ວກ.ອອນ​ໄລ - ​ໂດຍໄດ້ຮັບຄຳເຊີນຂອງທ່ານ ກາບຣີ​ແອ​ລາ ຄິວ​ວາດ ​ແບ​ເຣິນ ປະທານ​ສະຫະພັນ​ລັດຖະສະພາ​ສາກົນ ​ແລະ​ທ່ານ ຄາ​ດີ​ຢາ ອາຣິບ ປະທານ​ສະພາ​ຕ່ຳ ​ແຫ່ງ​ລາຊະ​ອານາຈັກ​ໂຮ​ນລັງ, ຄະນະ​ຜູ້​ແທນ​ຈັ້ນ​ສູງ​ຫວຽດນາມ ​ໂດຍ​ແມ່ນ​ທ່ານ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດຫວຽດນາມນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 138 (IPU-138) ຢູ່​​ເຊີ​ແນວ ປະ​ເທດສະ​ວິດ ​ແລະ​ຢ້ຽມຢາມ​ລາຊະ​ອານາຈັກ​ໂຮ​ນລັງ ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 24-30 ມີນາ 2018. 


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະ ຂອງກອງປະຊຸມ IPU-138. (ພາບ: TTXVN)

ວັນ​ທີ 25 ມີນາ, ດ້ວຍ​ຫົວ​ຂໍ້​ລວມ “ມາດ​ຕະການ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກົນ​ໄກ​ທົ່ວ​ໂລກ ກ່ຽວ​ກັບ​ຊາວ​ອົບ​ພະຍົບ ​ແລະ​ຜູ້​ລີ້​ໄພ”, ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່​ສະຫະພັນ​ລັດຖະສະພາສາກົນ ຄັ້ງ​ທີ 138 (IPU-138) ​ໄດ້​ໄຂ​ຂຶ້ນ​ທີ່​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິດ. ​ໃນ​ວາລະ​ປະຊຸມ​ນີ້ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ມີ​ບົດ​ກ່າວປາ​ໄສ​ທີ່​ສຳຄັນ.

​​ເລີ່​ມຕົ້ນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ເນັ້ນ​ວ່າ ກອງ​ປະຊຸມ​ສະມັດຊາ​ໃຫຍ່ IPU ຄັ້ງ​ທີ 138 ດຳ​ເນີນ​ໄປ​ໃນ​ສະພາບການ​ທີ່​ໂລກ​​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງທີ່​ພາ​ໃຫ້​ເກີດ​ຫຼາຍ​ບັນຫາ​ສັບສົນ ​ເຊິ່ງທົ່ວ​ທັງ​ໂລກ​ຕ້ອງ​ປະ​ເຊີນ​ໜ້າ, ມັນ​ເປັນ​ຜົນ​ກະທົບ​ເຖິງ​ຄວາມປອດ​ໄພ ​ແລະ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະຊາຊົນ, ​​ໂດ​ຍສະ​ເພາະ​ແມ່ນ​ຊາວ​ອົບ​ພະຍົບ, ພິ​ເສດ​ແມ່ນ​ແມ່ຍິງ​ແລະ​ເດັກນ້ອຍ.

​ໂດຍ​ລື້​ມຄືນ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ, ດ້ວຍ​ຈິດ​ໃຈ​ບໍ່​​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຂ້າງ​ຫຼັງ ​ແລະ ດ້ວຍ​ທິດ​ນຳ​ຫັນປ່ຽນ​ຄຳ​ເວົ້າ​ເປັນ​ການ​ກະທຳ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງຂອບ​ກົດໝາຍ​ທີ່​ສົມບບູນ ​ແໜ້ນ​ແຟ້ນ, ປະກອບສ່ວນ​ປົກ​ປັກຮັກສາສັກ​ສີ, ສິດທິ​ມະນຸດ ​ແລະ ບັນດາ​ສິດ​ເສລີ​ພາບພື້ນຖານ​ຂອງຄົນ​ອົບ​ພະຍົບ, ພ້ອມ​ກັນ​ນັ້ນ​ກໍ​ເສີມ​ຂະຫຍາຍ​ສຸດ​ຂີດການ​ປະກອບສ່ວນ​ຂອງ​ຄົນ​ອົບ​ພະຍົບ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ​​ເຮັດ​ໃຫ້ປະ​ເທດ​ທີ່​ມີ​ຄົນ​ອົບ​ພະຍົບມີ​ຄວາມ​ອຸດົມສົມບູນ​ຮັ່ງມີ​ຕື່ມ​ອີກທາງ​ດ້ານ​ເສດຖະກິດ ກໍ​ຄືທາງ​ດ້ານ​ວັດທະນະທຳ ​ແລະສະຕິ​ປັນຍາ​​.

ຕາມ​ຄວາມ​ເຫັນ​ຂອງທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ, ດ້ວຍ​ບົດບາດຂອງ​ອົງການ​ສະຫະພັນ​ລັດຖະສະພາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ປະຈຸ​ບັນ IPU ຄວນ​ສືບ​ຕໍ່ຖື​ບົດບາດ​ນຳ​ໜ້າ​ໃນ​ຄວາມ​ພະຍາຍາມຊຸກຍູ້​ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາລະຫວ່າງປະ​ເທດ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະສະພາ​​ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ທ່າ​ອຽງ​ທີ່​ຕັ້ງໜ້າ, ​ເປັນຜູ້ຕາງໜ້າ ​ແລະ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງປະຊາຊົນ, ພ້ອມ​ກັນ​ນັ້ນ​ກໍ​ປະກອບສ່ວນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແລະ​ຄວາມ​ສ່ຽງ​ຕ່າງໆ, ​ໂດຍ​ສະ​ເພາະ​ໃນ​ການ​ອົບ​ພະຍົບ.

ສ່ວນ​ຕົນ​ເອງ, ບັນດາ​ລັດຖະສະພາ​ກໍ​ຄວນ​ຖື​ບົດບາດ​ຕັ້ງໜ້າ​ໃນ​ການກໍ່ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ໃນ​ໂລກ​ແລະ​ພາ​ກພື້ນ ຜ່ານ​ການ​ຮຽກຮ້ອງ​ໃຫ້​ລັດຖະບານ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ, ບໍ່​ໃຊ້​ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ​ ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ.

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແບ່ງປັນ​ຄວາມ​ເຫັນ​ວ່າ, ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ປະ​ເທດ ​ແລະ​ເຊື່ອມ​ໂຍງ​ສາກົນ, ຫວຽດນາມ​ມີ​ແຜນ​ນະ​ໂຍບາຍ​ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນມີ​ສິດສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນມີ​ສິດ​ອົບ​ພະຍົບ ຍ້າຍ​ຖິ່ນຖານ​ແຮງ​ງານ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ແລກປ່ຽນ ​ເຊື່ອມ​ຕໍ່​ຊຸ​ມຊົນ, ຮັບປະກັນ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ແຜນ​ນະ​ໂຍບາຍ​ນີ້​ໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ, ​ໃນ​ບັນດາ​ເອກະສານ​ກົດໝາຍທີ່​ກ່ຽວຂ້ອງ ​ແລະ​ໄດ້​ຮັບ​ການ​ປະຕິບັດ​ໃນ​ພາກ​ຕົວ​ຈິງ.

​ໃນລະດັບ​ສາກົນ, ຫວຽດນາມ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ອົບ​ພະຍົບຖືກ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ຍົກຍ້າຍ​ແຮງ​ງານ, ພ້ອມ​ກັນ​ນັ້ນ​ກໍ​ເດັດດ່ຽວຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານການ​ອົບ​ພະຍົບຜິດ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ມະນຸດ ​ແລະ​ອາດຊະຍາ​ກຳ​ຂ້າມ​ຊາດ, ຮັບປະກັນ​ການ​ອົບ​ພະຍົບປອດ​ໄພ, ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ຂອງ​ຜູ້​ອົບ​ພະຍົບ​ໃນ​ຕະຫຼອດ​ຂະ​ບວນການ​ອົບ​ພະຍົບ, ພິ​ເສດ​ແມ່ນ​ເມື່ອ​ເກີດ​ວິ​ກິດ​ການ.

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: “​​ໂດຍ​ເ​ປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ​ມີຄວາ​ມຮັບ​ຜິດ​ຊອບ​ໃນ​ປະຊາ​ຄົມ​ສາກົນ, ຫວຽດນາມ​​ພ້ອມ​ແລ້ວ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ຄວາມ​ພະຍາຍາມ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ບັນ​ຫາຊາວ​ອົບ​ພະ​ຍົບ ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ, ກົດໝາຍ​ຂອງ​ຊາດ ​ແລະ​ສົນທິສັນຍາ​ສາກົນ​ທີ່​ຫວຽດນາມ​ເປັນຝ່າຍ​ສັນຍາ; ​ໃນ​ນັ້ນ​ມີ​ການ​ສ້າງຂໍ້​ຕົກລົງ​ສາກົນ​ກ່ຽວ​ກັບ​ການອົບ​ພະຍົບທີ່​ຖືກຕ້ອງ​ຕາມ​ກົດໝາຍ, ປອດ​ໄພ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສະຫະ​ປະຊາ​ຊາດ, ສະ​ແດງ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ກໍ​ຄື​ປະຕິບັດຄຳ​ໝັ້ນ​ສັນຍາ​​ແລະ​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ປະຊາ​ຊາດ, ພິ​ເສດ​ແມ່ນ​ໂຄງການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ພ້ອມ​ທັງ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ສະຖຽນ​ລະ​ພາບ​ໃຫ້​ແກ່ການ​ພັດທະນາ​ຂອງປະ​ເທດ​ຊາດ".

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້ເນັ້ນ​ວ່າ ຫວຽດນາມ​ສະ​ແດງ​ຄວາມກັງວົນ​ກ່ຽວ​ກັບ​ບັນຫາ​ຂອງ​ຜູ້​ອົບ​ພະຍົບຜິດ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບ​ທາງ​ລົບ​ຂອງ​ບັນຫາ​ນີ້​ຕໍ່​ແມ່ຍິງ​ແລະ​ເດັກນ້ອຍ, ດັ່ງ​ນັ້ນ, ​ເພື່ອ​ແກ້​ໄຂວິ​ກິດ​ການ​ດ້ານການ​ອົບ​ພະຍົບ, ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ລະດັບໂລກ, ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ປະ​ເທດກໍ​ຄື​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ; ພ້ອມ​ນັ້ນ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ກໍ​ໃຫ້​ທັດສະນະ​ວ່າ, ສັນຕິພາບ ສະຖຽນ​ລະ​ພາບ​ເປັນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນສຳລັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ​ຮັບປະກັນ​ບັນດາ​ສິດທິ​ພື້ນຖານ, ຄວາມ​ຜາ​ສຸກ​ຂອງ​ມະນຸດຢູ່​ທຸກ​ປະ​ເທດ​ໃນ​ໂລກ; ນັ້ນ​ຄື​ກຸນ​ແຈ​ສຳຄັນ​ໃນ​ການ​ແກ້​ໄຂວິ​ກິດ​ການ​ໃນ​ປະຈຸ​ບັນ.

​ເພື່ອ​ເພີ່ມ​ທະວີ​ກົນ​ໄກ​ທົ່ວ​ໂລກ​ກ່ຽວ​ກັບບັນຫາ​ຜູ້​ອົບ​ພະຍັບ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ມີ​ຂໍ້​ສະ​ເໜີ​ແນະ, ນັ້ນ​ຄື: ປະຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ປັບປຸງ​ສະພາບ​ແວບ​ລ້ອມ​ແຫ່ງ​ສັນຕິພາບ ສະຖຽນ​ລະ​ພາບ​​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ, ປ້ອງ​ກັນ​ກີດ​ກັ້ນ​ໜໍ່​ແໜງ​ຂອງ​ຂໍ້​ພິພາດ​ຂັດ​ແຍ່ງ; ຊຸກຍູ້​ຂອບ​ກົດໝາຍ​ສາກົນ​ໃຫ້​ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນ​ຍາ​ສາກົນ ​ເພື່ອ​ແນ​ໃສ່​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ຂອງ​ຜູ້​ອົບ​ພະຍົບທີ່​ຖືກຕ້ອງ​ຕາມ​ກົດໝາຍ, ປ້ອງ​ກັນ​​ແລະ​ຕ້ານ​ການ​ອົບ​ພະຍົບຜິດ​ກົດໝາຍ, ການ​ຄ້າ​ມະນຸດ ​ແລະ​ອາດຊະຍາ​ກຳ​ຂ້າມ​ຊາດ.

ພ້ອມ​ກັນ​ນັ້ນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ລັດຖະສະພາ ​ແລະບັນດາ​ສະມາຊິກ​ລັດຖະສະພາ​ໃນ​ການກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ກົດໝາຍ, ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍຂອງ​ລັດຖະບານ​ໃນ​ຂົງ​ເຂດ​ນີ້; ຮັບປະກັນ​ການ​ປະພຶດ​ຕໍ່​ຢ່າງ​ຍຸຕິ​ທຳ, ສະ​ເໝີ​ພາບລະຫວ່າງ​ທຸກ​ພາກສ່ວນ​ໃນ​ສັງຄົມ; ບໍ່​ຈຳ​ແນ​ກການ​ປະພຶດ​ຕໍ່​ຜູ້​ອົບ​ພະຍົບ, ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ອົບ​ປະຍົບ​ເຂົ້າ​ຮ່ວ​ມ​ໄດ້​ໃນ​ສັງຄົມ, ຊ່ວຍ​ໃຫ້​ຜູ້​ອົບ​ພະຍົບ​ໄດ້​ຊົມ​ໃຊ້ບັນດາ​ນະ​ໂຍບາຍ​ສາທາລະນະ​ສຸກ, ການ​ສຶກສາ, ບັນດາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສັງຄົມ ​ແລະ ມີ​ໂອກາດ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຄື​ກັນກັບ​ຄົນ​ພື້ນ​ເມືອງ. ທ່ານ​ນາງ​ປະ​ທາ​ສະພາ​ແຫ່ງ​ຊາດ​ເນັ້ນ​ໜັກ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຕໍ່​ການ​ຜັນ​ຂະຫຍາຍ​​ແຜນການ​​ເຄື່ອນ​ໄຫວ​ແຫ່ງ​ຊາດປະຕິບັດ​ໂຄງການ​ດຳ​ເນີນ​ງານ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັບປະກັນ​ຈິດ​ໃຈ​ບໍ່​​ໃຫ້​ຜູ້​ໃດຖືກ​ໄວ້​ຂ້າງ​ຫຼັງ. ​ໃນ​ຂະ​ບວນວິວັດ​ນີ້, ບົດບາດ​ຂອງ IPU, ຂອງ​ສະຫະ​ປະຊາ​ຊາດ ​ແລະ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ແມ່ນ​ສຳຄັນ​ຈຳ​ເປັນ​ທີ່​ສຸດ​ໃນ​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອບັນດາ​ລັດຖະສະພາ​ສະມາຊິກ ​ໃນການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ນະ​ໂຍບາຍ​ໃນ​ພາກ​ຕົວ​ຈິງ.

ສິ້ນ​ສຸດ​ບົດ​ກ່າວ​ປາ​ໄສ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ໝັ້ນໝາຍຢູ່​ສະ​ເໝີ​ວ່າ​ຈະ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັນ​ກັບ IPU ​ແລະ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ ​ໃນ​ການ​ປະຕິບັດ​ບັນດາ​ມະຕິ, ຄວາມ​ຄິດ​ລິ​ເລີ່​ມຂອງ IPU ປະກອບ​ສ່ວນກໍ່ສ້າງ​ສັນຕິພາບ ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ.

​ໃນ​ກອບ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ IPU-138, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​​ເລຂາທິການ​ໃຫຍ່ IPU ມາທີ​ນ ຊັ​ນກອງ ​ແລະ​ພົບ​ປະ​ກັບ​ທ່ານ​ປະທານ​ແຫ່ງ​ຊາດ ບຸນ​ກາຣີ ຊະ​ວຽດຕາ ກາຣາຢານ​ແຊວາ.

* ຕໍ່​ຈາກ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ IPU-138, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລາຊະ​ອານາຈັກ ​ໂຮ​ນລັງ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງທ່ານ ຄາ​ດີ​ຢາ ອາຣີບ ປະທານ​ສະພາ​ຕ່ຳ​ແຫ່ງ​ລາຊະ​ອານາຈັກ ​ໂຮ​ນລັງ

​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ຕ່ຳ​ໂຮ​ນລັງ ຄາ​ດີ​ຢາ ອາຣີບ; ພົບ​ປະ​ຫາລື​ກັບ​ທ່ານ​ປະທານ​ສະພາ​ສູງ​ໂຮ​ນລັງ ອັງ​ກີ ບຣົກ​ເກີ​ຊະ-ຄະ​ນໍ; ​​ຢ້ຽມຂ່ຳນັບ​ພະ​ລາ​ຊີ​ນີ​ແຫ່ງ​ໂຮ​ນລັງ ມາກ​ຊີ​ມາ ຈໍຣີ​ແກ​ຕາ ​ແຈຣູທີ; ​ໃຫ້ການຕ້ອນຮັບ​ທ່ານ ​ແຮກ​ແມັນ ບອດ​ເຊີ ຮອງ​ຂ້າ​ຫຼວງ​ໃຫຍ່​ໂຄງການ​ທົ່ງພຽງ​ໂຮ​ນລັງ; ​ໃຫ້ການ​ຕ້ອນຮັບ​ຄະນະ​ນຳ​ຫ້ອງການ​ການ​ຄ້າ​ໂຮນລັງ-ຫວຽດນາມ; ຢ້ຽມຢາມ​ສູນ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ໂວນ ຮອດ​ທີ ​ແຊັນ​ເຕີ ​ແລະ​ເຮັດ​ວຽກ​ກັບ​ອົງການ​ຈັດ​ຕັ້ງ​ສະຫະກອນ​ໂຮ​ນລັງ (Agriterra); ຢ້ຽມຢາມ​ສະ​ຖາ​ບັນ ​ແດ​ນຕາ​ແຣສ ຢູ່​​ເມືອງ ​ແດ​ນ​ເຟີ; ຢ້ຽມຢາມ​ບໍລິສັດ ນາ​​ໂກ ທີ່​ເປັນບໍລິສັດ​ສາຂາ​ຂອງ​ກຸ່ມ ຣໍຢັນ ຮອດ​ກໍ​ນິງ DHV; ພົບ​ປະ​ກັບ​ພະນັກງານ​ສະຖານທູດ​ແລະ​ຢູ້ຕາງ​ໜ້າ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ໂຮ​ນລັງ. 

ຢູ່​ທີ່​ບັນດາການ​ພົບ​ປະ​ເຈລະຈາ ຫາລື, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ, ການ​ພົວພັນ​ຮ່ວມ​ມື​ດ້າງ​ລັດຖະສະພາ​ລະຫວ່າງ​ຫວຽດນາມ​ແລະ​ໂຮ​ນລັງ​ໄດ້​ພັດທະນາ​ຢ່າງ​ຈົບງາມ. ສອງ​ຝ່າ​ນຕັ້ງໜ້າ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ລັດຖະສະພາ, ພ້ອມ​ກັນ​ນັ້ນກໍ​ຕັ້ງໜ້າ​ພົບ​ປະ, ປະສານ​ງານ ​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພະຫຸ​ພາ​ຄີ. ຕາມ​ນັ້ນ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ອະນຸ​ກຳ​ສະການ, ອົງການ​ຮັບ​ໃຊ້​ລັດຖະສະພາ ​ແລະ ສະມາຊິກ​ສະພາ​ເພື່ອ​ແນ​ໃສ່​ເພີ່ມ​ທະວີຄວາມ​ເຂົ້າ​ໃຈ ​ແລະ​​ໄວ້​ວາງ​ໃຈ​​ເຊິ່ງກັນ​ແລະ​ກັນ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ການພົວພັນ​ທີ່​ເລິກ​ເຊິ່ງ, ຕົວ​ຈິງ ​ແລະ​ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ; ສືບ​ຕໍ່​ເສີມ​ຂະຫຍາຍ​ກົນ​ໄກການ​ປຶກສາ​ຫາລື ​ແລະ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ຢູ່​ທີ່​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ​ຄື: ສະຫະພັນ​ລັດຖະສະພາ​ສາກົນ (IPU), ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-​ເອີຣົບ (ASEP)...; ສົມທົບ​ກັນ​ຕິດຕາມ​ກວດກາ​ການ​ປະຕິບັດຂໍ້​ຕົກລົງ​ການ​ຮ່ວມ​ມື​ທີ່​ລັດຖະບານ​ສອງ​ປະ​ເທດ​ໄດ້​ລົງ​ລາຍ​ເຊັນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະສະພາ​ແຕ່ລະ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ສະ​ແດງ​ຄວາມ​​ຫວັງວ່າ ການ​ຢ້ຽມຢາມ​ຈະ​ເຮັດ​ໃຫ້ສາຍ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ກັບ​ໂຮ​ນລັງ​ເວົ້າ​ລວມ, ກັບ​ລັດຖະສະພາ​ໂຮງ​ເວົ້າ​ສະ​ເພາະ ມີ​ຄວາມ​ເລິກ​ເຊິ່ງຕື່ມ​ອີກ ​ແລະ ​ເປີດ​ໂອກາດ​ການ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ​ສອງ​ຝ່າຍ, ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​​ແລະສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊຽນຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ກັບສະຫະພາບ​ເອີຣົບ (ອີ​ຢູ).

ຝ່າ​ຍ​ໂຮ​ນລັງ​ຕີ​ລາຄາ​ສູງ​ຜົນສຳ​ເລັດ​ເສດຖະກິດ-ວັດທະນະທຳ​ທີ່​ຫວຽດນາມ​ບັນລຸ​ໄດ້, ພິ​ເສດ​ແມ່ນ​ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ໃນ​ອາ​ຊຽນ; ພ້ອມ​ກັນ​ນັ້ນ​ກໍ​ໃຫ້​ທັດສະນະ​ວ່າ ສອງ​ປະ​ເທດ​ມີ​ຄວາມ​ຄ້າຍຄື​ກັນ​ໃນ​ຫຼາຍ​ຈຸດ, ​ໃນ​ນັ້ນຈິດ​ໃຈ​ມັກ​ມອງ​ເຫັນ​ແຕ່​ແງ່​ດີ ​ແລະ ຈິດ​ໃຈປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ສາກົນ ​ໄດ້​ເຊື່ອມ​ຕໍ່​ສອງ​ຊາດ​ໃຫ້​ຕິດ​ແໜ້ນ​ນຳກັນ. ບົນ​ພື້ນຖານ​ການ​ພົວພັນ​ຮ່ວມ​ມື​ມິດ​ຕະພາບລະຫວ່າງ​ສອງ​ປະ​ເທດ​ໃນ 45 ປີ​ທີ່​ຜ່ານ​ມາ (1973 - 2018) ທີ່​ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ, ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອງທີ່ນັບ​ມື້​ນັບ​ໄດ້​ຮັບການ​ປັບປຸງ, ສອງຝ່າຍ​ຢືນຢັນ​ຈະ​ປະກອບສ່ວນຫຼາຍ​ກວ່າ​ອີກ​ແນ​ໃສ່​ຍົກ​ລະດັບ​ການ​ພົວພັນຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ໂຮ​ນລັງ./.

​ໂດຍ ທູ​ເຟືອງ