ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງປະທານສະພາ​ແຫ່ງ​ຊາດ​ສິງກະ​ໂປ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ ສິງກະ​ໂປ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 26 ຫາ 28 ພະຈິກ 2017.

ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ພົບປະເຈລະຈາກັບທ່ານ ຕານ ຊວນຢິນ ປະທານສະພາແຫ່ງຊາດ ສາທາລະນະລັດ ສິງກະໂປ. (ພາບ: TTXVN)

ໃນ​ຂອບ​ຂອງ​ການ​ຢ້ຽມຢາມ​ປະ​ເທດສິງກະ​ໂປ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້ພົບ​ປະ​ເຈລະຈາ​ກັບທ່ານ ຕານ ຊວນຢິນ ປະທານ​ສະພາ​ແຫ່ງ​ຊາດສິງກະ​ໂປ; ພົບ​ປະ​ຫາລື​ກັບ​ທ່ານ​ນາງ ຮາ​ລີ​ມາ ຈາ​ກົບ ປະທານາທິບໍດີ​ສິງກະ​ໂປ, ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີ ສິງກະ​ໂປ; ຢາມ​ແລະ​ເຮັດ​ວຽກ​ກັບ​ສະຖານທູດ ​ແລະ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ສິງ​ປະ​ໂປ; ​ໃຫ້ການ​ຕ້ອນຮັບ​ຢູ້ຕາງໜ້າ​ຂອງ​ຫຼາຍ​ວິ​ສາ​ຫະກິດ​ສິງ​ກະ​ໂປ​ທີ່​ພວມ​ລົງທຶນ​ຢູ່​ຫວຽດນາມ; ​ເຂົ້າ​ຮ່ວມ​ການ​ປະຊຸມ​ສົນທະນາ​ວິ​ສາ​ຫະກິດຫວຽດນາມ-ສິງກະ​ໂປ ​ໂດຍ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ, ສະຖານທູດ​ຫວຽດນາມ​ຢູ່​ສິງກະ​ໂປ ​ແລະ​ສະຫະພັນ​ການ​ຜະລິດ​ສິງກະ​ໂປ ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ.

ຢູ່​ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ ພົບ​ປະ​ຫາລືດັ່ງກ່າວ, ບັນດາ​ການ​ນຳ​ສິງກະ​ໂປ​ໄດ້​ສະ​ແດງ​ຄວາມຂ່ຳນັບ​ຮັບ​ຕ້ອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ທີ່​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ; ຢືນຢັນ​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ຢ້ຽມຢາມ ຊຶ່ງ​ເປັນການ​ປະກອບສ່ວນ​​ປັບປຸງ ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ສອງ​ລັດຖະບານ ​ແລະ​ປະຊາຊົນ​ສອງ​ປະ​ເທດ. ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ຈິງ​ໃຈ ​ຕໍ່ທ່ານປະທານ​ສະພາ​ແຫ່ງ​ຊາດ ຕານ ຊວນຢິນ ​ແລະ​ການ​ນຳ​ສິງກະ​ໂປ ທີ່​ໄດ້​ເຊີນ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ມາ​ຢາມ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ ​ແລະ ​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຢ່າງສົມ​ກຽດ​ແລະ​ສະໜິດສະໜົມ.

ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​ຕີ​ລາຄາ​ສູງ​ແລະ​ຫວັງ​ຈະສືບ​ຕໍ່​ດຳ​ເນີນ​ການ​ແລກປ່ຽນ​ຄະນະ​ຜູ້​​ແທນຂັ້ນ​ສູງລະຫວ່າງ​ສອງ​ປະ​ເທດ ​ໃນ​ທຸກ​ຊ່ອງ​ສາຍ ພັກ, ສະພາ​ແຫ່ງຊາດ, ລັດຖະບານ ​ແລະ ອົງການ​ຈັດ​ຕັ້ງ​ປະຊາຊົນ; ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ທີ່​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ສິງກະ​ໂປ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພະຍາຍາມ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂອງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເຮັດ​ໃຫ້ການ​ພົວພັນ​ຂະຫຍາຍຕົວ​ຢ່າງ​ສະດວກ​ດີ ​ແລະ​ມີ​ປະສິດທິ​ຜົນ. ​ໃນ​ເວລາ​ຕໍ່​ໄປ​ນີ້, ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສົມທົບ​ກັນ​ກະກຽມ​ຈັດ​ຕັ້ງ​​ເປັນ​ຢ່າງ​ດີ ການສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບ​ຮອດ 45 ປີ​ໃນ​ປີ 2018.

ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ຫວຽດນາມ​ສະໜັບສະໜູນ​​ໃຫ້ສິງກະ​ໂປສຳ​ເລັດ​ບົດບາດ​​ປະທານ ອາ​ຊຽນ 2018 ​ເປັນ​ຢ່າງ​ດີ, ​ແລະ ຫວັງ​ວ່າ​ສິງກະ​ໂປ​ຈະ​ສົມທົບ ​ແລກປ່ຽນ​ກັບບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ເພື່ອ​ຮັກສາ​ຫຼັກ​ໝັ້ນລວມ, ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ​ ແລະ​ບົດບາດ​​ເປັນໃຈ​ກາງ​ຂອງ​ອາ​ຊຽນຢູ່​ພາກ​ພື້ນ. ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ຕີ​ລາຄາ​ສູງ​ຫຼັກ​ໝັ້ນອັນ​ຕັ້ງໜ້າ​ຂອງສິງກະ​ໂປກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ ​ແລະ​ ບົດບາດ​ຂອງ​ສິງກະ​ໂປ​ໃນ​ການ​ປະສານ​ງານ​ການ​ພົວພັນ​ອາ​ຊຽນ - ຈີນ, ​ແລະ​ສະ​ແດງ​ຄວາມ​ຫວັງ​ວ່າ ສິງກະ​ໂປ ​ໃນ​ຖານະ​ເປັນ​ປະທານ​ຂອງ​ອາ​ຊຽນ 2018 ຈະ​ສືບ​ຕໍ່​ມີ​ສຸລະສຽງ​ອັນຕັ້ງໜ້າ​ກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ການສ້າງ ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ​ໃຫ້​ສຳ​ເລັດ​ໂດຍ​ໄວ, ສ້າງສາຍພົວພັນ​ຄູ່​ຮ່ວມ​ມື​ ອາ​ຊຽນ - ຈີນ ​ໃຫ້​ຂະຫຍາຍຕົວ​ຢ່າງ​ສົດ​ໃສ​ແລະ​ຍືນ​ຍົງ.

ໂດຍ​ຖື​ວ່າການຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ສຳຄັນ​ໃນຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກການປຶກສາ​ສົນທະນາ ​ເຈລະຈາ​ທີ່​ມີ​ຢູ່, ​ເປັນ​ຕົ້ນ​ແມ່ນ​ການ​ສົນທະນາ​ນະ​ໂຍບາຍ​ການ​ປ້ອງ​ກັນ​ປະ​ເທດ​ລະດັບ​ຮອງ​ລັດຖະມົນຕີ; ພ້ອມ​ກັນ​ນັ້ນ​ກໍ່​ເປີດ​ກວ້າງ​ອອກ​ສູ່​ຂົງ​ເຂດ​ໃໝ່. ສອງ​ຝ່າຍ​ຄວນ​ເຈລະຈາ​ໂດຍ​ໄວ​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຊັນບັນດາ​ສັນຍາສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ, ສັນຍາ​ກ່ຽວ​ກັບ​ການ​ຍົກຍ້າຍຜູ້​ຖືກ​ຕັດສິນ​ໂທດ​ຈຳ​ຄຸກ; ​ເພີ່ມ​ທະວີ​ການ​ປຶກສາ​ສົນທະນາ, ສະໜັບສະໜູນ ​ແລະ​ຊຸກຍູ້​ຂໍ້​ຄິດ​ປະດິດ​ຂອງ​ກັນ​ແລະ​ກັນ, ​ແບ່ງປັນ​ບົດຮຽນ​ປະສົບ​ການ​ໃນ​ການ​ຈັດ​ຕັ້ງ​ກອງ​ປະຊຸມ​ການ​ທະຫານ - ປ້ອງ​ກັນ​ປະ​ເທດ ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ ກອງ​ປະຊຸມຜູ້​ບັນຊາ​ການ​ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ACDFM), ກອງ​ປະຊຸມ ADMM, ADMM +.

ບັນດາ​ການ​ນຳ​ຂອງ​ສິງກະ​ໂປ ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດຕໍ່ການ​ຢ້ຽມຢາມຂອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ​ອວຍພອນ​ຊົມ​ເຊີຍ​ຫວຽດນາມ​ທີ່​ໄດ້​ຈັດ​ຕັ້ງຢ່າງ​ສຳ​ເລັດ​ຜົນສັບປະດາ​ເວທີ​ປາ​ໄສ​ລະ​ດັບ​ສູງ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ 2017 (​ເອ​ເປກ 2017) ຢູ່​ນະຄອນ​ດາ​ນັ້ງ ທີ່​ຜ່ານ​ມາ, ຖື​ວ່າ ນີ້​ແມ່ນ​ການ​ກຳນົດ​ທິດ​ໃຫ້​ແກ່​ອະນາຄົດ​ຂອງ ​ເອ​ເປກ. ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ລີ ຊຽນລຸງ ກໍ່​ຕີ​ລາຄາ​ສູງຫວຽດນາມ ທີ່​ໄດ້​ເປັນ​ເຈົ້າ​ການ​ແລະ​ມີ​ຄວາມ​ຮັບຜິດຊອບ​ທີ່​ສຸດ​ ໃນ​ການ​ເປັນ​ເຈົ້າພາບ​ພ້ອມ​ກັນກັບ​ບັນດາ​ປະ​ເທດ​ທີ່​ຍັງ​ເຫຼືອ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ ແລະການ​ພັດທະນາຂ້າມ​ປາຊີ​ຟິກ (CPTPP).

ກ່ຽວ​ກັບ​ການຮ່ວມມື​ສອງ​ຝ່າຍ, ບັນດາ​ການ​ນຳ​ຂອງ​ສິງກະ​ໂປ​ຢືນຢັນ​ວ່າ ບັນດາ​ບໍລິສັດ​ ວິສາ​ຫະກິດ​ຂອງ​ສິງກະ​ໂປ ຢາກ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ປະ​ເມີນ​ດ້ວຍ​ຄວາມ​ນິຍົມ​ຊົມ​ຊອບຕໍ່​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ໃນ​ຫວຽດນາມ, ພິ​ເສດ​ແມ່ນ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ​ຂອງ​ນະ​ໂຍບາຍ ​ແລະ​ການ​ສ້າງ​ຄວາມ​ໄວ້​ວາງ​ໃຈ​ໃຫ້​ແກ່ບັນດາ​ນັກ​ລົງທຶນ. ການ​ສົນທະນາ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໃນ​ຂອບ​ການ​ຢ້ຽ​ມຢາມ​ຂອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 190 ວິ​ສາ​ຫະກິດ​ສິງກະ​ໂປ, ຫຼາຍ​ກວ່າ​ທົບ​ສາມ​ເທົ່າ​ຈຳ​ນວນ​ທີ່​​ໄດ້ຄາດກະ. ສິງກະ​ໂປ​ມີ​ຄວາມ​ປະສົງ​ຢາກລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ພະລັງງານ​ທົດ​ແທນ, ຮັບປະກັນ​ການ​ພັດທະ​ແບບຍືນ​ຍົງ, ຈຳກັດ​ຜົນ​ກະທົບ​ທີ່​ບໍ່​ດີ​ເຖິງ​ສະພາບ​ແວດ​ລ້ອມ. ນອກຈາກ​ນັ້ນ, ບັນດາ​ນັກ​ລົງທຶນ​ສິງກະ​ໂປ​ກໍ່​ຢາກ​ສືບ​ຕໍ່​ລົງທຶນ​ເຂົ້າ​ໃນບັນດາ​ເຂດ​ພັກຜ່ອນ (resort) ລະດັບ​ໂລກ ​ແລະ ສະ​ເໜີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ, ຮ່ວມ​ມື​ຄົ້ນຄວ້າ​ການ​ລົງທຶນ​​ເພື່ອພັດທະນາ​ຕົວ​ເມືອງ​ຄືນ​ໃໝ່. 

ການ​ຢ້ຽມຢາມ​ປະ​ເທດ​ສິງກະ​ໂປ​ຂອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ມີ​ຄວາມ​ໝາຍ​ສຳຄັນ ​ແນ​ໃສ່​ສືບຕໍ່​ປັບປຸງ​​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ສິງກະ​ໂປ, ​ແລກປ່ຽນ​ວິທີ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງຊາດຂອງ​ສອງ​ປະ​ເທດ. ບັນດາ​ການ​ນຳ​ຂອງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ, ອົງການ​ມິດຕະພາບ, ​ເສີມ​ຂະຫຍາຍ​ໝາກຜົນ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

​ການ​ຢ້ຽມຢາມປະ​ເທດສິງກະ​ໂປຂອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມຄັ້ງ​ນີ້ ​ແມ່ນ​ໄດ້​ດຳ​ເນີນ​ໄປພາຍຫຼັງ 14 ນັບ​ແຕ່​ການ​ຢ້ຽມຢາມ​ຂອງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ອານ ປີ 2003. ການ​ຢ້ຽມຢາມຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທີ່​ສຳຄັນ ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດນາມ-ສິງກະ​ໂປ, ກ້າວ​ໄປ​ເຖິງ​ການສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ-ສິງກະ​ໂປ ຄົບ​ຮອດ 45 ປີ; ​ແລກປ່ຽນ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ສິງກະ​ໂປ./.

​ໂດຍ ທູ່​ຍລີງ