ວກ. ອອນ​ໄລ - ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊື້ອ​ເຊີນ​ຂອງສະຫາຍ​ ຫງວຽນ​ຝູຈ້ອງ ​ເລຂາທິການ​​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ​ແລະສະຫາຍ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ນຳຄະນະຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ແລະ​ລັດ​ລາວ ມາ​ຢ້ຽມ​ຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​​ໃນ​ລະຫວ່າງ​ທີ 19-21 ທັນວາ 2017.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພົບປະເຈລະຈາກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ. (ພາບ: TTXVN)

ໃນ​ການ​ຢ້ຽມຢາມ​ຫວຽດນາມ, ສະຫາຍ ບຸນ​ຍັງ ວໍ​ລະຈິດ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ເຈລະຈາ​ກັບສະຫາຍ​ ຫງວຽນ​ຝູຈ້ອງ ​ເລຂາທິການ​​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ, ພົບ​ປະ​ຫາລື​ກັບ​ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ແລະ ພ້ອມ​ກັນ​ປະກາດ​ປິດ ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ 2017; ພົບ​ປະ​ກັບ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ; ຢ້ຽ​ມຢາມອະດີດ​ການ​ນຳ​ຫຼັກ​ແຫຼ່ງຈຳນວນ​ໜຶ່ງ​ຂອງ​ພັກ​ແລະ​ລັດ​ຫວຽດນາມ; ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ-ລາວ; ພົບ​ປະ​ກັບ​ຜູ້ຕາງໜ້າ​ອະດີດ​ທະຫານ​ອາສາ​ສະໝັກ​ແລະ​ຜູ້​ຊ່ຽວຊານ​ຫວຽດນາມ​ທີ່​ໄດ້​ສູ້​ຮັບ​ແລະ​ເຮັດ​ວຽກຢູ່​ລາວ, ພົບ​ປະ​ໂອ້​ລົມ​ກັບຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ແລະ​ນັກ​ສຶກສາລາ​ວຢູ່​ຫວຽດນາມ; ​ໄປ​ຢາມ​ພື້ນຖານ​ເສດຖະກິດ​ແລະ​ວັດທະນະທຳ​ບາງ​ແຫ່ງ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ​ແຂວງ​ເງ້ອານ ​ແລະ ກອງ​ບັນ​ຊາ​ການ​ທະຫານ​ເຂດ 4. 

ສອງຝ່າຍ​ເນັ້ນໜັກວ່າ ການຢ້ຽມຢາມ​ມິດຕະພາບ​ທີ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງສະຫາຍ ບຸນ​ຍັງ ວໍ​ລະຈິດ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ແມ່ນ​ຫຼັກ​ໝາຍ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ເຊິ່ງສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງປີ​ສາມັກຄີ​ມິດຕະພາບຫວຽດນາມ-ລາວ 2017, ສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ-ລາວ​ ຄົບຮອບ 55 ປີ ​ແລະ ວັນ​ເຊັນສົນ​ທິສັນຍາ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ ຫວຽດນາມ-ລາວ ​ຄົບຮອບ 40 ປີ ຢ່າງ​ສຳ​ເລັດ​ຜົນ. 

​ໃນ​ບັນຍາກາດ​​ແຫ່ງ​ໄມຕີ​ຈິດ​ມິດຕະພາບອັນ​ເລິກ​ເຊິ່ງ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ສອງຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ໃຫ້​ຄວາມ​ອວຍພອນຊົມ​ເຊີຍ​ແກ່ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ​ໃນ​ສອງ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຂອງ​ແຕ່ລະ​ພັກ; ຢືນຢັນ​ຜົນສຳ​ເລັດ​ຂອງປີ​ສາມັກຄີ​ມິດຕະພາບຫວຽດນາມ-ລາວ 2017 ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຕໍ່​ການ​ຍົກ​ສູງ​ຈິດ​ສຳນຶກ ຄວາມຮູ້​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ​ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ ຂອງສອງ​ປະ​ເທດ ກ່ຽວ​ກັບ​ຄວາມ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ-ລາວ, ມັນ​ແມ່ນກຳລັງໜູນ​ສຳຄັນ​ທີ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-ລາວ ​ໃຫ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່; ​ແລກປ່ຽນ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ແນ​ໃສ່​ສືບ​ຕໍ່ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ແລະ​ປະຊາຊົນສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ ​ແທດ​ຈິງ ​ແລະ​ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ປະຕິບັດ​ແນວທາງ​ການປ່ຽນ​ແປງ​ໃໝ່​ຂອງ​ແຕ່​ລະ​ພັກ​ໃຫ້ບັນລຸ​ຄວາມ​ສຳ​ເລັດ​ມີ​ໄຊ. ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກພື້ນ​ແລະ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. 

ຕາມ​ນັ້ນ, ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການນຳ​ຂັ້ນ​ສູງຂອງ​ສອງ​ພັກ, ສອງ​ລັດ; ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ລາວ ​ເດືອນ​ເມສາ 2016, ​ເດືອນ​ພະຈິກ 2016 ​ແລະ ​ເດືອນ​ເມສາ 2017 ​ເນື່ອງ​ໃນ​ໂອກາດ​ບັນດາ​ການ​ຢ້ຽມຢາມ​ມິດຕະພາບ​ເປັນ​ທາງ​ການຂອງ​ການນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ. 

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນຈະ​ເພີ່ມ​ທະວີ ​ແລະພັດທະນາ​​ການ​ພົວພັນ​ທາງ​ການ​ເມືອງ​​ໃຫ້ເຂົ້າ​ສູ່​ລວງ​ເລິກ, ກຳນົດ​ທິດ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລວມລະຫວ່າງ​ສອງ​ປະ​ເທດ; ສືບ​ຕໍ່​ດຳ​ເນີນ​ການ​ພົບ​ປະ ​ແລກປ່ຽນ​ຢ່າງ​ເປັນປະຈຳພາຍ​ໃຕ້​ຫຼາຍ​ຮູບ​ການ ລະຫວ່າງ​ການນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ; ປັບປຸງ ບູລະນະ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື ລະຫວ່າງ​ສອງ​ພັກ, ສອງ​ລັດ; ​ເປີດ​ກວ້າງ​ການ​ຮ່ວມ​ມື ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ​ລະຫວ່າງ​ບັນດາ​ຄະນະ​ຂອງ​ພັກ, ບັນດາກະຊວງ ຂະ​ແໜງ​ການ, ບັນດາ​ຄະນະກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ, ອົງຄະ​ນະມະ​ຫາ​ຊົນ, ອົງການ​ຈັດ​ຕັ້ງ​ປະຊາຊົນ ​ແລະ​ບັນດາ​ທ້ອງ​ຖິ່ນ​ ຂອງ​ສອງ​ປະ​ເທດ, ​ໃນ​ນັ້ນ ​ໃຫ້​ຄວາມສຳຄັນແກ່​ການ​ແລກປ່ຽນທິດ​ສະ​ດີ​ວິທະຍາສາດ ​ແລະ​ພຶດຕິກຳ, ​ແບ່ງປັນ​ບົດຮຽນ​ປະສົບ​ການ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອ​ງ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ເຊື່ອມ​ໂຍງ​ສາກົນ; ສຸມ​ໃສ່​ສົມທົບ​ກັນ​ສຶກສາ​ອົບຮົມ​ພະນັກງານ​ຂັ້ນ​ຕ່າງໆ; ຍູ້​ແຮງ​ການ​ໂຄສະນາ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ ຂອງ​ສອງ​ປະ​ເທດ ກ່ຽວ​ກັບມູນ​ເຊື້ອ​ຄວາມ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ-ລາວ; ສື​ນຕໍ່​ສົມທົບກໍ່ສ້າງ​ບັນດາ​ກິດຈະການ​ທີ່ສຳຄັນ ​ແລະ ປັບປຸງ​ເສີມ​ສ້າງ​ບັນດາອະນຸສອນ​ສະຖານ​ກ່ຽວ​ກັບ​ຄວາມ​ພົວພັນ​ຫວຽດນາມ-ລາວ​ ຢູ່​ແຕ່ລະ​ປະ​ເທດ. 

ສອງຝ່າຍຢືນຢັນ​ຄວາມສຳຄັນ ​ແລະ​ເຫັນ​ດີ​ຈະ​ພະຍາຍາມ​ຊຸກຍູ້ ຍົກ​ສູງປະສິດທິ​ຜົນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ວັດທະນະທຳ, ການ​ສຶກສາ-​ຝຶກ​ອົບຮົມ, ສາທາລະນະສຸກ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ ​ຢ່າງ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ສົມທົບ​ກັນ​ປະຕິບັດ​ບັນດາ​ຂໍ້​ຕົກລົງຂັ້ນ​ສູງ, ສັນຍາ, ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ ​ແລະ ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ ຂະ​ແໜງ​ການ​ແລະ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ບຸລິມະສິດ​ການ​ເຊື່ອມ​ຕໍ່ສອງພື້ນຖານ​ເສດຖະກິດ, ​ເປັນ​ຕົ້ນ​ແມ່ນ​ການ​ເຊື່ອມຕໍ່ທາງ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ, ພະລັງງານ, ການທ່ອງທ່ຽວ,…

ສອງຝ່າຍຢືນຢັນ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຊອຳນວຍ​ຄວາມ​ສະດວກ​ ໃຫ້​ຊຸມ​ຊົນ​ຊາວ​ຫວຽດນາມຢູ່​ລາວ ​ແລະ ຊຸມ​ຊົນ​ຊາວ​ລາວ​ຢູ່​ຫວຽດນາມ ​ໄດ້ດຳລົງ​ຊີວິດ ​ເຮັດ​ວຽກ ຮ່ຳຮຽນ ຢ່າງສອດຄ່ອງ​ກັບ​ຂໍ້​ກຳນົດ ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ກົດໝາຍ​ລະຫວ່າງ​ປະ​ເທດ. ຫວຽດນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລາວ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ​ແກ່​ສ່ວ​ນຮ່ວມອັນ​ຕັ້ງໜ້າຂອງ​ຊຸມ​ຊົນ​ຊາວ​ຫວຽດນາມ ທີ່​ໄດ້​ປະກອບ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ລາວ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມທະວີການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ ​ໂດຍ​ຖື​ວ່າ​ນີ້​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວພັນ​ສອງ​ຝ່າຍ ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ ໃນ​ແຕ່ລະ​ປະ​ເທດ. ສອງຝ່າຍຈະສົມທົບ​ກັນ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ປ້ອງ​ກັນ​ຄວາມ​ສະຫງົບ, ສັນຍາ​ກ່ຽວ​ກັບ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ແລະ​ດ່າ​ນຊາຍ​ແດນ, ອະນຸ​ສັນຍາ​ກ່ຽວ​ກັບ​ຊາຍ​ແດນ​ແລະ​ຫຼັກ​ໝາຍ​ຊາຍ​ແດນ ​ໃຫ້​ໄດ້​ເປັນ​ຢ່າງ​ດີ; ກໍ່ສ້າງ​ຊາຍ​ແດນ​ຫວຽດນາມ-ລາວ​ໃຫ້​ເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​​ແບບ​ຍືນ​ຍົງ; ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດຂໍ້​ຕົກລົງ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ການ​ແກ້​ໄຂຜູ້​ອົບ​ພະຍົບ​ເສລີ ​ແລະ ການ​ສົມລົດ​ທີ່​ບໍ່​ມີ​ໃບອະນຸຍາດ​ການແຕ່ງງານ ຢູ່​ໃນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ; ສົມທົບ​ກັນ​​ໃນ​ການ​ກີດ​ກັ້ນ ປ້ອງ​ກັນ​ແລະ​ຕ້ານ​ອາ​ດຊະ​ຍາ​ກຳ​ຂ້າມ​ຊາດ, ​ເປັນ​ຕົ້ນ​ແມ່ນ​ການຄ້າຂາຍ ​ແລະ​ຂົນ​ສົ່ງຢາ​ເສບ​ຕິດ; ສືບ​ຕໍ່​ສົມທົບການ​ຄົ້ນ​ຫາ ທ້ອນ​ໂຮມ​ອັດຖິ​ຂອງ​ທະຫານ​ອາສາ​ສະ​ໝັກ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ ​ເພື່ອ​ຍົກຍ້າຍ​ເມືອ​ປະ​ເທດ​ຫວຽດນາມ. 

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ ​ແລະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ມີ​ປະສິດທິ​ຜົນ ​ແລະ​ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ຢູ່​ບັນດາ​ເວທີປາ​ໄສສາກົນ​ແລະ​ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ, ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມືອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ປະກອບສ່ວນ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ. ລາວອວຍພອນ​ຊົມ​ເຊີຍຫວຽດນາມ​ທີ່​ໄດ້​ຈັດ​ຕັ້ງປີ ​ເອ​ເປ​ກ 2017 ຢ່າງ​ສຳ​ເລັດ​ຜົນ; ຫວຽດນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃນ​ຕໍ່​ລາວ ທີ່​ໄດ້​ໃຫ້ການ​ສະໜັບສະໜູນຫວຽດນາມ​ໃນ​ການ​ປະຕິບັດ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ ​ເອ​ເປ​ກ. 

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ສົມທົບ​ຢ່າງ​ແໜ້ນ​​ແຟ້ນນຳ​ກັນ ​ແລະ​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ ​ເພື່ອ​ຄຸ້ມ​ຄອງ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ສອດຄ່ອງ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ໃນ​ລຸ່ມ​ນ້ຳຂອງ; ມີ​ກົນ​ໄກ​ສົມທົບ​ລະຫວ່າງ​ສອງ​ຝ່າຍ ​ແລະຫຼາຍ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ເພື່ອ​ກວດກາ, ຕິດຕາມ​ກວດກາ​ການ​ກະທົບ​ຕ່າງໆ​ຂອງ​ການ​ນຳ​ໃຊ້​ນ້ຳ​ໃນ​ແມ່​ນ້ຳຂອງ; ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ກຳປູ​ເຈຍ​ໃນ​ການ​ຊຸກຍູ້ຜັນ​ຂະຫຍາຍ​ປະຕິບັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ​ ຫວຽດນາມ-ລາວ-ກຳປູ​ເຈຍ. 

ສອງຝ່າຍສືບ​ຕໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ຂໍ້​ພິພາດຂັດ​ແຍ່ງຢູ່​ທະ​ເລ​ຕະ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົ​ດໝາຍ​ທະ​ເລ​ປີ 1982; ພ້ອມ​ກັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຕັມທີ່​ແລະ​ມີ​ປະສິດທິ​ຜົນ ​ແລະ ສ້າງປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້​ສຳ​ເລັດ​ໂດຍ​ໄວ, ປະກອບສ່ວນ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ​ໃນ​ໂລກ./.

​ໂດຍ ​ເຟືອງ​ຈ່າ