ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ ໂທ​ນີ ສະ​ມິດ ປະທານ​ສະພາ​ຕ່ຳອົດ​ສະຕຣາລີ, ທ່ານ ສະ​ກອັດ ​ໄຣອານ ປະທານ​ສະພາ​ສູງອົດ​ສະຕຣາລີ ​ແລະ​ລັດຖະບານ​ອົດ​ສະຕຣາລີ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ອົດ​ສະຕຣາລີ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 29 ພະຈິກ​ ຫາ​ວັນ​ທີ 2 ຕຸລາ 2017.

ທ່ານ ສະກອັດ ໄຣອານ ປະທານສະພາສູງອົດສະຕຣາລີ (ເບື້ອງຂວາ) ແລະທ່ານ ໂທນີ ສະມິດ ປະທານສະພາຕ່ຳອົດສະຕຣາລີ ຕ້ອນຮັບທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ. (ພາບ: TTXVN)

ພິທີ​ຕ້ອນຮັບທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງຊາດຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ນະຄອນຫຼວງ ​ແຄນ​ເບີຣາ ​ໂດຍ​ການ​ເປັນ​ເຈົ້າພາບ​ຂອງທ່ານ ​ໂທ​ນີ ສະ​ມິດ ປະທານ​ສະພາ​ຕ່ຳອົດ​ສະຕຣາລີ ​ແລະທ່ານ ສະ​ກອັດ ​ໄຣອານ ປະທານ​ສະພາ​ສູງອົດ​ສະຕຣາລີ. ປະທານ​ສະພາ​ຕ່ຳ​ແລະ​ປະທານ​ສະພາ​ສູງອົດ​ສະຕຣາລີ​ສະ​ແດງ​ຄວາມ​ຂ່ຳ​ນັບ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈຕໍ່​ການ​ຢ້ຽມຢາມ​ປະ​ເທດ​ອົດ​ສະຕຣາລີ​ຢ່າງ​ເປັນ​ທາງ​ການ ​ຂອງທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ພ້ອມ​ກັນ​ນັ້ນກໍ່​ຢືນຢັນຄວາມ​ໝາຍອັນ​ສຳ​ຄົນ​ຂອງ​ການ​ຢ້ຽມຢາມ ຊຶ່ງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ, ຊຸກຍູ້​ການ​ພົວພັນ​ຮອບດ້ານ​​ແບບເພີ່ມ​ທະວີ ມຸ່ງ​ໄປ​ສູ່​ການ​ຍົກ​ລະດັບ​ການ​ພົວພັນ​ຫວຽດນາມ-ອົດ​ສະຕຣາລີ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2018.

​ໃນ​ຂອບ​ການ​ຢ້ຽມຢາມ​ປະ​ເທດ​ອົດ​ສະຕຣາລີ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ ​ໂທ​ນີ ສະ​ມິດ ປະທານ​ສະພາ​ຕ່ຳອົດ​ສະຕຣາລີ ​ແລະທ່ານ ສະ​ກອັດ ​ໄຣອານ ປະທານ​ສະພາ​ສູງອົດ​ສະຕຣາລີ; ພົບ​ປະ​ຫາລື​ກັບ​ທ່ານ ພີເຕີ ກາ​ສະ​ເກຣົາ ຜູ້​ສຳ​ເລັດ​ລາຊະການ​ອົດ​ສະຕຣາລີ; ພົບ​ປະ​ກັບ​ທ່ານ ຈູ​ລີ້ ບີ​ຊອບ ລັດຖະມັນ​ຕີ​ການ​ຕ່າງປະ​ເທດ​ອົດ​ສະຕຣາລີ ຄວບ​ຕຳ​ແໜ່​ງຮອງ​ປະທານ​ພັກ​ເສລີ​ນິຍົມ​ທີ່​ກຳ​ອຳນາດ​ຢູ່​ອົດ​ສະຕຣາລີ, ທ່ານ ​ແຄຣີ ​ແຊນ​ເດີ​ເຊີນ ຜູ້​ວ່າ​ລາ​ຊະການ​ລັດອົດ​ສະຕຣາລີ​ຕາ​ເວັນ​ຕົກ, ທ່ານ ​ເວ​ນີ ມາກ​ອີນ ປະທານ​ສານ​ສູງ​ສຸດລັດອົດ​ສະຕຣາລີ​ຕາ​ເວັນ​ຕົກ, ທ່ານ ​ເຄດ ດາວ​ສ໌ ປະທານ​ສະພາ​ສູງລັດອົດ​ສະຕຣາລີ​ຕາ​ເວັນ​ຕົກ, ທ່ານ ລີ​ເຊິ ​ແບ​ເກີ ຮອງ​ປະທານ​ສະພາ​ຕ່ຳລັດອົດ​ສະຕຣາລີ​ຕາ​ເວັນ​ຕົກ; ​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງທ່ານ ກີ​ມ ຊາມ​ເຊິ​ນ ປະທານ​ສະມາຄົມ​ມິດຕະພາບ​ອົດ​ສະຕຣາລີ - ຫວຽດນາມ, ຜູ້​ແທນ​ນັກ​ສຶກສາ​ອົດ​ສະຕຣາລີ​ທີ່​ຮຽນ​ຢູ່​ຫວຽດນາມຕາມ​ຫຼັກສູດ ​ໂຄ​ລົມ​ໂບ ​ໃໝ່, ຜູ້ນຳ​ຂອງກຸ່ມ​ບໍລິສັດ ອານ​ໂຄ (Alcoa) ​ແລະ​ຜູ້ນຳ​ບໍລິສັດ ອົດ​ສະທຣານ (Austral); ພົບ​ປະ​ກັບ​ພະນັກງານ​ສະຖານທູດ​ແລະ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ອົດ​ສະຕຣາລີ; ​ໄປ​ຢາມ​ອົງ​ກາ​ຈັດ​ຕັ້ງ​ການ​ຄົ້ນຄວ້າ​ວິທະຍາສາດ​ແລະ​ອຸດ​ສະຫະ​ກຳ​​ແຫ່ງສະຫະພັນທະ​ລັດ (CSIRO) ​ແລະ ສູນ​ຄົ້ນຄວ້າ​ກະສິກຳ​ສາກົນ​ອົດ​ສະຕຣາລີ (ACIAR); ​ເຂົ້າ​ຮ່ວມ​ແລະ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ສົນທະນາ​ວິ​ສາ​ຫະກິດ​ຫວຽດນາມ-ອົດ​ສະຕຣາລີ ​ໂດຍ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ, ສະຖານທູດ​ຫວຽດນາມ​ຢູ່​ອົດ​ສະຕຣາລີ, ສະຖານກົງສູນ​ໃຫຍ່​ຫວຽດນາມ​ຢູ່​ເມືອງ ​ເພິຣ໌ທ ​ແລະ ອຳນາດ​ການ​ປົກຄອງລັດອົດ​ສະຕຣາລີ​ຕາ​ເວັນ​ຕົກ ສົມທົບ​ກັນຈັດ​ຕັ້ງຂຶ້ນ.

​ຢູ່​ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ ພົບ​ປະ​ຫາລື​ດັ່ງກ່າວ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນນຳ​ກັນ​ຢ່າງ​ເປີດ​ອົກ​ເປີດ​ໃຈ, ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫຼາຍ​ບັນຫາ, ຫຼາຍ​ຂົງ​ເຂດທີ່​ແທດ​ຈິງ, ຜ່ານ​ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ​ໃນ​ການ​ປະຊຸມ​ພິຈາລະນາ​ຂອງ​ສະພາ​ສູງ​ອົດ​ສະຕຣາລີ, ປະທານ​ສະພາ​ສູງ​ອົດ​ສະຕຣາລີ​ໄດ້​ເຊີນ​ປະທານ ຫງວຽນ​ທິກິມ​ເງິນ ​ເຂົ້າ​ໃນ​ຫ້ອງ​ປະຊຸມ, ນັ່ງ​ຢູ່​ທີ່​ໂຕະ​ປະທານ ​ແລະ​ເຊີນ​ສະມາຊິກໃນ​ຄະນະຜູ້​​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມທຸກ​ຄົນ​ເຂົ້າ​ຮ່ວມ​ໃນ​ເວລາ 35 ນາທີ. 

ບັນດາ​ການ​ນຳ​ອົດ​ສະຕຣາລີ​ຕີ​ລາຄາ​ສູງ​ຕໍ່​ການ​ທີ່​ຫວຽດນາມ​ໄດ້​ຈັດ​ຕັ້ງ​ສັບປະດາ​ຂັ້ນ​ສູງ ​ເອ​ເປ​ກ 2017 ຢ່າງ​ສຳ​ເລັດ​ຜົນ, ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ທີ່​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ຊວັນ​ຝຸກ ​ແລະ ນາຍົກລັດຖະມົນຕີອົດສະຕຣາລີ ມານ​ໂຄມ ​ເທິ​ນ​ໂບລ໌ ​ໄດ້​ເປັນ​ເອກະສັນ​ກັນຈະຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ​ການ​ພົວພັນຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ເວລາ​ໄວໆ​ນີ້. ບັນດາ​ການ​ນຳ​ອົດ​ສະຕຣາລີ​ໃຫ້​ຄວາມ​ສັງ​ເກດ​ວ່າ, ຜ່ານ​ໄລຍະ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ນັບ​ມື້​ນັບ​ເລິກ​ເຊິ່ງ ຮອບດ້ານ. ​ເຖິງ​ວ່າ​ສອງ​ປະ​ເທດ​ຫ່າງ​ໄກ​ກັນ​ທາງ​ດ້ານ​ພູມ​ສາດ​ກໍ່ຕາມ, ​ແຕ່​ຫວຽດນາມ​ເປັນ​ຄູ່​ຄ້າ​ອັນ​ດັບ​ທີ 15 ຂອງ​ອົດ​ສະຕຣາລີ ​ແລະ ​ເປັນອັນ​ດັບ​ທີ 5 ​ໃນ​ດ້ານ​ຈຳນວນ​ນັກຮຽນ​ນັກ​ສຶກສາ. ນອກ​ນັ້ນ, ​ໃນ 3 ປີ​ທີ່​ຜ່ານ​ມາ, ຈຳນວນ​ນັກຮຽນ​ນັກ​ສຶກສາ​ອົດ​ສະຕຣາລີ​ມາ​ຮຽນ​ຢູ່​ຫວຽດນາມ​ກໍ່​ເພີ່ມ​ຂຶ້ນຫຼາຍ.

ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ສະ​ແດງ​ຄວາມ​ດີ​ໃຈ​ເມື່ອ​ເຫັນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ແລະ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ນັບ​ແຕ່​ເມື່ອ​ສອງ​ປະ​ເທດສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ປີ 2009 ​ແລະ ຄູ່ຮ່ວມມື​ຮອບດ້ານ​​ແບບເພີ່ມ​ທະວີ​ໃນ​ປີ 2015. ​ໃນ​ທ່ວງທ່າ​ພັດທະນາ​ຢ່າງ​ໄວ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັ້ນ, ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ແລະ​ລັດຖະສະພາ​ອົດ​ສະຕຣາລີກໍ່​ພວມ​ພັດທະນາ​ຢ່າງ​ຈົບງາມ. ສອງ​ຝ່າຍ​ພວນ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ ຂໍ້​ຕົກລົງຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ແລະ​ລັດຖະສະພາ​ອົດ​ສະຕຣາລີ (ລົງ​ນາມ​ໃນ​ປີ 2013), ບັນດາ​ການ​ຢ້ຽມຢາມ​ຫວຽດນາມຂອງປະທານ​ສະພາ​ຕ່ຳ​ອົດ​ສະຕຣາລີ ​ແອ​ນາ ​ເບີ​ເກິ (ປີ 2013) ​ແລະ​ປະທານ​ສະພາ​ຕ່ຳອົດ​ສະຕຣາລີ ບຣອນວີນ ບີ​ຊອບ (ປີ 2014) ​ໄດ້​ສ້າງ​ພະລັງ​ຊຸກ​ດັນ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ່ 14 ​ໄດ້​ສ້າງ ກຸ່ມ​ມິດຕະພາບ​ລັດຖະສະພາຫວຽດນາມ - ອົດ​ສະຕຣາລີ ​ໂດຍ​ທ່ານ ຫງວຽນ​ແຮ້ງ​ຝຸກ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ກຸ່ມ.

ພິ​ເສດ, ບັນດາ​ການ​ນຳ​ຂອງ​ລັດຖະສະພາອົດສະຕຣາລີ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ເປັນ​ເຈົ້າ​ການ​ເວົ້າ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ພ້ອມ​ກັນ​ແບ່ງປັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ຄວາມ​ປອດ​ໄພ ​ແລະ ​ເສລີພາບ​ໃນ​ການ​ເດີນ​ທະ​ເລ​ແລະ​ການບິນ​ຢູ່​ພາກ​ພື້ນ, ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້​ງດ້ວຍ​ສັນຕິ​ວິທີບົນ​ພື້ນຖານ​ກົດໝາຍ​ສາກົນ. ທ່ານ ຈູ​ລີ້ ບີ​ຊອບ ລັດຖະມົນຕີ​​ການ​ຕ່າງປະ​ເທດ​ເວົ້າ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ອົດ​ສະຕຣາລີ​ຫາກໍ່​ຈັດພິມ​ເຜີຍ​ແຜ່​ປຶ້ມ​ຂາວ ຊຶ່ງ​ໃນ​ນັ້ນ​ມີ​ພາກ​ເວົ້າ​ເຖິງ​ບັນຫາທະ​ເລ​ຕາ​ເວັນ​ອອກ. ທັດສະນະ​ທີ່​ບໍ່​ປ່ຽນ​ແປງ​ຂອງ​ບັນດາ​ການ​ນຳ​ອົດ​ສະຕຣາລີ​ແມ່ນ ການ​ແກ້​ໄຂ​ບັນດາ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ຕາມ​ຫຼັກການ​ນັບຖື​ກົດໝາຍ, ຕ້ອງ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ແລະ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນຄຳ​ພິພາກສາ​ ຂອງສານ​ອະນຸຍາ​ໂຕ​ຕຸລາການທີ່ ​ເດິະ​ເຮ​ກ ປະ​ເທດ​ເນີ​ເທີ​ແລນ. ລັ​ດຖະມົນຕີ​ການ​ຕ່າງປະ​ເທດ​ອົດ​ສະຕຣາລີ ຈູ​ລີ້ ບີ​ຊອບ ​ໃຫ້​ທັດສະນະ​ວ່າ ​ເຖິງ​ວ່າ​​ອົດ​ສະຕຣາລີບໍ່​​ແມ່ນ​ປະ​ເທດ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ກ່ຽວ​ພັນ​ເຖິງ​ຂໍ້​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກກໍ່ຕາມ ​ແຕ່​ທຸກ​ປະ​ເທດ​ຕ້ອງ​ເປີດ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ທ່ານ ພີເຕີ ກາ​ສະ​ເກຣົາ ຜູ້​ສຳ​ເລັດ​ລາຊະການ​ອົດ​ສະຕຣາລີກໍ່​ມີ​ທັດສະນະ​ຈະ​ແຈ້ງ​ກ່ຽວ​ກັບ​ບັນຫາ​ນີ້.

​ເມື່ອ​ຢາມ​ອົງ​ກາ​ຈັດ​ຕັ້ງ​ການ​ຄົ້ນຄວ້າ​ວິທະຍາສາດ​ແລະ​ອຸດ​ສະຫະ​ກຳ​​ແຫ່ງສະຫະພັນທະ​ລັດ (CSIRO) ​ແລະ ສູນ​ຄົ້ນຄວ້າ​ກະສິກຳ​ສາກົນ​ອົດ​ສະຕຣາລີ (ACIAR), ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ເຊັນ ​ໂຄງການ​ປະຕິບັດ​ງານລະຫວ່າງ​ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ກັບ​ກະຊວງ​ອຸດສາຫະກຳ​ແລະ​ວິທະຍາສາດ​ປະດິດ​ສ້າງ​ອົດ​ສະຕຣາລີ.

ການ​ຢ້ຽມຢາມ​ປະ​ເທດ​ອົດ​ສະຕຣາລີ​ຢ່າງ​ເປັນ​ທາງ​ການ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກີ​ມ​ເງີ​ນ​ ໄດ້​ບັນລຸ​ຜົນສຳ​ເລັດທີ່​ຈົບງາມ, ສຳ​ເລັດ​ສິ້ນ​ສຸດ​ປີ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທີ່​ຟົດ​ຟື້ນ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ບັນດາ​ການ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ​ ກໍ່​ຄືການ​ຕ້ອນ​ຮັບ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຂອງ​ບັນດາ​ປະ​ເທດ​ທີ່​ມາ​ຢ້ຽມຢາມ​ຫວຽດນາມ ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ດີງາມ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ກັບ​ສະພາ​ແຫ່ງ​ຊາດ/ລັດຖະສະພາຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ປະກອບສ່ວນ​ປະຕິບັດ​ເປົ້າ​ໝາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ ​ແລະ​ ເຊື່ອມ​ໂຍງ​ສາກົນ./.

​ໂດຍ ​ແທັງ​ແອັງ