ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ​ເອມາ​ນຸ​ເອນ ມາກຣົງ ປະທານາທິບໍດີ​​ແຫ່ງ ​ສາທາລະນະ​ລັດ​ຝຣັ່ງ, ທ່ານ ຫງວຽຝູຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ​ຝຣັ່ງຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 25 ຫາ 27 ມີນາ 2018. ບັນດາ​ການ​ພົບ​ປະຂັ້ນ​ສູງ​​ໄດ້ແລກປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ຂອງ​ສາກົນ​ແລະພາກພື້ນ, ກໍ​ຄື​ຄວາມ​ຄືບ​ໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ເຊິ່ງມີ​ຈຸດ​​ທີ່ໂດດເດັ່ນ​ໃນ​ປີ 2018 ສະ​ເຫຼີມສະຫຼອງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 45 ປີ ​ແລະ 5 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. 

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະທ່ານ ເອມານຸເອນ ມາກຣົງປະທານາທິບໍດີແຫ່ງ ສາທາລະນະລັດຝຣັ່ງ. (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີຝຣັ່ງ ​ເອມາ​ນຸ​ເອນ ມາກຣົງ; ພົບ​ປະ​ຫາລື​ກັບ​ນາຍົກລັດຖະມົນຕີຝຣັ່ງ ​ເອດົວ ຟີ​ລິບ; ພົບ​ປະ​ຫາລື​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ຝຣັ່ງ ຟຣັງຊວາ ​ເດ ຣູ​ເຢ; ພົບ​ປະ​ຫາລື​ກັບ​ປະທານ​ສະພາ​ສູງ​ຝຣັ່ງ ​ເຊຣາ ລາດ​ຊີ; ຕ້ອນຮັບ​ເລຂາທິການ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຝຣັ່ງ ປ.ໂລຣອງ; ​ເຂົ້າຮ່ວມ​ພິມີ​ເປີດ​ສູນວັດທະນະທຳ​ຫວຽດນາມ​ແຫ່ງ​ໃໝ່ຢູ່ປະເທດຝຣັ່ງ; ພົບ​ປະ​ກັບ​ຜູ້ນຳ​ຂອງ​ວິ​ສາ​ຫະກິດ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ຂອງຝຣັ່ງ, ພົບ​ປະ​ກັບ​ປັນຍາ​ຊົນ​ຫວຽດນາມ​ ​ແລະຊຸມ​ຊົນ​ຊາ​ວຫວຽດນາມ​ຢູ່​ປະ​ເທດ​ຝຣັ່ງ; ​ຢ້ຽມຢາມ​ນະຄອນ ຈອຍຊີ ​ເລີ ຣວາ.

​ໃນ​ບັນ​ຍາ​ກາດ​ມິດຕະພາບ, ຈິງ​ໃຈ ​ແລະ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ; ​ແລກປ່ຽກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ​​ໂດ​ຍສະ​ເພາະ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ. ສອງ​ຝ່າຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດທະນາ​ທີ່​ເປັນ​ແບບຢ່າງ​ຂອງການ​ພົວພັນ​ສອງ​ຝ່າຍ​ໃນ 45 ປີ​ທີ່​ຜ່ານ​ມາ, ​ເນັ້ນ​ໜັກ​ເຖິງ​ຄວາມ​ປະສົງ​ຢາກ​ພັດທະນາ ​ແລະ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຫວຽດນາມ-ຝຣັ່ງ​ເລິກ​ເຊິ່ງກວ່າ​ອີກ. ສອງ​ຝ່າຍ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ທຸກຂົງ​ເຂດ: ການ​ເມືອ​ງ, ການ​ທູດ, ການ​ປ້ອງ​ກັນ​ປະ​ເທດ, ການ​ຮັກສາ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາດ, ການ​ພັດທະນາ​ແບບ​ຍືນ​ຍົງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-ຝຶກ​ອົບຮົມ, ພາສາ​ຝຣັ່ງ, ກົດໝາຍ ​ແລະຄວາມ​ຍຸຕິ​ທຳ, ສາທາລະນະ​ສຸກ, ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ, ການ​ພົວພັນ​ແລກປ່ຽນ​ປະຊາຊົນ, ວັດທະນະທຳ, ການທ່ອງທ່ຽວ. 

​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ການ​ຊຸກຍູ້​ແລະ​ຍົກ​ສູງປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ເພີ່ມ​ທະວີ​ການພົບ​ປະ​ແລະ​ພົວພັນ​ແລກປ່ຽນລະດັບ​ສູງ. ຊົມ​ເຊີຍການ​ຢ້ຽມຢາມ​ປະ​ເທດ​ຝຣັ່ງຂອງທ່ານ​ເລຂາທິການ​ໃຫຍ່ ​ແລະ ຕໍ່​​ໄປ​​ແມ່ນ​ການ​ພົບ​ປະ​ແລະ​ແລກປ່ຽນ​ທະວິ​ພາຄີ​ລະດັບສູງ​ໃນ​ປີ 2018. ຊົມ​ເຊີຍຜົນສຳ​ເລັດ​ຂອງ​ການສົນທະນາ​ທາງ​ເສດຖະກິດ​ປະຈຳ​ປີ​ລະດັບ​ສູງ ​ແລະການສົນທະນານະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ໄດ້​ດຳ​ເນີນ​ໃນ​ເດືອນ​ມັງກອນ​ປີ 2018 ທີ່​ຫວຽດນາມ. ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຮັກສາ​ບັນດາ​ກົນ​ໄກທະວິ​ພາຄີ ​ແລະ​ເປີດ​ກວ້າງ​ກົນ​ໄກການ​ປຶກສາ​ຫາລື, ​ໃນ​ນັ້ນ​ມີ​ການ​ສົນທະນາ​ຍຸດ​ທະ​ສາດ​ຂັ້ນ​ຮອງລັດ​ທະ​ມົນຕີ ລະຫວ່າງ​ສອງ​ປະ​ຊວງ​ການ​ຕ່າງປະ​ເທດ ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງອົງການ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ. 

ສອງ​ຝ່າຍ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ​ການ​ລົງທຶນ, ພ້ອມ​ກັນ​ນັ້ນ​ກໍ​ສືບຕໍ່ຊຸກຍູ້​​ໃຫ້ວິ​ສາ​ຫະກິດຂອງ​ສ​ອງ​ປະ​ເທດ​ເຂົ້າ​ຮ່ວມ​ໃນ​ຕະລາດ​ຂອງ​ກັນ​ແລະ​ກັນ. ສອງ​ຝ່າຍ​ຢືນຢັນ​ອີກ​ຄັ້ງ​ກ່ຽວ​ກັບ​ຄວາມ​ປະສົງ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ ​ແລະ​ອຸດສາຫະກຳ​ໄລຍະ​ຍາວ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ໂຄງ​ສ້າງ​ພື້ນຖານ, ການ​ຄົມມະນາຄົມ, ພະລັງງານ ​ແລະອະວະກາດ. ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ​ແລະ​ການ​ປະມົງ, ​ເຄົາລົບ​ປະຕິບັດ​ຕາມ​ມາດຕະຖານ​ສາກົນ​ທີ່​ຫວຽດນາມ ​ແລະ​ຝຣັ່ງ​ໄດ້​ຍອມຮັບ. ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເປີດ​ເສລີພາບ​ ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ, ພ້ອມ​ກັນ​ນັ້ນ​ກໍໃຫ້​ຄວາມ​ສຳຄັນ​ແກ່​ບົດບາດ​ຂອງ​ອົງການ​ການ​ຄ້າ​ໂລກ (WTO). ສອງ​ຝ່າຍ​ສະ​ແດງ​ຄວາມ​ປະສົງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແນ​ໃສ່ປັບປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ​ບໍ​ລະຫານ​ທົ່ວ​ໂລກ, ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

ສອງ​ຝ່າຍ​ຢືນຢັນ​ຄວາມ​ປະສົງ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ການພົວພັນ​ຄຸ່ຮ່ວມ​ມື​ຍຸດ​ທະ​ສາດ​ມີ​ຄວາມ​ເລິກ​ເຊິ່ງກວ່າ​ອີກ. ບົນ​ຈິດ​ໃຈ​ດັ່ງກ່າວ, ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ສົນທະ​ນາຍຸດ​ທະ​ສາດ ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ສືບ​ຕໍ່​ຮ່ວມ​ມື​ໃນ​ການ​ຝຶກ​ອົບຮົມນາຍ​ທະຫານ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ຮຽນ​ພາສາ​ຝຣັ່ງ, ການ​ຝຶກ​ອົບຮົມ​ຂັ້ນ​ພື້ນຖານແລະລະອຽດ​ສະ​ເພາະ ​ແລະ​ບັນດາ​ການ​ເຄື່ອນ​ໄຫວຮັກສາ​ສັນຕິພາບ. 

ຫວຽດນາມ​ແລະ​ຝຣັ່ງ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ​ການຮັບມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຫວັງ​ຈະ​ສືບ​ຕໍ່​ສົນທະນາດ້ວຍ​ຈິດ​ໃຈ​ສ້າງສັນ​ໃນ​ການກໍ່ສ້າງ​ສົນທິສັນຍາກ່ຽວ​ກັບ​ສິ່ງ​ແວດ​ລ້ອມລະດັບ​ໂລກ. ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ພັດທະນາ​ຝຣັ່ງ AFD, ຝຣັ່ງ​ໃຫ້​ຄຳໝັ້ນ​ສັນຍາ​ຈະ​ສືບຕໍ່ຊ່ວຍ​ເຫຼືອ​ໃຫ້​ຫວຽດນາມບັນລຸ​ການ​ເຕີບ​ໂຕ ທາດກາກ​ບອນ ລະດັບ​ຕ່ຳ​ແລະ​ຍືນ​ຍົງ. ສອງ​ຝ່າຍ​ຊົມ​ເຊີຍ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ຈຳລະຫວ່າງ​ກະຊວງ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລະ AFD ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບການ​ເຕີບ​ໂຕ​ສີຂຽວ ​ແລະ​ຮັບ​ມື​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ພິ​ເສດ​ແມ່ນ​ຜ່ານ​ການ​ພັດທະນາ​ໂຄງການ Gemmes ຫວຽດນາມ ​ແລະ​ການ​ກະກຽມ​ສ້າງ​ຮ່າງ​ກົດໝາຍ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. 

ໃຫ້​ບຸລິມະສິດ​ແກ່​ການ​ຮ່ວມ​ມືດ້ານ​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ, ບົນ​ພື້ນຖານ ຈົດໝາຍ​ເຈຕະນາ ທີ່​ລົງ​ນາມ​ໃນ​ວັນ​ທີ 05 ກັນຍາ 2016 ລະຫວ່າງ​ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ແລະ ກະ​ຊວງ​ການ​ສອນ​ມະຫາວິທະຍາ​ໄລ, ຄົ້ນຄວ້າ ​ແລະ​ປ່ຽນ​ແປງ​ໃໝ່​ຂອງຝຣັ່ງ, ສອງຝ່າຍ​ຢືນຢັນ​ອີກ​ຄັ້ງຄວາມ​ປະສົງ​ຢາກ​ກໍ່ສ້າງຂອບ​ການ​ຮ່ວມ​ມື​ໃໝ່​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລຊີ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ສອງ​ຝ່າຍ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຄົ້ນຄວ້າ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ພັດທະນາ, ຊົນ​ເຊີຍ​ບົດບາດ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ຝຣັ່ງ (IRD) ​ໃນຂົງ​ເຂດ​ນີ້. ສອງ​ຝ່າຍ​ຊົມ​ເຊີນ​ການ​ລົງ​ນາມ​ໃນ​ຂໍ້ຕົກລົງ​ການ​ຮ່ວມ​ມືທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ລະຫວ່າງສະ​ຖາ​ບັນ​ບັນ​ດິດວິທະຍາສາດ​ແລ​ະເຕັກ​ໂນ​ໂລຊີຫວຽດນາມ ​ແລະ IRD

​ໂດຍ​ຖື​ວ່າການ​ແລກປ່ຽນ​ວັດທະນະທຳ​​ເປັນຂົງ​ເຂດສຳຄັນ​ໃນ​ການ​ຮ່ວມ​ມື​ຝຣັ່ງ-ຫວຽດນາມ, ປະກອບສ່ວນ​ເພີ່​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຫວຽດນາມ​ຊົມ​ເຊີຍ​ການປັບປຸງ​ສ້ອມ​ແປງ​ສູນ​ວັດທະນະທຳຫວຽດນາມ​ຢູ່​ປາຣີ, ກໍ​ຄື​ການ​ສ້າງ​ຕັ້ງ​​ເຮືອນ​ຝຣັ່ງຢູ່​ນະຄອນ​ໂຮ່ຈີ​ມິນ; ຢືນຢັນ​ຄວາມ​ສະໜັບສະໜູນຄວາມ​ຄິດ​ລິ​ເລີ່​ມສົ່ງ​ເສີມ​ວັດທະນະທຳ​ຫວຽດນາມ​ຢູ່​ປະ​ເທດ​ຝຣັ່ງ. ຂົງ​ເຂດ​ການທ່ອງທ່ຽວ​ໄດ້​ຮັບ​ການ​ຊຸກຍູ້​ດ້ວຍ​ການ​ເຊັນ​ຈົດໝາຍ​ເຈຕະນາກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວລະຫວ່າງ​ກະຊວງວັດທະນະທຳ, ກິລາ​ແລະ​ທ່ອງ​ທ່ຽວ​ຂອງ​ຫວຽດນາມ ​ແລະ ກະຊວງ​ເອີຣົບ​ແລະ​ການຕ່າງປະ​ເທດ​ຝຣັ່ງ.

​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ-ຝຶກ​ອົບຮົມ, ສອງ​ຝ່າຍ​ຢືນຢັນ​ຄວາມ​ປະສົງ​ຢາກ​ຊຸກຍູ້​ການ​ນຳ​ໃຊ້​ພາສາ​ຝຣັ່ງຢູ່​ຫວຽດນາມ ​ແລະ ​ໃນ​ເທສະ​ພາສາ​ຝຣັ່ງທັງ​ໝົດ, ​​ໂດ​ຍສະ​ເພາະ​ແມ່ນ​ຜ່ານ​ອົງການ ຟຣັງ​ໂກ​​ໂພ​ນ ສາກົນ (OIF) ​ແລະ​ອົງການ​ພາສາ​ຝຣັ່ງ. ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ລັກສະນະຮູບ​ແບ​ບຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ສອນ​ໃນ​ມະຫາວິທະຍາ​ໄລ ​ແລະ​ການຄົ້ນຄວ້າ. ຕາມ​ນັ້ນ, ສະໜັບສະໜູນ​ໂຄງການ​ພັດທະນາ​ສູນຝຣັ່ງຫວຽດ ກ່ຽວ​ກັບການຝຶກ​ອົບຮົມ​ແລະ​ຄຸ້ມ​ຄອງ (CFVG) ​ເປັນ​ມະຫາວິທະຍາ​ໄລການ​ຄຸ້ມ​ຄອງ​ເອີຣົບ ​ແລະ ຊົມ​ເຊີຍ​ການ​ເຈລະຈາ​ແນ​ໃສ່​ຕໍ່​ສັນຍາລະຫວ່າງ​ລັດຖະບານກ່ຽວ​ກັບ​ມະຫາວິທະຍາ​ໄລ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ. ຄຽງຂ້າງ​ນັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຝຶກ​ອົບຮົມ​ວິຊາ​ຊີບ ພ້ອມ​ກັບ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຕໍ່​ກັບມະຫາວິທະຍາ​ໄລ ​ແລະ​ສູນ​ຝຶກ​ອົບຮົມ​ຄຸນ​ນະພາ​ບສູງຢູ່​ຫວຽດນາມ. 

ການຮ່ວມ​ມື​ໃນ​ຂົງ​ເຂດ​ກົດໝາຍ ​ແລະຄວາມ​ຍຸດຕິ​ທຳ​ໄດ້​ຮັບ​ການ​ເພີ່ມ​ທະວີ​ໂດຍ​ຜ່ານ​ຄຳ​ໝັ້ນ​ສັນຍາ​ຈະ​ພະຍາຍາມ​ປະຕິບັດ​ໂຄງການ​ຮ່ວມ​ມື​ໄລຍະ 2018 - 2019 ລະຫວ່າງ​ສອງ​ກະຊວງ​ຍຸຕິ​ທຳ. ການ​ຮ່ວມ​ມື​ທາງ​ດ້ານ​ການ​ແພດ​ແລະ​ການ​ຄົ້ນຄວ້າ​​ຢາ ​ໄດ້​ຂະຫຍາຍຕົວ​ຢ່າງ​ດີງາມດ້ວຍ​ການ​ທີ່​ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​ການ​ແລກປ່ຽນ​ໃນ​ດ້ານ​ການ​ຝຶກ​ອົບຮົມ​ທ່ານໝໍ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ຂົງ​ເຂດ​​ເພ​ສັດຊະ​ກຳ. ການ​ຮ່ວມ​ມື​ລະຫວ່າງ​​ທ້ອງ​ຖິ່ນ​ຖືກ​ຖື​ວ່າ​ເປັນ​ເສົາ​ຄ້ຳ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ແລະ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ປະຊາຊົນ​ສອງ​ປະ​ເທດ.

​ໃນ​ການ​ຊຸກຍູ້​ກາ​ນຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ໃນ​ໄລ​ກ, ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ​ສະຫະພາບ​ເອີຣົບ (EU - ອີ​ຢູ). ສອງ​ຝ່າຍ​ສະໜັບ​ສະ​ນູນຄວາມ​ມານະ​ພະຍາຍາມ​ມຸ່ງ​ໄປ​ສູ່​ການຍົກ​ລະດັບ​ການ​ພົວພັນ​ອາ​ຊຽນ - ອີ​ຢູ ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຕັ້ງໜ້າ​ຂອງ​ອີ​ຢູ ​ເຂົ້າ​ໃນ​ໂຄງ​ສ້າງ​ຍຸດ​ທະ​ສາດ​ທີ່​ອາ​ຊຽນຖື​ບົດບາດ​ເປັນ​ເຈົ້າພາ​ທາງ. ສອງ​ຝ່າຍ​ຫວັງ​ວ່າ​ຈະລົງ​ນາມ​​ໂດຍ​ໄວແລະ​ໃຫ້​ສັດຕະຍາບັນສັນຍາ​ການ​ຄ້າ​ເສລີ​ຫວຽດນາມ​ແລະ​ອີ​ຢູ​ ໃນ​ປີ 2018 ​ແລະ​ນຳ​ສັນຍາ​ເຂົ້າ​ສູ່​ການ​ປະຕິບັດ​ຢ່າງ​ໄວ​ແລະ​ມີ​ປະສິດທິ​ຜົນ.

ສອງ​ຝ່າຍ​ຊົມ​ເຊີນ​ບົດບາດ​ຂອງ​ອາ​ຊຽນ​ໃນ​ການ​ຊຸກຍູ້ດ້ວຍ​ສັນຕິວິທີການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ໃນ​ທະ​ເລ​. ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຄົາລົບ​ນັບຖື​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລປີ 1982 ກໍ​ຄື​ແກ້​ໄຂຂໍ້​ຂັດ​ແຍ່ງ​ຕ່າງໆ​ດ້ວຍ​ສັນຕິ​ວິທີ, ບໍ່​ໃຊ້ກຳລັງ​ອາວຸດຫຼື​ນາບ​ຂູ່ຈະ​ໃຊ້​ກຳລັງ​ອາວຸດ. ສອງ​ຝ່າຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາຄວາມ​ສະຫງົບ​ແລະ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະການ​ບີນຢູ່​ທຸກ​ເຂດ​ທະ​ເລ​ແລະ​ມະຫາ​ສະໝຸດ, ​ເຄົາລົບ​ນັບຖື​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ. ຫວຽດນາມ ​ແລະ​ຝຣັ່ງຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ສົນທະນາ​ແນ​ໃສ່​ປະກອບສ່ວນ​ທີ່​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ເຊື່ອມ​ຕໍ່ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ລະຫວ່າງ​ເອີຣົບ ​ແລະ ອາຊີ ​ແລະ​ຊຸກຍູ້​ການ​ເຕີບ​ໂຕ​ເສດ​ຖະກິດຢ່າງ​ຍືນ​ຍົງ, ກວມ​ລວມ./.

​ໂດຍ ​ເຟືອງ​ຈ່າ