ວກ. ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 12 - 14 ມີນາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ພັນ​ລະ​ຍາ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ທີ່​ປະ​ເທດ ນູ​ແວນ​ເຊ​ລັງ ຕາມ​ຄຳ​ເຊີນຂອງນາຍົກລັດຖະມົນຕີ ຈາ​ຊິນ​ດາ ອາ​ເດິ​ນ.

ທ່ານນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີແຫ່ງ ນູແວນເຊລັງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະພັນລະຍາ. (ພາບ: TTXVN)

ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ ຈາ​ຊິນ​ດາ ອາ​ເດິ​ນ ນາຍົກລັດຖະມົນຕີ​ແຫ່ງ​ ນູ​ແວນ​ເຊ​ລັງ ​ແລະ​ເປັນ​ສັກຂີ​ພິຍານ​ການ​ເຊັນ​ເອກະສານ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ; ພົບ​ປະ​ຫາລື​ກັບ​ທ່ານ ​ແຕຣ​ເວີ ທານ​ລາດ ປະທານ​ສະພາ​​ແຫ່ງ​ຊາດນູ​ແວນ​ເຊ​ລັງ; ​ແລກປ່ຽນ​ກັບ​ທ່ານ ​​ແພດຊີ ​​ເຣດດີ ຜູ້​ສຳ​ເລັດ​ລາຊະການ​ນູ​ແວນ​ເຊ​ລັງ; ພົບ​ປະ​ກັບ​ນາຍົກ​ເທດສະມົນຕີ​ເມືອງ ​ໂອ໊ຄະ​ແລນ; ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ທຸລະກິດ ຫວຽດນາມ-ນູ​ແວ​ເຊ​ລັງ, ຕ້ອນຮັບ​ຜູ້ຕາງໜ້າຂອງບາງບໍລິສັດ​ແລະ​ວິ​ສາຫະກິດ​ໃຫຍ່​ ຂອງ​ນູ​ແວນ​ເຊ​ລັງ; ຢ້ຽມ​ຢາມ​ສະ​ຖາ​ບັນ​ຄົ້ນຄວ້າພືດ - ອາຫານ​ນູ​ແວນ​ເຊ​ລັງ; ພົບ​ປະ​ໂອ້​ລົມ​ກັບ​ຄູ​ອາຈານ​ແລະ​ນັກຮຽນ​ນັກ​ສຶກສາ​ມະຫາວິທະຍາ​ໄລ ວາຍ​ຄາ​ໂຕ (Waikato), ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັບຜູ້ອຳນວຍການ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ ໂອ໊ຄະ​ແລນ ​ແລະ​ພົບ​ປະ​ກັບ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ນູ​ແວນ​ເຊ​ລັງ…

ພິທີ​ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ພັນ​ລະ​ຍາ ພ້ອມຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລະສົມ​ກຽດ​ທີ່ທຳນຽບລັດຖະບານ​ຢູ່ ໂອ໊ຄະ​ແລນ ​​ໂດຍມີ​ການ​ຍິງ​ປືນ​ໃຫຍ່ 19 ນັດ ​ແລະພິທີ​​ຕ້ອນຮັບ​ພິ​ເສດຕາມ​ປະ​ເພນີ​ດັ້ງ​ເດີມຂອງ​ຄົນມາວຣີ ​ເຊິ່ງ​ເປັນຊົນ​ເຜົ່າ​ພື້ນ​ເມືອງ​ທຳ​ອິດ​ທີ່​ຕັ້ງ​ຖິ່ນ​ຖານ​ແລະ​ດຳລົງ​ຊີວິດ​ຢູ່​ນູ​ແວນ​ເຊ​ລັງ. ນີ້​ແມ່ນ​ພິທີການ​ຕ້ອນຮັບ​ສູງ​ສຸດ​ສຳລັບ​ຜູ້ນຳ​ໜ້າ​ລັດຖະບານ​ຂອງ​ປະ​ເທດ​ໜຶ່ງ.

ນາຍົກລັດຖະມົນຕີທັງສອງ​ໄດ້​ປຶກສາ​ເຈ​ລະ​ຈານຳ​ກັນ​ຢ່າງ​​ເປີດອົກ​ເປີດ​ໃຈ ກົງ​ໄປ​ກົງ​ມາ ​ແລະ​ຈິງ​ໃຈ, ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ຮ່ວມ​ມື​ທີ່​ສຳຄັນ​ໃນ​ສະພາບ​ທີ່ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກຮອບດ້ານ​ແລະ​ກ້າວໜ້າ (CPTPP) ຫາ​ກໍ່​ໄດ້​ລົງ​ນາມ ເຊິ່ງພວມ​ເປີດ​ໂອກາດ​ໃໝ່ ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ໃຫຍ່​ຫຼວງ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຄູ່ຮ່ວມ​ມືຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນດີ​ເປັນ​ເອກະສັນຈະສືບ​ຕໍ່​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ​ຂັ້ນ​ຕ່າງ​ໆ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ; ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂອບ​ໂຄງການ​ປະຕິບັດ​ງານກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ 2018-2021 ທີ່​ຫາ​ກໍ່​ໄດ້​ລົງ​ນາມ. ສອງ​ຝ່າຍ​ເຫັນດີຈະຊຸກຍູ້​ການ​ປະຕິບັດ​ມາດ​ຕະການ​ຕ່າງໆ​ ເພື່ອ​ສົ່ງ​ເສີມ​ການ​ລົງທຶນ ການ​ຄ້າ, ​ໃນ​ນັ້ນ​ມີ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ແລກປ່ຽນ​ສິນຄ້າ​ກະສິກຳ​ແລະ​ສັດ​ນ້ຳ, ສູ້​ຊົນ​ຍົກມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນສອງ​ເທົ່າ, ບັນລຸ​ເປົ້າ​ໝາຍ 1,7 ຕຶ້ - 2 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020.

ສອງ​ຝ່າຍ​ເຫັນດີ​ເປັນ​ເອກະສັນຈະ​ພ້ອມ​ກັນຍູ້​ແຮງ​ການ​ຮ່ວມ​ມືທາງ​ດ້ານ​ການ​ສຶກສາ, ຖື​ວ່າ​ນີ້​ເປັນ​ຈຸດ​ໜັກ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ. ຜູ້ນຳ​ທັງ​ສອງ​ເຫັນ​ດີ​ຈະ​ເພີ່ມ​ຈຳນວນ​ນັກ​ສຶກສາ​ຫວຽດນາມ​ໄປ​ຮຽນ​ຢູ່​ ນູ​ແວນ​ເຊ​ລັງ ຂຶ້ນ 30% ​ໃນ​ປີ 2020 ​ໂດຍ​​ການ​ສົ່ງ​ເສີມ​ການ​ແລກປ່ຽນ​ນັກ​ສຶກສາ ​ແລະ​​ຫຼັກສູດ​ຮ່ວມ​ກັນລະ​ຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຍູ້​ແຮງ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດອື່ນ​ຄື ການ​ຮັກສາ​ຄວາມ​ປອດ​ໄພ​ແລະ​ການ​ປ້ອງ​ກັນ​ປະ​ເທດ, ກະສິກຳ, ​ແຮງ​ງານ, ການທ່ອງທ່ຽວ, ວັດທະນະທຳ… ນາ​ຍົດ​ລັດຖະມົນຕີ​ທັງ​ສອງ​ໄດ້​ຕີ​ລາຄາ​ສູງ ​ແລະ​ຢືນຢັນ​ສືບ​ຕໍ່​ປະສານ​ງານ​, ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ, ​ໃນ​ນັ້ນ​ມີ​ສະຫະ​ປະຊາ​ຊາດ, WTO, EAS, APEC, ASEM.

ນາຍົກລັດຖະມົນຕີ ນູ​ແວນ​ເຊ​ລັງ ປະກາດ​ໂຄງການ ODA ​ໃໝ່​ສອງ​ໂຄງການ, ລວມມີ​ໂຄງການ​ຮ່ວມ​ມື 3 ປີມູນ​ຄ່າ 1,5 ລ້ານ​ໂດ​ລາ​ນູ​ແວນ​ເຊ​ລັງ ​ເພື່ອ​ຊ່ວຍ​ເຫຼືອ​ຊາວກະສິກອນ​ຫວຽດນາມ​ໃນ​ການ​ຫັນ​ການ​ຜະລິດ​ເປັນ​ທັນ​ສະ​ໄໝ ຜະລິດ​ອາຫານ​ທີ່​ປອດ​ໄພ​ແລະ​ເພີ່ມ​ລາຍ​ໄດ້ ​ແລະ​ໂຄງການ​ທົດ​ລອງ​ພະລັງງານ​ທົດ​ແທນ​ທີ່​ມີ​ມູນ​ຄ່າ 5 ​ແສນ​ໂດ​ລາ​ນູ​ແວນ​ເຊ​ລັງ ​ເພື່ອ​ຊ່ວຍ​ເຫຼືອ​ກົມຄວບ​ຄຸມ​ໄຟຟ້າ​ຫວຽດນາມ​ ໃນ​ການ​ກໍ່ສ້າງ​ຕະຫຼາດ​ໄຟຟ້າ​ຂາຍ​ສົ່ງ, ຊ່ວຍ​ເພີ່ມ​ປະສິດທິພາບ​ແລະ​ການ​ໃຊ້​ພະລັງງານ​ທົດ​ແທນ. 

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ນາຍົກລັດຖະມົນຕີທັງສອງ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມືທີ່​ສຳຄັນ 3 ສະບັບ​ລະຫວ່າງ​ກະຊວງ ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ເສດຖະກິດ​ແລະ​ການ​ຄ້າ, ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ, ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ. ສອງຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບການ​ຊຸກຍູ້​ການພົວພັນຄູ່​ຮ່ວມ​ມືຮອບດ້ານ ຫັນ​ໄປ​ຍັງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. 

ກ່າວ​ຄຳ​ເຫັນ​ໃນ​ງານ​ລ້ຽງ​ຂອງ​ນາຍົກລັດຖະມົນຕີນູ​ແວນ​ເຊ​ລັງ​ຫຼັງ​ຈາກ​ການ​​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ໃຊ້​ຄຳ​ສຸພາສິດ​ຂອງຊາ​ວ ມາວຣີ “ນາວ ​ແທ ຣາວຣາວ ນາ​ຄູ ​ແທ ຣາວຣາວ ກາ ​ໂອຣາ ອາຍ ​ແທ ​ໄອ​ວີ” ​ທີ່​ມີ​ຄວາມໝາຍວ່າ​ການຮ່ວມ​ມື​ແລະ​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍຈະ​ມີ​ຜົນ​ດີງາມ, ​ເພື່ອ​ເນັ້ນ​ວ່າ ດ້ວຍ​ຄວາມ​ພະຍາຍາມ​ແລະ​ຄວາມ​ຕັດສິນ​ໃຈ​ຂອງການ​ນຳ​ແລະ​ປະຊາຊົນ​ສອງ​ປະ​ເທດ, ສອງ​ຝ່າຍ​ຈະ​ບັນລຸ​ເປົ້າ​ໝາຍ​ຍົກ​ລະດັບ​ການ​ພົວພັນ​ສອງ​ປະ​ເທດ​ຂຶ້ນ​ເປັນຄູ່ຮ່ວມມື​ຍຸດ​ທະ​ສາດ​ໃນ​ເວລາ​ທີ່​ໄວ​ທີ່​ສຸດ.

​ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ການ​ເຄື່ອນ​ໄຫວສົ່ງ​ເສີມ​ການ​ລົງທຶນ, ພົບ​ປະກັບ​ນັກທຸລະກິດ​ທີ່​ເວທີ​ປາ​ໄສ​ການ​ທຸລະ​ກິດ​ຫວຽດນາມ - ນູ​ແວນ​ເຊ​ລັງ ​ແລະ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ສັນຍາ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ກ່າວ​ຄຳ​ເຫັນ​ຕໍ່​ໜ້ານັກທຸລະກິດ 300 ຄົນ​ຂອງ​ສອງ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງວ່າ ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ມີ​ລັກສະນະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ຫຼາຍ​ກວ່າການ​ແຂ່ງຂັນກັນ, ນັ້ນ​ແມ່ນ​ໂອກາດສຳລັບ​ການ​ຮ່ວມ​ມື​ທີ່​ເປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ພ້ອມ​ກັນ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ສອງ​ປະ​ເທດ ​ແລະຢືນຢັນ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຢູ່​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ກ້າວໜ້າ​ຕື່ມ​ອີກກ້າວ​ໜຶ່ງ, ລັດຖະບານ​ຫວຽດນາມ​ພວມ​ສູ້​ຊົນ​ເຮັດ​ໃຫ້​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ມີ​ລັກສະນະ​ແຂ່ງຂັນ​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ. “ຂ້າພະ​ເຈົ້າ​ຄິດ​ວ່າ​ການ​ພົບ​ປະກັນ​ໃນ​ມື້​ນີ້​ເປັນ​ພຽງ​ການ​ເລີ່​ມຕົ້ນ, ດ້ວຍ​ຕະຫຼາດ​ຂະໜາດ​ໃຫຍ່​ເຊັ່ນ​ຫວຽດນາມ, ​ແນ່ນອນ​ວ່າ​ຈະ​ເປັນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ສອງ​ປະ​ເທດ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ​ການ​ພັດທະນາ​ຮ່ວມ​ກັນ”, ທ່ານ​ນາຍົກລັດຖະມົນຕີ​ເວົ້າ​ ແລະ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫຼັງຈາກ​​ເວທີ​ປາ​ໄສ​ນີ້, ​ແນ່ນອນ​ສັນຍາ​​ໃໝ່​ຫຼາຍ​ສະບັບຈະ​​ໄດ້​ຮັບ​ການ​ລົງ​ນາມ ​ດ້ວຍ​ຈິດ​ໃຈທັງ​ສອງ​ຝ່າຍ​ໄດ້​ໄຊຊະນະ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ໄປ​ຢ້ຽມຢາມມະຫາວິທະຍາ​ໄລ ວາຍ​ຄາ​ໂຕ ​ເຊິ່ງ​ເປັນ​ມະຫາວິທະຍາ​ໄລ​ນຳ​ໜ້າ​ຂອງ​ນູ​ແວນ​ເຊ​ລັງ ​ແລະຖືກ​ຈັດ​ອັນ​ດັບ​ສູງ​ໃນ​ໂລກ. ​ໂອ້​ລົມ​ສົນທະນາ​ກັບ​ນັກ​ຮຽນ​ນັກສຶກສາ​, ທ່ານ​ນາຍົກລັດຖະມົນຕີຊີ້​ແຈງ​ ຫວຽດນາມ​ຖື​ວ່າການ​ສຶກສາ-ຝຶກ​ອົບຮົມ​ເປັນນະ​ໂຍບາຍ​ແຫ່ງ​ຊາດສູງ​ສຸດ; ຖື​ຄົນ​ເກັ່ງ​ເປັນ​ມິ່ງຂວັນ​ສຳຄັນ​ຂອງ​ຊາດ ​ແລະ​ຖື​ການ​ສຶກສາ-ຝຶກ​ອົບຮົມ​ເປັນ​ເສົາ​ຄ້ຳ​ທີ່​ສຳຄັນ​ໃນ​ການ​ຮ່ວມ​ມື​ກັບ​ນູ​ແວນ​ເຊ​ລັງ. ທ່ານ​ນາຍົກລັດຖະມົນຕີສະ​ແດງ​ຄວາມ​ຫວັງ​ວ່າ ນັກຮຽນ​ນັກ​ສຶກສາຈະ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຫວຽດນາມ - ນູ​ແວນ​ເຊ​ລັງ, ສ້າງ​ຄວາມ​ຈະ​ເລີ​ນພັດທະນາ​ ແລະອະນາຄົດ​ທີ່​ສົດ​ໃສ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

​ໃນ​ການ​ຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ພົບ​ປະ​ ​ໂອ້​ລົ​ມກັບພະນັກງານ​ສະຖານທູດ ​ແລະ​ຜູ້​ແທນ​ຂອງ​ຊຸມ​ຊົນ​ຊາວຫວຽດນາມ​ທີ່​ກຳລັງ​ດຳລົງ​ຊີວິດ ທຳ​ມາ​ຫາ​ກິນ ຮ່ຳຮຽນ​ຢູ່​ປະ​ເທດ​ນູ​ແວນ​ເຊ​ລັງ.

ການ​ຢ້ຽມຢາມ​ນູ​ແວນ​ເຊ​ລັງ​ຢ່າງ​ເປັນ​ທາງ​ການ​ຂອງທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສ້າງ​ກຳລັງ​ໜູນ​ໃໝ່ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2009, ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​ແລະ​ມີ​ປະສິດທິ​ຜົນ, ສ້າງ​ແຮງ​ຜັດ​ດັນ​ໃຫ້ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ - ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ./.

​ໂດຍ ຫງວຽນ​ດຶກ