ວກ.ອອນ​ໄລ - ພາຍ​ຫຼັງ​ການ​ເຮັດ​ວຽກ​ໃນ​ເວລາ​ສາມ​ວັນ ​ແຕ່​ວັນ​ທີ 29 ຫາ 31 ມີນາ 2018, ຢູ່​ທີ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ ຄັ້ງ​ທີ 6 (GMS6) ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ການ​ຮ່ວມ​ມື​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງທີ 1​0 (CLV10) ​ໄດ້​​ສິ້ນສຸດ​ລົງ​ດ້ວຍຜົນ​ສຳ​ເລັດທີ່​ຈົບງາມ. ​ໂດຍ​ເປັນ​ປະ​ເທດ​ເຈົ້າ​ພາບຈັດ​ກອງ​ປະຊຸມ, ຫວຽດນາມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບການ​ກະກຽມ​ ກໍ່​ຄື​ການ​ດຳ​ເນີນວາລະ​ການ​ປະຊຸມ​ຕ່າງໆ.

ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ

ບັນດາ​ກອງ​ປະຊຸມ​ໄດ້​ດຳ​ເນີນ​ພາຍ​​ໃຕ້ການ​ເປັນ​ປະທານ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ພ້ອມກັບ​ການ​ເຂົ້າ​ຮ່ວມ​ຂອງ ທ່ານສົມ​ເດັດ ​ເຕ​ໂຈ ຮຸນ​ເຊນ​ ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ ທອງ​ລຸນ ສີ​ສຸ​ລິດນາຍົກລັດຖະມົນຕີລາວ, ທ່ານ ເຮ​ນຣີ ​ແວນ ທາຍ​ໂອ​ ຮອງ​ປະທານາທິບໍດີ​ມຽນມາ​, ທ່ານ​ ປຣາຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ, ທ່ານ ຫວາງອີ ສະມາ​ຊິກ​ສະພາ​ແຫ່ງ​ລັດ, ລັດຖະມົນຕີການຕ່າງປະເທດຈີນ  ​ແລະທ່ານ ຕາ​ເກ​ຮີ​ໂກ ນາ​ກາວ ປະທານ​ທະນາຄານ​ພັດທະນາ​ອາຊີ (ADB).

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ​ເລຂາທິການ ອາ​ຊຽນ ​ແລະ ຜູ້ອຳນວຍການ​ທະນາຄານ​ໂລກ (WB) ​ໃນ​ຖານະ​ແຂກ​​ພິ​ເສດ​ຂອງ​ກອງ​ປະຊຸມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີຜູ້​ແທນ​ລັດຖະບານ, ທ້ອງ​ຖິ່ນຂອງ​ບັນດາ​ປະ​ເທດ​ສະມາຊິກ GMS, ຄູ່​ຮ່ວມ​ມື​ທີ່​ພັດທະນາ, ວົງ​ການນັກຮຽນ​ຮູ້, ວິ​ສາ​ຫະກິດ​ ຢູ່​ໃນ​ແລະ​ນອກ​ພາກ​ພື້ນ. ບັນດາ​ກອງ​ປະຊຸມ​ໄດ້​ສ້າງ​​ເຄື່ອງໝາຍ​ສຳຄັນ​ທີ່​ໃຫ້​ເຫັນ​​ເຖິງຄວາມ​ຫວັງ, ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດສະມາຊິກ​ ໃນ​ການ​ກໍ່ສ້າງ​ພາກ​ພື້ນ​ແມ່​ນ້ຳຂອງ​ໃຫ້​ມີ​ສັນຕິພາບ, ຈະ​ເລີ​ນຮຸ່ງ​ເຮືອງ, ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເພື່ອ​ປະຊາຊົນ.

25 ປີ​ແຫ່ງ​ການ​ຮ່ວມ​ມື GMS

GMS ປະກອບ​ດ້ວຍ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຢູ່​ອາຊີ​ແລະ​ໃນ​ໂລກ. ​ໃນ​ເວລາ​ຫຼາຍ​ກວ່າ​ໜຶ່ງ​ສ່ວນ​ສີ່​ສະຕະວັດ, ການ​ເຕີບ​ໂຕ​ເສດຖະກິດສະ​ເລ່ຍ​ແຕ່ລະ​ປີບັນລຸ 6,3% ​ແລະ ລະດັບ​ການ​ເຕີບ​ໂຕ​ສະ​ເລ່ຍຕໍ່​ຫົວ​ຄົນ​ແມ່ນ 5%. ການ​ຄ້າ​ພາຍ​ໃນ​ກຸ່ມ​ເພີ່ມ​ຂຶ້ນ 90 ​ເທື່ອ. ປະຊາຊົນ​ບັນດາ​ປະ​ເທດ​ໃນ​ກຸ່ມ​ມີ​ຊີວິດການ​ເປັນ​ຢູ່​ດ້ວຍ​ຄຸນະພາບ​ນັບ​ມື້​ນັບ​ສູງ ​ແລະ ອະນຸ​ພາກ​ພື້ນ​ພວມ​ມຸ່ງ​ໄປ​ສູ່​ການ​ພັດທະນາທີ່​ມີ​ຄຸນ​ນະພາ​ບສູງ.

ການ​ຮ່ວມ​ມື GMS ​ໄດ້ຢືນຢັນ​ເອກະລັກ​ຂອງ​ຕົວ​ເອງ​ໃນຍຸດ​ທະ​ສາດ 3 ຊ “​ເຊື່ອມ​ໂຍງ, ຊ່ວງ​ເສັງ ​ແລະ ຊຸມ​ຊົນ”. ຂະໜາດ​ຂອງ​ການ​ຮ່ວມ​ມື​ບັນລຸ 21 ກວ່າ​ຕື້​ໂດ​ລາ​ສະຫະລັດ ດ້ວຍ​ຫຼາຍ​ຮ້ອຍ​ໂຄງການ​ໃນ​ຫຼາຍ​ຂົງ​ເຂດ, ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ການ​ຮ່ວມ​ມື​ເຊື່ອມ​ໂຍງ. ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງເປີດ​ກວ້າງປະຈຸ​ບັນ​ໄດ້​ກາຍ​ເປັນພາກ​ພື້ນທີ່​ຂະຫຍັນ​ຂັນ​ເຄື່ອນ, ​ເຊື່ອມ​ໂຍງ ​ແລະມີ​ການ​ເຕີບ​ໂຕ​ເສດຖະກິດ​ໄວ​ທີ່​ສຸດ​ໃນ​ໂລກ. ຜົນສຳ​ເລັດ​ນີ້​ໃຫ້​ເຫັນ​ເຖິງ​ຄວາມ​ຫວັງ ​ແລະ​ຄວາມ​ຕັດສິນ​ໃນ​ຂອງ​ບັນດາ​ປະ​ເທດ GMS ທີ່ຢາກ​ກໍ່ສ້າງພາກ​ພື້ນ​ແມ່​ນ້ຳຂອງ​ໃຫ້​ມີ​ສັນຕິພາບ, ຈະ​ເລີ​ນຮຸ່ງ​ເຮືອງ, ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເພື່ອປະຊາຊົນ.

​ເພື່ອ​ເສີມ​ຂະຫຍາຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ແຮງຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ພັດທະນາ ​ແລະ ພິ​ເສດ​ແມ່ນ​ຂອງ​ພາກສ່ວນ​ເອກະ​ຊົນ​ ເຂົ້າ​ໃນ​ການ​ຮ່ວມ​ມື GMS, ​ໃນ​ກອງ​ປະຊຸມ​ສຸດ​ຍອດ GMS6 ຄັ້ງ​ນີ້, ຫວຽດນາມ​ໄດ້​ນຳ​ສະ​ເໜີຂໍ້​ລິ​ເລີ່​ມກ່ຽວ​ກັບ​ການຈັດ​ຕັ້ງເວທີປາໄສສຸດຍອດການທຸລະກິດ GMS ດ້ວຍ​ເປົ້າ​ໝາຍ​ ​ເພີ່ມ​ທະວີ​ການ​ສົນທະນາ​ລະຫວ່າງ​ວິ​ສາ​ຫະກິດ​ແລະ​ລັດຖະບານ, ​ເຊື່ອມຕໍ່ບັນດາ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ຂໍ້​ລິ​ເລີ່​ມນີ້​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ GMS, ການ​ສະໜັບສະໜູນ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ຄື ທະນາຄານ​ພັດທະນາ​ອາຊີ, ທະນາຄານ​ໂລກ, ອາ​ຊຽນ... ພິ​ເສດ​ແມ່ນການ​ຕອບ​ສະໜອງ​ກວ້າງຂວາງຂອງ​​ວົງ​ການ​ວິ​ສາ​ຫະກິດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະກິດ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ 2.000 ກວ່າ​ຄົນ.

ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ GMS 6, ບັນດາ​ການ​ນຳ GMS ​ໄດ້ສົນທະນາ​ແລະ​ເປັນ​ເອກະສັນ​ວາງ​ທິດ​ທາງ​ການ​ຮ່ວມ​ມື​ໃຫຍ່​ໃນ​ໄ​ລຍະ​ປານ​ກາງ, ​ເລີ່​ມຕົ້ນ​ການ​ກໍ່ສ້າງ​ວິ​ໄສ​ທັດ​ການ​ຮ່ວມ​ມື​ໄລຍະ​ຍາວ​ຂອງ GMS. ກອງ​ປະຊຸມ​ໄດ້​ຮັບຮອງ​​ເອົາ​ເອກະສານ​ທີ່​ສຳຄັນ​ສາມ​ສະບັບ: ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ ​ເຊິ່ງສະ​ແດງຄວາມ​ມຸ່ງ​ໝັ້ນ​ທາງ​ການ​ເມືອງ, ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ GMS ​ໃນ​ການ​ຍົກ​ສູງບົດບາດ​ຂອງ​ກົນ​ໄກ​ຮ່ວມ​ມື; ​ແຜນການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ 2018-2022 ​ເຊິ່ງກຳນົດ​ທິດ​ທາງ​ບັນດາ​ຂົງ​ເຂດ​ຈຸດ​ສຸມ ​ແລະ ມາດ​ຕະການ​ຮ່ວມ​ມື​ໃນ​ປີຕໍ່​​ໄປ ທີ່​ກວມ​ມີ​ການ​ເປີດ​ກວ້າງ​ເຄືອ​ຂ່າຍ​ແລວ​ເສດຖະກິດ​ປະຈຸ​ບັນ ​ແລະຂອບ​ການ​ລົງທຶນ​ໃນ​ອະນຸ​ພາກ​ພື້ນ 2022 ​ແລະລາຍ​ຊື່ 227 ​ໂຄງການ​ທີ່​ລະອຽດ ​ດ້ວຍ​ຍອດ​ມູນ​ຄ່າ​ປະ​ມານ 66 ຕື້​ໂດ​ລາ​ສະຫະລັດ.

ສິ່ງທີ່​ຄວນ​ເອົາ​ໃຈ​ໃສ່​ແມ່ນ ກອງ​ປະຊຸມ​ໄດ້​ເລີ່​ມດຳ​ເນີນ​ການ​ກໍ່ສ້າງ​ວິໄສ​ທັດ​ໄລຍະ​ຍາວ​ພາຍຫຼັງປີ 2022. ​ໃນ​ສະພາບ​ການ​ທີ່​ບັນດາ​ປະ​ເທດ GMS ຫັນ​ໄປສູ່​ໂຄງການ​ພັດທະນາ​ແບບ​ຍືນຍົງ 2030 ຂອງ​ສະຫະ​ປະຊາ​ຊາດ, ສະພາບ​ການ​ສາກົນ​ແລ​ະໃນພາກ​ພື້ນ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ການ​ຮ່ວມ​ມື GMS ຕ້ອງ​ກຳນົດ​ວິ​ໄສ​ທັດ​ໄລຍະ​ຍາວ​ກວ່າ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ພາກ​ພື້ນ GMS ທີ່​ມີ​ການເຊື່ອມ​ໂຍງ​ແລະ​ວັດທະນາ​ຖາວອນ. ນັ້ນ​ກໍ່​ເປັນວິ​ໄສ​ທັດ​ທີ່​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ກົມກຽວ, ສົມ​ດຸນ​ຢູ່​ໃນ​ພາກ​ພື້ນ, ພ້ອມ​ກັນ​ນັ້ນ​ກໍ່ຊຸກຍູ້​ການ​ພັດ​ທະນາ​ແບບກວມ​ລວມ, ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຊົມ​ໃຊ້​ຜົນ​ປະ​​ໂຫ​ຍດ ທີ່ຂະ​ບວນ​ໂລກາ​ພິວັດ ​ແລະ​ການ​ປະຕິວັດ​​ເຕັກ​ໂນ​ໂລຊີນຳ​ມາ​ໃຫ້.

​ໃນ​ງານຖະ​ແຫຼ​ງຂ່າວ​ຜົນ​ການ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ວ່າ ໜຶ່ງ​ໃນ​ບັນດາ​ເອກະສານ​ທີ່​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາຄື ​ແຜນການ​ດຳ​ເນີນ​ງານ​ຮ່າໂນ້ຍ 2018-2022 ​ມີ​​ເນື້ອ​ໃນສົ່ງ​ເສີມ​ການ​ເປີດ​ກວ້າງ​ແລວ​ເສດຖະກິດ. ນອກ​ນັ້ນ, ຂອບ​ການ​ລົງທຶນ 2022 ກໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ດ້ວຍ​ລາຍ​ຊື່ 220 ກວ່າ​ໂຄງການ, ​ແຜນການ​ລົງທຶນ ​ແລະໜູນ​ຊ່ວຍ​ເຕັກນິກ ທີ່​ມີ​ມູນ​ຄ່າ​ທັງ​ໝົດປະມານ 66 ຕື້​ໂດ​ລາ​ສະຫະລັດ. ວິ​ໄສ​ທັດ​ການ​ຮ່ວມ​ມື GMS ກໍ່​ເປັນ​ເນື້ອ​ໃນ​ໃຫຍ່​ທີ່​ໄດ້​ຮັຍການ​ຮັບຮອງ​ຜ່ານ ດ້ວຍ​ເນື້ອ​ໃນ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ກົມກຽວ, ສົມ​ດຸນ, ສົ່ງ​ເສີມ, ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຂະ​ບວນ​ໂລກາ​ພິວັດ ​ແລະ​ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ.

ການ​ຮ່ວມ​ມື​ຮອບດ້ານ ກຳປູ​ເຈຍ-ລາ​ວ-ຫວຽດນາມ

ກອງ​ປະຊຸມ​ຂັ້ນ​ສູງ​ການ​ຮ່ວມ​ມື​ເຂດ​ສາມຫຼ່ຽມ​ພັດທະນາ​ກຳປູ​ເຈຍ-ລາວ-ຫວຽດນາມຄັ້ງ​ທີ 10 ​ໄດ້​ທົບ​ທວນ​ສະພາບ​ການ​ປະຕິບັດ “​ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ເຂດ​ສາມຫຼ່ຽມກຳປູ​ເຈຍ-ລາວ-ຫວຽດນາມ ​ໄລຍະ 2010-2020”; ປຶກສາ​ສົນທະນາ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຕໍ່​ໄປ, ພິ​ເສດ​ແມ່ນ​ການ​ເພີ່​ມທະວີ​ການ​ເຊື່ອມ​ຈອດ​ເສດຖະກິດ​ລະຫວ່າງ​ສາມ​ປະ​ເທດ. ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ການ​ນຳ​ຂັ້ນ​ສູງ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຄື ທະນາຄານ​ພັດທະນາ​ອາຊີ, ທະນາຄານ​ໂລກ ແລະ ອາ​ຊຽນ ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງກຳປູ​ເຈຍ-ລາວ-ຫວຽດນາມ.

ກອງ​ປະຊຸມ​ຂັ້ນ​ສູງ CLV10 ຮັບ​ຮູ້ຄວາມ​ກ້າວໜ້າ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ ທີ່​ບັນລຸ​ໄດ້​ໃນ​ຫຼາຍ​ຂົງ​ເຂດ ນັບ​ແຕ່​ໂຄງ​ສ້າງ​ພື້ນຖານ​ເຖິງ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນຂອງ​ການ​ຮ່ວມ​ມື CLV ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ, ຊ່ວຍ​ໜູນ​ຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ຊ່ວຍ​ໃຫ້ 13 ​ແຂວງ​ຢູ່​ເຂດ​ຊາຍ​ແດນມີ​ການ​ພັດທະນາ​ເສດຖະກິດ ​ແລະ ຫຼຸດ​ຜ່ອນຊ່ອງຫ​ວ່າງທາງ​ດ້ານການ​ພັດທະນາ.

ຢູ່​ທີ່​ກອງ​ປະຊຸມ, ບັນດາ​ຜູ້ນຳ​ໄດ້​ຢືນຢັນຄວາມ​ມຸ່ງ​ໝັ້ນ​ທີ່​ຈະສົ່ງ​ເສີມ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສາມ​ປະ​ເທດ, ປະກອບສ່ວນ​ກໍ່ສ້າງ​ບັນດາ​ພື້ນຖານ​ເສດຖະກິດ CLV ​ເຊື່ອມ​ໂຍງ, ຍືນ​ຍົງ, ວັດທະນາ​ຖາວອນ ​ແລະ ​ເປັນ​ພາກສ່ວນທີ່​ບໍ່​ອາດ​ຈະ​ຂາດ​ໄດ້​ ຂອງ​ວິ​ໄສ​ທັດ​ອາ​ຊຽນ 2025. ກອງ​ປະຊຸມ​ໄດ້​ປຶກສາ​ສົນທະນາ​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ເຂດ​ສາມຫຼ່ຽມພັດທະນາ CLV ​ແລະ​ເປັນ​ເອກະສັນ​ມອບ​ໃຫ້ບັນດາ​ລັດຖະມົນຕີ ​ແລະ​ຜູ້​ຊ່ຽວຊານ​ຄົ້ນຄວ້າ​ກ່ຽວ​ກັບ​ບັນຫາ​ນີ້. ​ເພື່ອ​ເລີ່​ມຕົ້ນ​ຂະ​ບວນວິວັດ​ນີ້, ບັນດາ​ຜູ້ນຳ​ໄດ້​ຮັບຮອງ​ເອົາ​ແຜນການ​ກວມ​ລວມກ່ຽວ​ກັບການ​ເຊື່ອມ​ຕໍ່​ເສດຖະກິດ​ສາມ​ປະ​ເທດ CLV ຮອດ​ປີ 2030. ​ແຜນການ​ຮ່ວມ​ມື​ກວມ​ດ້ວຍ​ບັນດາ​ທິດ​ທາງ​ໃຫຍ່​ຊຸກຍູ້​ການຮ່ວມ​ມື​ເຊື່ອມ​ຕໍ່​ໂຄງ​ສ້າງ​ພື້ນຖານ, ​ເຊື່ອມ​ຕໍ່​ກ່ຽວ​ກັບຂະໜົບ​ທຳ​ນຽນ​ແລະ​ເສດຖະກິດ, ​ແລະ​ການ​ພົວພັນ​ປະຊາຊົນ.

ການ​ທີ່​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ GMS6 ​ແລະ CLV10 ສືບ​ຕໍ່​ຢືນຢັນ​ບົດບາດ​ຖານະ​ນັບ​ມື້​ນັບ​ສູງ​ຂອງ​ປະ​ເທດ, ພ້ອມ​ນັ້ນ​ກໍ່​ສະ​ແດງ​ເຖິງ​ບົດບາດ​ແລະ​ການ​ປະກອບສ່ວນທີ່​ຕັ້ງໜ້າ​ຂອງ​ຫວຽດນາມຕໍ່​ບັນດາ​ກົນ​ໄກ​ຮ່ວມ​ມື​ເຊື່ອມ​ຕໍ່​ພາກ​ພື້ນ... /.

​ໂດຍ ນດ.