ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ, ທ່ານ ອັງ​ເຢິຍ ດູດາ ປະທາ​ນາ​ທິບໍດີ​ແຫ່ງ ສາທາລະນະ​ລັດ ​ໂປໂລຍ​ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ ​ທີ່ປະ​ເທດຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 27-30 ພະຈິກ 2017. 

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ປະທານາທິບໍດີໂປໂລຍ ອັງເຢິຍ ດູດາ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ, ທ່ານ​ ອັງເຢິຍ ດູດາ ປະທານາທິບໍດີ​ແຫ່ງສາທາລະນະລັດ ໂປ​ໂລ​ຍ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ; ຢ້ຽມຄຳນັບ ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ພົບປະຫາລືກັບ ທ່ານນາຍົດລັດຖະມົນຕີ ຫງວຽນຊວັນຝຸກ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ໂປໂລຍ; ເຂົ້າຮ່ວມໃນພິທີເປີດນຳໃຊ້ ຫ້ອງການຜູ້ຕາງໜ້າກົມການລົງທຶ ແລະ ການຄ້າໂປໂລຍ; ໄປຢ້ຽມຢາມນະຄອນໂຮ່ຈີມິນ.

ບັນດາ​ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ມິດຕະພາບ ​ແລະ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ສອງຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ການ​ເມືອງ ​ເສດຖະກິດ ສັງຄົມ ​ແລະ ບັນດາ​ການ​ບຸລິມະສິດ​ໃນ​ນະ​ໂຍບາຍການ​ຕ່າງປະ​ເທດຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ອັນ​ລະອຽດ​ ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ ​ແລະ ​ແລກປ່ຽນ​ບັນດາ​ບັນຫາສາ​ກົນ​ແລະ​ພາກ​ພື້ນ ທີ່ສອງ​ຝ່າຍມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. 

ຫວຽດນາມ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ຢູ່​ພາກ​ກາງ​ເອີຣົບຕາ​ເວັນ​ອອກ, ​ໃນ​ນັ້ນ ​ໂປ​ໂລ​ຍ​ເປັນ​ຄູ່​ຮ່ວມ​ມື​ບຸລິມະສິດ​ໜຶ່ງ; ອວຍພອນຊົມ​ເຊີຍ​ປະຊາຊົນ​ໂປ​ໂລ​ຍ ທີ່​ບັນລຸ​ຜົນສຳ​ເລັດທີ່​ສຳຄັນ​ຫຼາຍ​ຢ່າງ ​ໃນ​ການ​ພັດທະນາ​ປະ​ເທດ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ ເອີຣົບ. ​ໂປ​ໂລ​ຍຕີ​ລາຄາ​ສູງບັນດາ​ຜົນສຳ​​ເລັດຂອງ​ປະຊາຊົນ​ຫວຽດນາມ​ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ເຊື່ອມ​ໂຍງ​ສາກົນ. 

ສອງ​ຝ່າຍຮັບຮອງ​ບັນດາ​ບາດກ້າວ​ພັດທະນາ​ທີ່​ສຳຄັນ​ໃນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ໃນ​ປະຫວັດສາດ 67 ປີ​ລະຫວ່າງ​ຫວຽດນາມ​ແລະ​ໂປ​ໂລ​ຍ; ຊົມ​ເຊີຍ​ການ​ຮັກສາ​ແລະ​ເພີ່ມ​ທະວີ​ການ​ສົນທະນາ​ດ້ານ​ການ​ເມືອງຂັ້ນ​ສູງ ກໍ່​ຄື​ການ​ແລກປ່ຽນ​ຄະນະ​ກຳມະການ​ຢ່າງ​ເປັນປະຈຳ​ ລະຫວ່າງ​ສະພາ​ແຫ່ງ​ຊາດ, ກະຊວງ ຂະ​ແໜງ​ການ​ແລະ​ທ້ອງ​ຖິ່ນ​ ຂອງ​ສອງ​ປະ​ເທດ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ການ​ເມືອງ, ການສ້າງ​ກຳລັງ​ຊຸກ​ດັນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ສອງ​ຝ່າຍ ​ໃນ​ບັນດາ​ຂົງ​ເຂດທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ຍິ່ງ​ກວ່າ​ອີກ. 

ສອງ​ຝ່າຍຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ທີ່​ໜ້າ​ເພິ​ງພໍ​ໃຈ​ທີ່​ບັນລຸ​ໄດ້​ ໃນ​ການຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງທຶນ​ສອງ​ຝ່າຍ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ພ້ອມ​ກັນ​ສູ້​ຊົນ ​ເພື່ອ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ, ​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ສົມດຸນ ກົມກຽວ, ​ເຄົາລົບ​ບັນດາ​ຫຼັກການ​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ຕະຫຼາດ ​ແລະ​ໂອກາດ​ລົງທຶນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ກົນ​ໄກ​ສົມທົບ​ທາງ​ການ​ຮ່ວມ​ມື​ເສດຖະກິດ ​ແນ​ໃສ່ຂຸດ​ຄົ້ນ​ຫຼາຍ​ສຸດ​ຄວາມ​ສາມາດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ໃນ​ຂົງ​ເຂດການ​ຄ້າ​ແລະ​ການ​ລົງທຶນ ​ເຊິ່ງ​ໄດ້​ຕົກລົງ​ກັນ​ໃນ​ບົດ​ບັນທຶກ​ຄວາມ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງພັດທະນາ​ເສດຖະກິດ​ແລະ​ການ​ເງິນ ​ແຫ່ງ​ສາທາລະນະ​ລັດ​ໂປ​ໂລ​ຍ.

ສອງ​ຝ່າຍຊົມ​ເຊີຍ​ການ​ລົງ​ນາມ​ໃນຂອບ​ສັນຍາກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການ​ເງິນ ລະຫວ່າງ​ລັດຖະບານ​ແຫ່ງ​ ສສ.ຫວຽດນາມ ​ແລະ ລັດຖະບານ​ແຫ່ງ ສ.​ໂປ​ໂລ​ຍ, ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ບັນດາ​​ໂຄງການຮ່ວມ​ມື​ນຳ​ໃຊ້​​ເງິນ​ກູ້ ODA ມູນ​ຄ່າ 250 ລ້ານ​ເອີ​ໂຣ ທີ່​ລັດຖະບານ​ ໂປໂລຍ ຊ່ວຍ​ໃຫ້​ຫວຽດນາມ; ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ແລະ​ມີ​ປະສິດທິ​ຜົນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ນຳ​ໃຊ້​ເງິນ​ກູ້ພິ​ເສດ​ຂອງ​ໂປ​ໂລ​ຍ. 

ສອງ​ຝ່າຍຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ໃນ​ຂົງ​ເຂດ​ການ​ສຶກສາ, ຊົມ​ເຊີຍ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ ລະຫວ່າງ​ກະຊວງ​ສຶກສາ​ແລະ​ຝຶກ​ອົບຮົມ​ຫວຽດນາມ ​ແລະ ກະຊວງວິທະຍາສາດ​ແລະ​ການ​ສຶກສາມະຫາວິທະຍາ​ໄລ​​ແຫ່ງ​ສາທາລະນະ​ລັດ​ໂປ​ໂລ​ຍ, ​ເຊິ່ງລວມທັງ​ການ​ເພີ່ມ​ຈຳນວນ​ທຶນ​ການ​ສຶກສາ​ໃຫ້ນັກຮຽນ​ຂອງ​ກັນ​ແລະ​ກັນ​ຂຶ້ນ​ເປັນ 20 ຄົນ​ຕໍ່​ປີ. ຄຽງ​ຂ້າງ​ນັ້ນ, ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ຈະ​ເຈລະຈາ​ລົງ​ນາມ​ໂດ​ຍ​ໄວ​ໃນ ​ສັນຍາກ່ຽວ​ກັບ​ການຮັບຮອງ​ປະກາດ​ສະ​ນິຍະ​ບັດ​ການ​ສຶກສາ​ທຽບ​ເທົ່າ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ແບ່ງປັນ​ບົດຮຽນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ກະສິກຳ, ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ; ຊົມ​ເຊີຍ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊັບພະຍາກອນ​ທຳ​ມະ​ຊາດແລະສິ່ງ​ແວດ​ລ້ອມ ລະຫວ່າງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ຫວຽດນາມ ກັບ​ກະຊວງ​ສິ່ງ​ແວດ​ລ້ອມ​ແຫ່ງ​ສາທາລະນະ​ລັດ​ໂປ​ໂລ​ຍ, ກໍ່​ຄື ບົດ​ບັນທຶກ​ຄວາມ​ຈຳກ່ຽວ​ກັບ​ການ​ຮ່ວມ​ມືທາງ​ດ້ານ​ກະສິກຳ ລະຫວ່າງ​ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ​ຫວຽດນາມ ​ແລະ ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ​ແຫ່ງ​ສາທາລະນະ​ລັດ​ໂປ​ໂລ​ຍ. 

ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ ກ່ຽວ​ກັບ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ຂໍ້​ມູນ-ການ​ສື່ສານ ​ໃນ​ສະພາບ​ການ​ທີ່​ໂລກ​ກຳລັງ​ກ້າວ​ເຂົ້າ​ສູ່​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4.0; ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ຈຳ​ລະຫວ່າງອົງການ​ຂ່າວ​ສາມ​ຫວຽດນາມ ​ແລະ ອົງການ​ຂ່າວ​ສາມ​ໂປ​ໂລ​ຍ ​ເປັນ​ບາດກ້າວ​ຕົວ​ຈິງ​ເພື່ອ​ນຳ​ຄວາມ​ພົວພັນ​ທະວິ​ພາຄີ​ໄປ​ສູ່​ທິດ​ທາງ​ຂອງ​ທ່າອຽງນີ້.

ພ້ອມ​ນັ້ນ, ສອງ​ຝ່າຍພວມ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ທະວິ​ພາຄີ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ; ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການຮັກສາ ຟື້ນ​ຟູ ​ປະຕິສັງຂອນວັດຖຸບູຮານ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​, ​ໂດຍ​ສະ​ເພາະ ​ມໍລະດົກ​ທີ່​ໄດ້ຮັບ​ການຍອ​​ມ​ຮັບຈາກ ຢູ​ເນສ​ໂກ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ, ວຽກ​ງານ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ທາງທະຫານ, ​ແບ່ງປັນ​ບົດຮຽນ​ການ​ຮ່ວມ​ມື​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ກໍ່​ຄື​ການ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ສົງຄາມ. 

​ສອງຝ່າຍສະ​ແດງ​ຄວາມກັງວົນ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ, ລັດທິ​ຫົວ​ຮຸນ​ແຮງ, ການ​ຄ້າ​ຢາ​ເສບ​ຕິດ​ຜິດ​ກົດໝາຍ ​ແລະ ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ອື່ນໆ, ຈາກ​ນັ້ນ​ ກໍ່​ເຫັນ​ດີ​ເປັນ​ເອກະ​ສັນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ເພື່ອຮັບ​ມື​ກັບ​ໄພ​ຂົ່ມຂູ່​ເຫຼົ່າ​ນີ້. ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ສົມທົບ​ແລະ​ສະໜັບສະໜູນຊຶ່ງ​ກັນ​ແລະ​ກັນ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ​ພາກ​ພື້ນທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ຮ່ວມ​ມື​ນຳ​ກັນຢ່າງ​ແໜ້ນ​ແຟ້ນຍິ່ງ​ກ່ວາ​ອີກ ຢູ່​ທີ່​ບັນດາ​ການຈັດ​ຕັ້ງ​ແລະ​ເວທີ​ປາ​ໄສ​ພະຫຸ​ພາຄີ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ-​ເອີຣົບ ​ແລະ ອາ​ຊຽນ-​ເອີຣົບ. ​ໂປ​ໂລ​ຍສະ​ແດງ​ຄວາມ​ຂອບ​ໃຈ​ຫວຽດນາມ​ທີ່​ໄດ້​ສະໜັບສະໜູນ​ໃຫ້​ໂປ​ໂລ​ຍ​ເຂົ້າ​ດຳລົງ​ຕຳ​ແໜ່​ງກຳມະການບໍ່​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ມິຖຸນາ 2017, ຢືນຢັນ​ຈະ​ສະໜັບສະໜູນ​ຫວຽດນາມ​ໃຫ້​ເຂົ້າ​ໃນຕຳແໜ່ງກຳມະການ​ບໍ່​ຖາວອນຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ສະ​ໄໝ 2020 - 2021. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ຄວາມ​ເຄົາລົບ ​ແລະ ປະຕິບັດ​ຕາມ​ກົດໝາຍ​ສາກົນ, ສະໜັບສະໜູນ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ຄວາມ​ປອດ​ໄພ ​ເສລີພາບ​ໃນ​ການ​ເດີນ​ທະ​ເລແລະການບິນ; ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ຂໍ້​ພິພາດ​ຄວາມ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ, ລວມ​ທັງການ​ເຄົາລົບ​ຢ່າງ​ເຕັມທີ​ຕໍ່ຂະ​ບວນການ​ດ້ານ​ການ​ທູດ​ແລະ​ກົດໝາຍ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982. 

ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດຫວຽກ​ນາມ​ຂອງທ່ານ ອານ​ດະ​ເຣ ດູດາ ປະທານາທິບໍດີ ແຫ່ງສາທາລະນະລັດ ໂປໂລຍ ຄັ້ງນີ້ ຖືກ​ຖື​ວ່າ​ເປັນ ​ເຫດການທີ່​ມີ​ຄວາມ​ໝາຍການ​ເມືອງ​ທີ່​ສຳຄັນ​ ໃນ​ການ​ປັບປຸງ ​ແລະ​ ເພີ່ມ​ທະວີ​ການ​ພົວພັນມິດຕະພາບ ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ ການ​ຮ່ວມ​ມື​ຫຼາຍ​ດ້ານ​ ລະຫວ່າງ​ຫວຽດນາມ ​ແລະ​ ໂປ​ໂລ​ຍ./.

​ໂດຍ ​ເຟືອງ​ຈ່າ