ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຄຳ​ເຊື້ອ​ເຊີນ​ຂອງ​ພົນ​ເອກ ຣາອູ​ນ ກາ​ສະ​ໂຕຣ ຣູດ, ​ເລຂາທິການ​ທີໜຶ່ງ ຄະນະ​ບໍລິຫານ​ງານສູນ​ກາງ ພັກ​ກອມ​ມູນິດກູ​ບາ, ປະທານ​ສະພາ​ແຫ່ງ​ລັດ ​ແລະຄະນະລັດຖະມົນຕີ​​ແຫ່ງ ສາທາລະນະ​ລັດກູ​ບາ, ສະ​ຫາຍ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນຂັ້ນ​ສູງ​ຂອງ​ພັກ-ລັດ​ຫວຽດນາມ ​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ສາທາລະນະ​ລັດກູ​ບາ ​ໃນ​ລະຫວ່າງ​ວັນ​ທີ 28 - 30 ມີນາ 2018.

ສະຫາຍ ຣາອູນ ກາສະໂຕຣ ຣູດ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງ ພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະຄະນະລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ຕ້ອນຮັບສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. (ພາບ: TTXVN)

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ສະຫາຍພົນ​ເອກ ຣາອູ​ນ ກາ​ສະ​ໂຕຣ ຣູດ, ​ເລຂາທິການ​ທີໜຶ່ງ, ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​; ​ພົບ​ປະ​ແລກປ່ຽນ​ກັບສະຫາຍ ​ໂຈ​ເຊ ຣາມົນ ມາ​ຈາ​ໂດ ​ແວ​ນຕູຣາ ​ເລຂາທິການ​ທີ​ສອງ ຄະນະ​ບໍລິຫານ​ງານສູນ​ກາງ ພັກ​ກອມ​ມູນິດກູ​ບາ; ສະ​ຫາຍ ​ແອ​ສະ​ແຕບານ ລາ​ໂຊ ​ແຮກນາ​ນ​ແດດ ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ; ສະຫາຍ ມີ​ແກວ​ນ ດີ​ອາດ ກາ​ແນນ ​ເບີ​ມູ​ແດດ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ທີ​ໜຶ່ງ​ສະພາ​ແຫ່ງ​ລັດ​ແລະ​ສະພາ​ລັດຖະມົນຕີ​ແຫ່ງ ສາທາລະນະ​ລັດກູ​ບາ.

​ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ວາງ​ພວງມາລາ​ທີ່​ອະນຸສາວະລີ​ວິລະ​ຊົນ​ແຫ່ງ​ຊາດກູ​ບາ ​ໂຈ​ເຊ ມາກ​ຕີ ​ແລະ​ທີ່ ອະນຸສາວະລີ ​ໂຮ່ຈີ​ມິນ; ຢ້ຽມຢາມ​ນະຄອນ ຊານ​ຕີ​ອາ​ໂກ ​ເດ ກູ​ບາ; ​ວາງພວງມາລາ​ໄຫວ້​ອາ​ໄລ ທີ່​ສຸສານ ​ໂຈ​ເຊ ມາກ​ຕີ ​ແລະ ສຸສານຜູ້​ບັງຄັບ​ບັນຊາ​ການ​ໃຫຍ່​ການ​ປະຕິວັດ​ກູ​ບາ ຟີ​ແດນ ກາສະ​ໂຕຣ ຣູດ; ຢ້ຽມ​ຊົມສະຖານ​ທີ່​ປະຫວັດສາດ​ບາງ​ແຫ່ງ ​ຢູ່​ນະຄອນ​ວິລະ​ຊົນ ຊານ​ຕີ​ອາ​ໂກ ​ເດ ກູ​ບາ; ຢ້ຽມຢາມ​ໂຮງຮຽນ​ປະຖົມ​ສຶກສາ ຫວໍ​ທິຖັງ; ພົບ​ປະ​ແລະ​ໂອ້​ລົມ​ກັບຜູ້​ຕາງໜ້າຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ.

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ຮັບ​ສັນ​ນິຍະ​ບັດ​ປະລິນຍາ​ເອກ​ກິ​ຕິ​ມະ​ສັກ​ສາຂາ​ວິທະຍາສາດ​ການ​ເມືອງ ຂອງ​ມະຫາວິທະຍາ​ໄລ ລາຮາ​ບາ​ນາ, ​​ເນື່ອງ​ຈາກ​ຂະ​ບວນການ​​ອຸທິດ​ຕົນ​ເພື່ອ​ວິທະຍາສາດ ​ແລະ​ການ​ປະກອບສ່ວນ​ທີ່ສຳຄັນ​ໃນການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ; ຄວາມ​ເອົາ​ໃຈ​ໃສ່​ແບ່ງປັນ​ກັບ​ກູ​ບາ​ ກ່ຽວ​ກັບ​ບົດຮຽນ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ ແຫ່ງຮູບ​ແບບການ​ພັດທະນາ​ຂອງ​ຫວຽດນາມ.

​ເພື່ອຈາລຶກ​ຄຸນງາມຄວາມດີ​ຂອງ​ສະຫາຍ ຣາອູ​ນ ກາສະ​ໂຕຣ ຣູດ ​ໃນການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ ​ເຂົ້າ​ໃນ​ການ​ປັບ​ປຸງ​ເພີ່ມ​ທະວີການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ ​ແລະ​ໃຫ້​ພາລະກິດ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ຕົກລົງປະດັບ​ຫຼຽນ​ໄຊ​ດາວ​ຄຳ​ໃຫ້​ສະຫາຍ ​ເຊິ່ງ​ແມ່ນຫຼຽນ​ໄຊ​ທີ່​ສູງ​ສົ່ງ​ທີ່​ສຸດ​ຂອງ​ປະ​ເທດ ສສ. ​ຫວຽດນາມ. ຕາງໜ້າ​ປະຊາຊົນ​ກູ​ບາ ສະຫາຍ ຣາອູ​ນ ກາສະ​ໂຕຣ ຣູດ ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ເລິກ​ເຊິ່ງຕໍ່​​ລາງວັນ​ອັນ​ລ້ຳ​ຄ່າ​ດັ່ງກ່າວ​ຂອງພັກ ລັດ ​ແລະ​ປະຊາຊົນ​ຫວຽດນາມ.

ບັນດາ​ການ​ພົບ​ປະ​ໄດ້​ດຳ​ເນີນ​ໃນ​ບັນຍາກາດ​ມິດ​ສະຫາຍ​ອ້າຍ​ນ້ອງ ​ແລະ​ຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ສອງ​ຝ່າຍ​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ພົວພັນທີ່​ຈົບງາມ​ລະຫວ່າງ​ສອງ​ປະ​ເທດ; ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ນຳ​ເອົາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ໄລຍະ​ການ​ພັດທະນາ​ໃໝ່, ບົນ​ພື້ນຖານ​ຄວາມ​ໄວ້​ວາງ​ໃຈທາງ​ການ​ເມືອງ, ​ເນັ້ນ​ໜັກ​ເຖິງ​ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ​ໃນ​ບັນດາ​ຂົງ​ເຂດ​ອື່ນ; ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ ​ແລະ ​ແລກປ່ຽນ​ສົນທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ຫວຽດນາມສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ຕໍ່​ຄວາມ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​​ແຂວງ, ກຳ​ແພງ​ນະຄອນ ​ແລະ ສະພາ​ແຫ່ງ​ຊາດ​ຊຸດ​ທີ IX, ​ຊຶ່ງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11 ມີນາ 2018; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ແສງ​ສະ​ຫວ່າງ​ຂອງ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI, VII ຂອງ​ພັກ​ກອມ​ມູນິດ​ກູ​ບາ, ປະ​ເທດກູ​ບາ​ຈະ​ສືບ​ຕໍ່​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ​ ​ໃນ​ການ​ດຳ​ເນີນ​ການ​ປັບປຸງ​ຮູບ​ແບບ​ເສດຖະກິດ​ແລະ​ສັງຄົມ​ສັງຄົມ​ນິຍົມ, ​ເປີດ​ໄລຍະ​ການ​ພັດທະນາ​ໃໝ່​​ໃນ​ການ​ກໍ່ສ້າງ​ປະ​ເທດ​ໃຫ້​ມີ​ອະທິປະ​ໄຕ, ​ເອກະລາດ, ສັງຄົມ​ນິຍົມ, ປະຊາທິປະ​ໄຕ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ ຍືນ​ຍົງ.

ຫວຽດນາມ​ຢືນຢັນ​ຫຼັກ​ໝັ້ນທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຕົນ ​ໃນ​ການ​ສະໜັບສະໜູນ​ພາລະກິດທີ່​ສູງ​ສົ່ງ​ຂອງ​ປະຊາຊົນ​ກູ​ບາ ​ແລະ​ການ​ຕໍ່ສູ້ທວງ​ໃຫ້​ຍຸບ​ເລີກ​ໃນ​ທັນທີ​ແລະ​ບໍ່​ມີ​ເງື່ອນ​ໄຂ ​ຄຳ​ສັ່ງ​ຄວ້ຳ​ບາດທາງ​ເສດຖະກິດ ການ​ຄ້າ​ ແລະ​ການ​ເງິນທີ່​ໄຮ້​ເຫດຜົນ ຕ້ານ​ປະ​ເທດກູ​ບາ. ຫວຽດນາມ​ຢືນຢັນ​ອີກ​ຄັ້ງ ​ການ​ສະໜັບສະໜູນຄວາມ​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ ກູ​ບາ-ສະຫະລັດອາ​ເມ​ລິ​ກາ ​ເປັນ​ປົກກະຕິ ບົນ​ພື້ນຖານຄວາມ​ສະ​ເໝີ​ພາບ, ​ເຄົາລົບ​ນັບຖື​ອະທິປະ​ໄຕ ​ເອກະລາດ ​ແລະ ລະບອບ​ການ​ເມືອງ​ຂອງ​ແຕ່ລະ​ປະ​ເທດ. ຫວຽດນາມ​ຕີ​ລາຄາ​ສູງ​ ສັກ​ສີ​ແລະ​ບົດບາດ​ຂອງ​ກູ​ບາ​ຢູ່ອາ​ເມ​ລິ​ກາ​ລາ​ຕິນ, ກາຣີ​ເບ ​ແລະ​ໃນ​ເວທີ​ສາກົນ.

ກູ​ບາ​ສະ​ແດງ​ຄວາມ​ຊົມ​ເຊີຍ​ພັກ ລັດ ​ແລະ​ປະຊາຊົນ​ຫວຽດນາມ ທີ່​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ໂດດ​ເດັ່ນ, ມີ​ຄວາມ​ໝາຍ​ປະຫວັດສາດ ​ໃນ​ພາລະກິດການປ່ຽນ​ແປງ​ໃໝ່ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ຜູ້​ລິ​ເລີ່​ມ ​ແລະ​ນຳພາ; ຕີ​ລາຄາ​ສູງ​ນະ​ໂຍບາຍ​​ຕ່າງປະ​ເທດ​ເພື່ອ​ສັນຕິພາບ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ​ການ​ເຊື່ອມ​ໂຍງ​ສາກົນ, ສັກ​ສີ​ສາ​ກົດ ລວມທັງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ ຢູ່​ພາກ​ພື້ນ​ອາຊີຕາ​ເວັນ​ອອກສຽງ​ໃຕ້, ອາຊີ-ປາຊີ​ຟິກ ​ແລະ​ໃນ​ໂລກ. 

ກູ​ບາ​ສະໜັບສະໜູນ ​ແລະ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ​ຈະ​ສືບ​ຕໍ່ບັນລຸ​ຜົນສຳ​ເລັດທີ່​ໃຫຍ່​ຫຼວງ​ກວ່າ​ອີກ ​ໃນ​ພາລະກິດ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ, ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ”, ກໍ່ສ້າງ​ຫວຽດນາມ​ໃຫ້​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ, ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ​ຢ່າງ​ສຳ​ເລັດມີ​ໄຊ.

ບົນ​ພື້ນຖານຂອງ​ຄວາມ​ເຫັນ​ເປັນ​ເອກະສັນ​ວ່າ, ​ໃນ​ສະພາບ​ການ​ປະຈຸ​ບັນ, ​​ໃນເມື່​ອຫວຽດນາມ​ພວມ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ກູ​ບາພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ແນວທາງ​ປັບປຸງຮູບ​ແບບ​ພັດທະນາ​ເສດຖະກິດ ສັງ​ຄົມ​ສັງຄົມ​ນິຍົມນັ້ນ, ສອງ​ຝ່າຍ​ຄວນຮັກສາການ​ພົບ​ປະ​ແລກປ່ຽນ​ຢ່າງ​ເປັນ​ປະຈຳ​ໃນ​ທຸກ​ລະດັບ. ສອງ​ຝ່າຍ​ຄວນ​ຮັກສາ​ການ​ແລກປ່ຽນ​ກ່ຽວ​ກັບທິດ​ສະ​ດີ-ພຶດຕິ​ກຳ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ນຳພາ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ ​ແລະ​ສາຍ​ພົວພັນ​ລະຫວ່າງ​ພັກ ກັບ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ; ສືບ​ຕໍ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ.

ສອງ​ຝ່າຍ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ເຊັ່ນ: ຂໍ້​ຕົກລົງ​ຄວາມ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ພັກ​ກອມ​ມູນິດ​ກູ​ບາ; ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ສອງ​ພັກ; ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວກັບ​ການ​ຮ່ວມ​ມື​ເສດຖະກິດ ວິທະຍາສາດ ​ແລະ​ເຕັກນິກ; ການ​ປຶກສາ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ກະຊວງຕ່າງປະ​ເທດ; ການ​ພົວພັນ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ​ ກະຊວງ​ບັນດາ​ກຳລັງ​ປະ​ຕິ​ວັດ​ກູ​ບາ; ການ​ແລກປ່ຽນ​ກ່ຽວ​ກັບ​ຮູບ​ແບບ​ເສດຖະກິດ-ສັງຄົມ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ປະສິດທິ​ພາບ ​ແລະ​ປະສິດທິ​ຜົນຂອງ​​ກົນ​ໄກ​ເຫຼົ່າ​ນີ້.

ສອງ​ຝ່າຍ​ເນັ້ນ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍູ້​ແຮງ ​ແລະ ​ຍົກ​ສູງປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດຍິ່ງ​ກວ່າ​ອີກ, ພ້ອມ​ນັ້ນ​ກໍ່​ຕີ​ລາຄາ​ສູງ​ການສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ໃໝ່​ ໃນ​​ເວລາ​ດຳ​ເນີນການ​ຢ້ຽມຢາມ, ​​ໂດຍ​ຖື​ວ່າ ​ນີ້​ເປັນ​ພື້ນຖານ​ເພື່ອ​ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ໃນ​ຂົງ​ເຂດ​​ເສດຖະກິດ ການ​ຄ້າ. ກູ​ບາ​ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ຫວຽດນາມ​ເຂົ້າປະ​ເທດ​ກູ​ບາ, ​​ຜ່ານ​ການລົງ​ນາມ​ໃນ​ໂຄງການ​ລົງທຶນ​ທີ່​ສຳຄັນ ​ແລະ ​ຈະ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ຈຸດປະສົງ​ນີ້. 

ສອງ​ຝ່າຍ​ກໍ່​ໄດ້​ພິຈາລະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ບຸລິມະສິດ ​ເຊັ່ນ​ພະລັງງານ, ການ​ສື່ສານ​ໂທລະ​ຄົມມະນາຄົມ, ການທ່ອງທ່ຽວ, ການ​ກໍ່ສ້າງ, ບໍລິການ​ສາທາລະນະ​ສຸກ, ອຸດສາຫະກຳ - ກະສິກຳ ​ແລະ​ອຸດສາຫະກຳ​ອາຫານ, ​ເພສັດຊະກຳ, ​ເຕັກ​ໂນ​ໂລຊີຊີວະ​ພາບ, ການ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ​ບັນດາ​ຂົງ​ເຂດ​ອື່ນ. 

ສອງ​ຝ່າຍ​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ຄວາມ​ຄ້າຍຄື​ກັນ​ໂດຍ​ສົມບູນ​ໃນ​ຫຼັກ​ໝັ້ນ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​​ບັນຫາ​ສາກົນຕ່າງໆ; ​ເນັ້ນ​ໜັກວ່າ ຕ້ອງ​ແກ້​ໄຂ​ຂໍ້​ພິພາດ​ລະຫວ່າງ​ປະ​ເທດດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ, ​ເຄົາ​ລົບ​ບັນດາ​ຫຼັກການ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນດາ​ປະຊາ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ, ບໍ່​ໃຊ້​ກຳລັງ​ອາ​ວຸດ​ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ.

ສອງ​ຝ່າຍ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ, ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ-ກູ​ບາ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ແໜ້ນ​ແຟ້ນນັ້ນ ຈະປະກອບສ່ວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ​ກາຣີ​ເບ; ລະຫວ່າງ​ກູ​ບາ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ການ​ພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນ ​ຢູ່​ສອງ​ພາກ​ພື້ນ ​ແລະ​ໃນ​ໂລກ. ສອງ​ຝ່າຍ​ຮັບ​ຮູ້​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ລະຫວ່າງ​ພາກ​ພື້ນ​ເຊັ່ນ ປະຊາ​ຄົມ​ບັນດາ​ລັດ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ​ກາຣີ​ເບ (CELAC), ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ (FEALAC) ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື ບົນ​ພື້ນຖານຂອງ​ຄວາມ​ເຄົາລົບ​ ​ແລະ​ຢູ່​ຮ່ວມ​ກັນ​ຢ່າງ​ສັນຕິ, ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ ຕາມ​ຈິດ​ໃຈ​ປະກາດ​ຖະ​ແຫຼ​ງອາ​ເມ​ລິ​ກາ​ລາ​ຕິນ ​ແລະ​ກາຣີ​ເບ​ເປັນ​ເຂດ​ສັນຕິພາບ.

ສອງ​ຝ່າຍຢັ້ງຢືນ​ອີກ​ຄັ້ງ​ລັກສະນະ​ປະສິດທິພາບ​ຂອງ​ບັນດາ​ຫຼັກການ​ພື້ນຖານ​ ຂອງ​ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ; ​ເນັ້ນ​ໜັກ​ບັນດາ​ເປົ້າ​ໝາຍ​ແລະ​ຫຼັກການ​​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ ຕ້ອງ​ໄດ້​ຮັບ​ຄວາມ​ເຄົາລົບ​ຢ່າງ​ເຖິງ​ຖອງ; ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຂະ​ບວນການ​ໃນ​ການ​ປົກ​ປັກ​ຮັກສາ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ; ​ໃຫ້​ທັດສະນະ​ວ່າ ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ນ​ຄວນ​ໄດ້​ຮັບ​ການ​ປັບປຸງ​ຍິ່ງ​ກວ່າ​ອີກ ​ເພື່ອ​ປະ​ເຊີນ​ໜ້າ​ຢ່າງ​ມີ​ປະສິດທິ​ຜົນ ​ກັບສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ຂອງ​ໂລກ​ປະຈຸ​ບັນ; ຢືນຢັນ​ຄຳ​ໝັ້ນສັນຍາ​ຊຸກຍູ້​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ສາກົນ, ການ​ລົດ​ອາວຸດ, ພິ​ເສດ​ແມ່ນ​ການ​ລົດ​ອາວຸດນິວ​ເກຼຍ; ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ທີ່​ຫວຽດນາມ ​ແລະ ກູ​ບາ ​ໄດ້​ລົງ​ນາມ​ແລະ​ເຂົ້າ​ຮ່ວມ​ໃນ​ສົນທິສັນຍາຫ້າມ​ອາວຸດ​ນິວ​ເກຼຍ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ ຢູ່ທີ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ​ເວທີ​ປາ​ໄສ​ພະຫຸ​ພາຄີ​ ທີ່​ສອງ​ປະ​ເທດ​ເປັນ​ສະມາຊິກ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ, ລວມທັງ​ການ​ສະໜັບສະໜູນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ກັນ​ແລະ​ກັນ, ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫຼັກການ​ທົ່ວ​ໄປ ​ໂດຍ​ຜ່ານ​ການ​ແລກປ່ຽນ​ເປັນ​ໄລຍະ ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ; ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ, ຮ່ວມ​ມື ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ຂອບ​ເຂດການ​ພົບ​ປະ​ສາກົນຂອງ​ບັນດາ​ພັກ​ກອມ​ມູນິດ​ແລະ​ກຳມະກອນ, ​ເວທີ​ປາ​ໄສ ​ເຊົາ​ເປົາ​ໂລ, ກໍ່​ຄື​ໃນ​ທີ່​ເວທີ​ປາ​ໄສ​ການ​ເມືອງ, ສັງຄົມ​ອື່ນ./.

​ໂດຍ ​ເຟືອງ​ຈ່າ