ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 22 - 24 ມີນາ 2018, ທ່ານປະທານາທິບໍດີ ສາທາ​ລະນະ​ລັດເກົາຫຼີ ມູນ ເຈອິນ ​ແລະ​ພັນ​ລະຍຍາ​ ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ລັດຖະກິດຄັ້ງ​ທຳ​ອີດ​ທີ່​ປະ​ເທດ​ຫວຽດນາມຂອງ​ທ່ານປະມານນາມມິ​ບໍດີ ມູນ ເຈອິນ. ການ​ຢ້ຽມຢາມ​ໄດ້​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ ດ້ວຍ​ການ​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ສ.​ເກົາຫຼີ ມຸ່ງ​ໄປສູ່​ອະນາຄົດ.

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ປຶກສາເຈລະຈາກັບ ທ່ານປະທານາທິບໍດີ ສາທາລະນະລັດເກົາຫຼີ ມູນ ເຈອິນ, ຢ້ຽມຢາມລັດຖະກິດທີ່ປະເທດຫວຽດນາມ (ພາບ: TTXVN)

ໃນ​ການ​ຢ້ຽມຢາ​ມ, ທ່ານປະທານາທິບໍດີ ສ.​ເກົາຫຼີ ມູນ ເຈອິນ ​ໄດ້​ພົບ​ປະ​ເຈລະຈາ​ກັບປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ, ​ເປັນສັກຂີ​ພິຍານ​​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື, ພົບ​ປະ​ກັບ​ນັກຂ່າວສື່​ມວນ​ຊົນ, ​ເຂົ້າຮ່ວມ​​ເວທີ​ປາ​ໄສ​ເສດຖະກິດ​ຫວຽດນາມ - ສ.​ເກົາຫຼີ; ພົບ​ປະ​ຫາລືກັບ​​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຝູຈ້ອງ, ນາຍົກລັດຖະມົນຕີ ຫງຽນຊວັນ​ຝຸກ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີມເງິນ; ພົບ​ປະ​ແລກປ່ຽນ​ກັບ​ຫົວໜ້າ​ຄູ​ຝຶກ ​ແລະ​ທິມບານ​ເຕະ U 23 ຫວຽດນາມ; ​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາລຶກກໍ່​ສ້າງ​ສະ​ຖາ​ບັນ​ວິທະຍາສາດ ແລະເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານປະທານາທິບໍດີ ມູນ ເຈອິນ ​ໄດ້​​ວາງ​ພວງມາລາ​​ໄຫວ້​ອາ​ໄລ​ທີ່​ສຸສານ​ປະທານ​ໂຮ່ຈີ​ມິນ ​ແລະ ຢ້ຽມ​ຊົມ​ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ.

​ໃນບັນດາ​ການ​​ເຈລະຈາ ພົບ​ປະ ຫາລື, ຜູ້ນຳຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ທິດ​ທາງ​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ.​ເກົາຫຼີ ​ໃຫ້​ຂະຫຍາຍ​ຍິ່ງ​ກວ່າ​ອີກ ​ແລະ ​ແລກ​ປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມກັນ.

ສອງ​ຝ່າຍ​ສະ​ແດງຄວາມ​ຊື່ນ​ຊົມ​ຍິນ​ດີ​ແລະ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ໄວວາ, ຮອບດ້ານ ​ແລະ ມີ​ປະສິທິຜົນ​ຂອງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ພາຍຫຼັງ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ​ໂດຍ​ສະ​ເພາະ​ແມ່ນ​ຫຼັງ​ຈາກ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ປີ 2009.

ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນຈະ​ຮັກສາ​ການ​ຢ້ຽມຢາມ​ພົບ​ປະ​ຂັ້ນ​ສູງປະຈຳ​ປີ, ​ເພີ່ມ​ທະວີ​ປະສິດທິ​ຜົນ ​ແລະຄວາມ​ຖີ່​ຂອງ​ກົນ​ໄກ​ແລກປ່ຽນ, ສົນທະນາ; ​ຂະຫຍາຍ​ການ​ແລກປ່ຽນ ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຂອງ​ລັດຖະບານ, ສະພາ​ແຫ່ງຊາດ, ພັກ​ການ​ເມືອງ ​ແລະ​ທ້ອງ​ຖິ່ນ​ ຂອງ​ສອງ​ປະ​ເທດ ​ແລະ​ໃນ​ບັນດາ​ຂົງ​ເຂດທີ່​ສຳຄັນ​ເຊັ່ນ ການ​ທູດ, ການ​ປ້ອງ​ກັນ​ປະ​ເທດ, ການ​ຮັກສາ​ຄວາມ​ສະຫງົບ, ການ​ປະຕິບັດ​ກົດໝາຍ.

ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ, ຕັດສິນ​ໃຈ​ບັນລຸ​ເປົ້າ​ໝາຍ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 100 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020, ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ບັນດາ​ມາດ​ຕະການຮັກສາ​ຄວາມ​ສົມ​ດຸນ​ທາງ​ການ​ຄ້າ; ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດການ​ລົງທຶນ, ການ​ຜະລິດ, ພະລັງງານ, ​​ແຮງງານ, ກຳນົດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເປັນ​ປາຍ​ແຫຼມ ​ເພື່ອ​ສ້າງ​​ແຮງ​ຜັດ​ດັນ​ໃໝ່​ໃຫ້​ແກ່​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ ​ແລະ​ການ​ພົວພັນ​ແລກປ່ຽນ​​ປະຊາຊົນ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ຢູ່​​ໃນເວດ​ທີ​ປາ​ໄສສາກົນຕ່າງໆ, ສົມທົບ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍລະດັບ​ໂລກ ​ແລະ​ບັນດາ​ບັນຫາ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ; ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ປອດ​ໄພ ​ແລະ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ; ຊຸກຍູ້​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງພິພາດ​ຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ…

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານປະທານາທິບໍດີ ສ.​ເກົາຫຼີ ມູນ ເຈອິນ ​ແລະ ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ແຜນ​ປະຕິບັດ​ງານ​ໃນ​ຂົງ​ເຂດ​ຮ່ວມ​ມື​ການ​ຄ້າ​ໄລຍະ 2018-2020 ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 100 ຕື້​ໂດ​ລາ​ສະຫະລັດ, ບົດ​ບັນທຶກ​ຊ່ວຍຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ອຸດສາຫະກຳ​ສະໜັບສະໜູນ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽກັບ​ການ​ຮ່ວມ​ມື​ດ້ານ​ໂຄງ​ສ້າງ​ພື້ນຖານ ​ແລະ​ການ​ຄົມມະນາຄົມ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືກໍ່ສ້າງ​ແລ​ະພັດທະນາ​ຕົວ​ເມືອງ, ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການຮ່ວມ​ມື​ຮັບ​ມື​ກັບການ​ປະຕິວັດ​ອຸດສາຫະກຳ 4.0, ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມມືທາງດ້ານ​ການ​ສົ່ງ​ແລະ​ຮັບ​ແຮງ​ງານ​ຫວຽດນາມ - ສ.​ເກົາຫຼີ; ນອກຈາກ​ນັ້ນ, ບົດ​ບັນທຶກ​ຊ່ວຍ​ຈຳການ​ຮ່ວມ​ມື​ອື່ນ​ອີກ​ຫຼາຍ​ສະບັບ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໂອ​ກາດ​ການ​ຢ້ຽມຢາມ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຫຼາຍ​ຂົງ​ເຂດລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​​​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ​ຫວຽດນາມ - ສ.​ເກົາຫຼີ ມຸ່ງ​ໄປ​ສູ່​ອະນາຄົດ; ຕີ​ລະຄາ​ສູງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພາຍຫຼັງ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; ຮັບ​ຮູ້​ວ່າການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ໄດ້ດຳ​ເນີນ​ຢ່າງ​ເປັນ​ປະຈຳ. ດ້ວຍ​ຄວາມ​ພະຍາຍາມຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ການ​ລົງທຶນ ການ​ຮ່ວມມືພັດທະນາ ວັດທະນະທຳ ການທ່ອງທ່ຽວ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ພັດທະນາ​ທີ່​ຍິ່ງ​ໃຫຍ່, ການ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ຟົດ​ຟື້ນ ສະໜິດສະໜົມ. ​ແຕ່ລະ​ປະ​ເທດ​ໄດ້​ກາຍ​ເປັນໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ກັນ.

ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແບ່ງປັນ​ຄວາມ​ເຫັນວ່າ, ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ນຳ​ຜົນ​ປະ​ໂຫຍ​ດມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ຈະ​ເລີ​ນພັດທະນາ​ຂອງ​ພາກ​ພື້ນ ​ແລະ​ຂອງ​ໂລກ. ​ໃນ​ສະພາບ​ການ​ໂລກ​ທີ່​ພວມ​ມີ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ ​ສັບສົນ, ບົນ​ຈິດ​ໃຈ​ມຸ່ງ​ໄປ​ສູ່​ອະນາຄົດ ​ແລະ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ ​ເພື່ອ​ການ​ພັດທະນາ​ຢ່າງ​ໜັກ​ແໜ້ນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສອງ​ຝ່າຍຈະ​ສືບ​ທອດ ​ແລະຕິດຕາມ​ຜົນສຳ​ເລັດ​ແຫ່ງ​ການ​ພັດທະນາ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໃນ 25 ປີ​ທີ່​ຜ່ານ​ມາ, ປັບປຸງຕື່ມ​ອີກ​ຮາກ​ຖານ​ການ​ພົວພັນຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ຕັ້ງໜ້າ, ປະດິດ​ສ້າງ, ຊຸກຍູ້​ການເປີດ​ກວ້າງ ​ແລະ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃຫ້​ເລິກ​ເຊິ່ງກວ່າ​ອີກ, ມຸ່ງ​ໄປ​ສູ່​ການ​ພັດທະນາ ​ແລະ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດນາມ - ສ.​ເກົາຫຼີ ​ເລິກ​ເຊິ່ງ ​ແລະອຸດົມສົມບູນ​ກວ່າ​ອີກ.

ທ່ານປະທານາທິບໍດີ ມູນ ເຈອິນ ​ໄດ້​ແນະນຳ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດ​ໃຕ້​ໃໝ່​ ຂອງ​ລັດຖະບານ ສ.ເກົາຫຼີ ດ້ວຍວິ​ໄສ​ທັດ​ການ​ຮ່ວມ​ມືຈຸດ​ໜັກ​ໃຈ​ກາງຄື​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ, ມະນຸດ​ເປັນ​ໃຈກາງ, ສັນ​ຕິ​ພາບ; ​ເນັ້ນ​ໜັກ​, ​ໃນ​ຂອບ​ເຂດ​ນັ້ນ, ສ.​ເກົາຫຼີ ຈະ​ພະຍາຍາມ​ພັດທະນາ​​ການ​ພົວພັນ​ກັບ​ຫວຽດນາມ - ປະ​ເທດ​ທີ່​ສຳຄັນ​ໃນ​ອາ​ຊຽນ ຍິ່ງກວ່າ​ອີກ. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ຊົມ​ເຊີຍນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດ​ໃຕ້​ໃໝ່​, ຢືນຢັນ​ວ່າ​ຫວຽດນາມ, ດ້ວຍ​ບົດບາດ​ເປັນ​ຄູ່​ຮ່ວມ​ມື​ທີ່ສຳຄັນ​ຂອງ​ນະ​ໂຍບາຍມຸ່ງ​ໄປ​ສູ່​ທິດ​ໃຕ້​​ໃໝ່ ຈະ​ກຽມ​ຄວາມ​ພ້ອມ​ເພື່ອ​ຖື​ບົດບາດ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ ອາ​ຊຽນ - ສ.​ເກົາຫຼີ.

​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາງ ຫງວຽນ​ທິຫ່ຽນ - ພັນ​ລະ​ຍາ​ຂອງ​ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ແລະ​ທ່ານ​ນາງ ກິມ ຈູງ​ຊຸກ - ພັນ​ລະ​ຍາ​ຂອງ​ທ່ານປະທານາທິບໍດີ ມູນ ເຈອິນ ​ໄດ້​ໄປຢ້ຽມຢາມ​ພິພິດທະພັນຊາດ​ພັນ​ວິທະຍາຫວຽດນາມ, ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຊົນ​ເຜົ່າ​ຫວຽດນາມ, ຍູ້​ແຮງ​ການ​ແລກປ່ຽນ ​ແລະຮ່ວມ​ມື​ທາງ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ./.

​ໂດຍ ຫງວຽນ​ດຶກ