ວກ.ອອນ​ໄລ - ​​ໃນ​ລະຫວ່າງ​ວັນ​ທີ 4-5 ກຸມພາ 2018, ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ຫວຽດນາມ ​ໄດ້​ໄປ​ທີ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ ​ເພື່ອ​ເຂົ້າ​ຮ່ວມ​ແລະ​​ເປັນ​ປະທານ​ຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 40 ຂອງ​ຄະນະ​ກຳມະການຮ່ວມ​ລະຫວ່າງ​ລັດຖະບານ​ຫວຽດນາມ-ລາວ ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດຖະມົນຕີ​​ແຫ່ງ ສປປ ລາວ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

ນີ້​ແມ່ນ​ຄັ້ງ​ທີ​ສອງທີ່ນາຍົກລັດຖະມົນຕີຂອງສອງປະ​ເທດຫວຽດນາມແລະ​ລາວ​ເປັນ​ປະທານ​ຮ່ວມ​ໃນກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ຮ່ວມລະຫວ່າງສອງ​ລັດ​ຖະບານ, ສະ​ແດງ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ປີ 2018 ​ໃຫ້​ໄດ້​ຮັບ​ປະສິດທິ​ຜົນ.

ສອງ​ຝ່າຍ​ສະ​ແດງຄວາມ​ດີ​ໃຈ​ແລະ​ຕີ​ລາຄາ​ສູງຕໍ່​ຜົນສຳ​ເລັດ​ຂອງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ປີ 2017, ສອງ​ຝ່າຍ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ໄດ້​ຈັດ​ຕັ້ງ​ເປັນ​ຢ່າງ​ດີ “ປີ​ສາ​ມັກ​ຄີ​ມິດຕະພາບ​ຫວຽດນາມ-ລາວ, ລາວ-ຫວຽດນາມ 2017”; ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ແລະ​ລາວ.

ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​​ເຊັ່ນ ການ​ເມືອງ, ການ​ພົວພັນຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ການ​ພົວພັນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ​ພັດທະນາ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ​ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ການ​ສຶກສາ​ຝຶກ​ອົບຮົມ​ໄດ້​ຮັບ​ການ​ຍູ້​ແຮງ. ປະຈຸ​ບັນ, ມີ​ນັກຮຽນ, ນັກ​ສຶກສາລາ​ວຫຼາຍ​ກວ່າ 14.000 ຄົນສຶກສາຮ່ຳຮຽນຢູ່​ຫວຽດນາມ; ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ຈົດ​ທະບຽນ​ລົງທຶນ​ເຂົ້າ​ລາວ 411 ​ໂຄງການ​ ດ້ວຍ​ຈຳນວນ​ທຶນ​ປະມານ 3,7 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ຈຳນວນ​ທຶນ​ທີ່​ໄດ້​ປະຕິບັດຫຼາຍ​ກວ່າ 1,6 ຕື້​ໂດ​ລາ​ສະຫະລັດ, ທຽບ​ເທົ່າ 43%, ຫຼາຍ​ໂ​ຄງ​ການ​ໄດ້ສຳ​ເລັດ​ການ​ກໍ່ສ້າງ​ແລະ​ເຂົ້າ​​ເຄື່ອນ​ໄຫວ​ໄດ້​ຮັບ​ຜົນ​ດີ, ປະຕິບັດ​ພັນທະ​ພາສີ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ... ມູນ​ຄ່າ​ການ​ຄ້າ​ຫວຽດນາມ-ລາວ​ປີ 2017 ບັນລຸ​ຫຼາຍ​ກວ່າ 935 ລ້ານໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ເກືອບ 13,6% ທຽບ​ກັບ​ປີ 2016, ສຳ​ເລັດ​ລື່ນ​ລະດັບ​ຄາດໝາຍທີ່​ວາງ​ໄວ້ (10%).

​ເປົ້າ​ໝາຍ​ໃນ​ປີ 2018 ​ແມ່ນ​ສຸມ​ໃສ່​ປະຕິບັດ​ເປັນ​ຢ່າງ​ດີ​ ບັນດາ​ຖະ​ແຫຼ​ງການ​ຮ່ວມແລະຂໍ້​ຕົກລົງຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ແລະ ​ຂໍ້​ຕົກລົງ​ລະຫວ່າງບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ-ການ​ຕ່າງປະ​ເທດ-ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ລົງທຶນ, ການ​ຄ້າ, ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ປີ 2018 ຂຶ້ນ​ຫຼາຍ​ກວ່າ 10% ທຽບ​ກັບ​ປີ 2017; ​ເປີດ​ກວ້າງ​ການ​ຮ່ວມ​ມື​ອົບຮົມ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ, ລົງທຶນ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ຄົມມະນາຄົມ​ເຊື່ອມ​ຕໍ່​ສອງ​ປະ​ເທດ, ສ້າງ​ທາງ​ອອກ​ໃຫ້​ເສດຖະກິດ​ລາວ​ອອກ​ສູ່​ທະ​ເລ, ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ອະນຸ​ພາກ​ພື້ນແມ່​ນ້ຳຂອງ, ຮ່ວມ​ມື​ດ້ານ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ແຫຼ່ງນ້ຳ​ຢ່າງ​ມີ​ປະສິດທິ​ຜົນ​ ​ຍືນ​ຍົງ ​ແລະ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ ປຸງ​ແຕ່ງບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ… ບົນ​ພື້ນຖານຄວາມ​ໄວ້​ວາງ​ໃຈ​ເຊິ່ງກັນ​ແລະ​ກັນ, ສອງ​ປະ​ເທດ​ສະໜັບສະໜູນ​ແລະ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ ຢູ່​ທີ່​ບັນດາ​ອົງການ​ຈັດ​ຕັ້ງ, ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ; ພ້ອມ​ກັນ​ເປັນ​ເອກະ​ພາບ​ກັບ​ທັດສະນະ​ຂອງ​ອາ​ຊຽນກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຮັບປະກັນ​ສັນຕິພາບ ສະຖຽນ​ລະ​ພາບ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ UNCLOS 1982, ປະຕິບັດ DOC ຢ່າງ​ຄົບຖ້ວນ, ​ເຈ​ລະ​ຈາ​ເຊັນ COC ​ໂດຍ​ໄວ.

ພາຍຫຼັງ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື 12 ສະບັບ, ສ້າງ​ເງື່ອນ​ໄຂ​ໃຫ້ການ​ຜັນ​ຂະຫຍາຍ​ປະຕິ​ບັດ​ຢ່າງ​ຮີບ​ເຮັ່ງ ຕາມ​ຈິດ​ໃຈມີ​ປະສິດທິ​ຜົນ, ຄຸນ​ນະພາ​ບ, ຖືກຕ້ອງ​ຕາມ​ກຳນົດ​ເວລາ, ບໍ່​ໃຫ້​ເສຍ​ຫາຍ​ຟຸມ​ເຟືອຍ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ການ​ຜັນ​ປ່ຽນ​ທາງ​ດ້ານ​ຄຸນ​ນະພາ​ບ, ປະກອບ​ດ້ວຍ​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງລັດຖະບານ​ຫວຽດນາມ ​ແລະ ລັດຖະບານ​ລາວ​ປີ 2018; ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 40 ຄະນະ​ກຳມະການ​ຮ່ວມລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​​ຝ່າຍລະຫວ່າງລັດຖະບານ​ຫວຽດນາມ ​ແລະ ​ລັດຖະບານ​ລາວ; ສັນຍາ​ລະຫວ່າງລັດຖະບານ​ຫວຽດນາມ ​ແລະ​ ລັດຖະບານ​ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ​ພັດທະນາ​ທ່າ​ເຮືອ ຫວຸງອ໋າງ (ບັນດາ​ທ່າ​ທຽບ​ເຮືອ​ເລກ​ທີ 1, 2, 3) ກໍ່​ຄື​ເອກະສານ​ການ​ຮ່ວມ​ມື​ຈຳນວນ​ໜຶ່ງ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ, ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ…

ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເປັນ​ປະທານ​ໃນ​ການ​ຖະ​ແຫຼ​ງຂ່າວ​ຮ່ວມ​ກັນ ​ເພື່ອ​ແຈ້ງ​ໃຫ້​ສື່​ມວນ​ຊົນ​ຊາບ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ​ແລະ ​ເຂົ້າ​ຮ່ວມ​ໃນ​ພິທີ​ມອບ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ລັດຖະບານ​ຂອງ​ສອງ​ປະ​ເທດ ​ໃຫ້​​ແກ່ກຸ່ມແລະບຸກຄົນ ທີ່​ມີ​ຜົນງານ​ໃນ​ປີ​ສາມັກຄີ​ແລະ​ມິດຕະພາບ​ຫວຽດນາມ-ລາວ, ລາວ-ຫວຽດນາມ 2017.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ພົບ​ປະ​ກັບ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ເລຂາ​ທີ​ການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ; ທ່ານ​ນາງ ປານີ ຍາ​ທໍ້ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ. ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ​ລາວ​ ຕີ​ລາຄາ​ສູງຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ສອງ​ປະ​ເທດ ບົນ​ຈິດ​ໃຈ​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ, ຊີ້​ນຳຢ່າງ​ໃກ້ຊິດຕິດ​ແທດ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສືບ​ຕໍ່​ພັດທະນາ​ການພົວພັນ​ຮ່ວມ​ມືລະຫວ່າງ​ສອງປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ແລະ​ມີ​ປະສິດທິ​ຜົນ​ຕົວ​ຈິງ, ພິ​ເສດ​ແມ່ນ​ການ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 40 ຄະນະ​ກຳມະການ​ຮ່ວມລະຫວ່າງ​ລັດຖະບານ ບັນລຸ​ຜົນ​ສຳ​ເລັດແຕ່​ຕົ້ນ​ປີ 2018; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ຝ່າຍປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານປີ 2018 ​ແລະ ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດນາມ-ລາວ​ໄລຍະ 2016-2020 ຢ່າງ​ສຳ​ເລັດ​ມີ​ໄຊ.

ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້ ​ແລະ ມອບ​ໂອນ​ສູນ​ຝຶກ​ອົບຮົມ​ພະນັກ​ງານ​ຄຸ້ມ​ຄອງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃຫ້​ຝ່າຍ​ລາວ. ກິດຈະການນີ້​ໄດ້​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຫວຽດນາມ​ໃຫ້​ລັດຖະບານ​ລາວ, ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ສອງ​ປະ​ເທດ, ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ, ຝຶກ​ອົບຮົມ​ພະນັກງານຄຸ້ມ​ຄອງ​ວິທະຍາສາດ​ ເຕັກ​ໂນ​ໂລ​ຊີ​ຂອງ​ລາວ ຕອບ​ສະໜອງ​ຄວາມ​ຕ້ອງການ​ຝຶກ​ອົບ​ຮົມ​ພະນັກງານ​ແຕ່ 600 ຫາ 800 ​ເທື່ອ​ຄົນ​ຕໍ່​ປີ.

ນາ​ຍົດ​ລັດຖະມົນຕີ​ຫວຽດນາມ ​ແລະ ນາຍົກລັດຖະມົນຕີລາວ ​ໄດ້​ພ້ອມ​ກັນ​ໄປ​ຢາມ​ກຸ່ມໂທລະຄົມມະນະ​ຄົມ ສະຕາ ​ເທ​ເລຄອມ (Star Telecom), ຫຸ້ນ​ສ່ວນ​ລະຫວ່າງ ກຸ່ມຫວຽດ​ແທວ Viettel (ຫວຽດນາມ) ແລະ ບໍລະສັດ ລາວ ​ອາຊີ ​ເທ​ເລ​ຄອມ (Lao Asia Telecom), ​ເຊິ່ງປະຈຸ​ບັນ​ເປັນ​ເຈົ້າ​ຂອງ​ເຄືອ​ຂ່າຍ​ມື​ຖື ຢູນີ​ແທວ (Unitel), ຖືກ​ກັບ​ໂອກາດ​ການ​ເປີດ​ອາຄານ​ສຳນັກງານ​ໃຫຍ່​ແຫ່ງ​ໃໝ່​ຂອງ​ກຸ່ມ. ພາຍຫຼັງ 9 ປີ​ແຫ່ງ​ການ​ທຸລະ​ກິດ, Unitel ​ໄດ້​ບັນລຸລາຍ​ໄດ້​ສະ​ສົມ 1,22 ຕື້​ໂດ​ລາ​ສະຫະລັດ, ກຳ​ໄລ 480 ລ້ານ​ໂດ​ລາ​ສະຫະລັດ, ກາຍ​ເປັນ​ວິ​ສາ​ຫະກິດ​ຫຸ້ນ​ສ່ວນ​ທາງ​ໂທລະ​ຄົມມະນາຄົມ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ລາວ. ນີ້​ກໍ່​ແມ່ນ​ວິ​ສາ​ຫະກິດ​ທີ່​ໄດ້​ປະກອບສ່ວນ​ຫຼາຍ​ທີ່​ສຸດ​ເຂົ້າ​ໃນ​ງົບປະມານ​ຂອງ​ລາວ​ມາ​ເຖິງ​ປະຈຸ​ບັນ. ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ຜົນສຳ​ເລັດຂອງ ສະຕາ ​ເທ​ເລ​ຄອມ, ນາຍົກລັດຖະມົນຕີທັງສອງ​ຫວັງ​ວ່າ ​ວິ​ສາ​ຫະກິດ​ຫຸ້ນ​ສ່ວນ​ນີ້ຈະ​ສືບ​ຕໍ່​ພັດທະນາ, ​ເປັນ​ຄັນ​ທຸງ​ນຳ​ໜ້າ​ໃນ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຮ່ວມ​ງານ​ບຸນປີ​ໃໝ່ ​ປີ​ຈໍ 2018 ກັບ​ຊຸມ​ຊົນ​ຊາວ​ຫວຽດນາມ 1.000 ກວ່າຄົນ​ ເຊິ່ງ​ເປັນ​ພະນັກງານ ລັດຖະກອນ​ສະຖານທູດ​ແລະອົງການ​ຕາງໜ້າ​ຫວຽດນາມຢູ່​ລາວ, ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຫວຽດນາ​ທີ່​ມີ​ການ​ລົງທຶນ​ຢູ່​ລາວ, ພ້ອມ​ກັບ​ພີ່ນ້ອງ​ຊາວ​ຫວຽດນາມ​ທີ່​ກຳລັງທຸລະ​ກິດ, ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່​ປະ​ເທດ​ລາວ.

​ໃນ​ຂອບ​​ການ​ເດີນທາງ​​ໄປ​ເຮັດ​ວຽກຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ​ໄດ້​ໄປ​ຢ້ຽມຢາມ, ​ໂອ້​ລົມ​ແລະ​ລະດົມ​ກຳລັງ​ໃຈ​ກຳມະກອນ ຜູ້​ອອກ​ແຮງ​ງານ​ທີ່​ກຳລັງ​ກໍ່ສ້າງອາຄານ​ສະພາ​ແຫ່ງ​ຊາດ​ລາວ ​ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ຮັບປະກັນ​ຄຸນ​ນະພາ​ບ, ວິ​ສາວະ​ກຳ, ສິລະ​ປະກຳ ​ແລະ​ຄວາມ​ຄືບ​ໜ້າ​ຕາມ​ກຳນົດ​ເວລາ, ສົມ​ກັບ​ເປັນ​ຂອງຂວັນ​ຂອງ​ພັກ ລັດ ​ແລະ​ປະຊາຊົນ​ຫວຽດນາມ​ ທີ່​ມອບ​ໃຫ້​ພັກ ລັດ ​ແລະ​ປະຊາຊົນ​ລາວ​ບັນດາ​ເຜົ່າ​​ອ້າຍ​ນ້ອງ. ອາຄານ​ແຫ່ງ​ນີ້​ໄດ້​ເລີ່​ມກໍ່ສ້າງ​ແຕ່​ເດືອນ​ພະຈິກ 2017, ນີ້​ເປັນ​ສັນຍາ​ລັກ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ສອງ​ລັດຖະບານ ສອງ​ສະພາ​ແຫ່ງ​ຊາດ ​ແລະ​ປະຊາ​ຊົນ​ສອງ​ປະ​ເທດ​ຫວຽດນາມ-ລາວ. 

ການ​ເຂົ້າ​ຮ່ວມ​ແລະ​ເປັນ​ປະທານ​ຮ່ວມ​​ໃນກອງ​ປະຊຸມ​ຄັ້ງ​ທີ 40 ຄະນະ​ກຳມະການ​ຮ່ວມລະຫວ່າງ​ລັດຖະບານ​ຫວຽດນາມ-ລາວ ຂອງທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​​ໄດ້​ປະກອບສ່ວນ​ຊຸກຍູ້ຢ່າງ​ແຂງ​ແຮງ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ​ແລະ​ມີ​ເນື້ອ​ແທ້, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ລາວ​ ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່./.

ສັງ​ລວມ​ໂດ​ຍ ນດ