ນຳພາ, ລະບອບ​ການ​ເມືອງ​ຄ້າຍຄື​ກັນ, ​ເສັ້ນທາງ​ການ​ພັດທະນາກໍ່​ໃກ້ຊິດ​ກັນ, ມີ​ອະນາຄົດທີ່​ສຳພັນ​ກັນ, ​ແບ່ງປັນ​​ໂຊກຊະຕາ​ຮ່ວມ​ກັນ, ການ​ພັດທະນາ​ໝັ້ນຄົງ​ຍືນຍົງຂອງ​ແຕ່ລະ​ປະ​ເທດ ​ແລະ ການ​ພົວພັນ​ມິດຕະພາບ ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ເງື່ອນ​ໄຂ​ປະຫວັດສາດ​ໃໝ່, ການ​ຢຶດໝັ້ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ​ແລະ ​ເສັ້ນທາງ​ພັດທະນາ​ສັງຄົມ​ນິຍົມທີ່​ມີ​ເອກະລັກ​ ຂອງ​ແຕ່ລະ​ປະ​ເທດ ​ເປັນ​ການ​ເລືອກ​ທີ່​ຖືກຕ້ອງ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດອັນ​ພື້ນຖານ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ສອງຝ່າຍ​ຈະ​ຄົ້ນຄວ້າ​ທາ​ບທາມ​ບົດຮຽນ​ຂອງ​ກັນ​ແລະ​ກັນ, ພ້ອມ​ກັນ​ພັດທະນາ, ​ເພີ່ມ​ທະວີ​ພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ ຢູ່​ແຕ່ລະ​ປະ​ເທດ, ພະຍາຍາມ​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ພາລະກິດ​ສັນຕິພາບ ​ແລະ​ຄວາມ​ກ້າວໜ້າ​ຂອງ​ມະນຸດຊາດ. 

ສອງ​ຝ່າຍ​​ໃຫ້​ທັດສະນະ​ວ່າ, ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ-ຈີນ ​ໂດຍ​ປະທານ​ໂຮ່ຈີ​ມິນ, ປະທານ ​ເໝົາ ​ເຈີ​ຕຸ​ງ ​ພ້ອມບັນດາຜູ້ນຳ​ອາວຸ​ໂສ ​ໄດ້​ກໍ່​ຕັ້ງ​ແລະ​ເພີ່ມ​ພູນ​ຄູນ​ສ້າງ​ຂຶ້ນມາ​ນັ້ນ ​ແມ່ນ​ຊັບ​ສົມບັດ​ລວມທີ່​ປະ​ເສີດ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ສອງ​ຝ່າຍ​ຕ້ອງ​ພ້ອມ​ກັນ​ສືບ​ທອດ ຮັກສາ ​ແລະ ​ເສີມ​ຂະຫຍາຍ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ສອງ​ຝ່າຍຈະ​ຮັບ​ຮູ້​ແລະ​ພັດທະນາ​ສາຍ​ພົວພັນ​ຫວຽດນາມ-ຈີນ ຈາກ​ລະດັບ​ສູງ​ຂອງ​ຍຸດ​ທະ​ສາດ ​ແລະ ວິ​ໄສ​ທັດ​ຍາວ​ນາມ, ຢຶດໝັ້ນ​ການ​ປະຕິບັດ​ນະ​ໂຍບາຍ​ມິດຕະພາບ​ຕໍ່​ກັນ​ແລະ​ກັນ. ສອງ​ຝ່າຍກຽມ​ຄວາມ​ພ້ອມ​ເພື່ອພ້ອມ​ກັນ​ກຳ​ແໜ້ນ​ທິດ​ທາງ​ໃຫຍ່ ​ໃນ​ການ​ພັດທະນາ​ການ​ພົວພັນ​ຫວຽດນາມ-ຈີນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຍຸດ​ທະ​ສາດ, ​ເພີ່ມ​ຄວາມ​ໄວ້​ວາງ​​ໃຈ​ທາງ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ແກ້​ໂຂຄວາມ​ແຕກ​ຕ່າງ​ຂໍ້​ຂັດ​ແຍ່ງ​​ໃຫ້​ໄດ້ຢ່າງ​ເໝາະ​ສົມ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຈີນ ​ໃຫ້​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງສົດ​ໃສ ໝັ້ນ​ທ່ຽງ, ນຳ​ເອົາ​ຜົນປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ສອງ​ປະ​ເທດ​ແລະ​ປະຊາຊົນ​​ສອງຊາດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮູ່ງ​ເຮືອງ​ຂອງ​ພາກ​ພື້ນ. 

ສອງ​ຝ່າຍ​​ໃຫ້​ທັດສະນະ​ວ່າ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ ສອງ​ປະ​ເທດ, ພິ​ເສດ​ແມ່ນຜູ້​ນຳ​ສູງ​ສຸດ, ຮັກສາ​ການ​ພົວພັນ​ຕິດ​ຕໍ່​ເປັນ​ປົກກະຕິນັ້ນ ມີ​ບົດບາດ​ກຳນົດ​ທິດ​ທີ່​ສຳຄັນ ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ; ​ເປັນ​ເອກະສັນນຳ​ໃຊ້​ບັນດາ​ຮູບ​ການ​ທີ່​ໄຫວ​ພິບ ຫຼາກ​ຫຼາຍ​ເຊັ່ນ ຢ້ຽມຢາມ​ສອງ​ຝ່າຍ, ​ແຕ່ງ​ຕັ້ງ​ທູດ​ພິ​ເສດ, ​ໂທລະສັບສາຍ​ດ່ວນ, ພົບ​ປະປະຈຳ​ປີ ​ແລະ ​ເວທີ​ປາ​ໄສ​ພະຫຸ​ພາຄີ ​ເພື່ອ​ຮັກສາ​ແລະ​ເພີ່ມ​ທະວີມູນ​ເຊື້ອ​ອັນ​ດີງາມ​ກ່ຽວ​ກັບ​ການ​ແລກປ່ຽນ​ລະດັບ​ສູງ, ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ທັນ​ການ​ກ່ຽວ​ກັບບັນດາ​ບັນຫາ​ໃຫຍ່​ແລະ​ສຳຄັນ​ ໃນ​ສາຍ​ພົວພັນລະຫວ່າງ​ສອງ​ພັກ ສອງ​ປະ​ເທດ ​ແລະ ບັນດາ​ບັນຫາ​ທີ່​ສອງ​ຝ່າຍມີ​ຄວາມ​ສົນ​ໃຈ​ຮ່ວມ​ມກັນ. ຕາມ​ນັ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ກ່ຽວກັບ​ການ​ຄຸ້ມ​ຄອງ​ບໍລິຫານ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຕາມ​ສາຍ​ພັກ, ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ​ໃນ​ໄລຍະ 2016 - 2020, ຈັດ​ຕັ້ງ​ເປັນ​ຢ່າງ​ດີ ການ​ພົບ​ປະລະຫວ່າງ​ຜູ້ຕາງໜ້າ​ຂອງ​ສອງ​ກົມ​ການ​ເມືອງ; ຍູ້​ແຮງ​ການ​ແລກປ່ຽນ ຮ່ວມ​ມື​ມິດຕະພາບ​ ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກັບສະພາ​ແຫ່ງ​ຊາດ​ຈີນ, ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກັບກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂອງ​ປະຊາຊົນ​ຈີນ. 

​ໃນ​ຂົງ​ເຂດ​​ຮ່ວມ​ມື​ທາງດ້ານ​ເສດຖະກິດ ການ​ຄ້າ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ປະຕິບັດ​ເປັນ​ຢ່າງ​ດີ “​ແຜນ​​ແມ່​ບົດ​ການ​ພັດທະນາການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ ຫວຽດນາມ-ຈີນ ໄລຍະ 5 ປີ 2017 - 2021”, ລົງ​ລາຍ​​ເຊັນ​ແລະ​ປະຕິບັດບັນຊີ​ລາຍ​ຊື່​ໂຄງການ​ຮ່ວມ​ມືທີ່​ສຳຄັນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ ຄະນະ​ກຳມະການ​ຮ່ວມ​ມື​ດ້ານເສດຖະກິດ ການ​ຄ້າ ຫວຽດນາມ-ຈີນ ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ກ່ຽວຂ້ອງ, ຍູ້​ແຮງ​ການ​ພັດທະນາ​ການ​ພົວພັນ​ຮ່ວມມືດ້ານ​ເສດຖະກິດ ການ​ຄ້າ ການ​ລົງທຶນ ​ລະຫວ່າງ​ສອງ​ປະ​ເທດ, ປະຕິບັດ​ໃຫ້​ສອງ​ຝ່າຍ​ຕ່າງ​ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ແລະ ຕ່າງ​ກໍ່​ໄດ້​ຮັບ​ໄຊຊະນະ. ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ໃຫ້​ສືບຕໍ່​ຂະ​ຫຍາ​ຍຕົວຢ່າງ​ສົມ​ດຸນ ​ແລະ ໝັ້ນທ່ຽງ. ບົນ​ພື້ນຖານ “ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບການ​ຍູ້​ແຮງ​ຂະ​ບວນການ​ເຈລະຈາ ຂໍ້​ຕົກລົງ​ຂອບ​ວ່າ​ດ້ວຍ​ການ​ສ້າງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດຂ້າມຊາຍ​ແດນ​ຫວຽດນາມ-ຈີນ” ທີ່​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຈະ​ຕັ້ງໜ້າ​ພະຍາຍາມປຶກສາ​ເຈລະຈາ ຂໍ້​ຕົກລົງ​ຂອບ​ວ່າ​ດ້ວຍ​ການ​ສ້າງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດຂ້າມ​ຊາຍ​ແດນ​, ຊຸກຍູ້​ການ​ພັດທະນາ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ຍົກ​ສູງ​ລະດັບ​ຄວາມ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ຝ່າຍ. ຄຽງ​ຂ້າງ​ນັ້ນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ກະສິກຳ ​ແຫຼ່ງນ້ຳ ສິ່ງ​ແວດ​ລ້ອມ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຄົມມະນາຄົມ​ຂົນ​ສົ່ງ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ສະຫງົບ, ການ​ປ້ອງ​ກັນ​ປະ​ເທດ ​ແລະ ປະຕິບັດ​ກົດໝາຍ, ປະຕິບັດ​ເປັນ​ຢ່າງ​ດີ ຖະ​ແຫຼ​ງການ​ວິ​ໄສ​ທັດທົ່ວ​ໄປ​ກ່ຽວກັບການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຮອດ​ປີ 2025. ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ ສື່​ສິ່ງ​ພິມ ສາທາລະນະ​ສຸກ ການ​ພົວພັນ​ປະຊາຊົນ.

ສອງ​ຝ່າຍລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ ກົງ​ໄປ​ກົງ​ມາ ກ່ຽວ​ກັບບັນຫາ​ໃນ​ທະ​ເລ, ເຫັນດີເປັນເອກະສັນຈະປະຕິບັດຕາມ ຄວາມຮັບຮູ້ລວມທີ່ສຳຄັນ ຊຶ່ງການນຳຂັ້ນສູງຂອງສອງພັກ ສອງລັດໄດ້ບັນລຸເຖິງ ແລະ "ຂໍ້ຕົກລົງກ່ຽວກັບບັນດາຫຼັກການອັນພື້ນຖານ ໃນການຊີ້ນຳແກ້ໄຂ ບັນດາບັນຫາໃນທະເລ ຫວຽດນາມ-ຈີນ"; ນຳໃຊ້ເປັນຢ່າງດີ ກົນໄກເຈລະຈາຂັ້ນລັດຖະບານ ກ່ຽວກັບຊາຍແດນ ຫວຽດນາມ-ຈີນ, ຊອກຫາວິທີແກ້ໄຂອັນພື້ນຖານແລະຍາວນາວ ທີ່ທັງສອງຝ່າຍສາມາດຍອມຮັບໄດ້. ສອງຝ່າຍເປັນດີເປັນເອກະສັນສືບຕໍ່ປະຕິບັດ ຖະແຫຼງການກ່ຽວກັບການປະພຶດ ຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ປຶກສາ​ເຈລະຈາ​ເປັນ​ເອກະ​ພາບ​ ເພື່ອ​ຈະ​ບັນ​ລຸປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໄດ້​ໂດຍ​ໄວ; ຄວບ​ຄຸມ​​ຄວາມຂັດ​ແຍ່ງ​ຂໍ້​ພິພາດ​ໃນ​ທະ​ເລ​ໃຫ້​ໄດ້ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະທຳ​ທີ່​ກໍ່​ຄວາມ​ສັບສົນ ​ເປີດ​ກວ້າງ​ຄວາມ​ຂັດ​ແຍ່ງ​ຊ່ວງ​ຊີງ​ກັນ, ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. 

ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບກັນ​ຢູ່​​ໃນ​ຂອບ​ພະຫຸ​ພາຄີ ​ແລະ ພາກ​ພື້ນ​ເຊັ່ນ ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ (WTO), ​ເວ​ທີ່​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ ອາຊີ-​ເອີຣົບ (ASEM), ອາ​ຊຽນ-ຈີນ, ການ​ຮ່ວມ​ມື​ແມ່​ນ້ຳຂ​ອງ-​ແມ່​ນ້ຳ​ລ້ານ​ຊ້າງ, ພ້ອມ​ກັນ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຖາວອນ​ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ.

​ໃນ​ເວລາ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້ລົງ​ນາມ​ໃນ​ເອກະສານ​ສຳຄັນ 19 ສະບັບ, ​ໃນ​ນັ້ນ​ມີ ຂໍ້​ຕົກລົງ​ກ່ຽວ​ກັບ​ການຮ່ວມ​ມືຊາ​ຍ​ແດນ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ, ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ຂອບ “ສອງ​ສາຍ​ທາງ​, ໜຶ່ງ​ແລວ​ທາງ” ກັບ​ຄວາມ​ຄິດ​ລິ​ເລີ່​ມ “​ແລວ​ທາງ​ແລະ​ເສັ້ນທາງ”, ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ກຳນົດ​ບັນຊີ​ລາຍ​ຊື່​ໂຄງການຮ່ວມ​ມື​ທີ່​ສຳຄັນ​ຂອງ ​ແຜນ​ແມ່​ບົດ​ການ​ພັດທະນາການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ ຫວຽດນາມ-ຈີນ ​ໄລຍະ 5 ປີ 2017 - 2021, ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ສາທາລະນະ​ສຸກ,... 

ການ​ຢ້ຽ​ມຢາມລັດຖະກິດ​ທີ່​ຫວຽດນາມ​ ຂອງ​ທ່ານ ສີ ຈິ້ນ​ຜີ​ງ ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດຈີນ, ປະທານ​ປະ​ເທດ​ແຫ່ງ ສປ.ຈີນ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບ​ງານ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການປັບປຸງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ເພີ່ມ​ທະວີ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຈີນ ຍິ່ງ​ກວ່າ​ອີກ, ຊຸກຍູ້​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ ຊຶ່ງ​ມີ​ຄວາມ​ໝາຍ​ເປັນ​ຫຼັກ​ໝາຍ​ທີ່​ສຳຄັນ​ຍິ່ງ./.

​ໂດຍ ​ເຟືອງ​ຈ່າ