ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ມານໂກມ ​ເທີນບຸນ ນາຍົກລັດຖະມົນຕີອົດສະຕຣາລີ, ​ໃນ​ລະຫວ່າງ​ວັນ​ທີ 14-18 ມີນາ 2018, ທ່ານນາ​ຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ອົດ​ສະຕຣາລີ ຢ່າງ​ເປັນ​ທາງ​ການ ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນ​ສູງ​ພິ​ເສດ ອາ​ຊຽນ-ອົດ​ສະຕຣາລີ ​ເຊິ່ງ​ການ​​ເຄື່ອນ​ໄຫວເຮັດ​ວຽກຂອງ​ທ່ານ​ນາຍົກລັດຖະມົນຕີ​ມີ 43 ກິດຈະກຳ​ຢູ່ 2 ​ເມືອງ​ໃຫຍ່​ຄື ​ແຄນ​ເບີຣາ ​​ແລະ​ຊິດ​ນີ ຂອງອົດສະຕຣາລີ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະນາຍົກລັດຖະມົນຕີອົດສະຕຣາລີ ມານໂກມ ເທີນບຸນ ລົງນາມໃນຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ. (Ảnh: TTXVN)

ໂດຍ​ດຳ​ເນີນ​ໃນ​ສະພາບ​ການທີ່​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ຫາກໍ່​ໄດ້​ລົງ​ນາມ ​ເຊິ່ງຫວຽດນາມ​ແລະອົດສະຕຣາລີ ​ເປັນ​ສະມາຊິກ, ການ​ຢ້ຽມຢາມອົດສະຕຣາລີຢ່າງ​ເປັນ​ທາງ​ການ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ 3 ປະການ​ຄື: ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຍົກ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສະ​ເຫຼີ​ມສະຫຼອງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-ອົດ​ສະຕຣາລີ​ຄົບຮອບ 45 ປີ ​​ແລະ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນເອກະສານ, ຂໍ້​ຕົກລົງ​ການ​ຮ່ວມ​ມື​ເກືອບ 30 ສະບັບ​.

ລັດຖະສະພາ​ສະຫະພາບອົດ​ສະ​ຕຣາລີ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຢ່າງ​ສົມ​ກຽດ ດ້ວຍ​ການ​ຍິງ​ປືນ​ໃຫຍ່ 19 ນັດພ້ອມ​ພິທີ​ສູງ​ສຸດສຳລັບ​ຜູ້ນຳ​ໜ້າ​ລັດຖະບານ​ຂອງ​ປະ​ເທດໜຶ່ງ.

ທ່ານນາຍົກ​ລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານ ​ມານ​ໂກມ ເທີນບຸນ ນາຍົກລັດຖະມົນຕີອົດສະຕຣາລີ; ພົບ​ປະ​ກັບ​ຜູ້​ສຳ​ເລັດ​ລາຊະການອົດສະຕຣາລີ, ປະທານ​ສະພາ​ສູງ, ປະທານ​ສະພາ​ຕ່ຳ; ພົບ​ປະ​ໂອ້​ລົ​ມກັບຄູ​ອາຈານ ​ແລະນັກຮຽນ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດອົດສະຕຣາລີ - ມະຫາວິທະຍາ​ໄລ​ຊັ້ນ​ນຳ​ຂອງອົດສະຕຣາລີ; ພົບ​ປະ​ກັບ​ສະມາຄົມ​ມິດຕະພາບຫວຽດນາມ-ອົດ​ສະຕຣາລີ; ຢ້ຽມຢາມ​ອົງການ​ຄົ້ນ​ຄວ້າວິ​ທະຍາ​ສາດ​ແລະ​ອຸດສາຫະກຳ​​ເຄືອ​ຈັກກະ​ພົບ (CSIRO) ​ແລະ​ງານ​ວາງສະ​ແດງ​ນະ​ວັດຕະ​ກຳ ທີ່​ແນະນຳ​ຫຼາຍ​ໂຄງການ​ຮ່ວມ​ມື​ກັບ​ຫວຽດນາມ​ທາງ​ດ້ານ​ສາທາລະນະ​ສຸກ, ກະສິກຳ, ການວາງ​ແຜນ​ນ້ຳ…; ພົບ​ປະ​ກັບ​ນັກທຸລະກິດ ​ແລະປັນຍາ​ຊົນ​ຄົນ​ຫວຽດນາມ​ທີ່​ດີ​ເດັ່ນ ຢູ່ອົດ​ສະຕຣາລີ; ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ-ອົດ​ສະຕຣາລີ ຄົບຮອບ 45 ປີ; ພົບ​ປະ​ໂອ້​ລົມ​ກັບ​ພີ່ນ້ອງ​ຊາວຫວຽດນາມ ຢູ່ອົດ​ສະຕຣາລີ…

​ໃນ​ນະຄອນ​ຊິດ​ນີ, ​ເມືອງ​ຫຼວງ​ຂອງ​ລັດ​ນິວ​ເຊົາ​ເວນ ​ແລະ​ເປັນສູນ​ກາງ​ທາງ​ການ​ເງິນ​ແລະການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງອົດສະຕຣາລີ, ທ່ານນາຍົກ​ລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້ພົບ​ປະ​ກັບ​ຜູ້​ວ່າ​ລາຊະການ ​ແລະ​ຜູ້​ປົກຄອງ​ລັດນິວ​ເຊົາ​ເວນ, ​ແລະ​ມີ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ຄື ສົ່ງ​ເສີມ​ການ​ລົງທຶນ, ​ເຂົ້າຮ່ວມເວທີປາໄສວິ​ສາ​ຫະກິດ​ຫວຽດນາມ-ອົດ​ສະຕຣາລີ ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະ​ກິດ ນັກ​ລົງທຶນ​ຂອງ​ສອງ​ປະ​ເທດ 400 ກວ່າ​ຄົນ.

ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານນາຍົກລັດຖະມົນຕີ ມານ​​ໂກ​ນ ​ເທີນ​ບຸນ ​ໄດ້​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ​ມີ​ເນື້ອ​ແທ້​ຕົວ​ຈິງ​ຂອງ​ການ​ພົວພັນຫວຽດນາມ-ອົດ​ສະຕຣາລີ ພາຍຫຼັງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແລະ​ຂັ້ນ​ຕ່າງໆ, ຍູ້​ແຮງ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ; ​ເຫັນ​ດີ​ຈະ​ສ້າງ​ຕັ້ງ​ບັນດາກົນ​ໄກຕິດ​ຕໍ່​ໃນ​ລະດັບລັດຖະມົນຕີ​ການ​ຕ່າງປະ​ເທດ, ລັດຖະມົນຕີການ​ປ້ອງ​ກັນ​ປະ​ເທດ ​ແລະ​ລັດຖະມົນຕີ​ວ່າການ​ເສດຖະກິດ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານຄວາມ​ປອດ​ໄພ​ທົ່ວ​ໄປ, ​ໃນ​ນັ້ນ​ມີ​ການ​ກໍ່​ການ​ຮ້າຍ, ອາດຊະຍາ​ກຳ​ຂ້າມ​ຊາດ, ການ​ຄ້າ​ມະນຸດ ​ແລະການ​ພາ​ຄົນ​ຂ້າມ​ຊາດ​ຜິດ​ກົດໝາຍ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະສ້າງ​​ເງື່ອນ​ໄຂດີ​ສຸດ​​ເພື່ອ​ພັດທະນາ​​ເສດຖະກິດ​ຢ່າງ​ກວ້າງຂວາງ ຮອບ​ດ້ານ, ​ເພີ່ມ​ຜົນ​ປະ​ໂຫຍ​ດ​ເສ​ດຖະກິດ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ລັກສະນະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ ​ແລະກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ພື້ນຖານ​ເສດຖະກິດ​ສອງ​ປະ​ເທດ. ຜູ້ນຳ​ທັງ​ສອງ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ເຊື່ອມ​ຕໍ່​ນັບ​ມື້​ນັບ​ເລິກ​ເຊິ່ງລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ, ​ແລກປ່ຽນ​ວັດທະນະທຳ ​ແລະພັດທະນາ​ການທ່ອງທ່ຽວ ​ເຊິ່ງ​ເປັນ​ພື້ນຖານ​ອັນໝັ້ນຄົງຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປະຈຸ​ບັນ ​ແລະ​ໃນ​ອະນາຄົດ.

ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ທະວິ​ພາຄີ, ສອງ​ຝ່າຍ​ກໍ​ໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ບັນຫາສາກົນ ​ແລະ​ພາກ​ພື້ນ; ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ, ​ໃນ​ນັ້ນ​ມີອາ​ຊຽນ, EAS, APEC

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​​ເຮືອ​ແລະການບິນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍຄື​ແກ້​ໄຂ​ຂໍ້ຂັດ​ແຍ່ງ​ພິພາດທາງ​ທະ​ເລ ອີງ​ໃສ່​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ສາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລປີ 1982; ສະໜັບສະໜູນການສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່​ມີ​ລັກສະນະ​ຜຸດ​ມັດ​ຕາມ​ກົດໝາຍ ​ໃຫ້​ສຳ​ເລັດ​ໂດຍ​ໄວ.

ພາຍຫຼັງ​ການ​ເຈລະຈາ, ນາຍົກລັດຖະມົນຕີທັງສອງ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ​ເປັນ​ສັກຂີ​ພິຍານ​ການ​ລົງ​ນາມ​ໃນ​ເອກະສານ​ທີ່​ສຳຄັນ 4 ສະບັບ, ​ເປີດ​ກວ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່, ພ້ອມ​ກັນ​ປະຕິບັດ​ວິ​ໄສ​ທັດ​ກ່ຽວ​ກັບພາກ​ພື້ນ​ທີ່​ມີ​ຄວາມ​ໝັ້ນຄົງ, ​ເປີດ​ເຜີຍ ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານນາ​ຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ຜູ້​ສຳ​ເລັດລາຊະການ​ອົດ​ສະຕຣາລີ ປີ​ເຕີ ຄອ​ສະ​ໂກຣດ ​ໄດ້​​ຮ່ວມກັນ​ເປັນ​ປະທານ​ໃນ​ພິທີສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ-ອົດ​ສະຕຣາລີຄົບຮອບ 45 ປີ.

ທ່ານນາ​ຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກໍໄດ້​ເຄື່ອນ​ໄຫວ​ຊຸກຍູ້​ການ​ລົງທຶນ, ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດຫວຽດນາມ-ອົດ​ສະຕຣາລີ ​ແລະ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ມອບ​ຮັບ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສອງປະ​ເທດ 18 ສະບັບ; ພົບ​ປະ​ສົນທະນາ, ປຶກສາ​ຫາລື​ກັບ​ຜູ້ນຳ​ຂອງ​ຫຼາຍ​ບໍລິສັດ, ວິ​ສາ​ຫະກິດ​ໃຫຍ່​ຂອງອົດ​ສະຕຣາລີ; ​ເປັນ​ສັກຂີ​ພິຍານ​​ໃນພິທີ​ເປີດ​ນຳ​ໃຊ້​ສຳນັກງານປະຈຳ​ທີ່​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ຢູ່ອົດ​ສະຕຣາລີ. ທ່ານ​ນາຍົກລັດຖະມົນຕີ​ຊີ້​ແຈງ​ວ່າ ການ​ປະຕິ​ຮູບ​ທີ່​ຫວຽດນາມ​ໄດ້​ດຳ​ເນີນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ນັ້ນ ພວມ​ສ້າງ​ໂອກາດ​ດີ​ຫຼາຍ​ຢ່າງ​ເຊິ່ງນັກ​ລົງທຶນ​ອົດ​ສະຕຣາລີ​ບໍ່​ຄວນ​ປະ​ຂ້າມ; “ຫວຽດນາມ​ເຊີນຊວນ​ນັກ​ລົງທຶນ​ອົດ​ສະຕຣາລີ​ເວົ້າ​ລວນ ​ແລະ​ບັນດາ​ນັກ​ລົງທຶນ​ທີ່​ກຳລັງ​ນັ່ງ​ຢູ່​ທີ່​ນີ້​ເວົ້າ​ສະ​ເພາະ ຈົ່ງ​ຮີບ​ໄປ​ຫວຽດນາມ, ຮີບ​ເລືອກ​ເອົາ​ໂອກາດ​ທາງ​ທຸລະ​ກິດທີ່​ພວມ​ເປີດ​ກວ້າງ, ຖ້າ​ບໍ່​ດັ່ງ​ນັ້ນ ​ໂອກາດ​ດັ່ງກ່າວ​ຈະ​ບໍ່​ລໍຖ້າ​ໃຜ ຍ້ອນ​ຈະ​ຖືກ​ວິ​ສາຫະກິດອື່ນ​ເອົາ​ໄປ”.

ພາຍ​ໃຕ້​ຫົວ​ຂໍ້ “​ເສີມ​ສ້າງ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ຈະ​ເລີ​ນຮູ່ງ​ເຮືອງ​ໃນ​ພາກ​ພື້ນ”, ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດອາ​ຊຽນ-ອົດ​ສະຕຣາລີ ​ເປັນ​ເວທີ​ປາ​ໄສ​ທີ່​ສຳຄັນ​ເພື່ອ​ໃຫ້​ບັນດາ​ຜູ້ນຳອາ​ຊຽນ-ອົດ​ສະຕຣາລີ ​ແລກປ່ຽນ​ຄວາມ​ຄິດ​ເຫັນກ່ຽວ​ກັບ​ທິດ​ທາງ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2014, ພ້ອມ​ກັນ​ນັ້ນ​ກໍສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງອົດສະຕຣາລີ ຕໍ່​ພາກ​ພື້ນ​ກໍ​ຄື​ຕໍ່​ການ​ພົວພັນ​ກັບ​ອາ​ຊຽນ.

ກ່າວ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ​ໃນ​ອົດ​ສະຕຣາລີ, ທ່ານນາ​ຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເນັ້ນ​ຢ້ຳບັນດາ​ທິດ​ທາງ​ທີ່​ສຳຄັນ​ສຳລັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ-ອົດ​ສະຕຣາລີ ​ເຊິ່ງມີ​ສອງ​ເນື້ອ​ໃນ​ບຸລິມະສິດ​ຄື ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​​ເສດຖະກິດ ​ແລະ ຮັກສາ​ສັນຕິພາບ​ແລະຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ.

ທາງ​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ວ່າ ສອງ​ຝ່າຍ​ຄວນ​ຮັກສາການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ​ເປີດ​ປະຕູປະ​ເທດ​ເພື່ອພ້ອມ​ກັນ​ພັດທະນາຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ກ່ອນ​ອື່ນ​ໝົດ​​ແມ່ນ ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີອາ​ຊຽນ - ອົດ​ສະຕຣາລີ ​ແລະ​ນູ​ແວນ​ເຊ​ລັງ ຢ່າງ​ມີ​ປະສິດທິ​ຜົນ, ສຳ​ເລັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ໂດຍ​ໄວ, ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຊຸກຍູ້​ການ​ເຊື່ອມ​ຕໍ່ ​ແລະ​ຊ່ວນ​ເຫຼືອ​ພັດທະນາວິ​ສາ​ຫະກິດ, ຍົກ​ສູງ​ມູນ​ຄ່າ​ເພີ່ມ​ຂອງ​ພື້ນຖານ​ເສດຖະກິດອາ​ຊຽນ ​ແລະອົດ​ສະຕຣາລີ ​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ.

ທາງ​ດ້ານ​ສັນຕິພາບ ຄວາມ​ໝັ້ນຄົງ, ທ່ານ​ນາຍົກລັດຖະມົນຕີ​ໃຫ້​ທັດສະນະ​ວ່າ ອາ​ຊຽນ​ແລະ​ອົດ​ສະຕຣາລີ, ​ໃນ​ຖານະ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ, ຄວນ​ຍູ້​ແຮງ​ການ​ຮ່ວມ​ມື, ​ເພີ່​ມທະວີ​ຄວາມ​ໄວ້​ວາງ​ໃຈ, ພະຍາຍາມກໍ່ສ້າງລະບຽບ​ພາກ​ພື້ນ​ທີ່​ເປີດ​ກວ້າງ ​ໂປ່​ງ​​ໃສ ​ແລະ ຮັບ​​ໃໝ່, ຮັບປະກັນ​ວ່າ ການ​ກະທຳ​ທັງ​ໝົດ​ຂອງ​ທຸກ​ປະ​ເທດ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ​ເຄົາ​ລົບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ກັນ​ແລະ​ກັນ. ບັນດາ​ກົນ​ໄກ​ຮ່ວມ​ມື​ໂດຍ​ອາ​ຊຽນຖື​ບົດ​ບາດ​ນຳພາ ​ແມ່ນ​ບັນດາ​ເວທີ​ປາ​ໄສ​ທີ່​ສຳຄັນ​ເພື່ອ​ໃຫ້​ສອງ​ຝ່າຍພ້ອມ​ກັນ​​ເສີມ​ຂະຫຍາຍ​ຄວາມ​ພະຍາຍາມ​ເຫຼົ່າ​ນີ້.

​ເປັນ​ຜູ້​ປະກອບ​ຄວາມ​ເຫັນ​ທີ່​ສຳຄັນ​ໃນ​ກອງ​ປະຊຸມ​ແຄບ​ກ່ຽວ​ກັບ​ຫົວ​ຂໍ້​ການ​ຮ່ວມ​ມື​ທາງ​ທະ​ເລ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ​ການ​ກໍ່ສ້າງບັນດາ​ເຂດທາງທະ​ເລ, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ ​ເປັນພື້ນ​ທີ່​ແຫ່ງ​ສັນຕິພາບ ຄວາມ​ໝັ້ນຄົງ ຄວາມ​ສະຫງົບ​ປອດ​ໄພ ​ເສລີພາບ​ໃນ​ການ​ເດີນ​ເຮືອ​ການບິນ, ດັ່ງ​ນັ້ນ ຕ້ອງ​ເອົາ​ການ​ປະຕິບັດ​ຕາມ​ກົດໝາຍ​ເປັນ​ພື້ນຖານ​ເພື່ອ​ສ້າງ​ຄວາມ​ໄວ້​ວາງ​ໃຈ, ພ້ອມ​ກັນ​ນັ້ນ​ກໍນຳ​ໃຊ້​ວິທີ​ເຂົ້າ​ເຖິງ​ແບບ​ຮອບດ້ານ​ໃນ​ການ​ຮ່ວມ​ມື​ທາງ​ທະ​ເລ. ການ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ ​ແລະ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ​​ໃນ​ກອງ​ປະຊຸມ ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ແລະ​ຕີ​ລາຄາ​ສູງ​ຈາກອົດສະຕຣາລີ ​ແລະ​ບັນດານ​ປະ​ເທດ​ອາ​ຊຽນ.

ການ​ຢ້ຽມຢາມອົດ​ສະຕຣາລີ​ຢ່າງ​ເປັນ​ທາງ​ການ ​ແລະການ​ເຂົ້າ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດອາ​ຊຽນ-ອົດ​ສະຕຣາລີ ຂອງ​ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ປະກອບສ່ວນສ້າງ​ຢຸກ​ໃໝ່​​ແຫ່ງ​ການ​ຮ່ວມ​ມືອາ​ຊຽນ-ອົດ​ສະຕຣາລີ, ພ້ອມ​ກັນ​ນັ້ນ​ກໍປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດອາ​ຊຽນ-ອົດ​ສະຕຣາລີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເຊື່ອມ​ຕໍ່​ລະຫວ່າ​ງອາ​ຊຽນ​ແລະອົດ​ສະຕຣາລີ​ໃນ​ເວລາ​ຕໍ່​ໄປ./.

​ໂດຍ ຫງວຽນ​ດຶກ