ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ຫວຽດນາມ​, ທ່ານໂດນັນ ທຣັມ ປະທານາທິບໍດີ ສະຫະລັດ​ອາ​ເມ​ຣິ​ກາ ​ໄດ້​ດຳ​ເນີ​ນການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 11-12 ພະຈິກ 2017. ​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ ໂດນັນ ທຣັມ ​ໄດ້​ພົບ​ປະ​ເຈລະຈາ​ກັບ ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ແລະ ​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນ​ເອກະສານ​ຕ່າງໆ, ພົບ​ກັບ​ສື່​ມວນ​ຊົນ; ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ; ພົບ​ປະຫາລື​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບປະທານາທິບໍດີ ສະຫະລັດອາເມຣິກາ ໂດນັນ ທຣັມ ໃນງານລ້ຽງແຫ່ງຊາດ. (ພາບ: TTXVN)

ການ​ຢ້ຽມຢາມລັດຖະກິດ​ທີ່​ຫວຽດນາມຂອງ ປະທານາທິບໍດີ ສະຫະລັດ​ອາ​ເມ​ລິ​ກາ ​ໂດນັນ ທຣັມ ​ໄດ້​ດຳ​ເນີນ​ໃນ​ສະພາບ​ການ ທີ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ ສືບ​ຕໍ່​ພັດທະນາ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ ພາຍຫຼັງ​ການ​ຢ້ຽມຢາມສະຫະລັດ​ອາ​ເມ​ຣິ​ກາ ຢ່າງ​ເປັນ​ທາງ​ການ​ສຳ​ເລັດ​ຜົນ ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໃນ​ລະຫວ່າງ​ວັນ​ທີ 29-31 ພຶດສະພາ 2017. ສອງ​ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ ​ແລະ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍບັນດາຜົນ​ທີ່​ໄດ້​ຮັບ​ແລະ​ຂໍ້​ຕົກລົງ​ ໃນ​ການ​ຢ້ຽມຢາມ​ຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ. ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ນີ້, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ ລະຫວ່າງສະຫະລັດ​ອາ​ເມ​ຣິ​ກາ ​ແລະ ຫວຽດນາມ.

​ໃນ​ທີ່​ການ​ພົບ​ປະ​ຫາລື, ສອງ​ຝ່າຍ​ໄດ້​ຢືນຢັນ​ອີກ​ຄັ້ງ​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ພົວພັນ ​ບົນ​ພື້ນຖານ​ຖະ​ແຫຼ​ງການ​ຮ່ວມ​ກ່ອນ​ໜ້າ​ນີ້​ລະຫວ່າງ​ສອງ​ປະ​ເທດ; ​ເຄົາລົບ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ; ​ເຄົາລົບ​ເອກະລາດ ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບ​ການ​ເມືອງ​ຂອງ​ກັນ​ແລະ​ກັນ; ພ້ອມ​ກັນ​ຕີ​ລາຄາ​ສາຍ​ພົວພັນຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ ​ໃນ​ເວລາ​ຜ່ານ​ມາ ຊຶ່ງ​ໄດ້​ບັນລຸ​ຜົນສຳ​ເລັດ​ຕົວ​ຈິງ​ຫຼາຍ​ຢ່າງ ທີ່​ນຳ​​ເອົາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ຫວຽດນາມ​ຄັ້ງ​ນີ້ ຂອງປະທານາທິບໍດີ ​ໂດ​ນັນ ທຣັມ, ສອງຝ່າຍ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ຊຶ່ງ​ໄດ້​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມມື​ຮອບດ້ານ ຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ ​ໃຫ້​ເລິກ​ເຊິ່ງກວ່າ​ອີກ.

ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ດ້ານການ​ຄ້າ ​ແລະ ການ​ລົງທຶນສອງ​ຝ່າຍ ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ເປັນ​ທາງ​ການ, ປະກອບ​ດ້ວຍ ຂອບສັນຍາ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ລົງທຶນ (TIFA); ​ໃຫ້​ຄຳ​ໝັ້ນ​ສັນຍາ​ ຈະ​ຊອກ​ຫາ​ວິທີ​ແກ້​ໄຂ​ໃຫ້​ແກ່​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ ໃນ​ຂົງ​ເຂດການ​ຄ້າ​ກະສິກຳ, ​ໃນ​ນັ້ນ ມີປາ​ໜັງ (Catfish), ກຸ້ງ, ໝາກ​ມ່ວງ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຄ້າ, ການ​ລົງທຶນ​​ແບບເສລີແລະຍຸຕິ​ທຳ​ ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ, ​ໃນ​ນັ້ນ​ມີ​ການ​ບໍລິການ​ຊຳລະ​ເອ​ເລັກ​ໂຕຣນິກ, ລົດ​ໂອ​ໂຕ ​ແລະ ການ​ປະຕິບັດສິດທິ​ຊັບ​ສິນ​ທາງ​ປັນຍາ.

ສອງ​ຝ່າຍ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ລວມຈະ​ເພີ່ມ​ທະ​ວີກາ​ນຮ່ວມ​ມືທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມຕັດສິນ​ໃຈ​ຮັບມື​ກັບບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​​ໃນ​ພາກ​ພື້ນ; ຢືນຢັນ​ແຜນການ​ດຳ​ເນີນ​ງານກ່ຽວ​ກັບ​ການ​ຮ່ວມ​ມື​ທາງດ້ານ​ການ​ປ້ອງ​ກັນ​ປະ​ເທດຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ ​ໄລຍະ 2018 - 2020 ​ແນ​ໃສ່​ປະຕິບັດ​ບົດ​ບັນທຶກ​ຄວາມ​ຈຳ​ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ປີ 2011 ​ແລະ ຖະ​ແຫຼ​ງການ​ວິ​ໄສທັດ​ລວມກ່ຽວ​ກັບການ​ພົວພັນ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ປີ 2015; ຢືນຢັນ​ອີກ​ຄັ້ງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ສືບ​ຕໍ່​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂຜົນ​ກະທົບ​ຈາກ​ສົງຄາມ; ສະຫະລັດ​ອາ​ເມ​ຣິ​ກາ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ການຄົ້ນ​ຫາ​ຂ່າວ​ຂອງ​ທະຫານ​ຫວຽດນາມທີ່​ຫາຍ​ໄປ​ໃນ​ສົງຄາມ; ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສອງ​ຝ່າຍ​ໃຫ້​ຄຳໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດສະຫະລັດ​ອາ​ເມ​ຣິ​ກາ - ອາ​ຊຽນ ບົນ​ພື້ນຖານ​ບັນດາ​ຫຼັກການ​ທີ່​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການ ຊັນ​ນີ​ແລນ 2016 (Sunnylands 2016); ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບຄວາມ​ສຳຄັນ​ ຂອງ​ການ​​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ບໍ່​ມີ​ອາວຸດນິວ​ເຄຼຍດ້ວຍ​ສັນຕິ​ວິທີ. ການ​ນຳ​ຂອງ​ສອງ​ປະ​ເທດ​ຮຽກຮ້ອງ​ໃຫ້​ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ, ​ແລະ ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່​ມີ​ປະສິດທິ​ຜົນ, ມີ​ລັກສະນະ​ຜູດມັດ​ທາງ​ກົດໝາຍ ​ໃຫ້​ສຳ​ເລັດ​ໂດຍ​ໄວ. ສອງ​ຝ່າຍ​ກໍ່​ຮຽກຮ້ອງ​ໃຫ້​ທຸກ​ຝ່າ​ຍທີ່​ອ້າງ​ສິດທິ​ໃນ​ທະ​ເລ​ຕາ​ເວັນ​ອອກ ຈົ່ງ​ທຳ​ຄວາມ​ກະຈ່າງ​ແຈ້ງ ​ແລະ ປະຕິບັດ​ຄຳ​ອ້າງ​ສິດທິ​ທາງ​ທະ​ເລ​ຂອງ​ຕົນ ​ໃຫ້​ສອດຄ່ອງ​ກັບ​ກົ​ດໝາຍ​ສາກົນ, ຄື​ທີ່​ໄດ້​ສ່ອງ​ແສງ​ໃນ​ອະນຸ​ສັນຍາ​ສະຫະປະຊາ​ຊາດ ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ 1982, ​ແລະ​ປະຕິບັດດ້ວຍ​ເຈຕະນາ​ດີ ບັນດາພັນທະ​ທາງ​ກົດໝາຍ​ສາກົນ​ຂອງ​ຕົນ​​ ໃນ​ຂະ​ບວນການ​ຄວບ​ຄຸມ​ແລະ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ.

ປີ 2005, ສະຫະລັດ​ອາ​ເມ​ຣິ​ກາ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ການ​ຄ້າ​ແຖວ​ໜ້າ​ ຂອງ​ຫວຽດນາມ. ​ແລະ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ (​ເດືອນ​ກໍ​ລະ​ກົດ 2013) ການພົວພັນຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ​ ​ໄດ້​ມີ​ການ​ພັດທະນາ​ເປັນ​ຢ່າງ​ດີ​ໃນ​ທຸກ​ຂົງ​ເຂດ. ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້ ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ປະມານ 20% ຕໍ່​ປີ, ປີ 2016 ບັນລຸ 53 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ຫວຽດນາມຂາຍ​ເກີນ​ດຸນ 30,9 ຕື້​ໂດ​ລາ​ສະຫະລັດ. ປະຈຸ​ບັນ ຫວຽດນາມ​ຢູ່​ໃນ​ອັນ​ດັບທີ 16 ​ໃນ​ຄູ່​ຮ່ວມ​ການ​ຄ້າ​ແຖວ​ໜ້າ​ຂອງ​ສະຫະລັດ​ອາ​ເມຣິກາ.

ການ​ຢ້ຽມ​ຫາມ​ລັດຖະກິດ​ທີ່​ຫວຽດນາມຄັ້ງ​ນີ້​ ຂອງປະທານາທິບໍດີ ​ໂດນັນ ທຣັມ ​ໄດ້​ເປັນ​ຫຼັກ​ໝາຍ​ທີ່​ສຳຄັນ​ໃນ​ການ​ພົວພັນ​ສອງ​ຝ່າຍ, ສ້າງ​ກຳລັງ​ໜູນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ ຢ່າງ​ມີ​ປະສິດທິ​ຜົນ. ​ການ​ຢ້ຽມຢາມຫວຽດນາມ​ຂອງ​ປະທານາທິບໍດີ ສະຫະລັດ​ອາ​ເມ​ຣິ​ກາ ​ໂດນັນ ທຣັມ ​ຄັ້ງນີ້​​ເປັນ​ຄັ້ງທຳ​ອິດ ​ແລະ ​ໄດ້​ດຳ​ເນີນ​ໃນ​ປີ​ກຳ​ອຳນາດ​ທຳ​ອິດ ຊຶ່ງ​ສະ​ແດງຄວາມ​ນັບຖື​ຕໍ່​ການ​ພົວພັນ​ກັບ​ຫວຽດນາມ, ສ້າງ​ພື້ນຖານ​ຊຸກຍູ້​ການ​ພົວພັນຫວຽດນາມ - ສະຫະລັດ​ອາ​ເມ​ຣິ​ກາ ​ໃນ​​ເວລາ​ຕໍ່​ໄປ. ພ້ອມ​ກັນ​ນັ້ນ, ການ​ຢ້ຽມຢາມ​ກໍ່​ໃຫ້​ເຫັນ​ວ່າ​ ຫວຽດນາມຕັ້ງໝັ້ນ​ໃນ​ການ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ດ​ເຈົ້າຕົນ​ເອງ, ຫຼາຍຮູບ​ແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ, ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຊຸກຍູ້​ການ​ພົວພັນ​ກັບສະຫະລັດ​ອາ​ເມ​ຣິ​ກາ ບົນ​ພື້ນຖານ​ເຄົາລົບ​ລະບອບ​ການ​ເມືອງ, ​ເອກະລາດ ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

​ໂດຍ ທູ່​ຍລິງ