ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ນະ​ເຣນທະຣະ ​ໂມ​ທີ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ​ອິນ​ເດຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະພັນ​ລະ​ຍາ ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ​ການ​ພົວພັນ​ ອາ​ຊຽນ-ອິນ​ເດຍ ​ແລະ ພິທີ​ສະ​ເຫຼີມສະຫຼອງ ວັນ​ສາທາລະນະ​ລັດ​ອິນ​ເດຍ ຄົບຮອບ 69 ປີ ​ໃນ​ລະ​ຫວ່າ​ງວັນ​ທີ 24-26 ມັງກອນ 2018 ທີ່​ນະຄອນຫຼວງ ນິວ​ເດ​ລີ. ການ​ເດີນທາງ​ປະຕິບັດ​ງານ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ໄດ້​ປະກອບສ່ວນ​ຊຸກຍູ້ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-ອິນ​ເດຍ ​ໃຫ້​ພັດທະນາຂຶ້ນ​ສູ່​ລະດັບ​ໃໝ່, ເລິກ​ເຊິ່ງກວ່າ​ອີກ; ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ປະສານ​ງານທີ່​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ພົວພັນ​ອາ​ຊຽນ-ອິນ​ເດຍ.

ທ່ານຫງວຽນຊວັນຝຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະເຈລະຈາກັບທ່ານນະເຣທະຣະ ໂມທີ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອິນເດຍ. (ພາບ:TTXVN)

ພາຍ​ໃຕ້​ຫົວ​ຂໍ້ “​ແບ່ງປັນ​ຄຸນຄ່າ, ​ໂຊກ​ຊະ​ຕາ​ດຽວ​ກັນ”, ຜູ້ນຳ​ຂອງ​ບັນ​ດານ​ປະ​ເທດອາ​ຊຽນ ​ແລະ ອິນ​ເດຍ​ ໄດ້ປະ​ເມີນ​ການ​ຮ່ວມ​ມື ອາ​ຊຽນ-ອິນ​ເດຍ ​ໃນ​ເວລາ​ທີ່​ຜ່ານ​ມາ ​ເຊິ່ງ​ໄດ້ບັນລຸຜົນສຳ​ເລັດ​ທາງ​ບວກ​ຫຼາຍ​ຢ່າງ​ໃນ​ບັນດາ​ຂົງ​ເຂດການ​ຮ່ວມ​ມື ​ແລະ ຕີ​ລາຄາ​ສູງ​ຕໍ່ຫວຽດນາມ - ປະ​ເທດຮັບຜິດຊອບ​ປະສານ​ງານ​ການ​ພົວພັນ ອາ​ຊຽນ-ອິນ​ເດຍ ທີ່​ໄດ້​ມີ​ຄວາມ​ພະຍາຍາມ ​ແລະປະດິດ​ສ້າງ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລວມຂອງ​ສອງຝ່າຍ. ​ໃນ​ປະຫວັດສາດ​ຂອງ​ຕົນ, ອາ​ຊຽນມີ​ການ​ພົວພັນ​ທີ່​ດີງາມ​ກັບ​ອິນ​ເດຍ. ປີ 2017, ສອງ​ຝ່າຍ​ສະ​ເຫຼີມສະຫຼອງ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ສົນທະນາ ອາ​ຊຽນ-ອິນ​ເດຍ, 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ກົນ​ໄກ​ຂັ້ນ​ສູງ, 5 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​ໃນ​ເວລາ​ທີ່​ຜ່ານ​ມາ, ການ​ພົວພັນອາ​ຊຽນ-ອິນ​ເດຍ ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານທັງ​ສາມ​ເສົາ​ຄ້ຳຄື ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ. ສອງ​ຝ່າຍ​ໄດ້​ສ້າງຕັ້ງ 30 ​ກົນ​ໄກ​ສົນທະນາປະກອບ​ດ້ວຍກົນ​ໄກ​ຂັ້ນ​ສູງ, ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ 7 ຄັ້ງ; ຜັນ​ຂະຫຍາຍ​ແຜນ​ການ​ປະຕິບັດ​ງານ​ໄລຍະ​ 2016-2020, ມີ 67 ມາດຕະການທີ່​ໄດ້​ແລະ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ (18 ມາດ​ຕະການ​ກ່ຽວ​ກັບການ​ເມືອງ-ຄວາມ​ໝັ້ນຄົງ, 22 ມາດ​ຕະການກ່ຽວ​ກັບ​ເສດຖະກິດ, 20 ມາດ​ຕະການ​ກ່ຽວ​ກັບ​ວັດທະນະທຳ-ສັງຄົມ ​ແລະ 7 ກ່ຽວ​ກັບບັນດາ​ຂົງ​ເຂດ​ຫຼາຍຂະ​ແໜງ​ການ). ກອງ​ປະຊຸມ​ຂັ້ນ​ສຸງສະ​ເຫຼີ​ມສະຫຼອງ​ການ​ພົວພັນ ອາ​ຊຽນ-ອິນ​ເດຍ ຄັ້ງ​ນີ້​ແມ່ນ​ໂອກາດ​ທີ່​ສະດວກ​ດີ​ເພື່ອ​ໃຫ້​ຫວຽດນາມຮັກສາ​ທ່ວງທ່າ​ພັດທະນາ​ການ​ພົວພັນ​ກັບອິນ​ດີ, ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນອາ​ຊຽນ-ອິນ​ເດຍ.

​ໃນ​ທີ່​ກອງ​ປະຊຸມ, ຜູ້ນຳຂອງບັນດາປະເທດອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ດຳ​ເນີນ​ການ​ປະຊຸມ​ສະ​ເພາະ​ບັນຫາ ກ່ຽວກັບ “ການ​ຮ່ວມມື​ແລະ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ”. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສົນທະນາ​ແລະຮ່ວມມື​ນຳ​ກັນ ໂດຍ​ຜ່ານ​ບັນດາ​ກົນ​ໄກພາກ​ພື້ນ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ; ​ເຊີດ​ຊູ​ສົ່ງ​ເສີມການ​ເຄົາລົບ​ນັບຖື​ກົດໝາຍ ​ແລະ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS, 1982)… ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ຜູ້ນຳອາ​ຊຽນ ​ແລະ ອິນ​ເດຍ ​​ໄດ້​ຢັ້ງຢືນ​ການ​ສະໜັບສະ​ໜູນ​ຕໍ່ ​ການ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນມີ​ປະສິດທິ​ຜົນ ​ແລະ ຄາດ​ຫວັງ​ວ່າ​ ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຈະ​ສຳ​ເລັດ​ໃນ​ໄວໆ​ນີ້.

ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ 3 ຈຸດ​ສຳຄັນ. ທີ​ໜຶ່ງ, ຖື​ວ່າການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ເປັນ​ແຮງ​ຜັດ​ດັນ​ຕົ້ນຕໍ, ບຸລິມະສິດອັນ​ດັບ​ໜຶ່ງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ-ອິນ​ເດຍ. ທີ​ສອງ, ​ການເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ແມ່ນ​ປັດ​ໄຈ​ຫຼັກ, ຮັບປະກັນ​ຄວາມຍືນ​ຍົງ​ລະຫວ່າງ​ພາກ​ພື້ນ. ທີ​ສາມ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ສັນຕິພາບ, ຄວາມ​ໝັ້ນ​ຄົງຢູ່ພາກ​ພື້ນ ​ແລະ​ ຢູ່​ມະຫາ​ສະໝຸດ​ອິນ​ເດຍ​ແລະມະຫາ​ສະໝຸດ​ປາຊີ​ຟິກ, ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ, ທັງຄວາມ​ປອດ​ໄພ​ດັ້ງ​ເດີມ ​ແລະ​ ຄວາມ​ປອດ​ໄພບໍ່​ເປັນ​ແບບ​ດັ້ງ​ເດີນ. ​ໃນ​ເວລາ​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ແລະ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ປະ​ສາ​ສົມທົບ, ຮັບປະກັນ​ຫຼັກການ​ເຄົາລົບ​ນັບຖື​ກົດໝາຍ, ​ໃນ​ນັ້ນ​ມີ UNCLOS 1982, ​ເພີ່ມ​ທະວີ​ການ​ຮ່ວມ​ມືສ້າງ​ຄວາມ​ໄວ້​ວາງ​ໃຈ ​ໂດຍ​ຜ່າ​ນບັນດາ​ມາດ​ຕະການ​ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຢູ່​ທະ​ເລ, ບຸລິມະສິດ​ການ​ລວມສູນ​ພັດທະນາ​ເສດຖະກິດທະ​ເລ​ຂຽວ, ​ໃນ​ນັ້ນ​ມີ​ການ​ສ້າງສັນ​ຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໃຫ້​ສຳ​ເລັດ​ໂດຍ​ໄວ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ສົມທົບ​ນະ​ໂຍບາຍ​ທະ​ເລ, ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ​ມະຫາ​ສະໝຸດ​ອິນ​ເດຍ ​ແລະ​ມະຫາ​ສະໝຸດ​ປາຊີ​ຟິກ.

ສຳ​ເລັດ​ສິນ​ສຸດ​ກອງ​ປະຊຸມ, ບັບດາ​ຜູ້ນຳອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ຮັບຮອງ​ຜ່ານ​ຖ​ະ​ແຫຼງການ ​ນິວເດລີ, ວາງ​ວິ​ໄສ​ທັດ​ແລະ​ທິດ​ທາງ​ຊຸກຍູ້ຢ່າງຮອບດ້ານ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ-ອິນ​ເດຍ ​ໃນ​ຊຸມ​ປີຕໍ່​ໄປ.

​ເນື່ອງ​ໃນ​ໂອກາດມາ​ຮ່ວມກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ພົບ​ປະ​ຫາລື​ກັບ​ທ່ານ ຣາມ ນາດ ​ໂກ​ວິນ ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ ອິນ​ເດຍ, ພົບ​ປະ​ເຈລະຈາ​ກັບ​ທ່ານ ນະເຣນທະຣະ ​ໂມ​ທີ ນາຍົກລັດຖະມົນຕີ ອິນ​ເດຍ; ພົບ​ປະ ​ແລກປ່ຽນ​ສອງຝ່າຍກັບ ນາຍົກລັດຖະມົນຕີ​ກຳປູ​ເຈຍ ສົມ​ເດັດ ​ເຕ​ໂຈ ຮຸນ​ເຊ​ນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໂຈ​ໂກ ວິ​ໂດ​ໂດ, ນາຍົກລັດຖະມົນຕີສິງກະ​ໂປ ລີ ຊຽນລຸງ, ນາຍົກລັດຖະມົນຕີ​ໄທ ປຣະຢຸດ ຈັນໂອຊາ ​ແລະ ທີ່​ປຶກສາ​ຂອງ​ລັດມິີອານ​ມາ ອອງ ຊານ ຊູ​ຈີ, ຜ່ານ​ການ​ພົບ​ປະ​ເຫຼົ່າ​ນັ້ນ ​ເພື່ອ​ແລກ​ປ່ຽນມາດ​ຕະການ​ແລະທິດ​ທາງ​ຕ່າງໆຫຼາຍ​ຢ່າງ ​ແນ​ໃສ່​ຊຸກຍູ້ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຂະຫຍາຍຕົວ​ກວ່າ​ອີກ.

​ໃນ​ການ​ພົບ​ປະ​ຫາລື​ກັບທ່ານ ຣາມ ນາດ ​ໂກ​ວິນ ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ ອິນ​ເດຍ, ຜູ້ນຳ​ທັງ​ສອງ​ສະ​ແດງ​ຄວາມ​ພໍ​ໃຈຕໍ່​ການ​ພັດທະນາ​ຢ່າງ​ແຂງ​ແຮງ ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ການ​ຮ່ວມ​ມື​ຫຼາຍ​ດ້ານ ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ ນັບ​ແຕ່​ເມື່ອ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ ຫວຽດນາມ-ອິນ​ເດຍ ​ເດືອນ​ກັນຍາ 2016. ສອງ​ຝ່າຍ​ກໍ່​ໄດ້​ຕີ​ລາຄາ​ສູງຕໍ່​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ຕົວ​ຈິງ​ໃນ​ປີ​ມິດຕະພາບ 2017 ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເຊິ່ງ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນກ່ຽວ​ກັບການພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະອຽດ​ຕົວ​ຈິງ, ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນດາ​ຂອບການ​ພົວພັນ​ພະຫຸ​ພາຄີ.

​ໃນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ ນະ​ເຣນທະຣະ ​ໂມ​ທີ, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ກັບ​ເປົ້າ​ໝາຍ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 15 ຕື້​ໂດ​ລາ​ສະຫະ​ລັດ ກ່ອນ​ປີ 2020. ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ນາຍົກລັດຖະມົນຕີທັງສອງ​ ໄດ້​ເປັນ​ສັກ​ຂີພະຍານ​ໃນ​ພິທີມອບ​ໂອນ​ສັນຍາ​ການ​ຮ່ວມ​ມື​ຫຼາຍ​ສະບັບ​ຄື: ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງຂ່າວສານ​ແລະ​ການ​ສື່ສານ​ຫວຽດນາມ ​ກັບ ກະຊວງ​ຂ່າວສານ​ແລະ​ວິທະຍຸ​ກະຈາຍສຽງ ​ໂທລະພາບ​ ອິນ​ເດຍ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ ​ແລະ ການ​ກະຈາຍສຽງ ​ໂທລະພາບ, ຂໍ້​ຕົກລົງ​ລະຫວ່າງກົມສຳ​ຫຼວດ​ໄລຍະ​ໄກ​ແຫ່ງ​ຊາດ ​ແລະ ອົງການ​ຄົ້ນຄວ້າອະວະກາດ​ແຫ່ງ​ອິນ​ເດຍ ກ່ຽວ​ກັບ​ໂຄງການ “ກໍ່ສ້າງ​ສະຖານີຄົ້ນ​ຫາ, ​ເກັບຮັບ​ຂໍ້​ມູນ ​ແລະ​ປະ​ມວນ​ຜົນ​ພາບ​ດາວ​ທຽມ”.

ການ​ພົວພັນ​ຫວຽດນາມ-ອິນ​ເດຍພວມ​ມີ​ບາດກ້າວ​ຂະຫຍາຍຕົວ​ທີ່​ສຳຄັນ, ​ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ການ​ສ້າງ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ບັນດາ​ການ​ຢ້ຽມຢາມ​ສອງ​ຝ່າຍ​ຂອງ​ຜູ້ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ. ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ​ສອງ​ຝ່າຍ​ຫວຽດນາມ-ອິນ​ເດຍ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ທຸກ​ປີ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ປະຈຸ​ບັນ ອິນ​ເດຍ​ເປັນ​ໜຶ່ງ​ໃນ​ສິບ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນ​ຂອງ​ຫວຽດນາມ. ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ສະ​ເຫຼ່ຍ 16% ຕໍ່​ປີ​ໃນ​ໄລຍະ 2008-2013. ມູນ​ຄ່າ​ການ​ຄ້າ​ປີ 2017 ບັນລຸ​ປະມານ 7,5 ຕື້​ໂດ​ລາ​ສະຫະ​ລັດ (​ເພີ່ມ​ຂຶ້ນ 37,7% ທຽບ​ກັບ​ປີ 2016); ປີ 2016 ບັນລຸ 5,4 ຕື້​ໂດ​ລາ​ສະຫະ​ລັດ. ຄິດ​ໄລ່​ຮອດ​ທ້າຍ​ເດືອນ​ພະຈິກ 2017, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ຂອງ​ອິນ​ເດຍ ທີ່​ລົງທຶນ​ເຂົ້າ​ຫວຽດນາມ ບັນລຸ 756 ລ້ານ​ໂດ​ລາ​ສະຫະ​ລັດ, ດ້ວຍ 168 ​ໂຄງການ​ທີ່​ລົງທຶນ​ໃນ 24 ​ແຂວງ-ນະຄອນ, ຢູ່​​ອັນ​ດັບ​ທີ 28 ​ໃນ​ຈຳນວນ 126 ປະ​ເທດ, ອານາ​ເຂດ​ທີ່​ລົງທຶນ​ຢູ່​ຫວຽດນາມ. ຫວຽດນາມ​ມີ 7 ​ໂຄງການ​ລົງທຶນ​ຢູ່​ປະ​ເທດ​ອິນ​ເດຍ ດ້ວຍ​ຈຳນວນ​ທຶນ​ທີ່​ລົງທະບຽນທັງ​ໝົດ 6,15 ລ້ານ​ໂດ​ລາ​ສະຫະ​ລັດ, ຕົ້ນ​ຕໍ​ແມ່ນ​ໃນ​ຂົງ​ເຂດ​ການຈັດ​ຈຳໜ່າຍ​ຜະລິດຕະ​ພັນ​ອາຫານ​ສັດ, ການຈຳໜ່າຍ​ອຸປະກອນ​ການ​ກໍ່ສ້າງ, ການ​ສົ່ງ​ອອກ​ເຄື່ອງ​ສຳອາງ, ຜະລິດ​ຕະພັນ​ຄອມ​ພິວ​ເຕີ…

​ໃນ​ຖານະ​ສະມາຊິກ​ຂອງ​ສັນຍາ​ການ​ລົງທຶນອາ​ຊຽນ-ອິນ​ເດຍ ​ໃນ​ຂອບ​ສັນຍາ​ການ​ຄ້າ​ເສລີອາ​ຊຽນ-ອິນ​ເດຍ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 12 ພະຈິກ 2014, ຫວຽດນາມ​ແລະ​ອິນ​ເດຍພວມ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ ​ໂດຍ​ຜ່ານ​ໂຄງການ​ກໍ່ສ້າງ “ສູນ​ພັດທະນາ​ນັກທຸລະກິດ​ຫວຽດນາມ-ອິນ​ເດຍ (VIEDC)” ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວກັບກາ​ນຮ່ວມ​ມື​ວິ​ສາ​ຫະກິດ​ຂະ​ໜາດ​ນ້ອຍ​ແລະ​ນ້ອຍ​ສຸດ. ຄຽງ​ຂ້າງ​ນັ້ນ, ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ, ວັດທະນະທຳ, ກິລາ​ແລະ​ທ່ອງ​ທ່ຽວ, ກະສິກຳ, ພະລັງງານ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ລະຫວ່າງ​ສອງ​ຝ່າຍ​ກໍ່​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ ​ແລະ​ມີ​ປະສິດທິ​ຜົນ​ຕົວ​ຈິງ​. ສອງ​ຝ່າຍ​ໄດ້​ປະສານສົມທົບກັນຢ່າງ​ແໜ້ນ​ແຟ້ນ ​ແລະ​ສະໜັບສະໜູນ​ກັນ​​ຢ່າງ​ສຸດ​ອົກ​ສຸດ​ໃຈໃນ​ບັນດາ​ເວທີ​ປາ​ໄສພະຫຸ​ພາຄີ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ສະຫະ​ປະຊາ​ຊາດ… ​ໃນ​ບົດບາດ​ຂອງ​ຜູ້​ປະສານ​ງານ​ການ​ພົວພັນອາ​ຊຽນ-ອິນ​ເດຍ (​ໄລຍະ 2015-2018), ຫວຽດນາມ​​ໃຫ້ການ​ສະໜັບສະໜູນອິນ​ເດຍ​ໃນ​ການ​ປະຕິບັດ​ນະ​ໂຍບາຍ “ການ​ເຄື່ອນ​ໄຫວ​ຫັນ​ສູ່​ທິດຕາ​ເວັນ​ອອກ”, ປະຕິບັດ​ຂໍ້​ຄິດ​ເຊື່ອມ​ຕໍ່​ພາກ​ພື້ນ, ສະໜັບສະໜູນ​ການ​ພັດທະນາ​ອະນຸ​ພາກ​ພື້ນ​ກຳປູ​ເຈຍ-ລາວ-ມີ​ອານ​ມາ-ຫວຽດນາມ, ​ແມ່ນ້ຳຄົງ​ຄາ-​ແມ່​ນ້ຳຂອງ.

ການ​ເດີນທາງ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄປ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ພົວພັນອາ​ຊຽນ-ອິນ​ເດຍ ​ແລະ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສາທາລະນະ​ລັດ​ອິນ​ເດຍ ຄົບຮອບ 69 ປີ ​ໄດ້​ປະກອບສ່ວນ​ຊຸກຍູ້, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຫວຽດນາມ-ອິນ​ເດຍ​ ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ໃໝ່​ທີ່​ເລິກ​ເຊິ່ງກວ່າ​ເກົ່າ; ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດປະສານ​ງານທີ່​ສຳຄັນ​ຂອງ​ຫວຽດນາມ​ໃນ​ການ​ພົວພັນອາ​ຊຽນ-ອິນ​ເດຍ./.

​ໂດຍ ທຸ່ຍ​ລິງ