ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ຣາມ ນາດ ​​ໂກ​ວິນ ປະທານາທິບໍດີ​​ແຫ່ງ ສາທາລະນະ​ລັດ ອິນ​ເດຍ ​ແລະ ທ່ານ ​ໂມ​ຮາ​ມາດ ອັບ​ດຸນ ຮາ​ມິດ ປະທານາທິບໍດີແຫ່ງ ສາທາລະນະ​ລັດ ປະຊາຊົນ ບັງ​ກລາ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ພັນ​ລະ​ຍາ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ ສສ.ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ ສ.ອິນ​ເດຍ ​ໃນ​ລະຫວ່າງ​ວັນ​ທີ 2-4 ມີນາ 2018 ​ແລະ ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ ສປ.ບັງ​ກລາ​ເທດ ​ໃນ​ລະຫວ່າງ​ວັນ​ທີ່ 4-6 ມີນາ 2018.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ ຢູ່ທີ່ເດີນບິນທະຫານ ປາລາມ, ນະຄອນຫຼວງນິວເດລີ, ອິນເດຍ. (ພາບ: TTXVN)

ໃນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ສາທາລະນະ​ລັດ​ອິນ​ເດຍ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ, ພົບ​ປະ​ຫາລື​ກັບ​ທ່ານ ຣາມ ນາດ ​ໂກ​ວິນ ປະທານາທິບໍດີ​ ​ແລະ​ທ່ານ ນະ​ເຣນດຣາ ​ໂມ​ທີ ນາຍົກລັດຖະມົນຕີ; ມີ​ການ​ພົບ​ປະ​ກັບ​ທ່ານ ສຸ​ມີ​ຕຣາ ມະຫາ​ຈັນ ປະທານ​ສະພາ​ຕ່ຳ, ທ່ານ ​ຊັດມາ ສະ​ວາຣາ ລັດຖະມົນຕີ​ການ​ຕ່າງປະ​ເທດ, ທ່ານຜູ້ນຳ​ຂອງ​​ພັກ​ການ​ເມືອງ, ສະມາຄົມ​ມິດຕະພາບຫວຽດນາມ-ອິນ​ເດຍ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການທຸລະ​ກິດຫວຽດນາມ-ອິນ​ເດຍ, ພິທີຕັດ​ແຖບ​ຜ້າ​ເປີດ “ວັນ​ວັດທະນະທຳຫວຽດນາມຢູ່ອິນ​ເດຍ”, ວາງ​ພວງມາລາ​ທີ່​ອະນຸສອນ​ສະຖານ ມະຫາດ​ມະ ຄາມ​ທີ, ​ໄປ​ຢ້ຽມຢາມລັດ​ພິຫານ ​ໃນ​ພາກ​ຕາ​ເວັນອອກສຽງ​ເໜືອ​ຂອງ​ອິນ​ເດຍ... ຢູ່ທີ່ພິພິດທະພັນ​ອະນຸສອນ ເນຣູ ​ໃນນະຄອນຫຼວງນິວ​ເດ​ລີ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ບົດ​ປາ​ໄສ​ທີ່​ສຳຄັນ​ຕໍ່ໜ້ານັກ​ການ​ເມືອງ, ອາຈານ, ນັກ​ຄົ້ນຄວ້າ, ນັກວິຊາການ ​ແລະ​ນັກ​ສຶກສາ​ຊາວ​ອິນ​ເດຍປະມານ 300 ຄົນ.

​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດສາທາລະນະ​ລັດ ປະຊາຊົນ ບັງ​ກລາ​ເທດ ຂອງທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ດຳ​ເນີນ​ຖືກ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-ບັງກລາ​ເທດ ຄົບ​ຮອບ 45 ປີ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ, ພົບ​ປະ​ຫາລື​ກັບທ່ານ ອັບ​ດຸນ ຮາ​ມິດ ປະທານາທິບໍດີ, ທ່ານ ​ເຊກ ຮາ​ຊີ​ນາ ນາຍົກລັດຖະມົນຕີ; ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ​ປະທານ​ພັກ​ກຳມະກອນ; ​ເຂົ້າ​ຮ່ວມ​ແລະ​ກ່າວ​ປາ​ໄສ​ທີ່​ເວທີ​ປາ​ໄສ​ການ​ທຸລະ​ກິດຫວຽດນາມ-ບັງກລາ​ເທດ; ​ເຂົ້າ​ຮ່ວມ​ພິທີ​ເປີດ “ວັນວັດທະນະທຳ ຫວຽດນາມຢູ່ບັງກລາ​ເທດ”...       

ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ຢ້ຽມຢາມ​ລັດຖະກິດ​ຂອງທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍກວາງ ​ແລະ ພັນ​ລະ​ຍາ ​ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ທີ່​ປະ​ເທດ​ອິນ​ເດຍ ​ແລະປະ​ເທດບັງກລາ​ເທດ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ດີ​ທີ່​ສຸດ. ສອງ​ປະ​ເທດ ອິນ​ເດຍ ​ແລະບັງກລາ​ເທດ ​ໄດ້​ຕ້ອນຮັບ​ຄະນະ​ດ້ວຍ​ພິທີ​ສູງ​ສຸດ​ສຳ​ລັບ​ການ​ຢ້ຽມຢາມ​ຂັ້ນ​ລັດ ​ແລະ​ມີ​ກິລິຍາ​ຈຳນວນ​ໜຶ່ງ​ສູງ​ກວ່າ​ປົກກະຕິ. ​ໃນ​ທຸກ​ການ​ພົບ​ປະ, ​ເຮັດ​ວຽກ​ລະຫວ່າງທ່ານ​ປະທານ​ປະ​ເທດ​ຫວຽດນາມ​ກັບຜູ້ນຳ​ຂອງ​ສອງ​ປະ​ເທດ ກໍ່​ຄື​ກັບບັນດາ​ພັກ​ການ​ເມືອງ, ວົງ​ການ​ນັກທຸລະກິດ, ວົງ​ການ​ນັກ​ຄົ້ນຄວ້າ, ນັກ​ສຶກສາ ​ແລະ​ພິ​ເສດ​ແມ່ນ​ປະຊາຊົນ​ຂອງ​ສອງ​ປະ​ເທດ ລ້ວນ​ແຕ່​​ໄດ້​ດຳ​ເນີນ​ດ້ວຍ​ຄວາມ​ເຂົ້າ​ໃຈ ຄວາມ​ຮູ້ສຶກພິ​ເສດ; ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ຖື​ການ​ເມືອງ​ສູງ, ຄວາມ​ຮູ້ສຶກ​ອົບ​ອຸ່ນ, ຄວາມ​ເຄົາລົບ​ນັບຖືລະຫວ່າງ​ຍາດ​ພີ່ນ້ອງ, ​ເພື່ອ​ນມິ​ດ​ເກົ່າ.

ກ່ຽວ​ກັບ​ເນື້ອ​ໃນ, ​ໃນ​ທຸກ​ບັນຫາ​ທີ່​ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ແລກປ່ຽນ​ກັບ​ຜູ້ນຳ​ຂອງ​ສອງ​ປະ​ເທດອິນ​ເດຍ​ ແລະບັງກລາ​ເທດນັ້ນ, ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ວ່າ​ມີ​ຄວາມ​ເປັນ​ເອກະສັນ​ສູງ, ​ໃນ​ນັ້ນ​ມີ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອ​ຊຸກຍູ້ການ​ພົວພັນ​ລະຫວ່າງຫວຽດນາມ ກັບອິນ​ເດຍ ​ແລະ​ບັງ​ກລາ​ເທດ. ສຳລັບ​ອິນ​ເດຍ, ນັ້ນ​​ແມ່ນ​ການປະຕິບັດ​ເນື້ອ​ໃນ ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ. ສຳລັບບັງກລາ​ເທດ, ນັ້ນ​ແມ່ນ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນເຊື້ອ​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່, ມີ​ປະສິດທິ​ຜົນ​ຫຼາຍກວ່າອີກ.

ຜ່ານ​ການ​ແລກປ່ຽນ, ບັນດາ​ຜູ້ນຳ​ ແລະຄະນະ​ຜູ້​ແທນມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ເຖິງ​ຄວາມ​ສຳຄັນ​ຂອງ​ກັນ​ແລະ​ກັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ໂອກາດ​ແລະທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ພົວພັນ​ສອງ​ຝ່າຍ. ບັນດາ​ຜູ້ນຳ​ໄດ້​​ເຫັນ​ດີ​ເປັນ​ເອກະ​ສັນ​ກ່ຽວ​ກັບບັນດາ​ມາດ​ຕະການ​ຕົວ​ຈິງ, ສຸມ​ໃສ່​ການ​ເຊື່ອມຕໍ່. ທຳ​ອິດ​ແມ່ນ​ການ​ເຊື່ອມ​ຕໍ່​ຄົນ​ກັບ​ຄົນ, ພິ​ເສດ​ແມ່ນ​ນັກທຸລະກິດ​ກັບ​ນັກທຸລະກິດ. ຕໍ່​ຈາກ​ນັ້ນ​ແມ່ນ​ການເຊື່ອມ​ຕໍ່ທາງ​ອາກາດ ​ແລະທາງ​ທະ​ເລ. ຖ້າ​ຫາກ​ເຊື່ອມ​ຕໍ່​ດີ, ພວກ​ເຮົາ​ຈະ​ຮູ້ສຶກ​ວ່າ ດາ​ກາ​ແລະ​ນິວ​ເດ​ລີ​ບໍ່​ຢູ່​ໄກ​ຈາກ​ຫວຽດນາມ​ ກວ່າ​ສິງກະ​ໂປ​ແລະ​ກົວ​ລາ​ລຳ​ເປີ. ຖ້າ​ຫາກ​ເຊື່ອມ​ຕໍ່​ດີ, ນີ້​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ເພື່ອປຸກ​ຕື່ນ​ທ່າ​ແຮ​ງ, ​ເຮັດ​ໃຫ້​ທ່າ​ແຮງ​ແຫ່ງ​ການ​ຮ່ວມ​ມື​ປະກົດ​ຜົນ​ເປັນ​ຈິງ ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະຊາຊົນ, ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

​ໃນ​ການ​ຢ້ຽມຢາມ​ປະ​ເທດ​ອິນ​ເດຍ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍກວາງ ​ໄດ້​ມີ​ບົດ​ປາ​ໄສ​ທີ່​ສຳຄັນ​ຢູ່​ທີ່​ພິພິດທະພັນ ​ເນຣູ ​ເຊິ່ງຜູ້​ຮັບ​ຟັງບໍ່​ພຽງ​ແຕ່​​ແມ່ນນັກ​ການ​ເມືອງ​ເທົ່າ​ນັ້ນ ​ແຕ່​ຍັງ​ມີທັງ​ນັກ​ຄົ້ນຄວ້າ ນັກ​ສຶກສາ ​ແລະ​ເປົ້າ​ໝາຍອື່ນ​ເປັນ​ຈຳນວນ​ຫຼາຍ, ພ້ອມ​ກັນ​ນັ້ນ​ກໍມີ​ການ​ເຂົ້າ​ຮ່ວມ​ຂອງສື່​ມວນ​ຊົນ ​ແລະ​ອົງການ​ຂ່າວສານ​ທີ່​ສຳຄັນ​ໃນ​ປະ​ເທດ​ອິນ​ເດຍ. ດ້ວຍ​ຂໍ້ຄວາມ​ຕົ້ນຕໍ​​ໃນ​ບົດ​ປາ​ໄສ, ທ່ານ​ປະທານ​ປະ​ເທດ​ຢາກ​ເວົ້າ​ວ່າ ຫວຽດນາມ​ແລະ​ອິນ​ເດຍ​ເພີ່ມທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ບໍ່​ແມ່ນ​ເພື່ອ​ຈຸດປະສົງ​ອື່ນ​ໃດ ນອກ​ເໜືອ​ຈາກຈຸດປະສົງ​ ເຮັດ​ໃຫ້ພາກ​ພື້ນ​ອິນ​ເດຍ-ປາຊີ​ຟິກ​ແລະ​ອາຊີ ນັບ​ມື້​ນັບ​ພັດທະນາ ​ແລະຈະ​ເລີ​ນຮຸ່ງ​ເຮືອງ ​ເພື່ອຜົນ​ປະ​ໂຫຍດຮ່ວມກັນຂອງ​ທຸກ​ປະ​ເທດ​ໃນ​ພາກ​ພື້ນ ​ແລະເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ໃນ​ໂລກ.

​​ການ​ຢ້ຽມຢາມ​ປະ​ເທດບັງກລາ​ເທດ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ປະທານ​ປະ​ເທດ​ຫວຽດນາມ​​ໃນ 14 ປີ​ນັບ​ແຕ່​ປີ 2004. ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ສະພາບ​ການ​ທີ່​ການພົວພັນ​ລະຫວ່າງສອງ​ປະ​ເທດ​ມີ​ການ​ພັດທະນາທີ່​ສຳຄັນ​ໃນ​ຫຼາຍ​ດ້ານ: ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ການ​ສຶກສາ, ການ​ປ້ອງ​ກັນ​ປະ​ເທດ… ຈຸດ​ສຳຄັນ​ໜຶ່ງ​ທີ່​ຕ້ອງ​ເນັ້ນຄື​ ການ​ຢ້ຽມຢາມ​ໄດ້​ຢືນຢັນ ​ແລະຮັດ​ແໜ້ນ​ສາຍພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ​ລະຫວ່າງສອງ​ປະ​ເທດ. ຝ່າຍບັງກລາ​ເທດຍາມ​ໃດ​ກໍ​ໃຫ້​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຕໍ່​ປະ​ເທດ​ແລະ​ປະຊາຊົນ​ຫວຽດນາມ, ພິເສດ​ແມ່ນ​ທ່ານ​ປະທານ ​ໂຮ່ຈີ​ມິນ. ຝ່າຍ​ຫວຽດນາມຍາມ​ໃດ​ກໍ​ນັບຖືທະນຸ​ຖະໜອມ​ມິດ​ຈິດ​ມິດໃຈ​ຂອງບັງກລາ​ເທດ ​ແລະ​ຫວັງ​ທີ່​ສຸດ​ວ່າ​ຈະ​ເສີມສ້າງ​ແລະພັດທະນາການ​ພົວພັນ​, ​ເຮັດ​ໃຫ້ການຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ມີ​ຜົນຕົວ​ຈິງ.

ພ້ອມ​ກັນ​ນັ້ນ, ​ໃນລະຫວ່າງ​ການ​ຢ້ຽມຢາມ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍກວາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ການ​ຕ່າງໆ ​ເຊິ່ງ​ໄດ້​ເນັ້ນ​ຢ້ຳ​ເຖິງຄຸນຄ່າ​ທາງ​ປະ​ເພນີ ​ແລະ​ການ​ພົວພັນ​ໃນ​ປະຫວັດສາດ​ລະຫວ່າງ​ຫວຽດນາມ ກັບ​ອິນ​ເດຍ ​ແລະ​ບັງ​ກລາ​ເທດ. ຜ່ານ​ນັ້ນ​ອາດ​ຈະ​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ອິນ​ເດຍ ​ແລະບັງກລາ​ເທດ ມີ​ຄວາມ​ເລິກ​ເຊິ່ງ​ທາງ​ປະຫວັດສາດ​ແລະ​ວັດທະນະທຳ. ຫວຽດນາມ​ຫາ​ກໍ່ສຳ​ເລັດ​ການສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ອິນ​ເດຍຄົບຮອບ 45 ປີ ​ແລະ​ປີ​ນີ້​ຈະ​ສະ​ເຫຼີມສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດກັບບັງກລາ​ເທດຄົບຮອບ 45 ປີ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ນອກຈາກ​ການ​ແລກປ່ຽນ​ກ່ຽວກັບບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​​ໃນ​ອະນາຄົດ​ແລ້ວ, ທ່ານ​ປະທານ​ປະ​ເທດ​ຍັງ​ໄດ້​ພົບ​ປະ​ກັບ​ຫຼາຍ​ວົງ​ການ ຫຼາຍ​ຂະ​ແໜງ​ການ; ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ພື້ນຖານ​ອັນ​ເລິກ​ເຊິ່ງຂອງ​ສາຍ​ພົວພັນ​ດັ່ງກ່າວ. ພິ​ເສດ, ບັນດາ​ຜູ້​ເປັນ​ພະຍານ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ໄລຍະ​ປະຫວັດສາດ​ຂອງ​ສາຍ​ພົວພັນ​ຍັງ​ມີ​ຊີວິດ​ຢູ່. ​ເພາະສະ​ນັ້ນ, ນີ້​ແມ່ນ​ໂອກາດ​ພິ​ເສດ​ທີ່​ສຸດ, ທ່ານ​ປະທານ​ປະ​ເທດ​​ມາພົບ​ປະ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ ທົບ​ທວນ​ຄວາມ​ຈຳ, ທັງ​ເພື່ອ​ແລກປ່ຽນ​ມາດ​ຕະການ​​ເຮັດ​ໃຫ້​​ມູນ​ເຊື້ອ​ດັ່ງກ່າວສືບ​ຕໍ່​ມີ​ຊີວິດ​ຊິ​ວາ, ​ເຮັດ​ໃຫ້​ຊາວ​ໜຸ່ມ​ເຂົ້າ​ໃຈ​ມູນ​ເຊື້ອ​ ​ແລະຮັກ​ແພງ​ທະນຸ​ຖະໜອມ​ມູນ​ເຊື້ອ​ດັ່ງກ່າວ ​ເພື່ອ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ໃຫ້​ປະຈຸ​ບັນ.

ປະ​ເທດ​ອິນ​ເດຍມີ​ພົນລະ​ເມືອງ 1,3 ຕື້​ຄົນ ​ແລະ​ປະ​ເທດບັງກລາ​ເທດມີ​ພົນລະ​ເມືອງ 170 ລ້ານ​ຄົນ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ທັງ​ສອງ​ປະ​ເທ​ດອິນ​ເດຍ ​ແລະບັງກລາ​ເທດ ​ໄດ້​ບັນລຸ​ການ​ເຕີບ​ໂຕ​ຂອງ ຈີ​ດີ​ພີ ສູງ​ທີ່​ສຸດ ສະ​ເຫຼ່ຍຫຼາຍ​ກວ່າ 7% ຕໍ່​ປີ. ການ​ຄາດ​ຄະ​ເນ​ສ່ວນ​ຫຼາຍ​ໄດ້​ຢືນຢັນ​ວ່າ ​ໃນ​ປີ​ຕໍ່ໆ​ໄປ, ​ສອງ​ປະ​ເທ​ດອິນ​ເດຍ ​ແລະ​ບັງ​ກລາ​ເທດຈະ​ສືບ​ຕໍ່​ຮັກສາ​ລະດັບ​ການ​ເຕີບໂຕສູງ​ຄື​ແນວ​ນັ້ນ. ນີ້​ແມ່ນ​ກຳລັງ​ບົ່ມ​ຊ້ອນ​ທີ່​ໃຫຍ່​ຫຼວງ​ເພື່ອ​ພັດທະນາການ​ພົວພັນ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ. ການ​ຢ້ຽມຢາມ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ປະການ​ໜຶ່ງ​ຄື ຄວາມ​ຕັດສິນ​ໃຈ​ການ​ເມືອງ​ມີ​ແລ້ວ, ຄວາມ​ພະຍາຍາມ​ເຊື່ອມ​ຕໍ່​ຂອງ​ນັກທຸລະກິດພ້ອມ​ແລ້ວ, ດຽວ​ນີ້​ຈະ​ຜັນ​ຂະຫຍາຍ​ຄື​ແນວ​ໃດ. ດ້ວຍ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ, ພວກ​ເຮົາ​ເຊື່ອ​ໝັ້ນວ່າ ຈະ​ຜັນ​ຂະຫຍາຍ​ໄດ້​ເປັນ​ຢ່າງ​ດີ, ສວຍ​ໃຊ້​ໄດ້​ໂອກາດ​ທີ່​ການ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ກຳລັງ​ນຳ​ມາ​ໃຫ້ ​ເພື່ອພັດທະນາ​ການ​ພົວພັນເສດຖະກິດ-ການ​ຄ້າ​ລະຫວ່າງຫວຽດນາມ-ອິນ​ເດຍ, ຫວຽດນາມ-ບັງ​ກລາ​ເທດ ​ໃຫ້​ມີ​ປະສິດທິ​ຜົນ​ຕົວ​ຈິງ./.

​ໂດຍ ​ແທັງ​ແອັງ